ການຊໍາລະຄ່າທຳນຽມຜູ້ໂດຍສານ ແລະ ພາຫະນະ ຂາເຂົ້າ-ຂາອອກ ດ້ວຍລະບົບອີເລັກໂທຣນິກ ທີ່ດ່ານພາສີສາກົນ ຂົວມິດຕະພາບ 1
-----------------------
3 ຂັ້ນຕອນ ທີ່ສະບາຍ ແລະ ງ່າຍໃນການຊໍາລະຄ່າທຳນຽມຜູ້ໂດຍສານ ແລະ ພາຫະນະ ຂາເຂົ້າ-ຂາອອກ ທີ່ຂົວມິດຕະພາບ 1 ດ້ວຍລະບົບເອເລັກໂທຣນິກຂອງ BCEL ພຽງແຕ່ປະຕິບັດດັ່ງນີ້:

1️⃣ ຂັ້ນຕອນລົງທະບຽນ: ສາມາດລົງທະບຽນດ້ວຍຕົວເອງໄດ້ທາງ BCEL One ຫຼື ເຄົາເຕີ້ບໍລິການ ທຄຕລ (5 ຈຸດທີ່ກຳນົດໄວ້) ຫຼື ຕູ້ຮັບຊໍາລະອັດຕະໂນມັດ ທີ່ຂົວມິດຕະພາບ1.

2️⃣ ຂັ້ນຕອນແຈ້ງ: ສາມາດແຈ້ງເອກະສານ ຜູ້ໂດຍສານ ແລະ ພາຫະນະທີ່ຈະຂ້າມຂົວໄດ້ທາງ BCEL One ຫຼື ຕູ້ຮັບຊໍາລະອັດຕະໂນມັດ.

3️⃣ ຂັ້ນຕອນຈ່າຍ: ການຈ່າຍເງິນແມ່ນຈ່າຍຜ່ານຕູ້ຮັບຊໍາລະອັດຕະໂນມັດດ້ວຍເງິນສົດ ຫຼື ບັດເອທີເອັມ ທຄຕລ ຫຼື OnePay ຫຼື ຄູປອງກໍ່ໄດ້.

👉 ກໍລະນີທີ່ທ່ານແຈ້ງຂໍ້ມູນ ແລະ ຈ່າຍຄ່າທຳນຽມຜ່ານ BCEL One ແລ້ວ ແມ່ນພຽງແຕ່ນໍາເອົາ QR Code ໄປສະແກນທີ່ຕູ້ຮັບຊໍາລະອັດຕະໂນມັດ ເພື່ອຮັບໃບບິນການຊໍາລະຄ່າທຳນຽມແລ້ວນໍາໄປແຈ້ງຕໍ່ເຈົ້າໜ້າທີ່ພາສີ ແລະ ໄປສະແກນເພື່ອເປີດໄມ້ກັ້ນຜ່ານດ່ານໄດ້ເລີຍ.

 ລາຍລະອຽດເພີ່ມຕື່ມສາມາດກົດເຂົ້າເບິ່ງໄດ້ທີ່ລິ້ງນີ້:
https://www.bcel.com.la/…/bcel_web_file_135_91c41422a475771…
-------------------------
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ທັນສະໄໝ ວ່ອງໄວ ໝັ້ນໃຈ
☎️ 1555
🇫 BCEL BANK
🌐 www.bcel.com.la