BCEL  i-Bank ເປັນຜະລິດຕະພັນໜຶ່ງຂອງ  ທຄຕລ ມະຫາຊົນ ທີ່ຊ່ວຍໃຫ້ລູກຄ້າຂອງ ທຄຕລ ສາມາດນຳໃຊ້ການບໍລິການຕ່າງໆ ຂອງທະນາຄານ  ຜ່ານລະບົບ ອິນເຕີເນັດໄດ້ຕະຫຼອດ 24 ຊົ່ວໂມງ ດ້ວຍຄວາມສະດວກສະບາຍ, ວ່ອງໄວ, ແລະ ປອດໄພ. BCEL i-Bank ໃໝ່ ມາພ້ອມກັບຄວາມສາມາດທີ່ຫຼາກຫຼາຍ ເຊັ່ນ: 
  - ທ່ານສາມາດເຮັດການເບີກຈ່າຍເງິນເດືອນໃຫ້ພະນັກງານດ້ວຍຕົວທ່ານເອງ  ໄດ້ຢ່າງສະດວກ, ຕິດຕາມງ່າຍ  ແລະ ເຫັນເງິນອອກເປັນກ້ອນດຽວ.
 
  - ໂອນເງິນໄດ້ຫຼາຍຮູບແບບເຊັ່ນ: ໂອນເງິນຕ່າງປະເທດ, ໂອນເງິນຂ້າມທະນາຄານພາຍໃນປະເທດ, ໂອນເງິນພາຍໃນເຄືອຂ່າຍ  ທຄຕລ, ໂອນເງິນເຖິງຜູ້ຮັບທີ່ບໍ່ມີບັນຊີເງິນຝາກນຳທະນາຄານ (ໂອນລອຍ).
 
  - ການໂອນເງິນແມ່ນສາມາດຕັ້ງເວລາການໂອນລ່ວງໜ້າໄດ້ເຊັ່ນໂອນຄັ້ງດຽວ, ໂອນເປັນລາຍມື້, ລາຍອາທິດ, ລາຍເດືອນ,ລາຍປີ ແລະ  ສາມາດຕິດຕາມ  ຫຼື  ຍົກເລີກຮອບວຽນທີ່ຕັ້ງໄວ້ໄດ້.
 
  - ຊຳລະຄ່າໄຟຟ້າ,  ຄ່ານ້ຳປະປາ, ຄ່າໂທລະສັບ ແລະ ອື່ນໆ  ພ້ອມທັງສາມາດກວດເບິ່ງປະຫວັດການຊຳລະທີ່ຜ່ານມາ.
 
  - ໜັ້ນໃຈເມື່ອເຮັດທຸລະກຳທາງການເງິນຜ່ານ BCEL  i-Bank ດ້ວຍໃບຢັ້ງຢືນການເຮັດທຸລະກຳຫຼັງສຳເລັດທຸກຄັ້ງ.
 
  - ເບິ່ງລາຍລະອຽດການເຄື່ອນໄຫວບັນຊີເຊັ່ນ: ບັນຊີເງິນຝາກປະຢັດ, ບັນຊີເງິນຝາກມີກຳນົດ,  ບັນຊີິເງິນຝາກກະແສລາຍວັນ ແລະບັນຊີເງິນກູ້. 
 
  - ພີມລາຍການບັນຊີສຳຮອງ.  ສາມາດສົ່ງລາຍການບັນຊີສຳຮອງເຖິງອີເມລເປັນລາຍອາທິດ, ລາຍເດືອນ. 
 
  - ຕິດຕາມການເຄື່ອນໄຫວນຳໃຊ້ ແຊັກ. 
 
  - ກວດເບິ່ງອັດຕາແລກປ່ຽນປະຈຳວັນຂອງທຸກສະກຸນເງິນໄດ້ງ່າຍດາຍ.
 
  - ສາມາດເພີ່ມຄວາມປອດໄພ ໂດຍການແຍກສິດທິຜູ້ນຳໃຊ້  ແລະ  ເພີ່ມຂັ້ນຕອນໃນການເຮັດທຸກລະກຳ  ໃຫ້ມີກົນໄກການອະນຸມັດໄປຕາມສິດທິທີ່ຕັ້ງໄວ້  ແລະ  ການເພິ່ມ  OTP Token ເຂົ້າໃນທຸກ  User ທີ່ເຮັດທຸລະກຳ  ເພື່ອໃຫ້ໄດ້ຈົນເຖິງຄວາມປອດໄພທີ່ທ່ານຕ້ອງການ 
 
  - ສຳລັບລູກຄ້ານິຕິບຸກຄົນ : ອະນຸຍາດໃຫ້ມີຫລາຍ user ໃນການນຳໃຊ້ລະບົບ. ສາມາດເພີ່ມຄວາມປອດໄພ  ໂດຍການແຍກສິດທິຜູ້ນຳໃຊ້ແລະ  ເພີ່ມຂັ້ນຕອນໃນການເຮັດທຸກລະກຳ  ໃຫ້ມີກົນໄກການອະນຸມັດໄປຕາມສິດທິທີ່  ກຳນົດໄວ້ ໂດຍທຸກລາຍການເຄື່ອນໄຫວສາມາດມີ User ຜູ້ກວດສອບ ແລະ ຜູ້ອານຸມັດ.ທຸກໆທຸລະກຳດ້ານການເງິນໄດ້ນຳໃຊ້ລະຫັດ  One time password ໃນການຢືນຢັນທຸລະກຳທຸກຄັ້ງ. ທີ່ສຳຄັນທຸກໆການເຄື່ອນໄຫວລ້ວນແຕ່ມີລະບົບລາຍງານໃຫ້ຜູ້ບໍລິຫານກວດສອບໄດ້ຕະຫລອດເວລາ.
 
BCEL i-Bank ທຸລະກຳການທະນາຄານແບບ Online banking ຈະເຂົ້າມາຊ່ວຍບໍລິຫານເງິນຂອງທ່ານ
  ບໍ່ວ່າຈະເປັນບຸກຄົນທົ່ວໄປ, ອົງກອນຂະໜາດນ້ອຍ ຫຼື ໃຫ່ຍ ເຊັ່ນ  : ບັນດາກະຊວງ,  ອົງກອນ,  ບໍລິສັດ, ວຽກງານໂຄງການ, ທຸລະກິດໂຮງຮຽນ, ແລະ ອີກຫຼາກຫຼາຍໆທຸລະກິດ
  ໃຫ້ BCEL i-Bank ເປັນອີກທາງທາງເລືອກໜື່ງເພື່ອມາຊ່ວຍໃນການບໍລິຫານເງິນຂອງທ່ານ 
  ທັນຍຸກ ທັນສະໄຫມ ໃຊ້ i-Bank (the bank with you)
  ຂໍ້ມູນເພີ້ມຕື່ມໂທ: 1555, 021 264959 / Email: e-banking@bcel.com.la 
www.bcel.com.la