ບໍລິການ ຖອນ ATM

ຄຸນລັກສະນະ

  • ATM ແມ່ນມີຄວາມໝາຍຫຍໍ້ມາຈາກຄຳວ່າ Automated Teller Machine ເປັນອຸປະກອນ ທີ່ໃຊ້ຮອງຮັບເຂົ້າໃນການ​ໃຫ້ບໍລິການດ້ານທຸລະກຳການເງິນ-ການທະນາຄານ ນອກສະຖານທີເຊິ່ງເປັນ​ທາງ​ເລືອກສໍາລັບທ່ານທີ່ບໍ່ສະດວກ ໃນການເຂົ້າມາຖອນເງິນສົດໃນທະນາຄານ ຫຼື ເຮັດທຸລະກຳການເງິນໃນທະນາຄານ
  • ຕູ້ATM ແມ່ນສາມາດຮອງຮັບການບໍລິການຫຼາຍຢ່າງເຊັນ: ບໍລິການຖອນເງິນສົດ, ໂອນເງິນຈາກບັນຊີໜຶ່ງຫາບັນຊີໜຶ່ງ (ໃນສະກຸນດຽວກັນໄດ້), ກວດຍອດເງິນເຫຼືອໃນ ບັນຊີ, ກວດເບິ່ງການເຄື່ອນໄຫວລ່າສຸດຂອງບັນຊີ, ໂອນເງິນຂ້າມທະນາຄານ (LAPNet), ຖອນເງິນສົດ QR Code.

ຜົນປະໂຫຍດທີ່ໄດ້ຮັບ

  • ປະຢັດ​ເວລາ ແລະ​ ຄ່າ​ໃຊ້​ຈ່າຍ, ຂັ້ນ​ຕອນ​ການນໍາໃຊ້​ສະດວກ ວ່ອງ​ໄວ ຈາກຕູ້​ເອທີ​ເອັມ ທຄຕລ ທົ່ວປະ​ເທດ ທີ່​ຕັ້ງ​ຢູ່​ໃກ້​ທ່ານ, ສາມາດ​ໂອນ​ເງິນ​ໄດ້​ຢ່າງສະດວກ ວ່ອງ​ໄວ ​ຜູ້​ຮັບ​​ເງິນປາຍທາງ​ໄດ້​ຮັບ​ເງິນ​ທັນທີ ​ໂດຍ​ບໍ່ເສຍ​ຄ່າ​ທໍານຽມ​ໃດໆ, ສາມາດ​ໃຊ້ບໍລິການຕູ້​ເອທີ​ເອັມ ທຄຕລ ໄດ້ທຸກຈຸດ ທົ່ວປະເທດ ຕະຫຼອດ 24 ຊົ່ວໂມງ.

​ເງື່ອນໄຂການໃຊ້ບໍລິການ

  • ATM ແມ່ນຕູ້ທີ່ໃຊ້ໂດຍສະເພາະແມ່ນຖອນເງິນສົດຢູ່ນອກສະຖານທີ່, ເພື່ອເປັນການຫຼຸດ ຜ່ອນໃນການໃຊ້ເງິນສົດໃນການເຄື່ອນຍ້າຍເປັນຈຳນວນຫຼາຍ, ສະນັ້ນ ທຄຕລ ຈຶ່ງໄດ້ ຕັ້ງໜ້າຂະຫຍາຍຕາໜ່າງການໃຫ້ການບໍລິການຈາກຕົວເມືອງສູ່ຊົນນະບົດເຂດຫ່າງໄກສອກຫຼີກ ໂດຍການນໍາເອົາຕູ້ເອທີເອັມໄປ ຕັ້ງຕາມຕົວເມືອງນ້ອຍ. ປັດຈຸບັນ ທຄຕລ ມີຕູ້ເອທີເອັມລວມທັງໜົດ 425 ໜ່ວຍ, ຂໍ້ມູນລາຍລະອຽດແມ່ນໃຫ້ເຂົ້າເບິ່ງຢູ່ສະຖານທີ່ຕັ້ງເອທີເອັມໃນໜ້າເວັບໄຊ້​ ຂອງ ທຄຕລ.