ລະບົບຮັບຊໍາລະຄ່າພາສີທີ່ດິນຜ່ານລະບົບທະນາຄານ (Land Tax)

ຄຸນລັກສະນະ

  • ແມ່ນການຮ່ວມມືກັນລະຫວ່າງ ກົມສ່ວຍສາອາກອນ, ກະຊວງການເງິນ ແລະ ທຄຕລ. ລະບົບດັ່ງກ່າວແມ່ນໄດ້ເລີ່ມດຳເນີນການມາຕັ້ງແຕ່ເດືອນທັນວາ ປີ 2018 ໂດຍຈຸດປະສົງແມ່ນເພື່ອແນໃສ່ ລວມສູນການຈັດເກັບລາຍຮັບເຂົ້າງົບປະມານຂອງລັດໃຫ້ທັນຕາມເວລາ, ອໍານວຍຄວາມສະດວກໃຫ້ແກ່ການຈັດເກັບລາຍຮັບພາສີທີ່ດິນ, ມີຄວາມຖືກຕ້ອງ, ວ່ອງໄວ, ໂປ່ງໃສ ແລະ ສາມາດກວດສອບໄດ້.

ຊ່ອງທາງການຊໍາລະ

  • ສາມາດຈ່າຍຄ່າພາສີທີ່ດິນຜ່ານເຄົ້າເຕີບໍລິການ ແລະ BCEL One.
  • ຜ່ານປ່ອງບໍລິການ ແລະ Mobile App ຂອງທະນາຄານຕົວແທນ: ລາວ-ຫວຽດ, ພັດທະນາລາວ, ສົ່ງເສີມກະສິກໍາ, ບີຊີໄອ ແລະ ລາວ-ຈີນ.
  • ຜ່ານຕົວແທນຮັບຊໍາລະຄ່າພາສີທີ່ດິນ.