ແນະນຳ​ການ​ລົງທະບຽນນຳ​ໃຊ້

ອັບເດດລ່າສຸດເມື່ອ: 2015-03-31

ປະຈຸ​ບັນ​ທະນາຄານ​ຍັງ​ບໍ່​ທັນ​ມີ​ນະ​ໂຍບາຍ​ຮັບ​ຟອມທີ່​ເປັນ​ເອກາ​ສານ​ສະ​ແກນ ຫຼື ​ສົ່ງ​ຟອມຜ່ານ​ອີ​​ເມ​ວ ຫຼື ສະໝັກ​ອອນລາຍ. ດັ່ງ​ນັ້ນ​ການ​ສະໝັກ BCEL i-Bank​ ທະນາຄານຈິ່ງ​ຮັບ​ແຕ່​ເອກະສານ​ຕົ້ນ​ສະບັບເທົ່າ​ນັ້ນ.

ຂັ້ນ​ຕອນ​ການ​ລົງທະບຽນນຳ​ໃຊ້ ມີ​ດັ່ງ​ນີ້:

  • ລູກຄ້າຮັບ​ຟອມສະໝັກນຳ​ໃຊ້
    ດາວ​ໂຫຼ​ດຟອມຈາກ​ເວັບ​​ໄຊ ທຄຕລ (www.bcel.com.la) ຫຼື ​ຮັບ​ຟອມ​ໄດ້​ທີ່​ປ່ອງ​ບໍລິການ​ໃກ້​ບ້ານທ່ານ (ຫຼື ດາວ​ໂຫຼ​ດທີ່​ນີ້ ລູກຄ້ານິຕິບຸກຄົນ | ລູກຄ້າບຸກຄົນ)
  • ຂຽນ​ຂໍ້​ມູນ​ໃຫ້​ຄົບ​ຖ້ວນ​ລົງ​ຟອມສະ​ໜັກນຳ​ໃຊ້
    ລູກ​ຄ້າ​ຂຽນ​ຂໍ້​ມູນ​ດ້ວຍ​ໂຕ​ເອງດ້ວຍ​ຂໍ້​ມູນ​ລ່າ​ສຸດ ​ຕາມ​ຮູບ​ແບບ​ຂອງ​ທະ​ນາຄາ​ນກຳນົດ
  • ເອກະສານ​ປະກອບ​ທີ່​ຕ້ອງ​ມີ:
    ສຳ​ເນົາ​ສຳ​ມະ​ໂນ​ຄົວ/ ບັດປະຈຳຕົວ/ ໜັງສື​ເດີນທາງ ຂອງ​ຜູ້​ມີ​ສິດ​ສັ່ງ​ຈ່າຍ​ໃນ​ບັນຊີ ແລະ ໃບ​ມອບ​ສິດ ​ໃນ​ກໍລະນີ​ຜູ້​ມີ​ສິດ​ສັ່ງ​ຈ່າຍ​ໃນ​ບັນຊີ​ບໍ່​ໄດ້​ມາ​ດ້ວຍ​ຕົວ​ເອງ
  • ຮັບ​ໃບ​ນັດ
    ພະນັກງານ​ທີ່​ຮັບ​ຟອມຈະ​ອອກ​​ໃບ​ນັດ​ໃຫ້​ລູກ​ຄ້າ ຊ້າ​ສຸດ 3 ວັນ ຫຼັງ​ຈາ​ກ​ໄດ້​ຮັບ​ຟອມສະໝັກ
  • ມາ​ຮັບ​ເອົາ​ຊອງ​ລະຫັດ​ລັບຕາມ​ນັດ​ໝາຍ
    ລູກ​ຄ້າ​ຈະມາ​ຮັບ​ເອົາຊອງ​ລະຫັດ​ລັບ​ໄດ້​ຕາມສະຖານທີ່ ທີ່ໄດ້ລະບຸໄວ້ໃນໃບນັດຮັບ.

ໝາຍ​ເຫດ: ການ​ສະ​ໝັກ​ຜະ​ລິດ​ຕະພັນ BCEL i-Bank ກຳລັງ​ຈະ​ປັບປຸງ​ໃຫ້​ສາມາດ ສະໝັກ​ Online ​ໄດ້​ໄວໆ​ນີ້.