ຂ່າວສານ ສະໝັກວຽກ ແບບຟອມຕ່າງໆ ກິດຈະກໍາ & ໂປຼໂມຊັນ ຂາຍດິນ ແລະ ເຮືອນ ອີເມວ EN

ບໍລິການໂອນເງິນລະຫວ່າງປະເທດ

ບໍລິການໂອນເງິນລະຫວ່າງປະເທດ

ບໍລິການໂອນເງິນລະຫວ່າງປະເທດ 

1. ບໍລິການໂອນເງິນ ຜ່ານລະບົບ Swift

1.1. ບໍລິການໂອນເງິນອອກ - Outward Remittance (ຜ່ານລະບົບ SWIFT)

ຊື່ຜະລິດຕະພັນ

ບໍລິການໂອນເງິນອອກ - Outward Remittance

ຄຸນລັກສະນະ

  • ທຄຕລ ສາມາດຕອບສະໜອງທ່ານທີ່ຕ້ອງການໂອນເງິນໄປຕ່າງປະເທດເພື່ືອຊໍາລະຄ່າສິນຄ້າ, ຄ່າບໍລິການ, ຄ່າຮຽນ ແລະ ອື່ນໆ ດ້ວຍຄວາມປອດໄພ, ວ່ອງໄວ ໂດຍຜ່ານທະນາຄານຕົວແທນຂອງ ທຄຕລ, ທ່ານສາມາດເລືອກໂອນຜ່ານລະບົບ SWIFT ເຊິ່ງເປັນລະບົບມາດຕະຖານສາກົນ ຫຼື MoneyGram, Speedsend ຫຼື Border Trade E-Bank (ເປັນລະບົບສະເພາະສະກຸນເງິນຢວນໂອນໄປ ສປ ຈີນ).

ຈຸດປະສົງ​ ​ການ​​ໂອນ​ເງິນ​ໄປ​ຕ່າງປະ​ເທດ:

  • ສາມາດຊໍາລະຄ່າສິນຄ້າ ແລະ ບໍລິການຕ່າງໆ
  • ສໍາລັບລູກ​ຄ້າ​ສ່ວນ​ບຸກຄົນ​ທ່ານ​ສາມາດ​ໂອນ​ເງິນ​ໄປ​ຕ່າງປະ​ເທດ​ເພື່ອ​ຊໍາລະ​ ຄ່າປິ່ນປົວ,  ການສຶກສາ, ຢ້ຽມຢາມ​ຕ່າງປະ​ເທດ ຕາມລະບຽບ​ການ​ທີ່ທະ​ຄານ​ແຫ່ງ ສປປລາວ ວາງ​ອອກແຕ່ລະໄລຍະ.

ຜົນປະໂຫຍດ

ທີ່ໄດ້ຮັບ

  • ​ໂອນ​ເງິນ​ໄປ​ທຸກ​ທະນາຄານ​ຢູ່​ຕ່າງປະ​ເທດ ດ້ວຍຄວາມວອ່ງ​ໄວ ​ແລະ ​ປອດ​ໄພ.
  • ສາມາດ​ໂອນ​ເງິນ​ໄດ້​ຫຼາຍ​ສະກຸນ​ເງິນຕາ​ມຄວາມ​ຕ້ອງການ​ຂອງ​ທ່ານ ເຊັ່ນ: USD, THB, AUD, EUR, SGD, HKD, AUD ​....

ເງື່ອນໄຂການໃຊ້ບໍລິການ:

 

  • ກະກຽມເອກະສານ ຫຼັກຖານ ປະກອບການໂອນເງິນ ໂດຍອີງຕາມຈຸດປະສົງຂອງການໂອນ ຫຼື ອີງຕາມລະບຽບການທີ ທຄຕລ ແຈ້ງອອກໃນແຕ່ລະໄລຍະ
  • ທະນາຄານຈະບໍ່ໃຫ້ບໍລິການໂອນເງິນລະຫວ່າງປະເທດ ໃນກໍລະນີ ທີ່ຂໍ້ມູນຜູ້ຮັບຢູ່ໃນລາຍຊື່ຕ້ອງຫ້າມ (OFAC LIST) ແລະ ປະເທດທີ່ຖືກ Sactioned.
  • ຊ່ວງເວລາຮັບເງິນໂອນ ຈະຂຶ້ນຢູ່ກັບຄວາມແຕກຕ່າງດ້ານເວລາ (Time Zone)

ທ່ານສາມາດດາວໂຫລດແບບຟອມໂອນເງິນໄປຕ່າງປະເທດໄດ້ຢູ່ທີ່ນີ້: https://www.bcel.com.la/bcel/bcelweb-datas/file-path/forms/la/bcel_web_file_52_937396bfa0e94a999e4a06e46b08e44b.pdf

1.2. ບໍລິການໂອນເງິນເຂົ້າ - Inward Remittance (ຜ່ານລະບົບ SWIFT)

ຊື່ຜະລິດຕະພັນ

ບໍລິການໂອນເງິນເຂົ້າ - Inward Remittance

ຄຸນລັກສະນະ

  • ທ່ານ​ທີ່​ມີ​ບັນ​ຊີ ​ກັບທະນາຄາ​ນການ​ຄ້າ​ຕ່າງປະ​ເທດ​ລາວ ​ສາມາດຮັບ​ເງິນ​ໂອນ​ຈາກທຸກໆ​ທະນາຄານ​ຢູ່​ຕ່າງປະ​ເທດ​ມາລາ​ວ ກັບ​ລະບົບ​ໂອນ​ເງິນ​ທີ່​ທັນ​ສະ​ໄໝ​ ຜ່ານ​ລະບົບ SWIFT ​​ເຊິ່ງ​ເປັນ​ລະບົບ​ມາດຕະ​ຖານ​ສາກົນ​ທີ່​ຍອມຮັບ​ກັນ​ທົ່ວ​​ໂລກ. ສະ​ນັ້ນ, ທ່ານ​ຈະ​ໄດ້​ຮັບ​ຄວາມ​ສະດວກ ແລະ ​ວ່ອງ​ໄວ. ການໂອນເງິນເຂົ້າມາພຽງແຕ່ທ່ານແຈ້ງຂໍ້ມູນລາຍລະອຽດການຮັບເງິນເຂົ້າມາດັ່ງຕໍ່ໄປນີ້:
  1. ທະນາຄານຕົວແທນ.
  2. ຊື່ທະນາຄານ, ລະຫັດ ສະວິບໂຄດ, COEBLALA.
  3. ຊື່ບັນຊີ ແລະ ເລກບັນຊີ.
  4. ຈຸດປະສົງການໂອນ.

ທ່ານສາມາດເອົາຂໍ້ມູນວິທີໂອນໂດຍການກົດເຂົ້າຢຸ່ທີ່ນີ https://www.bcel.com.la/bcel/incoming-fund-transfer-instruction.html

ຜົນປະໂຫຍດທີ່ໄດ້ຮັບ

  • ທ່ານຈະ​​ໄດ້​ຮັບ​ເງິນໂອນຈາກ​​​​ຕ່າງປະ​ເທດ​ເຂົ້າບັນຊີຂອງທ່ານທີ່ມີຢູ່ນໍາ ທຄຕລ.
  • ສາມາດໂອນເຂົ້າບັນຊີຂອງທ່ານ.
  • ທ່ານ​ຈະ​ໄດ້​ຮັບ​ຄວາມ​ສະດວກ ​ແລະຮັບປະກັນ​ຄວາມ​ປອດ​ໄພ​ສູງ.
  • ທຄຕລ ຍິນ​ດີ​ຊ່ວຍທ່ານ​ໃນ​ການ​ແລກປ່ຽນ​ເງິນ​ຕາ​ຕ່າງປະ​ເທດ​ທີ່​ໂອນ​ເຂົ້າບັນຊີ​ໄດ້​ຕາມ​ຄວາມ​ຕ້ອງການ.

ເງື່ອນໄຂການໃຊ້ບໍລິການ:

  • ທ່ານ ​ທີ່​ຕ້ອງການ​ໃຊ້​ບໍລິການ​ສາມາດ​ຂໍຂໍ້ມູນ​ທະນາຄານ​ຕົວ​ແທນ​ຂອງ​ພວກ​​ເຮົາ​ຢູ່​ຕ່າງປະເທດ ຕາມທຸກສາຂາ ແລະ ໜ່ວຍບໍລິການ.

ຂໍ້ມູນເພີ່ມຕື່ມ

  • ທ່ານ​ທີ່​ສົນ​ໃຈຂໍ້​ມູນ​ເພີ່ມ​ເຕີມ, ກະລຸນາ​ພົວພັນ​ກັບ​ພະ​ແນ​ກບໍລິຫານ​ທຶນ ​ແລະ​ບໍລິການ​ລະຫວ່າງ​ປະ​ເທດ.

2. ບໍລິການໂອນເງິນຢວນໄປ ສປ ຈີນ ຜ່ານລະບົບ Border Trade E-Bank

2.1 ບໍລິການໂອນເງິນອອກ - Outward Remittance ຜ່ານລະບົບ Border Trade E-bank

ຊື່ຜະລິດຕະພັນ

ບໍລິການໂອນເງິນອອກ - Outward Remittance ຜ່ານລະບົບ Border Trade E-bank

ຄຸນລັກສະນະ

  • ທຄຕລ ສາມາດຕອບສະໜອງທ່ານທີ່ຕ້ອງການໂອນເງິນ ສະກຸນເງິນຢວນ ໄປ ສ.ປ ຈີນ ເພື່ືອຊໍາລະຄ່າສິນຄ້າ, ຄ່າບໍລິການ, ຄ່າຮຽນ ແລະ ອື່ນໆ ດ້ວຍຄວາມປອດໄພ, ວ່ອງໄວ ໂດຍຜ່ານລະບົບ Border Trade E-bank ເຊິ່ງເປັນລະບົບສະເພາະ ການໂອນສະກຸນເງິນຢວນໄປ ສປ ຈີນ.

ຈຸດປະສົງ​ ​ການ​​ໂອນ​ເງິນ​ໄປ​ຕ່າງປະ​ເທດ:

  • ສາມາດຊໍາລະຄ່າສິນຄ້າ ແລະ ບໍລິການຕ່າງໆ
  • ສໍາລັບລູກ​ຄ້າ​ສ່ວນ​ບຸກຄົນ​ທ່ານ​ສາມາດ​ໂອນ​ເງິນ​ໄປ​ຕ່າງປະ​ເທດ​ເພື່ອ​ຊໍາລະ​ ຄ່າປິ່ນປົວ,  ການສຶກສາ, ຢ້ຽມຢາມ​ຕ່າງປະ​ເທດ ຕາມລະບຽບ​ການ​ທີ່ທະ​ຄານ​ແຫ່ງ ສປປລາວ ວາງ​ອອກແຕ່ລະໄລຍະ.

ຜົນປະໂຫຍດ

ທີ່ໄດ້ຮັບ

  • ​ສາມາດໂອນ​ເງິນ​ໄປ​ທຸກ​ທະນາຄານ​ທີ່ຢູ່​ໃນ ສ.ປ ຈີນ ດ້ວຍຄວາມວອ່ງ​ໄວ ​ແລະ ​ປອດ​ໄພ.
  • ສາມາດ​ໂອນ​ອອກໄດ້ສະເພາະ​ສະກຸນ​ເງິນຢວນ (CNY)

ເງື່ອນໄຂການໃຊ້ບໍລິການ:

 

  • ກະກຽມເອກະສານ ຫຼັກຖານ ປະກອບການໂອນເງິນ ໂດຍອີງຕາມຈຸດປະສົງຂອງການໂອນ ຫຼື ອີງຕາມລະບຽບການທີ່ ທຄຕລ ແຈ້ງອອກໃນແຕ່ລະໄລຍະ
  • ທະນາຄານຈະບໍ່ໃຫ້ບໍລິການໂອນເງິນລະຫວ່າງປະເທດ ໃນກໍລະນີທີ່ຂໍ້ມູນຜູ້ຮັບເງິນຢູ່ໃນລາຍຊື່ຕ້ອງຫ້າມ
  • ຊ່ວງເວລາຮັບເງິນໂອນ ຈະຂຶ້ນຢູ່ກັບເວລາການໃຫ້ບໍລິການຂອງທະນາຄານຜູ້ຮັບເງິນ

2.2 ບໍລິການໂອນເງິນເຂົ້າ - Inward Remittance ຜ່ານລະບົບ Border Trade E-bank

ຊື່ຜະລິດຕະພັນ

ບໍລິການໂອນເງິນເຂົ້າ - Inward Remittance ຜ່ານລະບົບ Border Trade E-bank

ຄຸນລັກສະນະ

  • ທ່ານ​ທີ່​ມີ​ບັນ​ຊີ ​ກັບທະນາຄາ​ນການ​ຄ້າ​ຕ່າງປະ​ເທດ​ລາວ ມະຫາຊົນ ​ສາມາດຮັບ​ເງິນ​ໂອນ​ຈາກທະນາຄານ​ຢູ່​ປະເທດຈີນ​ມາລາ​ວ ກັບ​ລະບົບ​ໂອນ​ເງິນ​ທີ່​ທັນ​ສະ​ໄໝ​ ຜ່ານ​ລະບົບ Border Trade E-bank ​​ເຊິ່ງ​ເປັນ​ລະບົບ​ສະເພາະ ການໂອນສະກຸນເງິນຢວນ. ສະ​ນັ້ນ, ທ່ານ​ຈະ​ໄດ້​ຮັບ​ຄວາມ​ສະດວກ ແລະ ​ວ່ອງ​ໄວ. ການໂອນເງິນເຂົ້າມາພຽງແຕ່ທ່ານແຈ້ງຂໍ້ມູນລາຍລະອຽດການຮັບເງິນເຂົ້າມາດັ່ງຕໍ່ໄປນີ້:
  1. ຊື່ທະນາຄານ.
  2. ຊື່ບັນຊີ ແລະ ເລກບັນຊີ.
  3. ຈຸດປະສົງການໂອນ.

ຜົນປະໂຫຍດທີ່ໄດ້ຮັບ

  • ທ່ານຈະ​​ໄດ້​ຮັບ​ເງິນໂອນຈາກ​​​​ປະ​ເທດຈີນ​ເຂົ້າບັນຊີຂອງທ່ານທີ່ມີຢູ່ນໍາ ທຄຕລ
  • ທ່ານ​ຈະ​ໄດ້​ຮັບ​ຄວາມ​ສະດວກ ​ແລະ ຮັບປະກັນ​ຄວາມ​ປອດ​ໄພ​ສູງ.

ເງື່ອນໄຂການໃຊ້ບໍລິການ:

  • ທ່ານ ​ທີ່​ຕ້ອງການ​ໃຊ້​ບໍລິການ​ສາມາດ​ຂໍຂໍ້ມູນ​ໄດ້ທຸກສາຂາ ແລະ ໜ່ວຍບໍລິການ ຂອງ ທຄຕລ ທົ່ວປະເທດ.

ຂໍ້ມູນເພີ່ມຕື່ມ

  • ທ່ານ​ທີ່​ສົນ​ໃຈຂໍ້​ມູນ​ເພີ່ມ​ເຕີມ, ກະລຸນາ​ພົວພັນ​ກັບ​ພະ​ແນ​ກບໍລິຫານ​ທຶນ ​ແລະ​ບໍລິການ​ລະຫວ່າງ​ປະ​ເທດ.
  • Tel: (+856 21) 241327, 213 200 -ຕໍ່ 210. (021) 223-190
  • Fax: (+856 21) 218976.
  • www.bcel.com.la

3. ບໍລິການໂອນເງິນດ່ວນ ຜະລິດຕະພັນ MoneyGram 

ຊື່ຜະລິດຕະພັນ

ບໍລິການໂອນເງິນດ່ວນຜະລິດຕະພັນ MoneyGram

ຄຸນລັກສະນະ

  • ເປັນ​ບໍລິການ​ໂອນ​ເງິນ​​​ຕ່າງປະ​ເທດ ລະຫວ່າງ​ບຸກຄົນ ​ກັບ​ບຸກຄົນ ທ່ານ​ສາມາດ​ສົ່ງ-ຮັບ​ເງິນດ່ວນ​ລະຫວ່າງ​ປະ​ເທດ ​ໄດ້​ຢ່າງ​ສະດວກ, ວອ່ງ​ໄວ ​ແລະປອດ​ໄພ​.
  • ພຽງ​ແຕ່ 10 ນາທີ​ ຮັບ​ເປັນ​ເງິນສົດ​ສະດວ​ກ​ໂດຍ​ບໍ່​ຈຳ​ເປັນ​ຕ້ອງ​ມີ​ບັນຊີ ​ກັບທະນາຄານ​ກໍ່​ໄດ້.

ຜົນປະໂຫຍດທີ່ໄດ້ຮັບ

  • ສົ່ງ-ຮັບ​ເງິນ​ດ່ວນໄດ້ຫຼາຍກວ່າ 200 ປະເທດ, ໃຊ້ເວລາພຽງ​ແຕ່ 10 ນາທີ.
  • ທ່ານ​ສາມາດ​ຮັບ​ເປັນ​ເງິນສົດ​ໄດ້​ຢ່າງ​ສະດວກ.
  • ທ່ານ​ສາມາດ​​​ໃຊ້​ບໍລິການ​ໄດ້​ທຸກ​ສາຂາ ​ແລະ ​ໜ່ວຍ​ບໍລິການ ແລະ ຕົວແທນ Moneygram ທີ່ຂຶ້ນກັບ ທຄຕລ.
  • ທຄຕລ ຍິນ​ດີ​ຊ່ວຍທ່ານ​ໃນ​ການ​ແລກປ່ຽນ​ເງິນ​ຕາ​ຕ່າງປະ​ເທດ​​ໃນ​ການ​ສົ່ງ-ຮັບ.
  • ຮັບ​ເງິນ​​ໂດຍ​ບໍ່​ໄດ້​ເສຍຄ່າ​ທຳນຽມ​ໃດໆ.

ເງື່ອນໄຂການໃຊ້ບໍລິການ:

  • ສໍາລັບ​ບຸກຄົນ​ທີ່​ເປັນ​ຄົນຕ່າງປະ​ເທດ: ຕ້ອງ​ມີ​ໜັງສື​ເດີນທາງ (Passport) ແລະ ວີຊ່າເຂົ້າປະເທດລາວທີ່ຍັງບໍ່ໝົດກຳນົດ.
  • ສໍາລັບບຸກຄົນທີ່ເປັນຄົນລາວ ແລະ ຊາວຕ່າງດ້າວ: ຕ້ອງມີບັດປະຈໍາຕົວ, ປຶ້ມຜ່ານແດນ (Passport) ຫຼື ສຳມະໂນຄົວ (ທີ່ມີອາຍຸການນໍາໃຊ້ໄດ້ຕາມກົດໝາຍ), ສຳລັບພຣະສົງສຳມະເນນແມ່ນຕ້ອງມີໜັງສືສຸດທິຂອງພຣະສົງສຳມະເນນ.
  • ປະກອບຂໍ້ມູນຜູ້ສົ່ງ-ຮັບໃຫ້ຄົບຖ້ວນໃນແບບຟອມ.
  • ການສົ່ງ-ຮັບເງິນດ່ວນແມ່ນອ້າງອີງຈາກລະຫັດ 8 ຕົວເລກ.
  • ສົ່ງ-ຮັບເງິນຢູ່ ທຄຕລ ເປັນສະກຸນເງິນໂດລາ ສະຫະລັດເທົ່ານັ້ນ (ການສົ່ງ-ຮັບເງິນຢູ່ຕ່າງປະເທດ ແມ່ນຂຶ້ນກັບນະໂຍບາຍ, ລະບຽບຂອງປະເທດນັ້ນໆ)

ຂໍ້ມູນເພີ່ມຕື່ມ

  • ຂໍ້ມູນເພິ່ມຕຶ່ມ: ສໍາລັບຂໍ້ມູນເພິ່ມເຕິມ ກະລຸນາເຂົ້າທີ່ເວບໄຊ: Global.moneygram.com ໂທ: 021-263510

4.ບໍລິການໂອນເງິນດ່ວນຜະລິດຕະພັນ SpeedSend 

ຊື່ຜະລິດຕະພັນ

ບໍລິການໂອນເງິນດ່ວນຜະລິດຕະພັນ SpeedSend

ຄຸນລັກສະນະ

ເປັນຜະລິດຕະພັນໂອນເງິນດ່ວນລະຫວ່າງປະເທດ ຫຼືເອີ້ນວ່າ SpeedSend ທີ່ສາມາດຕອບສະໜອງ ແລະ ເປັນທາງເລືອກໃຫ້ແກ່ກຸ່ມລູກຄ້າຜູ້ທີ່ມີຄວາມຕ້ອງການໃນການໂອນເງິນໄປຕ່າງປະເທດ ເຊັ່ນ:

  • ແຮງງານຕ່າງປະເທດມາເຮັດວຽກໃນ ສປປ ລາວ ໂອນເງິນກັບບ້ານໃຫ້ຄອບຄົວຢູ່ຕ່າງປະເທດ ຫຼື ບັນດາແຮງງານລາວທີ່ໄປເຮັດວຽກຢູ່ຕ່າງປະເທດໂອນເງິນກັບບ້ານໃຫ້ຄອບຄົວຢູ່ລາວ,
  • ເປັນອີກໜຶ່ງຊ່ອງທາງທີ່ອໍານວຍຄວາມສະດວກໃຫ້ແກ່ພໍ່ແມ່ຜູ້ປົກຄອງ ສາມາດສົ່ງເງິນໃຫ້ຄອບຄົວ ຫຼື ລູກຫຼານທີ່ສຶກສາຕໍ່ຢູ່ຕ່າງປະເທດ.

ຜົນປະໂຫຍດທີ່ໄດ້ຮັບ

  • ເປັນການຫຼຸດຜ່ອນຄ່າໃຊ້ຈ່າຍທີ່ຕ້ອງຈ່າຍໃຫ້ມືກາງ ຫຼື ຕະຫຼາດມືດ ທີ່ເອົາປຽບຜູ້ໂອນເງິນ
  • ສະດວກສະບາຍດ້ານເອກະສານ ແລະ ຂັ້ນຕອນໃນການໂອນເງິນ ແລະ ຮັບເງິນ ພ້ອມດ້ວຍຄ່າທໍານຽມການບໍລິການ ທີ່ແທດເໝາະ ແລະ ສາມາດຈ່າຍໄດ້.
  • ສາມາດໂອນ-ຮັບເງິນໄດ້ກັບປະເທດພະມ້າ
  • ທຄຕລ ຍິນດີຊ່ວຍທ່ານໃນການແລກປ່ຽນເງິນຕາຕ່າງປະເທດໃນແຕ່ລະໄລຍະໃນການສົ່ງ-ຮັບ.

ເງື່ອນໄຂການໃຊ້ບໍລິການ:

  • ສໍາລັບບຸກຄົນທີ່ເປັນຄົນຕ່າງປະເທດ: ຕ້ອງມີໜັງສືເດີນທາງພ້ອມກັບວີຊ່າເຂົ້າປະເທດລາວຍັງບໍ່ໝົດກຳນົດ.
  • ສໍາລັບບຸກຄົນທີ່ເປັນຄົນລາວ ແລະ ຊາວຕ່າງດ້າວ: ຕ້ອງມີບັດປະຈໍາຕົວ, ໜັງສືຜ່ານແດນ (Passport) ຫຼື ສຳມະໂນຄົວ (ທີ່ມີອາຍຸການນຳໃຊ້ໄດ້ຕາມກົດໝາຍ).

 

  • ສົ່ງ-ຮັບເງິນຢູ່ ທຄຕລ ເປັນສະກຸນເງິນໂດລາສະຫະລັດ ເທ່ົານັ້ນ (ການສົ່ງ-ຮັບເງິນແມ່ນຂຶ້ນກັບນະໂຍບາຍ, ລະບຽບຂອງປະເທດນັ້ນໆ).

ຂໍ້ມູນເພີ່ມຕື່ມ

ປະຕິທິນ ທຄຕລ 2024