ຜະລິດຕະພັນ Bill-Payment

ຊື່ຜະລິດ​ຕະພັນ

ການຊໍາລະຄ່າໃບບິນ - B-Pay

ຄຸນລັກສະນະ

ເປັນບໍລິການຮັບຊໍາລະຄ່າໃບບິນຕ່າງໆ​ ​ຜ່ານປ່ອງບໍລິການເຄົາເຕີ ຂອງ ທຄຕລ  ແລະ ຜ່ານ​ຊ່ອງທາງເອເລັກໂຕນິກຕ່າງໆ ​ເຊັ່ນ: ຜ່ານຊ່ອງທາງ BCEL One, BCEL i-Bank, SMS Banking, ATM ​ໄດ້​ຕະຫລອດ 24 ຊົ່ວ​ໂມງ

ຄຸນປະໂຫຍດ

ທ່ານສາມາດຊໍາລະຄ່າໃບບິນຕ່າງໆ ​ຜ່ານປ່ອງເຄົາເຕີບໍລິການ ຂອງ ທຄຕລ  ແລະ ຜ່ານ​ຊ່ອງທາງເອເລັກໂຕນິກຕ່າງໆ ຂອງ ທຄຕລ ເພື່ອສ້າງຄວາມສະດວກສະບາຍ, ຊ່ວຍໃຫ້ທ່ານສາມາດປະຢັດເວລາໃນການຊໍາລະ ແລະ ທັນກຳນົດການ ເຊີ່ງທ່ານສາມາດຊໍາລະຄ່າໄຟຟ້າ, ຄ່ານໍ້າປະປາ, ຄ່າໂທລະສັບ,ຊໍາລະຄ່າບັດ LDTV, ຕື່ມມູນຄ່າບັດ PRETROTRADE, ຕື່ມມູນຄ່າບັດ TK, ​ຄ່າເຊົ່າສິນເຊື່ອ, ຄ່າປະກັນໄພ ແລະ ອື່ນໆ ເຊີ່ງທ່ານສາມາດຊໍາລະດ້ວຍໂຕທ່ານເອງໄດ້ທຸກເວລາ ຕະຫຼອດ 24 ຊົ່ວໂມງ

ເງື່ອນໄຂການໃຊ້ບໍລິການ

  • ທ່ານ​ຕ້ອງ​ມີ​ບັນຊີ​ເງິນ​ຝາກ​ປະຢັດ ຫຼື​ ບັນຊີ​ເງິນ​ຝາກກະ​ແສ​ລາຍ​ວັນຢູ່​ ທຄຕລ.
  • ຕ້ອງມີໃບບິນການຊໍາລະ
  • ທ່ານຕ້ອງສະໝັກນໍາໃຊ້ຜະລິດຕະພັນຂອງ ທຄຕລ ຢ່າງໃດຢ່າງໜຶ່ງ i-Bank/BCEL One/ATM/SMS Banking ຈື່ງສາມາດຊໍາລະໄດ້ ຫຼື ທ່ານສາມາດຊໍາລະຜ່ານປ່ອງບໍລິການເຄົາເຕີ ຂອງ ທຄຕລ ໄດ້ເລີຍ

ຟອມລົງທະບຽນ

   ທ່ານ​ສາມາດສະໝັກ ​ແລະ ​ປະກອບ​ແບບ​ຟອມ​ນໍາໃຊ້ຜະລິດຕະພັນໄດ້​ທີ່​ສໍານັກງານ​ໃຫຍ່, ໜ່ວຍ​ບໍລິການ ​ແລະ​ ສາຂາ​ຂອງທຄຕລ