ບໍລິການຕູ້ ຝາກເງິນ CDM

ຄຸນລັກສະນະ

  • ຕູ້ຝາກເງິນອັດຕະໂນມັດ (CDM), CDM ຫຍໍ້ມາຈາກ Cash Deposit Machine, ແມ່ນຕູ້ຝາກເງິນຢູ່ນອກສະຖານທີ່ຂອງ ທຄຕລ, ເຊິ່ງໄດ້ສ້າງຄວາມສະດວກ ໃຫ້ແກ່ລູກຄ້າຜູ້ທີ່ບໍ່ມີເວລາໃນການເຂົ້າມາຝາກເງິນນໍາທະນາຄານ.
  • ຕູ້ຝາກເງິນແມ່ນຕູ້ທີ່ໃຊ້ສະເພາະຝາກເງິນເທົ່ານັ້ນ, ບໍ່ສາມາດຖອນເງິນສົດຈາກຕູ້ໄດ້,
  • ຕູ້ຝາກເງິນ (CDM) ສາມາດຮັບເງິນໄດ້ 3 ສະກຸນເງິນ: ກີບ, ​ບາດ ແລະ ໂດລ້າ, (ຮັບເງິນໃໝ່ 70% ຂຶ້ນໄປ)
    • ເງິນກີບ: ສາມາດຮັບປະເພດໃບ 10.000 ກີບ, 20.000 ກີບ, 50.000 ກີບ ແລະ ໃບ 100.000 ກີບ,
    • ເງິນໂດລາ: ສາມາດຮັບປະເພດໃບ 50 ໂດລາ ແລະ ໃບ 100 ໂດລາ
    • ເງິນບາດໄທ: ສາມາດຮັບປະເພດໃບ 500 ບາດ ແລະ ໃບ 1.000 ບາດ
  • ສາມາດຝາກເງິນໄດ້ສູງສຸດ 50ໃບ/ຄັ້ງ ແລະ ບໍ່ຈໍາກັດຄັ້ງ/ມື້/ບັນຊີ, ສາມາດຝາກໄດ້ຕະຫຼອດ 24/7 ທົ່ວລະບົບ ຂອງ ທຄຕລ. ນອກຈາກການຮັບຝາກ ເງິນແລ້ວທ່ານຍັງສາມາດກວດ ເບິ່ງຍອດການເຄື່ອນໄຫວ ແລະ ກວດຍອດເງິນໃນບັນຊີ.
  • ໝາຍເຫດ: ຕູ້ຝາກເງິນ (CDM) ສາມາດຮັບເງິນໃໝ່ 70% ຂຶ້ນໄປ ສ່ວນເງິນເກົ່າ, ເງິນເປື້ອນ, ເງິນທີ່ມີສະກ໋ອດຕິດ ແລະ ເງິນທີ່ມີຮອຍບິກຂີດ ຫຼື ມີສີຕິດໃບເງິນແມ່ນບໍ່ສາມາດຮັບ.

ຜົນປະໂຫຍດ

ທີ່ໄດ້ຮັບ

ປະຢັດ​ເວລາ ແລະ​ ຄ່າ​ໃຊ້​ຈ່າຍ, ຂັ້ນ​ຕອນ​ການນໍາໃຊ້​ສະດວກ ວ່ອງ​ໄວ ຈາກຕູ້ຝາກ​ເງິນ​ອັດຕະ​ໂນ​ມັດ (CDM) ທົ່ວ​ລະບົບ ທີ່​ຕັ້ງ​ຢູ່​ໃກ້​ທ່ານ ແລະ ສາມາດກວດສອບໄດ້.