ໂຄງການຊໍາລະຄ່າທຳນຽມທາງ (Road tax payment)

ຊື່

ລະບົບຮັບຊໍາລະຄ່າທໍານຽມທາງ (Road Tax)

ຄຸນລັກສະນະ

ແມ່ນການຮ່ວມມືກັນລະຫວ່າງ ກົມສ່ວຍສາອາກອນ, ກະຊວງການເງິນ ແລະ ທຄຕລ. ລະບົບດັ່ງກ່າວແມ່ນໄດ້ເລີ່ມດຳເນີນການມາຕັ້ງແຕ່ເດືອນຕຸລາ ປີ 2017 ວັດຖຸປະສົງແມ່ນເພື່ອແນໃສ່ການຈັດເກັບລາຍຮັບເຂົ້າງົບປະມານຂອງລັດໃຫ້ທັນຕາມເວລາ, ລວມສູນ, ສະດວກ, ມີຄວາມຖືກຕ້ອງ, ວ່ອງໄວ, ໂປ່ງໃສ ແລະ ສາມາດກວດສອບໄດ້. ປັດຈຸບັນທ່ານສາມາດຊໍາລະຄ່າທໍານຽມທາງໄດ້ໂດຍຜ່ານ ປ່ອງບໍລິການ, BCEL One, BCEL i-Bank, ຕູ້ ATM ຂອງ ທຄຕລ, ທະນາຄານຕົວແທນ ແລະ ຕົວແທນ BCOME ແລ້ວສາມາດຮັບສະຕິກເກີ້ (Sticker) ໄດ້ທີ່ປ່ອງບໍລິການ ແລະ ຜ່ານຕູ້ Kiosk ຂອງ ທຄຕລ.

ເງື່ອນໄຂການໃຊ້ບໍລິການ

ທ່ານສາມາດນຳໃຊ້ຟັງຊັນ ຄ່າທຳນຽມທາງ (Road Tax) ຜ່ານແອັບ BCEL One ໄດ້ ພຽງດາວໂຫລດແອັບຈາກ App Store, Google Play Store ແລະ App Gallery.