ຂ່າວ​ໃໝ່ ອັບ​ເດ​ດ ​ໄອ​ແບັງໃໝ່​ແລ້ວ

ອັບເດດລ່າສຸດເມື່ອ: 2015-03-31

ທຸກໆນາທີຂອງການພັດທະນາ ມີເຕັກໂນໂລຊີເກີດຂຶ້ນຢ່າງຫຼວງຫຼາຍ ແລະ ມື້ນີ້ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ເອງກໍ່ເຊັ່ນດຽວກັນ ພວກເຮົາບໍ່​ໄດ້ຢຸດ​ຢັ້ງການ​ພັດທະນາ. ມາ​ຮອດ​ມື້​ນີ້ ພວກ​ເຮົາ​​ໄດ້​ພັດທະນາລະບົບ Online Banking ທີ່​ມີ​ຊື່ວ່າ BCEL i-Bank version ​ໃໝ່ ທີ່ຈະເຮັດໃຫ້ທ່ານ ສະດວກ, ວ່ອງໄວ ແລະ ໝັ້ນໃຈຂື້ນຫຼາຍ​ຂຶ້ນຕື່ມອີກ ກັບ ໜ້າ​ຕ່າງການ​ໃຊ້ງ່າຍດາຍ ​ແລະ ກະທັດ​ຮັດ, ຫຼຸດ​ຂັ້ນ​ຕອນ​ທີ່​ຫຍຸ້ງຍາກ, ​ເຮັດ​ທຸລະ​ກຳ​​ໄດ້ຫຼາກ​ຫຼາຍປະ​ເພດ​ເ​ຊັ່ນ: ​ໂອນ​ເງິນ​ພາຍ​ໃນ​ບັນຊີ BCEL,​ໂອນ​ລອຍ, ​ໂອນ​ເງິນ​ຂ້າມ​ທະນາຄານ, ​ໂອນ​ເງິນ​ໄປ​ຕ່່າງປະ​ເທດ, ຊຳລະ​ຄ່າ​ສາທາລະ​ນຸປະ​ໂພ​ກ, ​ຕິດຕາມ​ການ​ນຳ​ໃຊ້ແຊັກ, ຕິດຕາມ​ statement ບັນຊີ​ ​ແລະ ຫຼັງ​ສຳ​ເ​ລັດ​ທຸລະ​ກຳ​ ມີ​ໃບ​ຢັ້ງຢືນ​ການ​ໂອນ​ໃຫ້​ທຸກ​ຄັ້ງ* ເຊິ່ງມາພ້ອມກັບລະບົບຄວາມ​ປອດ​ໄພທີ່ໄດ້ມາດຕະຖານສາກົນ ທີມີຄວາມປອດໄພສູງ.

*ຍົກເວັ້ນການໂອນລະຫວ່າງບັນຊີ ທຄຕລ ຫຼາຍບັນຊີ, ໂອນຂ້າມທະນາຄານ ແລະ ໂອນຕ່າງປະເທດ.