ຜະລິດ​ຕະພັນບັດ World Master Card

ຄຸນລັກສະນະ

  • ບັດ BCEL World Mastercard ແມ່ນບັດເຄຼດິດມາດສ໌ເຕີຄາດ ທີ່ເໝາະສົມສຳລັບລູກຄ້າທີ່ມັກການເດີນທາງ ແລະ ການໃຊ້ຈ່າຍຢ່າງມີລະດັບ. ດ້ວຍຕາໜ່າງການບໍລິການ ແລະ ສິດທິພິເສດທີ່ຄວບຄຸມ ແລະ ເປັນທີ່ຍອມຮັບຂອງຜູ້ຖືບັດໃນທົ່ວໂລກຂອງ Mastercard, ລູກຄ້າຈະໄດ້ຮັບຄວາມສະດວກສະບາຍ, ວ່ອງໄວ ແລະ ປອດໄພໃນການນຳໃຊ້ບັດ.
  • ລູກຄ້າສາມາດນຳໃຊ້ບັດເພື່ອຖອນເງິນສົດ, ຊໍາລະຄ່າສິນຄ້າບໍລິການຢູ່ຕາມຮ້ານຄ້າທັງພາຍໃນ ແລະ ຕ່າງປະເທດ, ຊໍາລະຄ່າສິນຄ້າ ແລະ ບໍລິການຜ່ານເວັບໄຊທ໌ຼຕ່າງໆທີ່ມີສັນຍາລັກຮັບບັດ Mastercard ພ້ອມທັງໄດ້ຮັບປະສົບການໃນການຊໍາລະຢ່າງມີລະດັບ ແລະ ສິດທິພິເສດທີ່ຫຼາຍກວ່າ.
  • ບັດເຄຼດິດຄືບັດແທນເງິນສົດລ່ວງໜ້າ ຫຼື ເປັນບັດສິນເຊື່ອ ທີ່ສະມາຊິກບັດຈະໄດ້ຮັບວົງເງິນສິນເຊື່ອຈາກທະນາຄານໂດຍອີງຕາມລະບຽບທີ່ວາງອອກ. ບັດດັ່ງກ່າວສາມາດໃຊ້ຊໍາລະຄ່າສິນຄ້າ ຫຼື ບໍລິການຕ່າງໆ ຫຼື ຈ່າຍເງິນຜ່ານອິນເຕີເນັດ. ໄລຍະເວລາປອດດອກເບ້ຍ ສູງສຸດ 45 ວັນ (ຂຶ້ນຢູ່ກັບວັນທີທີ່ໃຊ້ຈ່າຍ) ກໍລະນີຊໍາລະເຕັມຈຳນວນເງິນທີ່ຮຽກເກັບ ແລະ ຊໍາລະໃນເວລາທີ່ກຳນົດ.
  • ສາມາດເລືອກຊໍາລະຄ່າໃຊ້ຈ່າຍພຽງບາງສ່ວນແຕ່ຕ້ອງບໍ່ໜ້ອຍກວ່າຂັ້ນຕ່ຳ 10% ຂອງຍອດໜີ້ຕາມໃບແຈ້ງຍອດບັນຊີບັດເຄຼດິດ (Statement).

ຜົນປະໂຫຍດທີ່ໄດ້ຮັບ

  • ສາມາດລິ້ງວົງເງິນສິນເຊື່ອ ຫຼື ໃຊ້ວົງເງິນສິນເຊື່ອຮ່ວມກັບບັດເຄຼດິດປະເພດອື່ນຂອງທ່ານ ເຊັ່ນ: BCEL Visa Credit, BCEL Co-Brand Credit ແລະ BCEL JCB Credit.  ການອອກບັດທີ່ລິ້ງວົງເງິນດຽວກັນ ຈະເຮັດໃຫ້ທ່ານສາມາດຮັບສິດທິພິເສດ ແລະ ປະໂຫຍດໃນການນໍາໃຊ້ຈາກຫຼາຍຜະລິດຕະພັນບັດ.
  • ສ່ວນຫຼຸດພິເສດຈາກຮ້ານຄ້າ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າຮ່ວມກິດຈະກຳ ໃນແຕ່ລະໄລຍະ.
  • ເສຍຄ່າທຳນຽມ ສໍາລັບຊໍາລະຄ່າບໍລິການ ຫຼື ສິນຄ້າຈາກຮ້ານຄ້າສະມາຊິກ ແລະ ຕູ້ ATM ທຄຕລ.
  • ທ່ານສາມາດຕິດຕາມລາຍການເຄື່ອນໄຫວ ແລະ ຄວມຄຸມການນໍາໃຊ້ບັດເຄຼດິດຂອງທ່ານຜ່ານ BCEL One, ເຊິ່ງເປັນເຄື່ອງມືທີ່ຈະຊ່ວຍໃຫ້ທ່ານນໍາໃຊ້ບັດເຄຼດິດຂອງທ່ານໄດ້ຢ່າງສະດວກສະບາຍ ແລະ ປອດໄພຍິ່ງຂຶ້ນ. ສາມາດຊໍາລະຜ່ານຫຼາຍຊ່ອງທາງເຊັ່ນ: ການສັ່ງຊື້ຜ່ານເວັບໄຊ, ອີເມວ ຫຼືໂທລະສັບ.

ເງື່ອນໄຂ

ການນໍາໃຊ້

1. ບຸກຄົນສັນຊາດ​ລາວ ຫຼື ຕ່າງ​ປະ​ເທດ

2. ເປັນ​ບຸກຄົນ​ທີ່​ມີ​ລາຍ​ຮັບ​ໝັ້ນຄົງ

3. ມີ​ທີ່ຢູ່​ແນ່ນອນ, ຖ້າ​ເປັນ​ຄົນ​ຕ່າງປະ​ເທດຕ້ອງ​ມີ​ໃບ​ອະນຸຍາດ ຫຼື ​ການ​ຄໍ້າປະກັນ​ຈາກ​ອົງການ​ທີ່​ກ່ຽວຂ້ອງ

4. ມີ​ວົງເງິນ​ຄໍ້າປະກັນ (ສໍາລັບການຄ້ໍາດ້ວຍເງິນໂດລາແມ່ນໄດ້ວົງເງິນໃນບັດບໍ່ເກີນ 85% ຂອງວົງເງິນ   ຄ້ຳປະກັນ, ສ່ວນການຄ້ຳປະກັນດ້ວຍເງິນກີບແລະບາດແມ່ນໄດ້ວົງເງິນບໍ່ເກີນ 80%)

5. ຖ້າບໍ່ຕ້ອງການນຳໃຊ້ວົງເງິນຄ້ຳປະກັນ ແມ່ນສາມາດສະເໜີອອກບັດເຄຼດິດທີ່ບໍ່ມີຫຼັກຊັບຄ້ຳປະກັນ ໂດຍສະເໜີຜ່ານຄະນະກຳມະການສິນເຊື່ອຕາມລະບຽບການ

6. ມີ​ຄວາມ​ສາມາດ​ທາງ​​ດ້ານ​ການ​ປະພຶ​ດຕໍ່​ໜ້າ​ກົດໝາຍໃນ​ການ​ປະຕິບັດ​ສັນຍາ​ ​ແລະ ​ເງື່ອນ​​ໄຂຕ່າງໆ

7. ຕ້ອງ​ມີ​ບັນຊີ​ກັບ ທະນາຄານ​ການ​ຄ້າ​ຕ່າງປະ​ເທດ​ລາວ ມະຫາຊົນ ຢ່າງ​ໜ້ອຍ 1 ບັນຊີ, ມີບັດປະຈຳຕົວ ຫຼື ໜັງສື​ເດີນທາງ (passport) ຫຼື ປື້​ມສໍາມະໂນຄົວ

ໝາຍເຫດ

  • ອີງຕາມລະບຽບຂອງ ທຄຕລ, ແຕ່ລະບັດມີການກຳນົດວົງເງິນການຖອນເງິນສົດ ແລະ ການໃຊ້ຈ່າຍຕໍ່ຄັ້ງຕໍ່ວັນ. ຕາຕະລາງກ່ຽວກັບວົງເງິນການວົງເງິນການຖອນ, ການໃຊ້ຈ່າຍ ແລະ ຄໍາແນະນໍາການນໍາໃຊ້ແມ່ນລະບຸລະອຽດຢູ່ໃນໃບເງື່ອນໄຂທີ່ທາງທະນາຄານມອບໃຫ້ແກ່ທ່ານເພື່ອເປັນບ່ອນອີງໃນການນໍາໃຊ້. ສະນັ້ນ, ຜູ້ຖືບັດຄວນສຶກສາເງື່ອນໄຂໃຫ້ລະອຽດເພື່ອຄວາມເຂົ້າໃຈ ແລະ ສະດວກໃນການນຳໃຊ້ບັດ
  • ແຕ່ລະປະເພດບັດ ສາມາດຖອນເງິນສົດໄດ້ 50% ຂອງວົງເງິນສິນເຊື່ອ ຫຼື ສາມາດໃຊ້ຈ່າຍໄດ້ທັງໝົດ 100% ຂອງວົງເງິນສິນເຊື່ອ. 

ສິດທິປະໂຫຍດ

  1. ຟຣີປະກັນໄພທ່ອງທ່ຽວໃນເວລາເດີນທາງໄປຕ່າງປະເທດ (Oversea Travel Insurance)

ທຸກຄັ້້ງທີ່ທ່ານເດີນທາງໄປຕ່າງປະເທດ ແລະ ນຳໃຊ້ບັດ BCEL World Mastercard ຂອງທ່ານຊໍາລະຄ່າເດີນທາງ (ປີ້ຍົນ), ທ່ານຈະໄດ້ຮັບການຄຸ້ມຄອງຈາກແຜນປະກັນໄພທ່ອງທ່ຽວ ໃນຕະຫຼອດການເດີນທາງ ເປັນຕົ້ນ:

  • ຄ່າໃຊ້ຈ່າຍປິ່ນປົວສຸກເສີນ                              ສູງສຸດ 100.000 ໂດລາ
  • ຄ່າໃຊ້ຈ່າຍໃນການອົບພະຍົບ/ການຍ້າຍກັບຄືນຖິ່ນ     ສູງສຸດ 1.000.000 ໂດລາ
  • ຄ່າອຸບັດຕິເຫດບຸກຄົນ-ຕະຫຼອດການເດີນທາງ          ສູງສຸດ 85.000 ໂດລາ
  • ຄ່າເຂົ້າພັກຮັກສາທີ່ໂຮງໝໍ                              50 ໂດລາ/ວັນ ສູງສຸດເຖິງ 30 ວັນ
  • ຄ່າຊົດເຊີຍກໍລະນີກະເປົາເດີນທາງເສຍຫາຍ            ສູງສຸດ 1.500 ໂດລາ
  • ຄ່າຊົດເຊີຍກໍລະນີຖ້ຽວບິນລ່າຊ້າ                        75 ໂດລາ/ຊົ່ວໂມງ
  • ກະເປົາເດີນທາງລ່າຊ້າ                                   75 ໂດລາ/ຊົ່ວໂມງ

ແລະ ລາຍລະອຽດອື່ນໆສາມາດເບິ່ງເພີ່ມເຕີມໄດ້ຈາກເງື່ອນໄຂການຄຸ້ມຄອງປະກັນໄພ.

  • ຄຸ້ມຄອງກໍລະນີທີ່ທ່ານນຳໃຊ້ບັດຊໍາລະຄ່າສິນຄ້າ ແຕ່ບໍ່ໄດ້ຮັບເຄື່ອງ ຫຼື ເຄື່ອງທີ່ໄດ້ຮັບບໍ່ຖືກຕ້ອງຕາມລາຍການທີ່ຕ້ອງການ ຫຼື ນຳໃຊ້ບໍ່ໄດ້ເນື່ອງຈາກເປ່ເພເສຍຫາຍ ສູງສຸດ 1.500 ໂດລາ.

 

  1. ການລົງທະບຽນນໍາໃຊ້ຫ້ອງພັກຮັບຮອງ LoungeKey

BCEL World Mastercard ໄດ້ຮັບສິດເຂົ້າຫ້ອງພັກຮັບຮອງຂອງສະໜາມບິນຊັ້ນນໍາຕ່າງໆຟຣິ 2 ຄັ້ງ/ປີ. ແຕ່ກ່ອນເຂົ້່ານໍາໃຊ້ບໍລິການຫ້ອງພັກຮັບຮອງດັ່ງກ່າວນັ້ນ, ທ່ານຕ້ອງລົງທະບຽນຕາມຂັ້ນຕອນດັ່ງລຸ່ມນີ້:

  • ດາວໂຫຼດ Mastercard Airport Experience App ຢູ່ App Store ຫຼື Play Store ແລະ ລົງທະບຽນຜ່ານ App.
  • ປ້ອນເລກບັດ  ແລະ ອັກສອນແລນດອມເພື່ອຢືນຢັນ: ເພື່ອການຢືນຢັນ ແລະ ກວດສອບ, ທ່ານຕ້ອງເປີດຟັ່ງຊັ້ນອອນລາຍ ເພື່ອໃຫ້ລະບົບເຮັດລາຍການບ໊ອກເງິນໄວ້ຊົ່ວຄາວ 1 ໂດລາ, ແຕ່ລາຍການດັ່ງກ່າວນີ້ຈະບໍ່ຖືກຮຽກເກັບເຂົ້າບັດຂອງທ່ານ ແລະ ຈະຖືກປົດລ໊ອກພາຍໃນ 10 ວັນ.
  • ປ້ອນຂໍ້ມູນບັດ ແລະ ຕັ້ງ User: ປ້ອນຂໍ້ມູນບັດໃຫ້ຖືກຕ້ອງ (ເຊິ່ງຕ້ອງເປີດຟັ່ງຊັ່ນອອນລາຍໄວ້ກ່ອນ 1 ຄັ້ງ). ຫຼັງຈາກນັ້່ນກົດ Verify . ຈາກນັ້ນ. ປ້ອນຂໍ້ມູນສ່ວນຕົວ, ຊື່ ແລະ ນາມສະກຸນ, ເບີໂທຕິດຕໍ່ (00856-20-xxxxxxxx), ຕັ້ງ User ແລະ ລະຫັດສ່ວນຕົວ, ຕັ້ງຄໍາຖາມເພື່ອຄວາມປອດໄພ, ຫຼັງຈາກປ້ອນຂໍ້ມູນຄົບຖ້ວນແລ້ວກົດ Save.
  • ນໍາ User ແລະ ລະຫັດສ່ວນຕົວທີ່ທ່ານຕັ້ງເພື່ອເຂົ້າສູ່ລະບົບ.

ວົງເງິນສິນເຊື່ອ ຫຼື Credit Limit

  ບັດ BCEL World Mastercard                ≤ 100,000 ໂດລາ

 

ຄ່າທໍານຽມ

ຊະນິ​ດບັດ

ຄ່າ​ສະໝັກສະມາ​ຊິກ

ຄ່າ​ບໍາລຸງ​ຮັກສາ​ປະ​ຈໍາປີ

ບັດ​ຫຼັກ

ບັດ​ເສີມ

ບັດ​ຫຼັກ

ບັດ​ເສີມ

BCEL World Mastercard

35 USD

25 USD

75 USD

65 USD

 

ວົງເງິນໃຊ້ຈ່າຍຂອງບັດ

​ເນື້ອ​ໃນ

World Mastercard

​ໃນ​ປະ​ເທດ

​ຕ່າງປະ​ເທດ

ວົງ​ເງິນນໍາ​ໃຊ້/ມື້

30,000

USD

40,000 USD

ຈໍານວນ​ຄັ້ງ​ໃຊ້​ຈ່າຍ/ມື້

30 ຄັ້ງ

40 ຄັ້ງ

ວົງ​ເງິນ​ໃຊ້​ຈ່າຍ​ສູງ​ສຸດ/ຄັ້ງ

15,000

USD

18,000

USD

ວົງ​ເງິນ​ຖອນ​ສົດ/ມື້

2,000

USD

2,000

USD

ຈໍານວນ​ຄັ້ງຖອນ​ເງິນສົດ/ມື້

12 ຄັ້ງ

12 ຄັ້ງ