ເງື່ອນ​ໄຂໃນ​ການ​ນຳໃຊ້​ບໍ​ລິການ BCEL i-Bank ສໍາລັບ​ລູກ​ຄ້າ​ ນິຕິບຸກຄົນ

ອັບເດດລ່າສຸດເມື່ອ: 2017-07-18

I. ເງື່ອນໄຂຂັ້ນພື້ນຖານຂອງລູກຄ້າ

1) ຕ້ອງມີບັນຊີເງິນຝາກ ປະເພດ ຝາກປະຫຍັດ ຫຼື ກະແສລາຍວັນ ນຳທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
2) ມີອີເມວ ແລະ ເບີໂທ ທີ່ສາມາດຕິດຕໍ່ຫາໄດ້.

II. ວິທີການລົງທະບຽນ

1) ປະກອບຂໍ້ມູນລົງໃນຟອມສະໝັກໃຫ້ຄົບຖ້ວນ ເຊິ່ງສາມາດດາວໂຫຼດຟອມໄດ້ໂດຍຄິຼກໃສ່ລິງນີ້ ດາວໂຫຼດທີ່ນີ້
2) ເອກະສານປະກອບທີ່ຕ້ອງມີ: ບັດປະຊາຊົນ/ສຳມະໂນຄົວ (ຫຼື Passport ສຳລັບຄົນຕ່າງປະເທດ) ຂອງຜູ້ມີສິດສັ່ງຈ່າຍໃນບັນຊີດັ່ງກ່າວ ພ້ອມທັງຂອງຜຸ້ນຳໃຊ້ແຕ່ລະຄົນ (ກໍລະນີມີຫຼາຍລະຫັດຜູ້ໃຊ້) ແລະ ສຳເນົາໃບທະບຽນວິສາຫະກິດ/ໃບອະນຸຍາດດຳເນີນທຸລະກິດ ຫຼື ໃບສະເໜີກໍ່ຕັ້ງ ສຳລັບອົງກອນລັດ ຫຼື ອົງກອນທີ່ບໍ່ເປັນທຸລະກິດ.
3) ສົ່ງຟອມທີ່ປະກອບຂໍ້ມູນຄົບຖ້ວນແລ້ວ ທີ່ປ່ອງບໍລິການທະນາຄານເພື່ອຮັບໃບນັດ ມາເອົາຊອງລະຫັດລັບ (ກໍລະນີດ່ວນ ສາມາລໍຖ້າການອອກຊອງລະຫັດ, ໃບນັດຊ້າສຸດບໍ່ເກີນ 5 ວັນລັດຖະການ).
ໝາຍເຫດ: ເຈົ້າຂອງບັນຊີ ຫຼື ຜູ້ມີສິດສັ່ງຈ່າຍໃນບັນຊີ ບໍ່ສະດວກມາປະກອບເອກະສານດ້ວຍຕົວເອງ ໃຫ້ລະບຸລາຍລະອຽດບຸກຄົນດັ່ງກ່າວລົງໃນໃບມອບສິດ, ຜູ້ຮັບສິດຈິ່ງສາມາດມາເປີດນຳໃຊ້ແທນໄດ້.

III. ຄວາມຕ້ອງການຂອງອຸປະກອນໃນການນຳໃຊ້ BCEL i-Bank

1) ຄອມພິວເຕີທີ່ມີລະບົບປະຕິບັດການເຊັ່ນ: Windows XP SP3 ຂື້ນໄປ, Mac OS X, ແລະLinux ເວີຊັ້ນຕ່າງໆ (Ubuntu ເປັນຕົ້ນ) ຫຼື ອຸປະກອນ Smartphone/ Tablet ທີ່ມີລະບົບປະຕິບັດການດັ່ງນີ້: Android 2.3 (Gingerbread) ຂຶ້ນໄປ, iOS 5.0 ຂຶ້ນໄປ ແລະ Windows Phone 7 ຂຶ້ນໄປ.
2) ໂປຼແກຼມເຂົ້າເວັບໄຊ (web browser):

  • Browser ສຳລັບຄອມພິວເຕີ້: Internet Explorer ເວີຊັ້ນ 8.0 ຂຶ້ນໄປ, Mozilla Firefox ເວີຊັ້ນ 30.0 ຂຶ້ນໄປ, Google Chrome ເວີຊັ້ນ 40 ຂຶ້ນໄປ.
  • Browser ສຳລັບ Tablet ແລະ Smart Phone: Browser ທີ່ມານຳເຄຶື່ອງ ຫຼື app browser ຕ່າງໆ ທີ່ສາມາດລົງໃນອຸປະກອນດັ່ງກ່າວໄດ້ ແມ່ນອີງຕາມ OS ທີ່ໄດ້ກ່າວໄວ້ໃນຂໍ້ 1.

3) ອຸປະກອນເຊື່ອມຕໍ່ອິນເຕີເນັດ: ເປັນອຸປະກອນ ທີ່ມີຄວາມໄວຂັ້ນຕໍ່າສຸດໃນການຮັບສົ່ງຂໍ້ມູນ 128kbps ຂື້ນໄປ.
4) ຂະໜາດ ຈໍ: ຮອງຮັບຕັ້ງແຕ່ຂະໜາດ 4 ນິ້ວ (inches) ຂື້ນໄປ.

V. ຄ່າທຳນຽມຂອງຜະລິດຕະພັນ BCEL i-Bank
1. ຄ່າ​ສະໝັກ​ລົງທະບຽນ​ນຳ​ໃຊ້

ບໍ່​ເກັບ

2. ທຳນຽມ​ລາຍ​ເດືອນ
  • ສຳລັບ​ລູກ​ຄ້າ ​ບຸກຄົນ

10.000 ກີບ/​ເດືອນ

  • ສຳລັບ​ລູກ​ຄ້າ ​ນິຕິບຸກຄົນ

20.000 ກີບ/​ເດືອນ

3. ຄ່າອຸປະກອນອອກລະຫັດ (TOKEN OTP)

150.000 ກີບ

4. ວົງ​ເງິນ​ສູງ​ສຸດ​ຕໍ່​ມື້
  • ສຳລັບລູກຄ້າ ບຸກຄົນ

300.000.000 ກີບ/ມື້

  • ສຳລັບລູກຄ້າ ນິຕິບຸກຄົນ

3.000.000.000 ກີບ/ມື້

  • ວົງເງິນແລກປ່ຽນຂ້າມສະກຸນ (ສຳລັບທຸກທຸລະກຳ)

4.000.000 ກີບ / ມື້

5. ຄ່າທຳນຽມການໂອນເງິນລະຫ່ວາງບັນຊີພາຍໃນ ທຄຕລ
  • 5.1 ສຳລັບລູກຄ້າບຸກຄົນ
    • ວົງເງິນສະສົມພາຍໃນເດືອນ: 20.000.000 ກີບ

ບໍ່ເກັບ

    • ເກີນວົງເງິນສະສົມ ແຕ່ຈຳນວນເງິນໂອນ 10.000.000 ກີບ ລົງມາ

1.000 ກີບ / ຄັ້ງ

    • ເກີນວົງເງິນສະສົມ ຈຳນວນເງິນ 10.000.001 - 20.000.000 ກີບ

2.000 ກີບ / ຄັ້ງ

    • ຈຳນວນເງິນ 20.000.001 - 30.000.000 ກີບ

3.000 ກີບ / ຄັ້ງ

    • ຈຳນວນເງິນ 30.000.001 - 40.000.000 ກີບ

4.000 ກີບ / ຄັ້ງ

    • ຈຳນວນເງິນ 40.000.001 - 50.000.000 ກີບ

5.000 ກີບ / ຄັ້ງ

    • ຈຳນວນເງິນ 50.000.001 - 100.000.000 ກີບ

6.000 ກີບ / ຄັ້ງ

    • ຈຳນວນເງິນ 100.000.001 - 200.000.000 ກີບ

8.000 ກີບ / ຄັ້ງ

    • ຈຳນວນເງິນ 200.000.001 ກີບ ຂຶ້ນໄປ

10.000 ກີບ / ຄັ້ງ

  • 5.2 ສຳລັບລູກຄ້ານິຕິບຸກຄົນ
    • ວົງເງິນສະສົມພາຍໃນເດືອນ: 100.000.000 ກີບ

ບໍ່ເກັບ

    • ເກີນວົງເງິນສະສົມ ແຕ່ຈຳນວນເງິນໂອນ 100.000.000 ກີບ ລົງມາ

2.000 ກີບ / ຄັ້ງ

    • ເກີນວົງເງິນສະສົມ ຈຳນວນເງິນ 100.000.001 - 300.000.000 ກີບ

4.000 ກີບ / ຄັ້ງ

    • ຈຳນວນເງິນ 300.000.001 - 500.000.000 ກີບ

6.000 ກີບ / ຄັ້ງ

    • ຈຳນວນເງິນ 500.000.001 - 1.000.000.000 ກີບ

8.000 ກີບ / ຄັ້ງ

    • ຈຳນວນເງິນ 1.000.000.001 ກີບ ຂຶ້ນໄປ

10.000 ກີບ / ຄັ້ງ

6. ບໍລິການໂອນລອຍ

10.000 ກີບ/ຄັ້ງ  ​ແລະ ວົງ​ເງິນສູງ​ສຸດ 100.000.000 ກີບ/​ມື້

7. ໂອນຕ່າງທະນາຄານພາຍໃນ ສປປ ລາວ
  • ລາຍການທີ່ມີວົງເງິນ 200.000.000 ກີບລົງມາ

10.000 ກີບ / ຄັ້ງ

  • ລາຍການທີ່ມີວົງເງິນ 200.000.001 ກີບ - 500.000.000 ກີບ

15.000 ກີບ / ຄັ້ງ

  • ລາຍການທີ່ມີວົງເງິນ 500.000.001 ກີບ - 1.000.000.000 ກີບ

20.000 ກີບ / ຄັ້ງ

  • ລາຍການທີ່ມີວົງເງິນ 1.000.000.001 ກີບ - 5.000.000.000 ກີບ

25.000 ກີບ / ຄັ້ງ

  • ລາຍການທີ່ມີວົງເງິນ 5.000.000.001 ກີບຂຶ້ນໄປ

30.000 ກີບ / ຄັ້ງ

8. ໂອນເງິນຕ່າງປະເທດຂາອອກ

0.1 % ເງິນໂອນ + ຄ່າສາຍ 15 USD ຕໍ່າ​ສຸດ 5 USD ສູງ​ສຸດ 700 USD
ອັດຕາສະເພາະປະເທດໄທແມ່ນ 0.25% ຕໍ່າ​ສຸດ 200 THB.ສູງ​ສຸດ 500THB
ວົງ​ເງິນສູງ​ສຸດ 100.000.000 ກີບ/​ມື້

9. ບໍລິການເບີກຈ່າຍເງິນເດືອນ

500 ກີບ / ລາຍການຜູ້ຮັບເງິນ

10. ຄ່າທຳນຽມອອກລະຫັດໃໝ່

10.000 ກີບ/ຄັ້ງ

11. ຊຳລະບໍລິການບິວເພເມັນ(Bill Payment)

ບໍ່ເກັບ

12. ການແກ້ໄຂບັນຫາ
  • ແກ້ໄຂບັນຫາລາຍການບິວເພເມັນ (Bill Payment)

10.000 ກີບ/ຄັ້ງ

  • ແກ້ໄຂເບີໂທຮັບຂໍ້ຄວາມລະຫັດ OTP

5.000 ກີບ/ຄັ້ງ

  • ແກ້ໄຂບັນຫາລາຍການໂອນເງິນເດືອນ

ບໍ່ເກັບ

  • ແກ້ໄຂລາຍການໂອນລອຍ. ລາຍການໂອນເງິນຂ້າມທະນາຄານພາຍໃນ ສປປ ລາວ (ແກ້ໄຂຜ່ານປ່ອງບໍລິການ)

10.000 ກີບ / ລາຍການ / ຄັ້ງ

13. ເບິ່ງບັນຊີສຳຮອງ (Account Statement)

ບໍ່ເກັບ

14. ແລກປ່ຽນເງິນຕາ (ຍົກເວັ້ນ ກີບ-ບາດ. ກີບ-ໂດລາ. ກີບ-ຢວນ ແມ່ນບໍ່ສາມາດແລກປ່ຽນໄດ້)

ບໍ່​ເກັບ

15. ເປີດນຳໃຊ້ User
  • 15.1 ເປີດນຳໃຊ້ບໍ່ເກີນ 6 User ID

ບໍ່ເກັບ

  • 15.2 ເປີດນຳໃຊ້ຫຼາຍກວ່າ 6 User ID (ນັບແຕ່ເປີດ User ID ທີ 7 ຂຶ້ນໄປ)

5.000 ກີບ / User ID

(ທຄຕລ ສະຫງວນສິດໃນການປ່ຽນແປງ ອັດຕາຄ່າທຳນຽມໃນການໃຊ້ບໍລິການ ໂດຍທະນາຄານຈະປະກາດ ຜ່ານເວັບໄຊ BCEL i-Bank ເປັນແຕ່ລະໄລຍະ)

VI. ເງື່ອນໄຂ ແລະ ຂໍ້ຜູກພັນ ເມື່ອນຳໃຊ້ BCEL i-Bank

ມາດຕາ 1:  ອະທິບາຍຄໍາສັບ           
1.1. ທຄຕລ: ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ.
1.2. BCEL i-Bank: ເປັນບໍລິການອອນລາຍຂອງ ທຄຕລ ທີ່ໃຫ້ລູກຄ້າສາມາດໃຊ້ບໍລິການຕ່າງໆຂອງ ທຄຕລ ຜ່ານທາງອິນເຕີເນັດ.
1.3. ເຈົ້າຂອງບັນຊີ/ລູກຄ້າ: ຜູ້ທີ່ມີສິດໃນສັ່ງຈ່າຍ, ຄຸ້ມຄອງ, ນໍາໃຊ້ບັນຊີ ຕາມກົດລະບຽບຂອງທະນາຄານ ແລະ ກົດໝາຍ ສປປ ລາວ.
1.4. ຜູ້ໃຊ້ບໍລິການ: ເປັນບຸກຄົນທີ່ໄດ້ຮັບສິດໃນການເຂົ້າລະບົບ ແລະ ນໍາໃຊ້ລະບົບການໃຫ້ບໍລິການ BCEL i-Bank ຕາມແບບຟອມສະໝັກ ຫຼື ຟອມປ່ຽນແປງ ຈາກລູກຄ້າ.
1.5. ຊອງລະຫັດລັບ: ເປັນຊອງທີ່ມີ User ID, ລະຫັດຜ່ານ, ເຄື່ອງ Token OTP (ຖ້າມີ) ທີ່ທາງ ທຄຕລ ໄດ້ປະກອບໃຫ້ຜູ້ໃຊ້ ນໍາໃຊ້ເພື່ອເຂົ້າສູ່ລະບົບຄັ້ງທຳອິດ.
1.6. User ID: ລະຫັດທີ່ເປັນ ຕົວເລກ ຫຼື ຕົວອັກສອນ ເພື່ອໃຊ້ໃນການເຂົ້າລະບົບ BCEL i-Bank.
1.7. ລະຫັດຜ່ານ: ເປັນລະຫັດທີ່ໃຊ້ Log on ເຂົ້າລະບົບໃຫ້ບໍລິການ BCEL i-Bank.
1.8. ເລກລະຫັດ OTP: ເປັນລະຫັດລັບທີ່ໃຊ້ຄັ້ງດຽວ ເພື່ອຢັ້ງຢືນຄວາມເປັນເຈົ້າຂອງທຸລະກໍາ ໃນລະບົບ BCEL i-Bank.
1.9. Token OTP: ເປັນຮູບແບບການຮັບເລກລະຫັດ OTP ຜ່ານ ອຸປະກອນອອກລະຫັດ.
1.10. SMS OTP: ເປັນຮູບແບບການຮັບເລກລະຫັດ OTP ຜ່ານ ຂໍ້ຄວາມສັ້ນເທິງໂທລະສັບມືຖື.
1.11. ເວລາ Cut-off: ເວລາທີ່ລະບົບ ຢຸດປະມວນຜົນທຸລະກຳຊົ່ວຄາວເຊັ່ນ: ການສະຫຼຸບບັນຊີທ້າຍມື້/ເດືອນ/ໄຕມາດ ນັບແຕ່ເວລາ 8 ໂມງແລງ ເປັນຕົ້ນໄປ (GMT+7), ແລະ ການສະຫຼຸບບັນຊີທ້າຍປີ (ທະນາຄານຈະແຈ້ງໃຫ້ຮັບຊາບກ່ອນການສະຫຼຸບ).
1.12. ໂມງ Clearing: ແມ່ນໂມງທີ່ທະນາຄານຮັບລາຍການໂອນເງິນຂອງລູກຄ້າໄປປະມວນຜົນກັບພາກສ່ວນທະນາຄານພາຍນອກ.
1.13. ມື້ສະຫຼຸບບັນຊີທ້າຍປີ: ມື້ທີ່ທະນາຄານຢຸດບໍລິການຊົ່ວຄາວ ເພື່ອໃຫ້ທະນາຄານສາມາດສະຫຼຸບຂໍ້ມູນທ້າຍປີ.
ມາດຕາ 2: ເງື່ອນໄຂພື້ນຖານຂອງຜູ້ໃຊ້ບໍລິການ
2.1. ຕ້ອງມີບັນຊີເງິນຝາກ ປະເພດ ຝາກປະຫຍັດ ຫຼື ກະແສລາຍວັນ ນຳທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
2.2. ມີອີເມວ ແລະ ເບີໂທ ທີ່ສາມາດຕິດຕໍ່ຫາໄດ້.
2.3. ຕ້ອງມີອຸປະກອນທີ່ສາມາດຮອງຮັບການນຳໃຊ້ລະບົບອອນລາຍເຊັ່ນ: ສາມາດເຊື່ອມຕໍ່ອິນເຕີເນັດ, ມີໜ້າຈໍສະແດງຜົນຕັ້ງແຕ່ 4 ນິ້ວ (inches) ຂື້ນໄປ, ບຣາວເຊີ້ ທີ່ອັບເດດ ແລະ ອື່ນໆ.
2.4. ມີອາຍຸ 18 ປີຂຶ້ນໄປ, ມີຄວາມຮັບຜິດຊອບຕໍ່ທຸລະກຳດ້ານອີເລັກໂທຼນິກຕາມລະບຽບກົດໝາຍວາງໄວ້.
ມາດຕາ 3: ບໍລິການ ແລະ ຂອບເຂດການໃຫ້ບໍລິການ BCEL i-Bank     
3.1. ບໍລິການຕ່າງໆທີ່ບໍ່ແມ່ນການໂອນເງິນ ເຊັ່ນ: ປັບແຕ່ງການຕັ້ງຄ່າການນໍາໃຊ້, ປ່ຽນລະຫັດຜ່ານ, ບໍລິການຕິດຕາມບັນຊີຕ່າງໆ, ຕິດຕາມ ແຊັກ, ເບິ່ງການເຄື່ອນໄຫວຍ້ອນຫຼັງ, ດຶງລາຍການບັນຊີສຳຮອງຍ້ອນຫຼັງ ແລະ ໃບຢັ້ງຢືນການໂອນເງິນ ແມ່ນສາມາດເຂົ້າເຖິງໄດ້ ຕະຫຼອດ 24 ຊົ່ວໂມງ.
3.2. ບໍລິການໂອນເງິນລະຫວ່າງບັນຊີຂອງຕົນເອງ, ໂອນເງິນພາຍໃນທຄຕລ, ໂອນເງິນພາຍໃນທຄຕລ ຫຼາຍບັນຊີ ແລະ ບໍລິການໂອນເງິນເດືອນ ໂດຍປົກກະຕິສາມາດດຳເນີນການໄດ້ເລີຍທຸກເວລາ ແຕ່ຍົກເວັ້ນທຸລະກໍາສ້າງຂື້ນໃນຊ່ວງເວລາ Cut Off ເຊິ່ງເປັນເວລາທີ່ລະບົບ ຢຸດສະຫຼຸບເພື່ອປະມວນຜົນຊົ່ວຄາວ, ທຸກທຸລະກໍາທີ່ເກີດຂື້ນໃນຊ່ວງ Cut Off ຈະຖືກຍົກໄປດຳເນີນການຫຼັງ ໂມງ Cut Off ຫຼື ບາງທຸລະກໍາກໍ່ບໍ່ສາມາດເຮັດໄດ້.
3.3. ບໍລິການໂອນເງິນຂ້າມທະນາຄານພາຍໃນປະເທດ: ແມ່ນບໍລິການໂອນເງິນ ຈາກບັນຊີ ທຄຕລ ໄປຫາບັນຊີປາຍທາງ ຂອງທະນາຄານອື່ນທີ່ມີສຳນັກງານຢູ່ພາຍໃນ ສປປ ລາວ. ລາຍລະອຽດການບໍລິການມີດັ່ງນີ້:

    • ສະເພາະລາຍການໂອນເງິນໄປຫາປາຍທາງທີ່ເປັນສະກຸນເງິນກີບ ແມ່ນຈະສາມາດເຮັດທຸລະກໍາ ທີ່ບັນຊີປາຍທາງ ສາມາດຮັບເງິນໄດ້ພາຍໃນມື້ ໂດຍຜ່ານລະບົບ NPS. ສໍາລັບລາຍການໂອນເງິນໃນວັນລັດຖະການ ແຕ່ຕົ້ນມື້ ຫາ 15:29 ໂມງ ຈະຖືກສົ່ງໄປພາຍໃນວັນດຽວກັນ. ສ່ວນລາຍການໂອນເງິນ 15:30 ໂມງໃນ ຫຼື ໃນວັນພັກລັດຖະການ ຈະຖືກສົ່ງໃນວັນລັດຖະການຖັດໄປ.
    • ສຳລັບລາຍການໂອນເງິນທີ່ເປັນສະກຸນເງິນອື່ນໆ ແມ່ນຈະຜ່ານໂມງ Clearing ເຊິ່ງເງິນຈະເຂົ້າບັນຊີປາຍທາງໃນໄລຍະເວລາ 1-3 ວັນລັດຖະການ ໂດຍລາຍການໂອນເງິນໃນວັນລັດຖະການ ແຕ່ຕົ້ນມື້ ຫາ 12:00 ໂມງທ່ຽງ ຈະຖືກສົ່ງໄປຍັງທະນາຄານປາຍທາງໃນມື້ດຽວກັນ. ສ່ວນລາຍການໂອນເງິນພາຍຫຼັງ 12:00 ໂມງທ່ຽງ ແລະ ວັນພັກລັດຖະການ ຈະຖືກສົ່ງໃນວັນລັດຖະການຖັດໄປ.
    • ສະເພາະມື້ສະຫຼຸບບັນຊີທ້າຍເດືອນ ຫຼື ໄຕມາດ ລູກຄ້າສາມາດໃຊ້ບໍລິການໂອນເງິນໄດ້ບໍ່ເກີນທ່ຽງ 12:00 ໂມງ.
    • ສໍາລັບວັນພັກສະຫຼຸບບັນຊີທ້າຍປີຂອງທະນາຄານ ລູກຄ້າຈະບໍ່ສາມາດເຮັດທຸລະກໍາການໂອນເງິນຂ້າມທະນາຄານໄດ້.
3.4. ບໍລິການໂອນເງິນຕ່າງປະເທດ: ເປັນການໂອນເງິນຈາກບັນຊີ ທຄຕລ ໄປຫາບັນຊີປາຍທາງ ຂອງທະນາຄານອື່ນຢູ່ຕ່າງປະເທດ ລາຍລະອຽດການບໍລິການມີດັ່ງນີ້:     
    • ໃນຂົງເຂດອາຊີ ລາຍການໂອນເງິນໃນວັນລັດຖະການ ແຕ່ຕົ້ນມື້ ຫາ 4:00 ແລງ, ລະບົບຈະສົ່ງລາຍການໂອນເງິນໄປຍັງທະນາຄານປາຍທາງພາຍໃນມື້.
    • ໃນຂົງເຂດອາຊີ ລາຍການໂອນເງິນພາຍຫຼັງ 4:00 ແລງ ແລະ ວັນພັກລັດຖະການ, ລະບົບຈະສົ່ງລາຍການໂອນເງິນໄປຍັງທະນາຄານປາຍທາງໃນວັນລັດຖະການຖັດໄປ.
    • ຂົງເຂດໃນທະວີບອື່ນລາຍການໂອນເງິນຂື້ນກັບກໍລະນີໄວຊ້າຂອງທະນາຄານປາຍທາງ.
3.5. ບໍລິການໂອນລອຍ: ທຸລະກໍາການໂອນເງິນສາມາດດຳເນີນການໄດ້ເລີຍທັນທີ ແຕ່ຜູ້ຮັບເງິນຕ້ອງມາຮັບເງິນໃນໂມງລັດຖະການເທົ່າ
3.6. ບໍລິການຊຳໃບບິນ: ເປັນບໍລິການທີ່ໃຊ້ຊຳລະສະສາງຄ່າ ນໍ້າປະປາ, ໄຟຟ້າ, ໂທລະສັບ, ອິນເຕີເນັດ, ສາຍເຊົ່າ Lease Line, ຕື່ມບັດໂທລະສັບ, ມອບອາກອນ, ຕື່ມບັດນໍ້າມັນປີໂຕເທຣດ, ບັດ Smart Tax ແລະ ອື່ນໆ ສາມາດດຳເນີນການໄດ້ເລີຍໃນທັນທີ ທີ່ສຳເລັດໃນການສ້າງລາຍການຊຳລະຍອດໜີ້, ແຕ່ສະ ເພາະໄຟຟ້າ ແລະ ນ້ຳປະປາ ຫຼັງ 3:30 ໂມງແລງຂອງມື້ທ້າຍເດືອນ ລະບົບຈະບໍ່ໃຫ້ຊຳລະຈົນກ່ວາຈະຮອດມື້ຖັດໄປ.
3.7. ຕັ້ງເວລາໂອນລ່ວງໜ້າ: ເປັນບໍລິການທີ່ໃຫ້ລູກຄ້າສາມາດຕັ້ງວັນທີ່ໂອນເງິນໄປໃນມື້ທີ່ຢູ່ໃນອານາຄົດ ສູງສຸດບໍ່ເກີນ 5 ປີ ແລະ ລາຍການຈະຖືກດຳເນີນການໄດ້ຕາມມື້ທີ່ກໍານົດ ເຊິ່ງບັນຊີຕົ້ນທາງຕ້ອງມີເງິນພຽງພໍທີ່ຈະຕັດໃນມື້ດັ່ງກ່າວເທົ່ານັ້ນ.
ມາດຕາ 4: ລາຍການທຸລະກໍາທີ່ບໍ່ສໍາເລັດ               
ຜູ້ໃຊ້ບໍລິການຮັບຊາບວ່າ ທຸລະກໍາການເງິນ ຂອງຜູ້ໃຊ້ທີ່ສ້າງຂຶ້ນ ຈະບໍ່ສໍາເລັດ ແລະ ລາຍການຈະຖືກຍົກເລີກໂດຍອັດຕະໂນມັດໃນບາງກໍລະນີລຸ່ມນີ້:
4.1. ຍອດເງິນທີ່ໃຊ້ໄດ້ໃນບັນຊີຕົ້ນທາງ ບໍ່ພຽງພໍ ທີ່ຈະຕັດຕາມຈໍານວນເງິນທີ່ຕ້ອງການໂອນ ໃນທຸກກໍລະນີການໂອນເງິນ.
4.2. ຈຳນວນເງິນທີ່ໂອນ ເກີນວົງເງິນທີ່ໄດ້ກໍານົດໄວ້ ເຊັ່ນ ວົງເງິນພາຍໃນມື້ຂອງການໂອນແຕ່ລະປະເພດ, ວົງເງິນທີ່ເຈົ້າຂອງບັນຊີໄດ້ກໍານົດໄວ້ ແລະ ວົງເງິນຂ້າມສະກຸນ.
4.3. ຂໍ້ມູນການໂອນບໍ່ຖືກເຊັ່ນ: ຊື່ບັນຊີບໍ່ຖືກ, ຂໍ້ມູນບໍ່ຄົບ (ຕົວຢ່າງ: ບໍ່ລະບຸເລກ IBAN, ບໍ່ໃສ່ທີ່ຢູ່ຜູ້ຮັບ ເວລາໂອນຕ່າງປະເທດ), ເລກບັນຊີປາຍທາງບໍ່ຖືກ, ຈຳນວນເງິນທີ່ມີຈຸດຈໍ້າບໍ່ຖືກປະເພດ, ໂອນໄປບັນຊີປາຍທາງທີ່ໄດ້ປິດບັນຊີແລ້ວ, ໂອນໄປປະເທດຕ້ອງຫ້າມ.
4.4. ສໍາລັບການໂອນເງິນຂ້າມທະນາຄານທີ່ບໍ່ສາມາດໂອນໄປເຖິງບັນຊີປາຍທາງໄດ້ ເນື່ອງຈາກເຫດຜົນໃນມາດຕາ 4 ຂໍ້ 4.3 ໃນກໍລະນີທີ່ ທຄຕລ ບໍ່ສາມາດຕິດຕໍ່ພົວພັນລູກຄ້າໃນເວລາ 10 ວັນລັດຖະການ ນັບຈາກວັນທີ່ໄດ້ຮັບແຈ້ງຈາກທະນາຄານປາຍທາງ, ທາງ ທຄຕລ ຈະສົ່ງເງິນຄືນບັນຊີຕົ້ນທາງ ຕາມຈໍານວນເງິນທີ່ໄດ້ໂອນ ບໍ່ລວມຄ່າທຳນຽມ.
4.5. ປະໜ້າຕ່າງການໂອນເງິນ ໄວ້ດົນເກິນເວລາທີ່ກໍານົດ ທຸກທຸລະກໍາຈະຖືກຍົກເລີກທັງໜົດ.
4.6. ທຸກທຸລະກໍາການໂອນເງິນອອກຈາກບັນຊີຜ່ານ BCEL i-Bank ຈະບໍ່ສາມາດສຳເລັດໄດ້ຖ້າເລກລະຫັດ OTP ບໍ່ຖືກຕ້ອງ ຫຼື ເຄື່ອງ OTP ຖືກລັອກ.
4.7. ເຫດຂັດຂ້ອງໃນການເຊື່ອມຕໍ່ສັນຍານອິນເຕີເນັດ ຫຼື ໂປຼແກມ Browser ທີ່ກໍາລັງປະມວນຜົນເວັບໄຊຂັດຂ້ອງ ຫຼື ບໍ່ອັບເດດ.
4.8. User ຜູ້ໃຊ້ ຍົກເລີກລາຍການ ເຊັ່ນ: ຜູ້ໃຊ້ ຍົກເລີກ ລາຍການໂອນລ່ວງໜ້າ ທີ່ຕັ້ງເວລາໄວ້ກ່ອນມື້ທີ່ມີຜົນບັງຄັບໃຊ້

ມາດຕາ 5: ວ່າດ້ວຍຜູ້ໃຊ້ບໍລິການ
ຜູ້ໃຊ້ບໍລິການຮັບຊາບ, ຍອມຮັບ ແລະຕົກລົງກັບທະນາຄານດັ່ງນີ້:             
5.1. ຜູ້ໃຊ້ບໍລິການ ຕົກລົງວ່າ ການດໍາເນີນງານໃດໆໃນການເຂົ້າລະບົບໃຫ້ບໍລິການ BCEL i-Bank ທີ່ໃຊ້ User ID, ລະຫັດລັບ ແລະ
ລະຫັດ OTP ຖືກຕ້ອງຕາມທີ່ ທຄຕລ ໄດ້ອອກໃຫ້ຜູ້ນໍາໃຊ້ ຖືວ່າເປັນລາຍການທີ່ຜູ້ໃຊ້ບໍລິການເປັນຜູ້ສ້າງນັ້ນຂຶ້ນມາ, ຜູ້ໃຊ້ບໍລິການຕ້ອງເປັນຜູ້ຮັບຜິດ ຊອບຕໍ່ລາຍການນັ້ນ, ທຄຕລ ຈະເປັນຜູ້ດໍາເນີນການຕາມການສ້າງລາຍການຂອງຜູ້ໃຊ້ໂດຍບໍ່ຈໍາເປັນຕ້ອງການ ການຢືນຢັນ ຫຼື ການແຈ້ງ ເພີ່ມຕື່ມຈາກທ່ານຜູ້ໃຊ້ບໍລິການ. 
5.2. ທ່ານຜູ້ໃຊ້ບໍລິການບໍ່ສາມາດຍົກເລີກ, ປ່ຽນແປງ, ປະຕິເສດລາຍການທຸລະກໍາທີ່ສຳເລັດໄປແລ້ວຜ່ານບໍລິການ BCEL i-Bank. 
5.3. ຜູ້ໃຊ້ບໍລິການຈະນໍາໃຊ້ BCEL i-Bank ໃຫ້ຖືກຕ້ອງຕາມລະບຽບການພາຍໃນອົງກອນ ແລະ ຮັບປະກັນວ່າຜູ້ນໍາໃຊ້ຈະຮັກສາຄວາມລັບຕ່າງໆ, ຂໍ້ມູນບັນຊີ, ຂໍ້ມູນການ ເຄື່ອນໄຫວບັນຊີຂອງອົງກອນ ພ້ອມທັງປະຕິບັດຕາມຂັ້ນຕອນ, ວົງເງິນ ແລະ ລະບຽບການຕ່າງໆທີ່ກໍານົດໄວ້ນໍາ ທຄຕລ ທຸກປະການ.
5.4. ຜູ້ໃຊ້ບໍລິການຕ້ອງຮັກສາ User ID, ລະຫັດຜ່ານ ແລະ ລະຫັດ OTP ໄວ້ເປັນຄວາມລັບ.
5.5. ກໍລະນີ ຜູ້ໃຊ້ບໍລິການໃສ່ລະຜ່ານເຂົ້າລະບົບບໍ່ຖືກຕ້ອງກາຍ 5 ຄັ້ງ ຫຼື ບໍ່ໄດ້ເຂົ້ານໍາໃຊ້ BCEL i-Bank ເປັນເວລາ 6 ເດືອນຂຶ້ນໄປ ຈະຖືກຍົກເລີກການໃຊ້ບໍລິການຊົ່ວຄາວ.
5.6. ການກົດເອົາລະຫັດຈາກເຄື່ອງກົດລະຫັດ OTP ຜູ້ໃຊ້ບໍ່ໃຫ້ກົດ 3 ເຖິງ 10 ເທື່ອລຽນຕິດໂດຍບໍ່ໄດ້ນໍາໃຊ້ ລະບົບຈະຍົກເລີກການນໍາໃຊ້ອຸປະກອນຊົ່ວຄາວ.
5.7. ສໍາລັບຜູ້ໃຊ້ບໍລິການທີ່ລົງທະບຽນ SMS OTP, ລະບົບຈະສົ່ງລະຫັດ OTP ໃຫ້ແຕ່ສະເພາະເບີໂທລະສັບທີ່ມີຜູ້ໃຫ້ບໍລິການເຄືອຂ່າຍໃນ ສປປ ລາວ ໃນເຂດທີ່ມີສັນຍານໂທລະສັບ ພາຍໃນ ສປປ ລາວ ເທົ່ານັ້ນ.
5.8. ໃນກໍລະນີກວດພົບ ຫຼື ສົງໃສວ່າບຸກຄົນອື່ນ ຮູ້ລະຫັດຜ່ານເຂົ້າລະບົບໂດຍບໍ່ໄດ້ຮັບການອະນຸຍາດ, ທ່ານຜູ້ໃຊ້ບໍລິການຕ້ອງປ່ຽນລະຫັດຜ່ານໃໝ່ ຫຼື ແຈ້ງໃຫ້ ທຄຕລ ຮູ້ທັນທີ.
5.9. ຜູ້ໃຊ້ບໍລິການຕ້ອງຮັບຜິດຊອບຕໍ່ການລືມລະຫັດຜ່ານ ແລະ ເຄື່ອງອອກລະຫັດ OTP ເປ່ເພ. ໂດຍຜູ້ໃຊ້ບໍລິການຕ້ອງຂຽນຟອມຂໍລະຫັດໃໝ່ ຫຼື ປະກອບເຄື່ອງ OTP ໃໝ່ ເອງຕາມລະບຽບຂອງ ທຄຕລ. ສະເພາະເຄື່ອງອອກລະຫັດ OTP ສາມາດປ່ຽນໃໝ່ໄດ້ໃນຊ່ວງເວລາຮັບປະກັນເປ່ເພດ້ວຍໂຕເຄື່ອງ 1 ປີ ໂດຍນັບຈາກມື້ລົງທະບຽນ.
5.10. ທຸລະກໍາການຊຳລະສະສາງການເງິນ ສຳລັບເງິນໂອນຂ້າມທະນາຄານພາຍໃນປະເທດ ແລະ ເງິນໂອນຕ່າງປະເທດຜ່ານ BCEL
i-Bank, ຜູ້ໃຊ້ບໍລິການ ຕ້ອງມີເອກະສານຕ່າງໆທີ່ກ່ຽວຂ້ອງຕາມລະບຽບຂອງທາງທະນາຄານກໍ່ຄືກົດໝາຍກ່ຽວກັບການຊໍາລະຊະສາງທັງພາຍໃນ ແລະ ຕ່າງປະເທດ. ຜູ້ໃຊ້ບໍລິການຕ້ອງ ຮັບປະກັນວ່າເອກະສານດັ່ງກ່າວຖືກຕ້ອງ, ບໍ່ໄດ້ດັດແກ້ ຫຼືແກ້ໄຂໃດໆໃນເອກະສານນັ້ນ. ຜູ້ໃຊ້ບໍລິການພ້ອມຈະຮັບຜິດຊອບຕໍ່ທຸກລາຍການທີ່ໄດ້ດໍາເນີນການ ຜ່ານລະບົບ BCEL i-Bank. ໃນກໍລະນີທາງ ທຄຕລ ຮຽກຮ້ອງໃຫ້ຜູ້ໃຊ້ບໍລິການສະແດງເອກະສານຕົ້ນສະບັບເພື່ອ ກວດກາຄວາມຖືກຕ້ອງ ຜູ້ໃຊ້ບໍລິການຕ້ອງຮັບປະກັນໃນຄວາມຖືກຕ້ອງຂອງ ເອກະສານທີ່ໄດ້ສະໜອງໃຫ້ ທຄຕລ.
ມາດຕາ 6: ສິດທິ ແລະຄວາມຮັບຜິດຊອບຂອງຜູ້ນໍາໃຊ້       
6.1. ຜູ້ນໍາໃຊ້ສາມາດປ່ຽນແປງຮູບແບບການນໍາໃຊ້ ໂດຍສົ່ງຟອມປ່ຽນແປງຂໍ້ມູນໃຫ້ທະນາຄານ ເພື່ອໃຫ້ແທດເໝາະກັບນະໂຍບາຍພາຍໃນຂອງຜູ້ໃຊ້ບໍລິການ ແຕ່ລະໄລຍະ.
6.2. ການຮ້ອງຮຽນກ່ຽວກັບຄວາມຜິດພາດ, ຜິດລະບຽບ ທີ່ໄດ້ເກີດຂຶ້ນຢູ່ພາຍໃຕ້ຄວາມຮັບຜິດຊອບໃນການໃຫ້ບໍລິການຂອງ ທຄຕລ ຕ້ອງໄດ້ເຮັດເປັນໜັງສືຮ້ອງຮຽນ ແລະ ຄັດແນບກັບເອກະສານອ້າງອີງຕ່າງໆ (ຖ້າມີ) ແລ້ວສົ່ງໃຫ້ ທຄຕລ ພາຍໃນ 07 ວັນລັດຖະການນັບແຕ່ມື້ທີ່ ສິດທິ ແລະ ຜົນປະໂຫຍດຂອງຜູ້ໃຊ້ໄດ້ຮັບຜົນກະທົບ, ຖ້າເກີນກໍານົດເວລາດັ່ງກ່າວທາງ ທຄຕລ ຈະບໍ່ຮັບຜິດຊອບໃນການແກ້ໄຂ. ໃນກໍລະນີການຮ້ອງຮຽນດັ່ງ ກ່າວບໍ່ຢູ່ໃນຄວາມຮັບຜິດຊອບຂອງ ທຄຕລ ຜູ້ຮ້ອງຮຽນຕ້ອງຮັບຜິດຊອບຄ່າໃຊ້ຈ່າຍທີ່ເກີດຂຶ້ນຈາກ ການແກ້ໄຂການຮ້ອງຮຽນດັ່ງກ່າວຕາມລະ ບຽບ ຂອງ ທຄຕລ   .
6.3. ຜູ້ນຳໃຊ້ ຕ້ອງເຂົ້າລະບົບຜ່ານເວັບໄຊຫຼັກຂອງທະນາຄານເທົ່ານັ້ນ ແລະ ຜູ້ນຳໃຊ້ຕ້ອງບໍ່ເຂົ້າ ຫຼື ໄປອັບເດດຂໍ້ມູນ ເລກບັນຊີ, User ID, ລະຫັດຜ່ານເຂົ້າລະບົບ, ລະຫັດໂອນເງິນ ໃຫ້ສື່ຫຼອກລວງຕາມ Link ເວັບໄຊ, ຂໍ້ຄວາມສັ້ນ ແລະ ສື່ໂຄສະນາອອນລາຍຕ່າງໆ.
6.4. ເມື່ອພົບເຫັນກໍລະນີຕ້ອງສົງໃສ ຕ້ອງກວດສອບກັບ ທຄຕລ ກ່ອນນໍາໃຊ້ ຕາມໝາຍເລກຕິດຕໍ່ 1555 ຫຼື +85621 264959 ຫຼື ອີເມວ e-banking@bcel.com.la
6.5. ຜູ້ນຳໃຊ້ຍອມຮັບ ແລະ ຮັບຮູ້ການປ່ຽນແປງດ້ານເງື່ອນໄຂ, ຂໍ້ຕົກລົງຕ່າງໆ ແລະ ຄ່າທຳນຽມໃນການໃຊ້ບໍລິການໂດຍທະນາຄານຈະປະ ກາດເປັນແຕ່ລະໄລຍະຜ່ານເວັບ BCEL i-Bank.
6.6. ຜູ້ນຳໃຊ້ຕ້ອງນຳໃຊ້ຜະລິດຕະພັນ BCEL i-Bank ນີ້ ໃຫ້ຖືກຕ້ອງຕາມຈຸດປະສົງຂອງທະນາຄານ ກໍຄືອຳນວຍຄວາມສະດວກໃນການເຮັດທຸລະກຳຂອງທະນາຄານໃຫ້ຜູ້ນຳໃຊ້ ຫຼື ອົງກອນຂອງຜູ້ນຳໃຊ້ເທົ່ານັ້ນ. ຫ້າມນຳໃຊ້ຜະລິດຕະພັນນີ້ເປັນເຄື່ອງມືໃຫ້ບໍລິການລູກຄ້າຂອງຕົນເພື່ອສ້າງລາຍຮັບຢ່າງເດັດຂາດ.
ມາດຕາ 7: ສິດທິ ແລະຄວາມຮັບຜິດຊອບຂອງ ທຄຕລ       
7.1. ກໍານົດ ຫຼື ປ່ຽນແປງອັດຕາຄ່າທໍານຽມໃນການໃຊ້ບໍລິການ ຜະລິດຕະພັນຕ່າງໆ ຕາມຄວາມເໝາະສົມຂອງແຕ່ລະໄລຍະ.
7.2. ມີສິດບັອກ ຫຼື ປະຕິເສດບັນດາ ລາຍການເຄື່ອນໄຫວທຸລະກໍາ ທີ່ບໍ່ເໝາະສົມ ແລະ ບໍ່ຖືກຕ້ອງຕາມລະບຽບການຂອງ ທຄຕລ.
7.3. ທຄຕລ ຈະປະຕິບັດການລົງທະບຽນ ຫຼື ປ່ຽນແປງຂໍ້ມູນ ຕາມຟອມສະໝັກ / ແບບຟອມປ່ຽນແປງການນໍາໃຊ້ ຈາກລູກຄ້າ.
7.4. ໃນກໍລະນີມີການບໍາລຸງຮັກສາລະບົບ, ຍົກລະດັບລະບົບ ທະນາຄານມີສິດຢຸດການນໍາໃຊ້ຂອງລູກຄ້າ ຊົ່ວຄາວ.
7.5. ການໃຫ້ບໍລິການອາດຈະຖືກຢຸດທັນທີ ພາຍຫຼັງທີ່ທະນາຄານໄດ້ກວດພົບວ່າຜູ້ໃຊ້ບໍລິການບໍ່ປະຕິບັດຕາມເງື່ອນໄຂ ແລະຂໍ້ກໍານົດທີ່ໄດ້ຕົກລົງກັນ.
7.6. ຮັບປະກັນຜົນປະໂຫຍດສູງສຸດຂອງລູກຄ້າ ຕາມຂໍ້ກໍານົດ ແລະ ເງື່ອນໄຂໃນການໃຊ້ບໍລິການ BCEL i-Bank ຂອງ ທຄຕລ.
7.7. ເກັບຂໍ້ມູນທີ່ກ່ຽວຂອ້ງກັບລູກຄ້າໄວ້ເປັນຄວາມລັບເຊັ່ນ: ຂໍ້ມູນບັນຊີ, ຂໍ້ມູນການເຄື່ອນໄຫວ ເປັນຄວາມລັບຕາມລະບຽບການຂອງ ທຄຕລ.
7.8. ແກ້ໄຂການຮ້ອງຮຽນຕ່າງໆ ຕາມມາດຕາ 4 ຂໍ້ 4.2.
7.9. ທຄຕລ ຈະບໍ່ຮັບຜິດຊອບຕໍ່ຄວາມເສຍຫາຍຕ່າງໆທີ່ເກີດຂື້ນ ອັນເນື່ອງມາຈາກຜູ້ໃຊ້ບໍລິການບໍ່ປະຕິບັດຕາມເງື່ອນໄຂຕ່າງໆໃນເອກະສານສະ ບັບນີ້ ແລະ ໂດຍສະເພາະ ມາດຕາ 3, ຂໍ້ 3.3 ແລະ ມາດຕາ 5, ຂໍ້ 5.3 ໂດຍຜູ້ໃຊ້ບໍລິການເອງນໍາໃຊ້ໄປໃນທາງທີ່ຜິດຕໍ່ລະບຽບກົດໜາຍ ແລະ ເຂົ້າ Link ເວັບໄຊ ຕ່າງໆທີ່ບໍ່ປອດໄພ ແລະ ປ້ອນຂໍ້ມູນ ໃຫ້ຜູ້ບໍ່ຫັວງດີ ທີ່ນໍາພາຄວາມເສຍຫາຍມາໃຫ້ຜູ້ໃຊ້ບໍລິການ.
7.10. ທຄຕລ ຈະບໍ່ຮັບຜິດຊອບຕໍ່ເຫດສຸດວິໃສຕ່າງໆພາຍນອກທີ່ເຮັດໃຫ້ທຸລະກໍາການເງິນມີບັນຫາເຊັ່ນ:

    • ຄວາມບົກຜ່ອງຂອງລະບົບຄອມພີວເຕີ, ລະບົບສື່ສານອິນເຕີເນັດຂອງຜູ້ໃຊ້ບໍລິການເອງ ແລະ ຂອງຜູ້ໃຫ້ບໍລິການອິນເຕີເນັດ ທີ່ເຮັດໃຫ້ທຸລະກໍາການເງິນບໍ່ຖືກຕ້ອງ ໃນກໍລະນີທີ່ລະບຸຂໍ້ມູນທຸລະກໍາດັ່ງກ່າວຖືກຕ້ອງແລ້ວເຊັ່ນ: ໂອນໄປແລ້ວເງິນຖືກຫັກເປັນ 2 ເທື່ອ, ລະບົບບໍ່ຫັກລ້າງໜີ້ທີ່ຄ້າງຊຳລະ, ໜ້າຕ່າງການເຮັດທຸລະກໍາຄ້າງ, ດາວໂຫຼດລາຍງານບໍ່ໄດ້, ບັນຫາທີ່ເນື່ອງມາຈາກ Browser ຕ່າງໆ ທີ່ສົ່ງຜົນຕໍ່ການນໍາໃຊ້ເຮັດທຸລະກໍາ.
    • ບັນຫາໄພທຳມະຊາດເຊັ່ນ: ໄຟຟ້າດັບ, ນ້ຳຖ້ວມ, ຟ້າຜ່າ ແລະໄພທຳມະຊາດອື່ນໆ ທີ່ເຮັດໃຫ້ທຸລະກໍາການເງິນບໍ່ສາມາດດຳເນີນການໄດ້.
    • ບັນຫາເລກບັນຊີບໍ່ຖືກຕ້ອງ ເຊັ່ນ: ທະນາຄານມີການປ່ຽນແປງເລກບັນຊີ ໃນລະບົບເກົ່າ 13 ໂຕເລກ ປ່ຽນມາລະບົບໃໝ່ 18 ໂຕເລກ, ບັນຊີປາຍທາງປິດແລ້ວເປີດເປັນເລກໃໝ່ແລ້ວ.
ມາດຕາ 8: ກົດໝາຍອ້າງອີງກ່ຽວກັບການແກ້ໄຂຂໍ້ຂັດແຍ່ງ   
ເງື່ອນໄຂ ແລະ ຂໍ້ຜູກພັນໃນການໃຊ້ບໍລິການ BCEL i-Bank  ຂອງ ທຄຕລ ສະບັບນີ້ໄດ້ຮັບການຄຸ້ມຄອງຈາກກົດໝາຍ ສປປ ລາວ. ຖ້າເນື້ອໃນໃດໜຶ່ງໃນເງື່ອນໄຂການນຳໃຊ້ບໍລິການ BCEL i-Bank ສະບັບນີ້ ມີຂໍ້ຂັດແຍ່ງ ຫຼື ຂັດກັບຂໍ້ກຳນົດຂອງກົດໝາຍ, ຈະຖືວ່າເປັນຂໍ້ກຳນົດທີ່ເປັນໂມຄະບາງສ່ວນເທົ່ານັ້ນ, ເນື້ອໃນ ຫຼື ຂໍ້ກຳນົດສ່ວນອື່ນຈະຍັງມີຜົນບັງຄັບໃຊ້ຢູ່. 
ໃນກໍລະນີມີຂໍ້ຂັດແຍ່ງເກີດຂຶ້ນຈາກການໃຫ້ບໍລິການ ແລະ ການນໍາໃຊ້ BCEL i-Bank ລະຫວ່າງຜູ້ນໍາໃຊ້ບໍລິການ ກັບ ທຄຕລ, ການແກ້ໄຂຂໍ້ຂັດແຍ່ງດັ່ງກ່າວ, ກ່ອນອື່ນໝົດ ຈະຕ້ອງໄດ້ຮັບການແກ້ໄຂດ້ວຍການໄກ່ເກ່ຍ. ກໍລະນີບໍ່ສາມາດໄກ່ເກ່ຍກັນໄດ້, ຝ່າຍກ່ຽວຂ້ອງສາມາດຟ້ອງຮ້ອງ ຕາມລະບົບຍຸຕິທຳແຫ່ງ  ສປປ ລາວ. ຖ້າຫາກລູກຄ້າບໍ່ທັນເຂົ້າໃຈບາງເນື້ອໃນ ຫຼື ເງື່ອນໄຂ ຄວນສອບຖາມນຳພະນັກງານ ທຄຕລ ເພື່ອຂໍຄຳອະທິບາຍກະຈ່າງແຈ້ງ.
ມາດຕາ 9: ບັນຫາຕົກລົງກັນອື່ນໆ ແລະ ການປະຕິບັດ       

ເງື່ອນໄຂ ແລະ ຂໍ້ຜູກພັນໃນການໃຊ້ບໍລິການ BCEL i-Bank ທີ່ອອກໂດຍ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ພ້ອມກັບເອກະສານຕິດຂັດທີ່ກ່ຽວຂ້ອງ ຖືວ່າເປັນສ່ວນໜຶ່ງທີ່ບໍ່ສາມາດແຍກອອກຈາກກັນ. ລູກຄ້າໄດ້ອ່ານ, ເຂົ້າໃຈ, ຮັບຮູ້ ແລະ ຍອມປະຕິບັດ ໃຫ້ຖືກຕ້ອງທຸກປະການ. ບັນດາເອກະສານດັ່ງກ່າວມີຜົນບັງຄັບໃຊ້ ນັບຕັ້ງແຕ່ມື້ ລູກຄ້າໃຫ້ຂໍ້ມູນ, ເຊັນຊື່ ແລະ ປະທັບກາໃນແບບຟອມລົງທະບຽນຂໍນໍາໃຊ້ BCEL i-Bank ເປັນຕົ້ນໄປ.