1. ເງິນກູ້ແບບໝູນວຽນ (Revolving Loan)

ເງິນກູ້ແບບໝູນວຽນ (Revolving Loan)

ຄຸນລັກສະນະ

  • ຊ່ວຍເພີ່ມທຶນໝູນວຽນໃນການຈັດຊື້ວັດຖຸດິບ, ອຸປະກອນ, ຈ່າຍຄ່າແຮງງານ ແລະ ເພີ່ມສະພາບຄ່ອງໃຫ້ກັບທຸລະກິດ
  • ທີ່ເໝາະສົມສໍາລັບທຸລະກິດຂະແໜງການຄ້າ, ການບໍລິການ, ໂຄງການ ແລະ ອື່ນໆ

ຈຸດເດັ່ນ

  • ເພີ່ມ​ສະພາບ​ຄ່ອງ ​ໃຫ້​ກັບທຸລະກິດ
  • ​​ເບີກ​ຖອນ ຊໍາລະ​ຄືນ ​ໄດ້​ຕະຫຼອດໄລຍະສັນຍາເງິນກູ້
  • ຄິດໄລ່ດອກເບ້ຍ ຕາມຍອດເຫຼືອເງິນກູ້
  • ບໍ່ຕ້ອງແບກຮັບພາລະດອກເບັ້ຍສູງ

ຄຸນສົມບັດຂອງຜູ້ກູ້ຢືມ

  • ມີໃບທະບຽນວິສາຫະກິດ
  • ມີປະຫວັດການດໍາເນີນທຸລະກິດທີ່ດີ

ເອກະສານປະກອບຫຼັກ

  • ຂໍ້ມູນພື້ນຖານກ່ຽວກັບຜູ້ກູ້ຢືມ
  • ເອກະສານກ່ຽວກັບທຸລະກິດ
  • ເອກະສານດ້ານການເງິນ

ວົງ​ເງິນ​ສິນ​ເຊື່ອ

  • ຂຶ້ນກັບຄວາມຕ້ອງການທຶນ ແລະ ຄວາມສາມາດຊໍາລະຕົວຈິງຂອງຫົວໜ່ວຍທຸລະກິດ

ອັດຕາດອກເບ້ຍ (ຕໍ່ປີ)

  • ສະກຸນ​ເງິນກີບ 9% - 9,75% , ສະກຸນເງິນ ໂດລາ/ບາດ 7.25% - 9.25%

ຄ່າ​ທຳ​ນຽມ

  • ຄ່າທໍານຽມປະເມີນຫຼັກຊັບ 0,2% ຂອງວົງເງິນອະນຸມັດ (ສູງສຸດບໍ່ເກີນ 5 ລ້ານກີບ), ຄ່າທໍານຽມອະນຸມັດ 0,5 – 1% ຂອງວົງເງິນອະນຸມັດ

ໄລຍະເວລາກູ້ຢືມ

  • 3 ປີ - 5 ປີ

ການ​ຊໍາລະ​ຄືນ

  • ສາມາດຊໍາລະ ແລະ ຖອນເງິນກູ້ໄດ້ຕາມຄວາມຕ້ອງການຂອງລູກຄ້າ, ແຕ່ຕ້ອງຊໍາລະເງິນກູ້ທັງໝົດເມື່ອຄົບກໍານົດສັນຍາ

ຫຼັກ​ຊັບ​ຄ້ຳປະກັນ

  • ໃບຕາດິນ+ສິ່ງປຸກສ້າງ, ເງິນຝາກນໍາ ທຄຕລ ແລະ ອື່ນໆ

ໝາຍເຫດ

ອັດຕາດອກເບ້ຍ ແລະ ຄ່າທໍານຽມ ອາດຈະປ່ຽນແປງຕາມການປະກາດໃຊ້ໃນແຕ່ລະໄລຍະ

2. ເງິນກູ້ຄົງທີ່ (Fixed Loan)

ເງິນກູ້ຄົງທີ່ (Fixed Loan)

ຄຸນລັກສະນະ

  • ລົງທຶນຄົງທີ່  ເປັນຕົ້ນ: ກໍ່ສ້າງໂຮງງານ, ອາຄານ, ໂຮງແຮມ, ຊື້ເຄື່ອງຈັກ ຫຼື ໂຄງການໄລຍະຍາວອື່ນໆ;
  • ສາມາດນໍາໃຊ້ເປັນທຶນໝູນວຽນ ສໍາລັບໂຄງການ ຫຼື ໄລຍະຍາວ;
  • ເໝາະສໍາລັບທຸລະກິດທີ່ຕ້ອງການລົງທຶນໃນຊັບສິນຄົງທີ່ ຫຼື ໂຄງການຕ່າງໆ ທີ່ຕ້ອງໃຊ້ເວລາໃນການສ້າງກະແສເງິນສົດ-ລາຍຮັບ

ຈຸດເດັ່ນ

 

  • ອາຍຸສັນຍາໃນການກູ້ຢືມຍາວ
  • ​ເປັນທຶນໝູນວຽນ ຫຼື ທຶນຄົງທີ່ກໍ່ໄດ້
  • ແບ່ງງວດຊໍາລະຕາມກະແສເງິນສົດຕົວຈິງ
  • ຄິດໄລ່ດອກເບ້ຍ ຕາມຍອດເຫຼືອເງິນກູ້
  • ບໍ່ຕ້ອງແບກຮັບພາລະດອກເບັ້ຍສູງ

ຄຸນສົມບັດ

ຂອງຜູ້ກູ້ຢືມ

  • ມີໃບທະບຽນທຸລະກິດ
  • ມີປະຫວັດການດໍາເນີນທຸລະກິດດີ

ເອກະສານປະກອບ​ຫຼັກ

  • ຂໍ້ມູນພື້ນຖານກ່ຽວກັບຜູ້ກູ້ຢືມ
  • ເອກະສານກ່ຽວກັບທຸລະກິດ
  • ​​ເອກະສານດ້ານການເງິນ

ວົງ​ເງິນ​ສິນ​ເຊື່ອ

  • ບໍ່ເກີນ 60% ຂອງມູນຄ່າໂຄງການ (ສໍາລັບລູກຄ້າໃໝ່)
  • ບໍ່ເກີນ 50% ຂອງມູນຄ່າໂຄງການ (ສຳລັບລູກຄ້າໃໝ່ ມີປະຫວັດການດຳເນີນທຸລະກິດໃໝ່ບໍ່ເຖິງ 2 ປີ)

ອັດຕາ​ດອກ​ເບ້ຍ (ຕໍ່​ປີ)

  • ສະກຸນ​ເງິນກີບ 9%-10,50%, ສະກຸນໂດ​ລາ/ບາດ 7,25%-10,25%

ຄ່າ​ທຳ​ນຽມ

  • ຄ່າທໍານຽມປະເມີນຫຼັກຊັບ 0,2% ຂອງວົງເງິນອະນຸມັດ (ສູງສຸດບໍ່ເກີນ 5 ລ້ານກີບ), ຄ່າທໍານຽມອະນຸມັດ 0,5 – 1% ຂອງວົງເງິນອະນຸມັດ

ໄລຍະ​ເວລາກູ້ຢືມ

  • 1 ປີ, 3 ປີ, ຫຼື 5 ປີ ຂຶ້ນໄປ ຫຼື ອີງຕາມອາຍຸສໍາປະທານໂຄງການ

ການຊໍາລະຄືນ

  • ອີງຕາມລາຍຮັບທຸລະກິດ

ຫຼັກ​ຊັບ​ຄ້ຳປະກັນ

  • ໃບຕາດິນ+ສິ່ງປຸກສ້າງ, ເງິນຝາກນໍາ ທຄຕລ  ຫຼື ອື່ນໆ

ໝາຍເຫດ

ອັດຕາດອກເບ້ຍ ແລະ ຄ່າທໍານຽມ ອາດຈະປ່ຽນແປງຕາມການປະກາດໃຊ້ໃນ ແຕ່ລະໄລຍະ

3. ເງິນກູ້ລ່ວງໜ້າ (Advance Loan)

ເງິນກູ້ລ່ວງໜ້າ (Advance Loan)

ຄຸນລັກສະນະ

  • ເສີມສະພາບຄ່ອງ ໃນຊ່ວງລໍຖ້າການຮັບເງິນ ແຕ່ບໍ່ເກີນ 3 ເດືອນ
  • ​ເໝາະສໍາລັບທຸລະກິດຮັບເໝົາກໍ່ສ້າງ, ຈັດຊື້ ແລະ ອື່ນໆ ທີ່ຕ້ອງໃຊ້ເວລາ ໃນການຮຽກເກັບເງິນ ຈາກເຈົ້າຂອງໂຄງການ ຫຼື ຄູ່ຄ້າທຸລະກິດ

ຈຸດເດັ່ນ

  • ​​ເພີ່ມທຶນໝູນວຽນໃນຊ່ວງລໍຖ້າການຊໍາລະສະສາງ
  • ​ອະນຸມັດໂດຍໃຊ້ສັນຍາທາງທຸລະກິດ ຫຼື ໃບຮຽກເກັບເງິນເປັນຫຼັກຊັບຄໍ້າປະກັນ
  • ຄິດໄລ່ດອກເບ້ຍ ຕາມຍອດເຫຼືອເງິນກູ້
  • ບໍ່ຕ້ອງແບກຮັບພາລະດອກເບັ້ຍສູງ

ຄຸນສົມບັດຂອງຜູ້ກູ້ຢືມ

  • ມີໃບທະບຽນວິສາຫະກິດ
  • ມີແຫຼ່ງລາຍຮັບແນ່ນອນ ແລະ ແຫຼ່ງລາຍຮັບຕ້ອງຈ່າຍຜ່ານ BCEL
  • ມີປະຫວັດການດໍາເນີນທຸລະກິດທີ່ດີ

ເອກະສານປະກອບຫຼັກ

  • ຂໍ້ມູນພື້ນຖານກ່ຽວກັບຜູ້ກູ້ຢືມ
  • ເອກະສານກ່ຽວກັບທຸລະກິດ
  • ເອກະສານດ້ານການເງິນ

ວົງ​ເງິນ​ສິນ​ເຊື່ອ

  • ສຸງສຸດບໍ່ເກີນ 85% ຂອງໃບຮຽກເກັບເງິນ ຫຼື ສັນຍາທຸລະກິດ

ອັດຕາດອກເບ້ຍ (ຕໍ່ປີ)

  • ສະກຸນ​ເງິນ ກີບ 13%, ສະກຸນ​ເງິນໂດ​ລາ/ບາດ 11,5%

ຄ່າ​ທຳ​ນຽມ

  • ຄ່າທໍານຽມອະນຸມັດ 0,5% ຂອງວົງເງິນອະນຸມັດ

ໄລຍະເວລາກູ້ຢືມ

  • ບໍ່ເກີນ 03 ເດືອນ

ການ​ຊໍາລະ​ຄືນ

  • ຕັດຈາກບັນຊີຜູ້ກູ້ຢືມທັນທີເມື່ອໄດ້ລາຍຮັບຈາກຜູ້ສະໜອງ

ຫຼັກ​ຊັບ​ຄ້ຳປະກັນ

  • ເອກະສານອ້າງອີງເຖິງແຫຼ່ງລາຍຮັບທີ່ຈະໄດ້ ຫຼື ຕາມການຮຽກຮ້ອງຂອງ ທຄຕລ ແລະ ທີ່ດິນ+ສິ່ງປຸກສ້າງ (ຖ້າຈໍາເປັນ)

ໝາຍເຫດ

ອັດຕາດອກເບ້ຍ ແລະ ຄ່າທໍານຽມ ອາດຈະປ່ຽນແປງຕາມການປະກາດໃຊ້ໃນ ແຕ່ລະໄລຍະ

4. ເງິນກູ້ຄໍ້າປະກັນດ້ວຍເງິນຝາກ

ເງິນກູ້ຄໍ້າປະກັນດ້ວຍເງິນຝາກ

ຄຸນລັກສະນະ

  • ເພື່ອເສີມສະພາບຄ່ອງໃນໄລຍະລໍຖ້າເງິນຝາກປະຈໍາຮອດກໍານົດ
  • ເໝາະສໍາລັບທຸລະກິດ ຫຼື ບຸກຄົນທີ່ມີເງິນຝາກປະຈໍາ

ຈຸດເດັ່ນ

  • ປະກອບເອກະສານງ່າຍ ພິຈາລະນາໃຫ້ກູ້ຢືມໃຊ້ເວລາສັ້ນ ຄື ບໍ່ເກີນ 3 ວັນລັດຖະການ
  • ສືບຕໍ່ມີລາຍຮັບດອກເບ້ຍຈາກເງິນຝາກປະຈໍາ.
  • ຄິດໄລ່ດອກເບ້ຍຕາມຍອດເຫຼືອເງິນກູ້
  • ບໍ່ຕ້ອງແບກຮັບພາລະດອກເບັ້ຍສູງ

ຄຸນສົມບັດ​ຂອງ​ຜູ້​ກູ້

  • ບຸກຄົນທົ່ວໄປ ຫຼື ຜູ້ປະກອບທຸລະກິດ
  • ມີບັນຊີເງິນຝາກປະຈໍານໍາ ທຄຕລ ຫຼື ທະນາຄານອື່ນຢູ່ພາຍໃນປະເທດ

ເອກະສານ​ປະກອບ​ຫຼັກ

  • ຂໍ້​ມູນ​ພື້ນຖານ​ກ່ຽວ​ກັບ​ຜູ້​ກູ້​ຢືມ
  • ລາຍລະອຽດຂອງບັນຊີເງິນຝາກ
  • ເອກະສານ​ກ່ຽວ​ກັບ​ທຸລະ​ກິດ (ຖ້າມີ)

ວົງ​ເງິນ​ສິນ​ເຊື່ອ

  • ສູ​ງສຸດ​ບໍ່ເກີນ 85% ຂອງ​ເງິນ​ຍອດເງິນຝາກປະຈໍາ

ອັດຕາ​ດອກ​ເບ້ຍ (ຕໍ່​ປີ)

  • ສະກຸນ​ເງິນກີບ 9% - 10,50%, ສະກຸນໂດ​ລາ/ບາດ 7,25% - 10,25%

ຄ່າ​ທຳ​ນຽມ

  • ຄ່າທໍານຽມອະນຸມັດ 0,3% - 0,8%  ຂອງ​ວົງ​ເງິນ​​​​ອະນຸມັດ

ໄລຍະ​ເວລາກູ້ຢືມ

  • ອີງ​ຕາມ​ມື້​ໝົດ​ກຳນົດຂອງ​ເງິນ​ຝາກ ຫຼື ຂຶ້ນກັບການເຈລະຈາ

ການຊໍາລະຄືນ

  • ຕັດ​ຈາກບັນຊີ​ເງິນ​ຝາກ ຫຼື​/ແລະ ​ແຫຼ່ງລາຍ​ຮັບ​ອື່ນ

ຫຼັກຊັບຄໍ້າປະກັນ

  • ບັນຊີຝາກປະຈໍານໍາ ທຄຕລ ຫຼື ທະນາຄານອື່ນຢູ່ພາຍໃນປະເທດ

ໝາຍເຫດ

ອັດຕາດອກເບ້ຍ ແລະ ຄ່າທໍານຽມ ອາດຈະປ່ຽນແປງຕາມການປະກາດໃຊ້ໃນ ແຕ່ລະໄລຍະ

5. ເງິນກູ້ເບີກເກີນບັນຊີ (O/D)

ເງິນກູ້ເບີກເກີນບັນຊີ (O/D)

ຄຸນລັກສະນະ

  • ຖອນນໍາໃຊ້ເງິນກູ້ໄດ້ສູງກວ່າວົງເງິນຝາກກະແສລາຍວັນ
  • ເໝາະສໍາລັບທຸລະກິດການຄ້າ (ຂາຍຍ່ອຍ-ສົ່ງ), ບໍລິການ ແລະ ອື່ນໆ ທີ່ຕ້ອງເພີ່ມທຶນໝູນວຽນວ່ອງໄວ ໃນຊ່ວງລໍຖ້າການຮັບຊໍາລະ

 

ຈຸດເດັ່ນ

  • ​​ເສີມສະພາບຄ່ອງໃຫ້ກັບທຸລະກິດ
  • ​​ເບີກຖອນເງິນດ້ວຍຕົວທ່ານເອງຜ່ານບັດ​ ATM
  • ຄິດໄລ່ດອກເບ້ຍຕາມຍອດເຫຼືອເງິນກູ້
  • ບໍ່ຕ້ອງແບກຮັບພາລະດອກເບັ້ຍສູງ

 

ຄຸນສົມບັດຂອງຜູ້ກູ້ຢືມ

  • ມີໃບທະບຽນວິສາຫະກິດ ຫຼື ບຸກຄົນ
  • ມີປະຫວັດການດໍາເນີນທຸລະກິດທີ່ດີ
  • ຜ່ານມາປະຕິບັດສັນຍາໄດ້ດີ

 

ເອກະສານປະກອບຫຼັກ

  • ຂໍ້ມູນພື້ນຖານກ່ຽວກັບຜູ້ກູ້ຢືມ
  • ​ເອກະສານກ່ຽວກັບທຸລະກິດ
  • ເອກະສານດ້ານການເງິນ

 

ວົງ​ເງິນ​ສິນ​ເຊື່ອ

  • ສຸງສຸດ​ເຖິງ 500 ລ້ານ​ກີບ

 

ອັດຕາດອກເບ້ຍ (ຕໍ່ປີ)

  • ສະກຸນ​ເງິນກີບ 13%, ສະກຸນ​ເງິນໂດ​ລາ/ບາດ 11,5%

 

ຄ່າ​ທຳ​ນຽມ

  • ຄ່າທໍານຽມປະເມີນຫຼັກຊັບ 0,2% ຂອງວົງເງິນອະນຸມັດ (ສຸງສຸດບໍ່ເກີນ 5 ລ້ານກີບ), ຄ່າອະນຸມັດ 1% ​ຂອງວົງ​ເງິນອະນຸມັດ

 

ໄລຍະເວລາກູ້ຢືມ

  • ສຸງສຸດ 01 ປີ

 

ຫຼັກ​ຊັບ​ຄ້ຳປະກັນ

  • ໃບຕາ​ດິນ+ສິ່ງປຸກສ້າງ, ​ເງິນ​ຝາກນໍາ ທຄຕລ ແລະ ອື່ນໆ

 

ໝາຍເຫດ

ອັດຕາດອກເບ້ຍ ແລະ ຄ່າທໍານຽມ ອາດຈະປ່ຽນແປງຕາມການປະກາດໃຊ້ໃນ ແຕ່ລະໄລຍະ

6. ເງິນກູ້ລ່ວງໜ້າເພື່ອການສົ່ງອອກ (Packing Credit) 

ເງິນກູ້ລ່ວງໜ້າເພື່ອການສົ່ງອອກ (Packing Credit)

ຄຸນລັກສະນະ

  • ເສີມສະພາບຄ່ອງ ໃນຊ່ວງກະກຽມສົ່ງສິນຄ້າ ແລະ ລໍຖ້າຮຽກເກັບເງິນ
  • ເໝາະສໍາລັບທຸລະກິດການຄ້າ, ຈັດຊື້-ຈັດສົ່ງ ແລະ ອື່ນໆ

ຈຸດເດັ່ນ

  • ສົ່ງສິນຄ້າໄດ້ທັນເວລາ
  • ເພີ່ມທຶນໝູນວຽນໃນການກະກຽມສິນຄ້າຕາມການສັ່ງຊື້
  • ຄິດໄລ່ດອກເບ້ຍຕາມຍອດເຫຼືອເງິນກູ້
  • ບໍ່ຕ້ອງແບກຮັບພາລະດອກເບັ້ຍສູງ

ຄຸນສົມບັດຂອງຜູ້ຂໍກູ້

  • ມີໃບທະບຽນວິສາຫະກິດ
  • ມີປະຫວັດການດໍາເນີນທຸລະກິດທີ່ດີ
  • ຕ້ອງມີ L/C ເປີດມາ (Irrevocable letter of credit)

ເອກະສານປະກອບຫຼັກ

  • ເອກະສານລະອຽດກ່ຽວກັບການສົ່ງອອກ
  • ຂໍ້ມູນພື້ນຖານກ່ຽວກັບຜູ້ກູ້ຢືມ
  • ​​ເອກະສານກ່ຽວກັບທຸລະກິດ
  • ​​ເອກະສານດ້ານການເງິນ

ວົງ​ເງິນ​ສິນ​ເຊື່ອ

  • ສູງສຸດເຖິງ 70% ຂອງໜັງສືສິນເຊື່ອ (LC) ເປີດມາ

ອັດຕາດອກເບ້ຍ (ຕໍ່ປີ)

  • ສະກຸນ​ເງິນກີບ 13%, ​ເງິນໂດ​ລາ 11,5% ແລະ ເງິນບາດ 12%

ຄ່າ​ທຳ​ນຽມ

  • ເກັບ 0,5% ຕາມວົງເງິນທີ່ນໍາໃຊ້ແຕ່ລະຄັ້ງ

ໄລຍະເວລາກູ້ຢືມ

  • ອີງຕາມອາຍຸ L/C ທີ່ເປີດເຂົ້າມາສັ່ງຊື້ສິນຄ້າ

ການ​ຊໍາລະ​ຄືນ

  • ສົ່ງໜັງສືຮຽກເກັບເງິນ ແລ້ວ ຕັດຕາມ L/C ທີ່ສັ່ງຊື້

ຫຼັກ​ຊັບ​ຄ້ຳປະກັນ

  • ໃບຕາດິນ+ສິ່ງປຸກສ້າງ ແລະ ອື່ນໆ (ຖ້າຈໍາເປັນ)

ໝາຍເຫດ

ອັດຕາດອກເບ້ຍ ແລະ ຄ່າທໍານຽມ ອາດຈະປ່ຽນແປງຕາມການປະກາດໃຊ້ໃນ ແຕ່ລະໄລຍະ

7. ສິນເຊື່ອທີ່ຢູ່ອາໄສ (BCEL Home Loan) 

ສິນເຊື່ອທີ່ຢູ່ອາໄສ (BCEL Home Loan)

ຄຸນລັກສະນະ

  • ເປັນເງິນກູ້ແກ່ປະຊາຊົນທີ່ມີລາຍຮັບໝັ້ນຄົງ ເພື່ອຊື້ດິນທີ່ຢູ່ອາໄສ, ປຸກສ້າງເຮືອນໃໝ່ ຫຼື້ ສ້ອມແປງຕໍ່ເຕີມທີ່ຢູ່ອາໄສ

ຈຸດເດັ່ນ

  • ໄລຍະເວລາກູ້ຍາວ
  • ຄິດໄລ່ດອກເບ້ຍຕາມຍອດເຫຼືອເງິນກູ້
  • ບໍ່ຕ້ອງແບກຮັບພາລະດອກເບັ້ຍສູງ

ຄຸນສົມບັດຂອງຜູ້ກູ້ຢືມ

  • ບຸກຄົນທົ່ວໄປ ຫຼື ພະນັກງານ ທີ່ສັງກັດຢູ່ກະຊວງ, ອົງການທຽບເທົ່າ, ອົງການສາກົນ, ຫົວໜ່ວຍທຸລະກິດທັງລັດວິສາຫະກິດ ແລະ ເອກະຊົນ
  • ມີແຫຼ່ງລາຍຮັບທີ່ໝັ້ນຄົງ ມີລັກສະນະປະຈໍາປົກກະຕິ ແລະ ຜ່ານບັນຊີ ທຄຕລ (80% ຂອງລາຍຮັບທັງໝົດຂື້ນໄປ)

ເອກະສານປະກອບຫຼັກ

  • ຂໍ້ມູນພື້ນຖານກ່ຽວກັບຜູ້ກູ້ຢືມ
  • ເອກະສານຢັ້ງຢືນເປົ້າໝາຍການສະເໜີ
  • ເອກະສານດ້ານການເງິນ

ວົງ​ເງິນ​ສິນ​ເຊື່ອ

  • ວົງເງິນສູງສຸດ 500 ລ້ານກີບ

ອັດຕາດອກເບ້ຍ (ຕໍ່ປີ)

  • 9,75 % (ສໍາລັບ 03 ປີທໍາອິດ, ຫຼັງປີທີ 03 ແມ່ນອັດຕາດອກເບ້ຍຕາມການກໍານົດຂອງທະນາຄານ)

ຄ່າ​ທຳ​ນຽມ

  • ຄ່າທໍານຽມປະເມີນຫຼັກຊັບ 0,2% ຂອງວົງເງິນອະນຸມັດ (ສູງສຸດບໍ່ເກີນ 5 ລ້ານກີບ), ຄ່າທໍານຽມອະນຸມັດ 1% ຂອງວົງເງິນອະນຸມັດ

ໄລຍະເວລາກູ້ຢືມ

  • ສູງສຸດບໍ່ເກີນ 15 ປີ

ການ​ຊໍາລະ​ຄືນ

  • ຊໍາລະຕົ້ນທຶນ ແມ່ນແບ່ງງວດຊໍາລະແຕ່ລະເດືອນ ຫຼື ເປັນງວດຕາມກະແສເງິນສົດຕົວຈິງ

ຫຼັກ​ຊັບ​ຄ້ຳປະກັນ

  • ໃບຕາດິນ+ສິ່ງປຸກສ້າງ ແລະ ອື່ນໆ

ໝາຍເຫດ

ອັດຕາດອກເບ້ຍ ແລະ ຄ່າທໍານຽມ ອາດຈະປ່ຽນແປງຕາມການປະກາດໃຊ້ໃນ ແຕ່ລະໄລຍະ

8. ຜະລິດຕະພັນບັດເຄຣດິດ ທີ່ຄໍ້າປະກັນດ້ວຍເງິນຝາກ

ຜະລິດຕະພັນບັດເຄຣດິດ ທີ່ຄ້ຳປະກັນດ້ວຍເງິນຝາກ (ທຄຕລ)

ຄຸນລັກສະນະ

  • ການອອກບັດສິນເຊື່ອໂດຍເອົາເງິນຝາກ ທຄຕລ ມາຄໍ້າ ແລະ ບັດສາມາດໃຊ້ແທນເງິນສົດ ຊໍາລະຄ່າສິນຄ້າ, ຄ່າບໍລິການ ຜ່ານເຄື່ອງຮັບບັດ ຫຼື ອອນໄລຜ່ານເວັບໄຊຕ່າງໆທັງພາຍໃນ ແລະ ຕ່າງປະເທດ

ຈຸດເດັ່ນ

  • ໃຊ້ແທນເງິນສົດພາຍໃນ ແລະ ຕ່າງປະເທດ

ຄຸນສົມບັດຂອງຜູ້ກູ້ຢືມ

  • ອາຍຸ 18 ປີຂື້ນໄປ
  • ມີບັນຊີເງິນຝາກນໍາ ທຄຕລ

ເອກະສານປະກອບຫຼັກ

  • ຂໍ້ມູນພື້ນຖານກ່ຽວກັບຜູ້ກູ້ຢືມ
  • ເອກະສານສະໝັກ
  • ເອກະສານດ້ານການເງິນ
  • ເອກະສານອື່ນໆຕາມແບບຟອມ ຂອງ ທຄຕລ

ວົງ​ເງິນ​ສິນ​ເຊື່ອ

  • ຂື້ນກັບຄວາມຕ້ອງການ, ຂຶ້ນກັບເງິນຝາກຄ້ຳປະກັນ ແລະ ຄວາມສາມາດຊໍາລະຕົວຈິງຂອງລູກຄ້າ

ອັດຕາດອກເບ້ຍ (ຕໍ່ປີ)

  • 16%

ຄ່າ​ທຳ​ນຽມ

  • ອິງຕາມລະບຽບຂອງສູນບັດ

ໄລຍະເວລາກູ້ຢືມ

  • 4 ປີ

ການ​ຊໍາລະ​ຄືນ

  • ທຄຕລ ຈະອອກໃບແຈ້ງໜີ້ທຸກໆວັນທີ 25 ຂອງແຕ່ລະເດືອນ, ຜູ້ນໍາໃຊ້ບັດຕ້ອງຊໍາລະໜີ້ຄ້າງທັງໝົດ ເຊິ່ງຢ່າງໜ້ອຍຊໍາລະໃຫ້ໄດ້ຍອດຕໍ່າສຸດພາຍໃນກໍານົດ 15 ວັນ ຫຼັງ ທະນາຄານອອກໃບແຈ້ງໜີ

ຫຼັກ​ຊັບ​ຄ້ຳປະກັນ

  • ເງີນຝາກ ທຄຕລ (ສາມາດຄໍ້າປະກັນໄດ້ສູງສຸດບໍ່ເກີນ 85% ຂອງເງິນຝາກນໍາ ທຄຕລ)

ໝາຍເຫດ

ອັດຕາດອກເບ້ຍ ແລະ ຄ່າທໍານຽມ ອາດຈະປ່ຽນແປງຕາມການປະກາດໃຊ້ໃນ ແຕ່ລະໄລຍະ

9. ຜະລິດຕະພັນບັດເຄຣດິດທີ່ຄໍ້າປະກັນດ້ວຍຫຼັກຊັບ

ຜະລິດຕະພັນບັດເຄຣດິດ ທີ່ຄ້ຳປະກັນດ້ວຍຫຼັກຊັບ

ຄຸນລັກສະນະ

  • ການອອກບັດສິນເຊື່ອໂດຍເອົາຫຼັກຊັບຄໍ້າປະກັນມາຄໍ້າ ແລະ ບັດສາມາດໃຊ້ແທນເງິນສົດ ຊໍາລະຄ່າສິນຄ້າ, ຄ່າບໍລິການ ຜ່ານເຄື່ອງຮັບບັດ ຫຼື ອອນໄລຜ່ານເວັບໄຊຕ່າງໆທັງພາຍໃນ ແລະ ຕ່າງປະເທດ

ຈຸດເດັ່ນ

  • ໃຊ້ແທນເງິນສົດພາຍໃນ ແລະ ຕ່າງປະເທດ

ຄຸນສົມບັດຂອງຜູ້ກູ້ຢືມ

  • ອາຍຸ 18 ປີຂື້ນໄປ
  • ມີຖານະງານເງິນເຂັ້ມແຂງ
  • ບໍ່ເປັນໜີ້ເສຍຢູ່ ທຄຕລ ຫຼື ທະນາຄານອື່ນ
  • ມີຫຼັກຊັບຄໍ້າປະກັນ

ເອກະສານປະກອບຫຼັກ

  • ຂໍ້ມູນພື້ນຖານກ່ຽວກັບຜູ້ກູ້ຢືມ
  • ເອກະສານສະໝັກ
  • ເອກະສານດ້ານການເງິນ
  • ເອກະສານອື່ນໆຕາມແບບຟອມ ຂອງ ທຄຕລ

ວົງ​ເງິນ​ສິນ​ເຊື່ອ

  • ຂື້ນກັບຄວາມຕ້ອງການ ແລະ ຄວາມສາມາດຊໍາລະຕົວຈິງຂອງລູກຄ້າ

ອັດຕາດອກເບ້ຍ (ຕໍ່ປີ)

  • 16%

ຄ່າ​ທຳ​ນຽມ

  • ອິງຕາມລະບຽບຂອງສູນບັດ

ໄລຍະເວລາກູ້ຢືມ

  • 4 ປີ

ການ​ຊໍາລະ​ຄືນ

  • ທຄຕລ ຈະອອກໃບແຈ້ງໜີ້ທຸກໆວັນທີ 25 ຂອງແຕ່ລະເດືອນ, ຜູ້ນໍາໃຊ້ບັດຕ້ອງຊໍາລະໜີ້ຄ້າງທັງໝົດ ເຊິ່ງຢ່າງໜ້ອຍຊໍາລະໃຫ້ໄດ້ຍອດຕໍ່າສຸດພາຍໃນກໍານົດ 15 ວັນ ຫຼັງ ທະນາຄານອອກໃບແຈ້ງໜີ້

ຫຼັກ​ຊັບ​ຄ້ຳປະກັນ

  • ດິນຫວ່າງເປົ່າ, ທີ່ດິນ ພ້ອມ ສິ່ງປຸກສ້າງ ແລະ ອື່ນໆ

ໝາຍເຫດ

ອັດຕາດອກເບ້ຍ ແລະ ຄ່າທໍານຽມ ອາດຈະປ່ຽນແປງຕາມການປະກາດໃຊ້ໃນ ແຕ່ລະໄລຍະ

10 ຜະລິດຕະພັນບັດເຄຣດິດ ທີ່ບໍ່ມີຫຼັກຊັບຄໍ້າປະກັນ

ຜະລິດຕະພັນບັດເຄຣດິດ ທີ່ບໍ່ມີຫຼັກຊັບຄ້ຳປະກັນ

ຄຸນລັກສະນະ

  • ການອອກບັດສິນເຊື່ອໂດຍບໍ່ມີຫຼັກຊັບຄໍ້າປະກັນ ແລະ ບັດສາມາດໃຊ້ແທນເງິນສົດ ຊໍາລະຄ່າສິນຄ້າ, ຄ່າບໍລິການ ຜ່ານເຄື່ອງຮັບບັດ ຫຼື ອອນໄລຜ່ານເວັບໄຊຕ່າງໆທັງພາຍໃນ ແລະ ຕ່າງປະເທດ

ຈຸດເດັ່ນ

  • ໃຊ້ແທນເງິນສົດພາຍໃນ ແລະ ຕ່າງປະເທດ

ຄຸນສົມບັດຂອງຜູ້ກູ້ຢືມ

  • ລັດຖະກອນ ຫຼື ພະນັກງານສັງກັດລັດວິສາຫະກິດ, ບໍລິສັດເອກະຊົນ, ບໍລິສັດມະຫາຊົນ, ອົງການຈັດຕັ້ງສາກົນທີ່ມີຄວາມໝັ້ນຄົງ ເຊິ່ງເບີກຈ່າຍເງິນເດືອນຜ່ານ ທຄຕລ.
  • ເປັນພະນັກງານສົມບູນສໍາລັບພາກລັດ ແລະ ລັດວິສາຫະກິດ
  • ພະນັກງານເອກະຊົນຕ້ອງມີອາຍຸການເຮັດວຽກບ່ອນທີ່ຕົນສັງກັດຢ່າງໜ້ອຍ 03 ປີຂື້ນໄປ.
  • ບໍ່ເປັນໜີ້ເສຍຢູ່ ທຄຕລ ຫຼື ທະນາຄານອື່ນ
  • ມີຫຼັກຊັບຄໍ້າປະກັນ

ເອກະສານປະກອບຫຼັກ

  • ຂໍ້ມູນພື້ນຖານກ່ຽວກັບຜູ້ກູ້ຢືມ
  • ເອກະສານສະໝັກ
  • ເອກະສານດ້ານການເງິນ
  • ໃບຢັ້ງຢືນພະນັກງານ ແລະ ມີການຮັບຮູ້ໜີ້ສິນຈາກກົມກອງທີ່ສັງກັດຢູ່
  • ເອກະສານອື່ນໆຕາມແບບຟອມ ຂອງ ທຄຕລ

ວົງ​ເງິນ​ສິນ​ເຊື່ອ

  • ຂື້ນກັບຄວາມຕ້ອງການ, ຂຶ້ນກັບການກຳນົດວົງເງິນຂອງທຄຕລ ແລະ ຄວາມສາມາດຊໍາລະຕົວຈິງຂອງລູກຄ້າ

ອັດຕາດອກເບ້ຍ (ຕໍ່ປີ)

  • 16%

ຄ່າ​ທຳ​ນຽມ

  • ອິງຕາມລະບຽບຂອງສູນບັດ

ໄລຍະເວລາກູ້ຢືມ

  • 4 ປີ

ການ​ຊໍາລະ​ຄືນ

  • ທຄຕລ ຈະອອກໃບແຈ້ງໜີ້ທຸກໆວັນທີ 25 ຂອງແຕ່ລະເດືອນ, ຜູ້ນໍາໃຊ້ບັດຕ້ອງຊໍາລະໜີ້ຄ້າງທັງໝົດ ເຊິ່ງຢ່າງໜ້ອຍຊໍາລະໃຫ້ໄດ້ຍອດຕໍ່າສຸດພາຍໃນກໍານົດ 15 ວັນ ຫຼັງ ທະນາຄານອອກໃບແຈ້ງໜີ້

ຫຼັກ​ຊັບ​ຄ້ຳປະກັນ

  • ບໍ່ມີ

ໝາຍເຫດ

ອັດຕາດອກເບ້ຍ ແລະ ຄ່າທໍານຽມ ອາດຈະປ່ຽນແປງຕາມການປະກາດໃຊ້ໃນ ແຕ່ລະໄລຍະ