Toggle navigation
ແນະນຳການນຳໃຊ້ຟັງຊັນອັບເດດຂໍ້ມູນລາຍການໂອນເງິນ
ອັບເດດລ່າສຸດເມື່ອ: 2016-05-28
ຟັງຊັນອັບເດດຂໍ້ມູນການໂອນ ຈະຊ່ວຍເພີ່ມຄວາມສະດວກໃຫ້ທ່ານ ໃນການແກ້ໄຂຊື່ ຫຼື ເລກບັນຊີ ຂອງປາຍທາງ ໃນກໍລະນີໂອນໄປຫາທະນາຄານປາຍທາງແລ້ວ ແຕ່ບໍ່ສຳເລັດ.
1. ຖ້າຫາກທ່ານມີລາຍການທີ່ຈະຕ້ອງໄດ້ອັບເດດຂໍ້ມູນ, ທ່ານຈະເຫັນຂໍ້ຄວາມດັ່ງຮູບດ້ານລຸ່ມ ເວລາທີ່ທ່ານເຂົ້າສູ່ລະບົບ. ໃຫ້ທ່ານກົດໄປທີ່ "ອັບເດດຂໍ້ມູນລາຍການໂອນເງິນ" ເພື່ອເຂົ້າໄປເມນູດັ່ງກ່າວທັນທີ ຫຼື ທ່ານສາມາດເຂົ້າຜ່ານເມນູ ທຸລະກຳຂອງທ່ານ -> ອັບເດດຂໍ້ມູນລາຍການໂອນເງິນ.
2. ເມື່ອທ່ານເຂົ້າສູ່ເມນູ ທ່ານຈະເຫັນລາຍການໂອນເງິນທີ່ທ່ານຕ້ອງໄດ້ອັບເດດຂໍ້ມູນ. ກົດໃສ່ເລກອ້າງອີງຂອງລາຍການທີ່ທ່ານຕ້ອງການອັບເດດ.
3. ຈາກນັ້ນ ລະບົບຈະສະແດງພາກສ່ວນທີ່ທ່ານສາມາດຕື່ມຂໍ້ມູນໃໝ່ ໂດຍປ້ອນຂໍ້ມູນທີ່ຖືກຕ້ອງໃສ່ (ເລກບັນຊີ / ຊື່ບັນຊີ) ເພື່ອອັບເດດ.
ທ່ານສາມາດເບິ່ງລາຍລະອຽດຂອງການໂອນທີ່ທ່ານຈະອັບເດດໄດ້ ໂດຍກົດໄປທີ່ປຸ່ມ "ລາຍລະອຽດລາຍການ".
4. ຫຼັງຈາກທີ່ທ່ານຕື່ມຂໍ້ມູນທີ່ຖືກຕ້ອງໃສ່ຄົບຖ້ວນແລ້ວ ໃຫ້ທ່ານກົດປຸ່ມ ດຳເນີນການຕໍ່.
5. ໜ້າຕ່າງຢືນຢັນຂໍ້ມູນຈະສະແດງຂຶ້ນມາ ເພື່ອໃຫ້ທ່ານກວດສອບຂໍ້ມູນອີກຄັ້ງໜຶ່ງ. ຖ້າຫາກຂໍ້ມູນທີ່ສະແດງຖືກຕ້ອງໝົດແລ້ວ ໃຫ້ທ່ານກົດ ດຳເນີນການຕໍ່ ເພື່ອຢືນຢັນ.
6. ຖ້າຫາກບໍ່ມີບັນຫາ, ໜ້າຕ່າງສຳເລັດຈະປະກົດຂຶ້ນມາ ພ້ອມຂໍ້ຄວາມທີ່ແຈ້ງທ່ານວ່າ ຂໍ້ມູນທີ່ໄດ້ອັບເດດໄປນັ້ນ ຈະຖືກນຳສົ່ງໃນໄວໆນີ້.
ຂໍ້ມູນເພີ່ມເຕີມ ໂທ: 1555, 021 264959. ອີເມວ: e-banking@bcel.com.la