BCEL i-Bank ເຮັດຫຍັງໄດ້ແດ່?

ອັບເດດລ່າສຸດເມື່ອ: 2015-03-31

BCEL i-Bank ເປັນຜະລິດຕະພັນໜຶ່ງຂອງ ທຄຕລ ມະຫາຊົນ ທີ່ຊ່ວຍໃຫ້ລູກຄ້າຂອງ ທຄຕລ ສາມາດນຳໃຊ້ການບໍລິການຕ່າງໆ ຂອງທະນາຄານ ຜ່ານລະບົບ ອິນເຕີເນັດໄດ້ຕະຫຼອດ 24 ຊົ່ວໂມງ ດ້ວຍ​ຄວາມສະດວກສະບາຍ, ວ່ອງໄວ, ແລະ ປອດໄພ. BCEL i-Bank ໃໝ່ ມາ​ພ້ອມ​ກັບຄວາມສາມາດທີ່ຫຼາກຫຼາຍ ເຊັ່ນ:

  • ທ່ານສາມາດເຮັດການເບີກຈ່າຍເງິນເດືອນໃຫ້ພະນັກງານດ້ວຍ​ຕົວທ່ານ​ເອງ ໄດ້ຢ່າງສະດວກ, ຕິດຕາມງ່າຍ ແລະ ເຫັນເງິນອອກເປັນກ້ອນດຽວ.
  • ໂອນເງິນໄດ້ຫຼາຍຮູບແບບເຊັ່ນ: ໂອນເງິນຕ່າງປະເທດ, ໂອນເງິນຂ້າມທະນາຄານພາຍໃນປະ​ເທດ, ໂອນເງິນພາຍໃນເຄືອຂ່າຍ ທຄຕລ, ໂອນ​ເງິນ​ເຖິງ​ຜູ້​ຮັບ​ທີ່ບໍ່​ມີ​ບັນ​ຊີເງິນ​ຝາກ​ນຳ​ທະ​ນາ​ຄານ (ໂອນ​ລອຍ).
  • ການ​ໂອນ​ເງິນ​ແມ່ນສາມາດຕັ້ງເວລາການໂອນລ່ວງໜ້າໄດ້ເຊັ່ນໂອນຄັ້ງດຽວ, ໂອນ​ເປັນລາຍມື້, ລາຍອາທິດ, ລາຍເດືອນ,ລາຍ​ປີ ແລະ ສາມາດຕິດຕາມ ຫຼື ຍົກເລີກຮອບວຽນທີ່ຕັ້ງໄວ້ໄດ້.
  • ​ຊຳ​ລະຄ່າໄຟຟ້າ, ​ຄ່ານ້ຳປະປາ, ຄ່າໂທລະສັບ ແລະ ອື່ນໆ ພ້ອມ​ທັງ​ສາ​ມາດກວດເບິ່ງ​ປະ​ຫວັດ​ການ​ຊຳ​ລະ​ທີ່​ຜ່ານ​ມາ.
  • ໜັ້ນໃຈເມື່ອເຮັດທຸລະກຳທາງການເງິນຜ່ານ BCEL i-Bank ​ດ້ວຍໃບຢັ້ງຢືນການ​ເຮັດ​ທຸ​ລະ​ກຳຫຼັງສຳເລັດທຸກຄັ້ງ.
  • ເບິ່ງລາຍລະອຽດການເຄື່ອນໄຫວບັນຊີເຊັ່ນ: ບັນຊີເງິນຝາກປະຢັດ, ບັນຊີ​ເງິນຝາກມີກຳນົດ, ບັນຊີິ​ເງິນ​ຝາກກະແສລາຍວັນ ແລະບັນ​ຊີ​ເງິນ​ກູ້.
  • ພີມລາຍການບັນຊີສຳຮອງ. ສາ​ມາດສົ່ງລາຍການບັນຊີສຳຮອງ​​ເຖິງ​ອີ​ເມ​ລເປັນ​ລາຍ​ອາ​ທິດ, ລາຍເດືອນ.
  • ຕິດຕາມການເຄື່ອນໄຫວນຳໃຊ້ ແຊັກ.
  • ກວດເບິ່ງອັດຕາແລກປ່ຽນປະຈຳວັນຂອງທຸກສະກຸນເງິນໄດ້ງ່າຍດາຍ.
  • ສາມາດເພີ່ມຄວາມປອດໄພ ໂດຍການແຍກສິດທິຜູ້ນຳໃຊ້ ແລະ ເພີ່ມຂັ້ນຕອນໃນການເຮັດທຸກລະກຳ ໃຫ້ມີກົນໄກການອະນຸມັດໄປຕາມສິດທິທີ່ຕັ້ງໄວ້ ແລະ ການເພິ່ມ OTP Token ເຂົ້າໃນທຸກ User ທີ່ເຮັດທຸລະກຳ ເພື່ອໃຫ້ໄດ້ຈົນເຖິງຄວາມປອດໄພທີ່ທ່ານຕ້ອງການ
  • ​ສຳ​ລັບ​ລູກ​ຄ້ານິ​ຕິ​ບຸກ​ຄົນ : ​ອະ​ນຸ​ຍາດ​ໃຫ້​ມີ​ຫລາຍ user ໃນ​ການ​ນຳ​ໃຊ້​ລະ​ບົບ. ສາມາດເພີ່ມຄວາມປອດໄພ ໂດຍ​ການແຍກສິດທິຜູ້ນຳໃຊ້ແລະ ເພີ່ມຂັ້ນຕອນໃນການເຮັດທຸກລະກຳ ໃຫ້ມີກົນໄກການອະນຸມັດໄປຕາມສິດທິທີ່ ກຳ​ນົດໄວ້ ໂດຍທຸກລາຍການເຄື່ອນໄຫວສາມາດມີ User ຜູ້ກວດສອບ ແລະ ຜູ້ອານຸມັດ.ທຸກໆ​ທຸ​ລະ​ກຳດ້ານ​ການ​ເງິນ​ໄດ້ນຳ​ໃຊ້​ລະ​ຫັດ One time password ໃນການຢືນຢັນທຸລະກຳທຸກຄັ້ງ. ທີ່ສຳຄັນທຸກໆການເຄື່ອນໄຫວລ້ວນແຕ່ມີລະບົບລາຍງານໃຫ້ຜູ້ບໍລິຫານກວດສອບໄດ້ຕະຫລອດເວລາ.

BCEL i-Bank ທຸລະກຳການທະນາຄານແບບ Online banking ຈະເຂົ້າມາຊ່ວຍບໍລິຫານເງິນຂອງທ່ານ
ບໍ່​ວ່າ​ຈະ​ເປັນບຸກ​ຄົນ​ທົ່ວ​ໄປ, ອົງ​ກອນ​ຂະໜາດ​ນ້ອຍ ຫຼື ​ໃຫ່ຍ ເຊັ່ນ : ບັນດາກະຊວງ,  ອົງກອນ, ບໍລິສັດ, ວຽກງານໂຄງການ, ທຸລະກິດໂຮງຮຽນ, ແລະ ອີກຫຼາກຫຼາຍໆທຸລະກິດ
ໃຫ້ BCEL i-Bank ເປັນອີກທາງທາງເລືອກໜື່ງເພື່ອມາຊ່ວຍໃນການບໍລິຫານເງິນຂອງທ່ານ
ທັນຍຸກ ທັນສະໄຫມ ໃຊ້ i-Bank (the bank with you)
ຂໍ້ມູນເພີ້ມຕື່ມໂທ: 1555, 021 264959 / Email: e-banking@bcel.com.la
www.bcel.com.la