ຜະລິດຕະພັນ ທຄຕລ ບໍລິການເງິນດ່ວນຊຸມຊົມ  (BCOME)

ຊື່ຜະລິດຕະພັນ

ບໍລິການເງິນດ່ວນຊຸມຊົມ  (BCOME)

ຄຸນລັກສະນະ

  • ແມ່ນຜະລິດຕະພັນການເງິນດີຈິຕ້ອນໃໝ່ ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ທີ່ເປີດໃຫ້ບໍລິການ ໂດຍຜ່ານຕົວແທນ ເງິນດ່ວນຊຸມຊົນ” ຫຼື ບີຄໍາ (BCOME) ເປັນການໃຫ້ບໍລິການດ້ານການເງິນທີ່ຫຼາກຫຼາຍ ທີ່ສະດວກ, ທັນສະໄໝ ໃນເຂດຊຸມຊົນໃກ້ບ້ານທ່ານໄດ້ຕະຫຼອດໂມງໃຫ້ບໍລິການຂອງຕົວແທນ.

ຄຸນປະໂຫຍດ

  • ເປັນການບໍລິການ ທີ່ສະດວກ, ປອດໄພ,  ວ່ອງໄວ ຊ່ວຍປະຢັດເວລາ ແລະ ຄ່າໃຊ້ຈ່າຍ ໃນການເດີນທາງ ສຳລັບປະຊາຊົນ, ຊາວຄ້າຂາຍທີ່ຕ້ອງການ ເປີດບັດ, ຝາກ-ຖອນ-ໂອນເງິນ, ຈ່າຍຊໍາລະຄ່າສິນຄ້າ ແລະ ການບໍລິການ ໃນທ້ອງຖິ່ນຂອງຕົນ ໂດຍບໍ່ຕ້ອງເຂົ້າຫາທະນາຄານ
  • ສາມາດໃຊ້ບໍລິການໄດ້ຕາມວັນເວລາເປີດບໍລິການຂອງຕົວແທນ

ທ່ານສາມາດໃຊ້ບໍລິການຫຍັງໄດ້ທີ່ຕົວແທນ

  • ເປີດບັດ ATM BCOME
  • ຝາກເງິນເຂົ້າບັນຊີ ທຄຕລ ແລະ ບັດ ATM BCOME
  • ຖອນເງິນດ້ວຍຜະລິດຕະພັນບັດພາຍໃນ ທຄຕລ ແລະ ONE PAY (QR Code)
  • ໂອນລອຍ, ໂອນເຂົ້າບັນຊີ ທຄຕລ
  • ໂອນຂ້າມທະນາຄານ (ພາຍໃນປະເທດ)
  • ຈ່າຍຄ່ານໍ້າປະປາ, ຄ່າໄຟຟ້າ ແລະ ຄ່າໂທລະສັບ
  • ຈ່າຍຄ່າເຊົ່າສິນເຊື່ອ (Leasing Payment)
  • ຊື້ໃໝ່/ຕໍ່ສັນຍາປະກັນໄພພາຫະນະ/ປະກັນໄພສຸຂະພາບ ແລະ ບໍລິການອື່ນໆ...

ຕົວແທນBCOME ມີຢູ່ໃສແດ່

  • ຈຸດບໍລິການຕົວແທນ ບີຄໍາ (BCOME) ແມ່ນມີຫຼາຍກວ່າ 600 ຕົວແທນໃນຂອບເຂດ ທົ່ວປະເທດ ໂທສອບຖາມຈຸດບໍລິການ ໃກ້ບ້ານທ່ານ ຫຼື ໂທສາຍດ່ວນ ທຄຕລ ເບີ: 1555 ຫຼື 021 217902 / 021 213200-213 (ໃນໂມງລັດຖະການ)

ຄຳຖາມ-ຕອບ ບໍລິການເງິນດ່ວນຊຸມຊົນ (BCOME)

 

  • ຜະລິດຕະພັນ ທຄຕລ ບໍລິການເງິນດ່ວນຊຸມຊົນ (BCOME) ແມ່ນການໃຫ້ບໍລິການດ້ານການເງິນທີ່ຫຼາກຫຼາຍ ແລະ ໃຫ້ບໍລິການຊໍາລະສະສາງບໍລິການຕ່າງໆ ພາຍໃນປະເທດ ຂອງ  ທະນາຄານການຄ້າຕ່າງປະເທດລາວມະຫາຊົນ (ທີ່ມີສັນຍາລັກ BCOME)
  • ຖາມ : ສາມາດໂອນເງິນຫຍັງໄດ້ແດ່?

ຕອບ : ໂອນໄດ້ແຕ່ສະເພາະເງິນກິບ ຕັ້ງແຕ່ 100.000 ກີບ - 50.000.000 ກິບ

  • ຖາມ : ສາມາດໃຊ້ບໍລິການຢູ່ໃສໄດ້ແດ່?

ຕອບ : ສາມາດເຂົ້າໃຊ້ບໍລິການນໍາຕົວແທນ ທຄຕລ ບໍລິການເງິນດ່ວນຊຸມຊົນທີ່ໄກ້ບ້ານທ່ານ ແລະ ຕາມໜ່ວຍບໍລິການ ແລະ ທຸກສາຂາ ຂອງ ທຄຕລ ໃນທົ່ວປະເທດ.

  • ຖາມ : ການບໍລິການ ໃຊ້ເວລາດົນປານໃດ?

ຕອບ : ສາມາດສົ່ງເງິນ, ຮັບເງິນ ແລະ ຝາກເງິນ ສໍາເລັດ ພາຍໃນ 5 ນາທີ.

ອັດຕາຄ່າທໍານຽມບໍລິການ

  • ຄ່າທໍານຽມຈ່າຍສະເພາະຕົ້ນທາງ
  • ປາຍທາງຮັບເງິນເຕັມຈໍານວນ (ສະເພາະເຄືອຂ່າຍຂອງ ທຄຕລ ເທົ່ານັ້ນ)

 

 

ຄ່າທຳນຽມບໍລິການ ຜະລິດຕະພັນ ທຄຕລ ບໍລິການເງິນດ່ວນຊຸມຊົນ BCOME 
    ສະບັບປັບປຸງ  
ລຳດັບ ເນື້ອໃນຜະລິດຕະພັນ ຈໍານວນເງິນໃຊ້ບໍລິການ ຄ່າທຳນຽມບໍລິການ/ຄັ້ງ/ລາຍການ
1 ເປີດບັດ BCOME  • ຈໍານວນເງິນ 50.000 ກີບ                                   40.000
ອອກບັດໃໝ່(ບັດເສຍ, ບັດແຕກ, ປ່ຽນບັດ...                                    30.000
ອອກລະຫັດບັດໃໝ່                                    10.000
ພິມບັນຊີສຳຮອງ ໄລຍະ 1 ເດືອນ ຂື້່ນໄປ                                      5.000
2 ມອບເງິນເຂົ້າບັນຊີຝາກປະຢັດ, ກະແສລາຍວັນ ທຄຕລ, ບັດ BCOME • ວົງ​ເງິນ 5,000,000 ກີບ ລົງມາ                                  10.000
• ວົງ​ເງິນ 5,000,001 ກີບ - 10,000,000 ກີບ                                  15.000
• ວົງ​ເງິນ 10,000,001 ກີບ - 15,000,000 ກີບ                                  20.000
• ວົງ​ເງິນ 15,000,001 ກີບ - 30,000,000 ກີບ                                  25.000
• ວົງ​ເງິນ 30,000,001 ກີບ - 50,000,000 ກີບ                                  30.000
3 ຖອນເງິນສົດຜ່ານຕົວແທນ ດ້ວຍບັດ BCOME,One Pay &  ຜະລິດຕະພັນບັດພາຍໃນຂອງ ທຄຕລ • ວົງເງິນ 2,000,000 ກີບ ລົງມາ                                    5.000
• ວົງເງິນ 2,000,001 ກີບ - 5,000,000 ກີບ                                  10.000
• ວົງເງິນ 5,000,001 ກີບ - 10,000,000 ກີບ                                  15.000
• ວົງເງິນ 10,000,001 ກີບ - 15,000,000 ກີບ                                  20.000
4 ໂອນລອຍ ດ້ວຍການມອບເງິນສົດ, ຈາກບັດ BCOME ຫຼື ບັດພາຍໃນ ທຄຕລ ຜ່ານຕົວແທນ, ຈາກບັນຊີເປັນເງິນສົດ ທີ່ຈຸດບໍລິການ ທຄຕລ ຫຼື ຈາກ BCEL ONE& i-BANK ເພື່ອຮັບເງິນສົດປາຍທາງທີ ຈຸດບໍລິການ ທຄຕລ ຫຼື ຕົວແທນ • ວົງເງິນ 500,000 ກີບ ລົງມາ                                  15.000
• ວົງ​ເງິນ 500,001 ກີບ - 2,000,000 ກີບ                                  20.000
• ວົງ​ເງິນ 2,000,001 ກີບ - 5,000,000 ກີບ                                    25.000
• ວົງ​ເງິນ 5,000,001 ກີບ - 7,000,000 ກີບ 30.000
• ວົງ​ເງິນ 7,000,001 ກີບ - 10,000,000 ກີບ 35.000
5 ໂອນລະຫວ່າງບັນຊີ ທຄຕລ ດ້ວຍບັດ BCOME & ຜະລິດຕະພັນບັດພາຍໃນຂອງ ທຄຕລ • ວົງເງິນ 50,000,000 ກີບ ລົງມາ                                  15.000
6 ໂອນເງິນຂ້າມທະນາຄານ (ພາຍໃນປະເທດ) ດ້ວຍການມອບເງິນສົດ, ດ້ວຍບັດ BCOME ແລະ ຜະລິດຕະພັນບັດພາຍໃນຂອງ ທຄຕລ. • ວົງ​ເງິນ 5,000,000 ກີບ ລົງມາ                                  15.000
• ວົງ​ເງິນ 5,000,001 ກີບ - 10,000,000 ກີບ                                  18.000
• ວົງ​ເງິນ 10,000,001 ກີບ - 15,000,000 ກີບ                                  20.000
• ວົງ​ເງິນ 15,000,001 ກີບ - 30,000,000 ກີບ                                  25.000
• ວົງ​ເງິນ 30,000,001 ກີບ - 50,000,000 ກີບ                                  30.000
6.1. ໂອນເງິນຂ້າມທະນາຄານດ້ວຍການມອບເງິນສົດ, ດ້ວຍບັດ BCOME ແລະ ຜະລິດຕະພັນບັດພາຍໃນຂອງ ທຄຕລ. (LapNet-Real Time)  • ວົງ​ເງິນ 1 ກີບ - 2,000,000 ກີບ                                  15.000
• ວົງ​ເງິນ 2,000,001 ກີບ - 3,000,000 ກີບ                                  16.000
• ວົງ​ເງິນ 3,000,001 ກີບ - 4,000,000 ກີບ                                  17.000
• ວົງ​ເງິນ 4,000,001 ກີບ - 5,000,000 ກີບ                                  18.000
• ວົງ​ເງິນ 5,000,001 ກີບ - 7,000,000 ກີບ                                  19.000
• ວົງ​ເງິນ 7,000,001 ກີບ - 10,000,000 ກີບ                                  20.000
• ວົງ​ເງິນ 10,000,001 ກີບ - 30,000,000 ກີບ                                  25.000
• ວົງ​ເງິນ 30,000,001 ກີບ - 50,000,000 ກີບ                                  30.000
7 ຈ່າຍຄ່າ ນ້ຳປະປາ ເກັບເປັນຈຳນວນຄັ້ງ                                    2.000
8 ຈ່າຍຄ່າ ໄຟຟ້າ ເກັບເປັນຈຳນວນຄັ້ງ                                    2.000
9 ຈ່າຍຄ່າ ໂທລະສັບ ເບີລາຍເດືອນ(LTC, Unitel, ETL, T-Plus) ເກັບເປັນຈຳນວນຄັ້ງ                                    2.000
10 ຈ່າຍຄ່າ ໂທລະສັບ ເບີຕື່ມເງິນ 1. ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ (LTC) ບໍ່ເກັບ ຄ່າທຳນຽມເພີ່ມຕື່ມ
2. ບໍລິສັດ ສະຕາໂທລະຄົມ ຈໍາກັດ (Unitel)  ບໍ່ເກັບ ຄ່າທຳນຽມເພີ່ມຕື່ມ
3. ບໍລິສັດ ອີທີແອລ ຈໍາກັດ (ETL) ບໍ່ເກັບ ຄ່າທຳນຽມເພີ່ມຕື່ມ
4. ບໍລິສັດ ທີພລັດ ດີຈິຕອນ ຈໍາກັດ (T-Plus) ບໍ່ເກັບ ຄ່າທຳນຽມເພີ່ມຕື່ມ
11 ບໍລິການຊໍາລະສິນເຊື່ອ (Leasing Payment)    
1. ບໍລິການຊໍາລະສິນເຊື່ອ ຂອງບໍລິສັດ EAON Leasing • ຈໍານວນເງິນ 2,000,000 ກີບ ລົງມາ                                    4.000
• ຈໍານວນເງິນ 2,000,001 ກີບ - 5,000,000 ກີບ                                    6.000
• ຈໍານວນເງິນ 5,000,001 ກີບ - 10,000,000 ກີບ                                    8.000
• ຈໍານວນເງິນ 10,000,001 ກີບ - ຂື້ນໄປ                                  10.000
2. ຂອງບໍລິສັດ ດີຈີບີລາວ ເຊົ່າສິນເຊື່ອ ຈຳກັດ DGB Leasing • ຈໍານວນເງິນ 2,000,000 ກີບ ລົງມາ                                    5.000
• ຈໍານວນເງິນ 2,000,001 ກີບ - 5,000,000 ກີບ                                    8.000
• ຈໍານວນເງິນ 5,000,001 ກີບ - 10,000,000 ກີບ                                  10.000
• ຈໍານວນເງິນ 10,000,001 ກີບ - ຂື້ນໄປ                                  15.000
3. ບໍລິການຊໍາລະສິນເຊື່ອ ຂອງບໍລິສັດ Krungsri Leasing • ຈໍານວນເງິນ 2,000,000 ກີບ ລົງມາ                                    2.000
• ຈໍານວນເງິນ 2,000,000 ກີບ - 20,000,000 ກີບ                                    6.000
• ຈໍານວນເງິນ 20,000,000 ກີບ - ຂື້ນໄປ                                  15.000
4. ບໍລິການຊໍາລະສິນເຊື່ອ ຂອງບໍລິສັດລາວ-ອາຊຽນ (LALCO) • ຈໍານວນເງິນ 2,000,000 ກີບ ລົງມາ                                    4.000
• ຈໍານວນເງິນ 2,000,001 ກີບ - 5,000,000 ກີບ                                    6.000
• ຈໍານວນເງິນ 5,000,001 ກີບ - 10,000,000 ກີບ                                    8.000
• ຈໍານວນເງິນ 10,000,001 ກີບ - ຂື້ນໄປ                                  10.000
5. ບໍລິການຊໍາລະສິນເຊື່ອ ຂອງບໍລິສັດມະຫາທຶນ ເຊົ່າສິນເຊື່ອ ມະຫາຊົນ (MHTL) • ຈໍານວນເງິນ 2,000,000 ກີບ ລົງມາ                                    4.000
• ຈໍານວນເງິນ 2,000,001 ກີບ - 5,000,000 ກີບ                                    6.000
• ຈໍານວນເງິນ 5,000,001 ກີບ - 10,000,000 ກີບ                                    8.000
• ຈໍານວນເງິນ 10,000,001 ກີບ - ຂື້ນໄປ                                  10.000
12 ຊື້ໃໝ່ ຫຼື ຕໍ່ສັນຍາ ປະກັນໄພຍານພາຫະນະ ແລະ ປະກັນໄພສຸຂະພາບ (ອຸປະຕິເຫດ, ດູແລສຸຂະພາບ) ຂອງປະກັນໄພລາວຫວຽດ ( LVI )   ວົງເງິນຊື້-ຂາຍປະກັນໄພ ທຸກມູນຄ່າ ຫຼື ທຸກວົງເງິນຂອງປະກັນໄພທີ່ເລືອກ ບໍ່ເກັບ ຄ່າທຳນຽມເພີ່ມຕື່ມ
13 ຄ່າດັດແກ້ລາຍການ(ໂອນລອຍ, ຝາກ-ຖອນ-ໂອນ, ນໍ້າປະປາ, ຄ່າໄຟຟ້າ ແລະ ຄ່າໂທລະສັບເບີລາຍເດືອນ-ເບີຕື່ມເງິນ, ຊໍາລະສິນເຊື່ອ, ຊື້-ຂາຍປະກັນໄພ) ພາຍໃນ ທຄຕລ                                    10.000
14 ຄ່າດັດແກ້ລາຍການ ໂອນຂ້າມທະນາຄານ ບໍ່ລວມຄ່າດັດແກ້ ຂອງທະນາຄານປາຍທາງ                                  15.000