ບໍລິການບັດ BCEL VISA Platinum Credit

ຄຸນລັກສະນະ

  • ບັດວີ​ຊ່າແພຼດຕິນຳເຄຣດິດ ທຄຕລ  ແມ່ນຜະລິດຕະພັນບັດອີເລັກໂທຼນິກສາກົນ ຊະນິດໜຶ່ງ ທີ່ເປັນບັດ chip ຕາມມາດຕະຖານສາກົນເຊິ່ງມີຄວາມປອດໄພສູງ. ສາມາດນໍາໃຊ້ ເພື່ອຖອນເງິນສົດ ຫຼື ໃຊ້ຊໍາລະຄ່າສິນຄ້າ ຫຼື ການບໍລິການຕ່າງໆຕາມຄຸນລັກສະນະຂອງແຕ່ລະຊະນິດ ແລະ ແຕ່ລະປະເພດຂອງບັດ.
  • ເປັນ​ບັດ​ແທນ​ເງິນສົດ​ລ່ວງ​ໜ້າ ຫຼື ເປັນບັດສິນເຊື່ອ ທີ່ສະມາຊິກບັດຈະໄດ້ຮັບວົງເງິນສິນເຊື່ອຈາກທະນາຄານໂດຍອີງຕາມລະບຽບທີ່ວາງອອກ. ບັດດັ່ງກ່າວສາມາດໃຊ້ຊໍາລະຄ່າສິນຄ້າ ຫຼື ບໍລິການຕ່າງໆ ຫຼື ຈ່າຍເງິນ​ຜ່ານ​ອິນ​ເຕີ​ເນັດ. ໄລຍະເວລາປອດດອກເບ້ຍ ສູງສຸດ 45 ວັນ (ຂື້ນຢູ່ກັບວັນທີທີ່ໃຊ້ຈ່າຍ) ກໍລະນີຊໍາລະເຕັມຈຳນວນເງິນທີ່ຮຽກເກັບ ແລະ ຊໍາລະໃນເວລາທີ່ກຳນົດ.
  • ສາມາດເລືອກຊໍາລະຄ່າໃຊ້ຈ່າຍພຽງບາງສ່ວນແຕ່ຕ້ອງບໍ່ໜ້ອຍກວ່າຂັ້ນຕ່ຳ 10% ຂອງຍອດໜີ້ຕາມໃບແຈ້ງຍອດບັນຊີບັດເຄຣດິດ (Statement), ຕໍ່າສຸດ 20 ໂດລາ.

ຜົນປະໂຫຍດທີ່ໄດ້ຮັບ

  • ສາມາດຊໍາລະສິນຄ້າດ້ວຍ Chip Contactless ຫຼື ຟັງຊັ້ນ Tap & Go ແຕະເພື່ອຈ່າຍງ່າຍ ແລະ ໄວຂື້ນ.
  • ສາມາດໃຊ້ແທນ​ເງິນ​ສົດ ​ແລະ ​​ແຊັ​ກ ຢ່າງ​ສະດວກ​ສະບາຍ ​ແລະ ປອດ​ໄພ ເພື່ອຊໍາລະ​ສະ​ສາງ​ຄ່າ​ສິນຄ້າ ຫຼື ​ບໍລິການ ​ແລະ ທ່ອງ​ທ່ຽວ​ໄປ​ສະຖານ​ທີ່​ຕ່າງໆທີ່ມີສັນຍາລັກຮັບບັດວີຊ່າໃນ​ທົ່ວໂລກ ​ໂດຍ​ບໍ່​ຈໍາ​ເປັນ​ຕ້ອງ​ຖື​ເງິນສົດ​ເປັນ​ຈໍານວນ​ຫຼາຍ.
  • ສາມາດຊື້​ສິນຄ້າ ຫຼື ຊໍາລະ​ຄ່າ​ບໍລິການ ຜ່ານ Internet ​ໄດ້, ສາມາດ​ໃຊ້​ບໍລິການ​ຊໍາລະ​ສະ​ສາງຕາມ​​ຮ້ານຄ້າ ​ແລະ ຈຸດ​ບໍລິການຕ່າງໆ ຜ່ານ​ເຄື່ອງຮູດ​ບັດ (EDC/POS) ແລະ ນຳໃຊ້ຖອນເງິນສົດຜ່ານຕູ້​ເອທີເອັມໄດ້ທຸກຈຸດ ທົ່ວ​ໂລກ ທີ່​ມີສັນຍາ​ລັກ​ VISA.
  • ສາມາດລິ້ງວົງເງິນສິນເຊື່ອ ຫຼື ໃຊ້ວົງເງິນສິນເຊື່ອຮ່ວມກັບບັດເຄຣດິດປະເພດອື່ນຂອງທ່ານ ເຊັ່ນ: BCEL Co-Brand, BCEL JCB Credit ແລະ BCEL World Mastercard.  ການອອກບັດທີ່ລີ້ງວົງເງິນດຽວກັນຈະບໍ່ມີຄ່າທຳນຽມສະໝັກບັດ ແລະ ເຮັດໃຫ້ທ່ານສາມາດຮັບສິດທິພິເສດ ແລະ ປະໂຫຍດໃນການນໍາໃຊ້ຈາກຫຼາຍຜະລິດຕະພັນບັດ.
  • ສາມາດຕິດຕາມລາຍການເຄື່ອນໄຫວ ແລະ ຄວມຄຸມການນໍາໃຊ້ບັດເຄຣດິດຂອງທ່ານຜ່ານ BCEL One ເຊິ່ງຈະຊ່ວຍໃຫ້ທ່ານນໍາໃຊ້ບັດເຄຣດິດຂອງທ່ານໄດ້ຢ່າງສະດວກສະບາຍ ແລະ ປອດໄພຍິ່ງຂຶ້ນ.

ເງື່ອນໄຂ

ການນໍາໃຊ້

  1. ບຸກຄົນສັນຊາດ​ລາວ ຫຼື ຕ່າງ​ປະ​ເທດ;
  2. ເປັນ​ບຸກຄົນ​ທີ່​ມີ​ລາຍ​ຮັບ ແລະ ອາຊີບທີ່​ໝັ້ນຄົງ;
  3. ມີ​ທີ່ຢູ່​ແນ່ນອນ, ຖ້າ​ເປັນ​ຄົນ​ຕ່າງປະ​ເທດຕ້ອງ​ມີ​ໃບ​ອະນຸຍາດ ຫຼື ​ການ​ຄໍ້າປະກັນ​ຈາກ​ອົງການ​ທີ່​ກ່ຽວຂ້ອງ;
  4. ມີ​ວົງເງິນ​ຄໍ້າປະກັນ (ສໍາລັບການຄ້ໍາດ້ວຍເງິນໂດລາແມ່ນໄດ້ວົງເງິນໃນບັດບໍ່ເກີນ 85% ຂອງວົງເງິນຄ້ຳປະກັນ, ສ່ວນການຄ້ຳປະກັນດ້ວຍເງິນກີບແລະບາດແມ່ນໄດ້ວົງເງິນບໍ່ເກີນ 80%);
  5. ຖ້າບໍ່ຕ້ອງການນຳໃຊ້ວົງເງິນຄ້ຳປະກັນ ແມ່ນສາມາດສະເໜີອອກບັດເຄຣດິດທີ່ບໍ່ມີຫຼັກຊັບຄ້ຳປະກັນ ຫຼື ມີຫລັກຊັບຄໍ້າປະກັນ (ດິນເປົ່າຫວ່າງ, ສິ່ງປຸກສ້າງ+ດິນ, ເງິນຝາກນຳທະນາຄານອື່ນ) ໂດຍພິຈາລະນາຕາມລະບຽບການ, ອີງຕາມແຫຼ່ງລາຍຮັບ, ອາຊີບ, ປະຫວັດທຸລະກຳທາງບັນຊີ, ປະຫວັດການກູ້ຢືມ (ຖ້າມີ), ຫຼື ຈາກຫຼັກຊັບທີ່ນຳມາຄໍ້າປະກັນ ແລະ ເງື່ອນໄຂອື່ນໆທີ່່ເຫັນວ່າຈຳເປັນ;
  6. ມີ​ຄວາມ​ສາມາດ​ທາງ​​ດ້ານ​ການ​ປະພຶ​ດຕໍ່​ໜ້າ​ກົດໝາຍໃນ​ການ​ປະຕິບັດ​ສັນຍາ​ ​ແລະ ​ເງື່ອນ​​ໄຂຕ່າງໆ;
  7. ຕ້ອງ​ມີ​ບັນຊີ​ກັບ ທະນາຄານ​ການ​ຄ້າ​ຕ່າງປະ​ເທດ​ລາວ ມະຫາຊົນ ຢ່າງ​ໜ້ອຍ 1 ບັນຊີ, ມີບັດປະຈຳຕົວ ຫຼື ໜັງສື​ເດີນທາງ (passport) ຫຼື ປື້​ມສໍາມະໂນຄົວ ທີ່ຍັງບໍ່ໝົດອາຍຸ;

ໝາຍເຫດ

  • ອີງຕາມລະບຽບຂອງ ທຄຕລ, ແຕ່ລະບັດມີການກຳນົດວົງເງິນການຖອນເງິນສົດ ແລະ ການໃຊ້ຈ່າຍຕໍ່ຄັ້ງຕໍ່ວັນ. ຕາຕະລາງກ່ຽວກັບວົງເງິນການວົງເງິນການຖອນ, ການໃຊ້ຈ່າຍ ແລະ ຄໍາແນະນໍາການນໍາໃຊ້ແມ່ນລະບຸລະອຽດຢູ່ໃນໃບເງື່ອນໄຂທີ່ທາງທະນາຄານມອບໃຫ້ແກ່ທ່ານເພື່ອເປັນບ່ອນອີງໃນການນໍາໃຊ້. ສະນັ້ນ, ຜູ້ຖືບັດຄວນສຶກສາເງື່ອນໄຂໃຫ້ລະອຽດເພື່ອຄວາມເຂົ້າໃຈ ແລະ ສະດວກໃນການນຳໃຊ້ບັດ.
  • ແຕ່ລະປະເພດບັດ ສາມາດຖອນເງິນສົດໄດ້ 100% ຂອງວົງເງິນສິນເຊື່ອ ແລະ ສາມາດໃຊ້ຈ່າຍໄດ້ທັງ       ໝົດ 100% ຂອງວົງເງິນສິນເຊື່ອ. 

ວົງເງິນສິນເຊື່ອ ຫຼື Credit Limit

ບັດ BCEL Visa Platinum Credit                     ≤ 100,000 ໂດລາ

ຄ່າທໍານຽມ

ຊະນິ​ດບັດ

ຄ່າ​ສະໝັກສະມາ​ຊິກ

ຄ່າ​ບໍາລຸງ​ຮັກສາ​ປະ​ຈໍາປີ

 

ບັດ​ຫຼັກ

ບັດ​ເສີມ

ບັດ​ຫຼັກ

ບັດ​ເສີມ

 

VISA Platinum Credit

35 USD

25 USD

75 USD

65 USD

 

 

ວົງເງິນໃຊ້ຈ່າຍ ຂອງບັດ

ເນື້ອ​ໃນ

VISA Platinum Credit

​ໃນ​ປະ​ເທດ

​ຕ່າງປະ​ເທດ

ວົງ​ເງິນນໍາ​ໃຊ້/ມື້ (ໂດລາ)

30,000

40,000

ຈໍານວນ​ຄັ້ງ​ໃຊ້​ຈ່າຍ/1ມື້

50

60

ວົງ​ເງິນ​ໃຊ້​ຈ່າຍ​ສູງ​ສຸດ/ຄັ້ງ (ໂດລາ)

30,000

36,000

ວົງ​ເງິນ​ຖອນ​ສົດ/1ມື້ (ໂດລາ)

4,000

4,000

ຈໍານວນ​ຄັ້ງຖອນ​ເງິນສົດ/1ມື້

20

30

ວົງເງິນຖອນສົດສູງສຸດ/ຄັ້ງ (ໂດລາ)

4,000

4,000

ວົງເງິນໃຊ້ຈ່າຍອອນລາຍສູງສຸດ/1ມື້ (ໂດລາ)

15,000

18,000

ຈຳນວນຄັ້ງໃຊ້ຈ່າຍອອນລາຍ/1ມື້

20

30