ຈຸດເດັ່ນ ແລະ ຄວາມປອດໄພ

ອັບເດດລ່າສຸດເມື່ອ: 2015-03-31

ຈຸດເດັ່ນ:

  • ປັບໜ້າ​ຕ່າງການ​ໃຊ້ງ່າຍ, ກະທັດ​ຮັດ, ຫຼຸດ​ຂັ້ນ​ຕອນ​ທີ່​ຫຍຸ້ງຍາກ ​ແລະ​ ມີ​ສອງ​ພາສາ ລາວ ​ແລະ ອັງກິດ.
  • ປະຢັດເວລາໃນການໂອນເງິນ ແລະ ໂອນໄດ້ຫຼາຍຮູບແບບເຊັ່ນ: ໂອນເງິນພາຍໃນເຂືອຄ່າຍ ທຄຕລ, ໂອນລອຍ, ໂອນເງິນຂ້າມທະນາຄານພາຍໃນ, ໂອນເງິນຕ່າງປະເທດ.
  • ສາມາດຕັ້ງເວລາການໂອນເງິນລ່ວງໜ້າໄດ້ເປັນ ຄັ້ງດຽວ, ລາຍມື້, ລາຍອາທິດ, ລາຍເດືອນ ແລະ ເປັນລາຍປີ.
  • ບໍລິຫານຈັດການ ການເບີກຈ່າຍເງິນເດືອນ Online ໃຫ້ພະນັກງານ ຫຼື ໂອນເງິນໃຫ້ຫຼາຍໆບັນຊີພ້ອມກັນ ໄດ້ດ້ວຍຕົວຂອງທ່ານເອງ ປອດໄພ, ຕິດຕາມງ່າຍ ແລະ ເຫັນເງິນອອກເປັນກ້ອນລາຍການດຽວ.
  • ຈ່າຍ Online ສຳລັບ​ບິນ ຄ່າໄຟຟ້າ, ນ້ຳປະປາ, ຄ່າໂທລະສັບ ໄດ້ທຸກທີທຸກເວລາ ສາມາດກວດ​ຍອດ​ໜີ້, ກວດ​ປະ​ຫັວດການ​ຈ່າຍຄືນ​ຫຼັງ, ແບ່ງ​ຈ່າຍ ຫຼື ຈ່າຍ​ເຕັມ​​ໄດ້.
  • ໜັ້ນໃຈເມື່ອເຮັດທຸກທຸລະກຳການເງິນຜ່ານ i-Bank ມີໃບບິນຢັ້ງຢືນ ຫຼັງສຳເລັດທຸກຄັ້ງ.
  • ສາມາດຕິດຕາມເບິ່ງລາຍລະອຽດຕ່າງໆ​ຂອງບັນຊີ ໄດ້ເຊັ່ນ: ບັນຊີຝາກປະຢັດ, ບັນຊີຝາກມີກຳນົດ, ບັນຊີິກະແສລາຍວັນ, ບັນຊີ​​ເງິນ​ກູ້, ບັນຊີ​ສະ​ສົມ​ບຳນານ ​ແລະ ບັນຊີ​ສະ​ສົມ​ເພື່ອ​ລູກ​ຫຼານ.
  • ພີມລາຍການບັນຊີສຳຮອງ ບັນຊີ​ຕ່າງໆ ໄດ້ຕະຫຼອດເວລາທ່ານຕ້ອງການ ແລະ ສາມາດກຳນົດວັນທີເດືອນປີໄດ້.
  • ຕິດຕາມການນຳໃຊ້ ແຊັກ.
  • ເບິ່ງອັດຕາແລກປ່ຽນປະຈຳວັນ.

ຄວາມປອດໄພຂອງລູກ​ຄ້າ:

  • ​ສາມາດແຍກສິດທິການໃຊ້ງານ i-Bank ໃຫ້ມີການ​ອະນຸມັດ​ລາຍການ​ໂດຍ​ຜ່ານຫຼາຍ​ຂັ້ນ​ຕອນ ​ເຊັ່ນ​ມີ: ຜູ້ສ້າງລາຍການ, ຜູ້ກວດສອບລາຍການ ແລະ ຜູ້ອະນຸມັດ ​ເຊິ່ງ​ແຕ່​ລະກຸ່ມມີ​ User ID, ລະຫັດ​ຜ່ານ ​ແລະ ອຸປະກອນ​ອອກ​ລະຫັດ ​ເປັນ​ຂອງ​ຕົນ​ເອງ ​ເພື່ອ​ເຮັດ​ໃຫ້​ໝັ້ນ​ໃຈ​ໄດ້​ວ່າ ລາຍການ​ທີ່​ສ້າງ​ມາ ມີຄວາມ​ປອດ​ໄພ​ສູງ.
  • ນຳໃຊ້ ລະຫັດ ຈາກອຸປະກອນລະຫັດ OTP Token ຫຼື OTP SMS ເຂົ້າໃນການຢັ້ງຢືນ​ການເຮັດທຸລະກຳເພື່ອຢັ້ງຢືນ​ຄວາມ​ເປັນ​ເຈົ້າ​ຂອງ​ທຸລະ​ກຳ.
  • ນຳໃຊ້​ເທັກ​ໂນ​ໂລ​ຊີ SSL ເວີຊັ້ນລ່າສຸດຂອງ​ VeriSign ໃນການເຂົ້າລະຫັດຂໍ້​ມູນ​ລູກ​ຄ້າ​ ​ເມື່ອ​ສື່ສານ​ຜ່ານ​ລະບົບ​ Online.
  • ມີ Audit Detail ​ເພື່ອ​ຕິດຕາມ​ລາຍການ​ທຸລະ​ກຳ ທີ່ໃຫ້ທ່ານກວດກາ​ໄດ້ທຸກຂັ້ນຕອນວ່າ ໃຜເປັນຄົນສ້າງລາຍການໂອນ, ໃຜເປັນຄົນອະນຸມັດ ລາຍການໂອນ, ເວລາໃດ ແລະ ສະຖານະຂອງລາຍການດັ່ງກ່າວ.
  • ມີ Call Center ທີ່​ຮັບ​ຟັງຂໍ້​ຄິດ​ເຫັນ ​ແລະ ​ຮັບແກ້​ໄຂ​ບັນຫາ​ລູກ​ຄ້າ ​ໃນ​ກໍລະນີ​ເກີດ​ຂໍ້​ຜິດພາດ​ໃນ​ການ​ນຳ​ໃຊ້ BCEL i-Bank ​ໄດ້​ທັນ​ສະພາບ​ການ ຫຼັງ​ໄດ້​ຮັບ​ການແຈ້ງ​ຈາກ​ລູກ​ຄ້າ.