ຂັ້ນຕອນນຳໃຊ້ລະບົບ
BCEL i-Bank Version 3


ກ່ອນທີ່ທ່ານຈະສາມາດນຳໃຊ້ລະບົບໃໝ່ໄດ້ ທ່ານຈະຕ້ອງໄດ້ປະຕິບັດຕາມຂັ້ນຕອນດັ່ງລຸ່ມນີ້:

ຂັ້ນຕອນ 1: ເຂົ້າລະບົບ BCEL i-Bank Version 2 (ລະບົບເກົ່າ) ແລະ ເຂົ້າລິ້ງ "New i-Bank"

ຂັ້ນຕອນນີ້ ທ່ານຈະຕ້ອງເຂົ້າສູ່ລະບົບ BCEL i-Bank Version 2 (ລະບົບເກົ່າ) ກ່ອນ ແລ້ວເຂົ້າໄປຫາລິ້ງ "New i-Bank EN" ສຳລັບພາສາອັງກິດ ຫຼື "New i-Bank LA"ສຳລັບພາສາລາວ ຕາມຮູບດ້ານລຸ່ມ

ໝາຍເຫດ: ຫຼັງຈາກຂັ້ນຕອນການຍ້າຍຂໍ້ມູນນີ້ສິ້ນສຸດ ທ່ານຈະບໍ່ສາມາດເຂົ້າສຸ່ລະບົບ BCEL i-Bank Version 2 (ລະບົບເກົ່າ) ໄດ້ອີກ.

ເຂົ້າລະບົບ BCEL i-Bank Version 2
(ລະບົບເກົ່າ)



ຂັ້ນຕອນ 2: ປ້ອນຂໍ້ມູນຜູ້ໃຊ້ຂອງທ່ານ ແລະ ຢືນຢັນລະຫັດ OTP ຄັ້ງທຳອິດ

ຫຼັງຈາກກົດລິ້ງ "Login to new i-Bank" ຈະມີໜ້າຕ່າງໃໝ່ປະກົດຂຶ້ນມາດັ່ງຮູບດ້ານລຸ່ມ. ທ່ານຈະຕ້ອງພິມລະຫັດຜູ້ໃຊ້ (User ID) ຂອງທ່ານໃສ່ຫ້ອງລະຫັດຜູ້ໃຊ້ ເພື່ອກວດສອບ.
ໝາຍເຫດ: ທ່ານຈະຕ້ອງໄດ້ເຂົ້າລະບົບ BCEL i-Bank Version 2 (ລະບົບເກົ່າ) ປະໄວ້ ໃນລະຫວ່າງທີ່ປະຕິບັດການປ່ຽນໃຊ້ລະບົບໃໝ່. ທ່ານຈະບໍ່ສາມາດປ່ຽນໃຊ້ລະບົບໃໝ່ໄດ້ສຳເລັດ ຖ້າທ່ານອອກຈາກລະບົບເກົ່າກ່ອນທີ່ຈະສິ້ນສຸດການປ່ຽນ.


ຖ້າຫາກລະຫັດຜູ້ໃຊ້ຂອງທ່ານຖືກຕ້ອງ, ພາກສ່ວນ "ເລກບັນຊີ" ຈະສະແດງຂຶ້ນມາຕື່ມເພື່ອໃຫ້ທ່ານປ້ອນເລກບັນຊີ ທີ່ຂຶ້ນກັບລະຫັດຜູ້ໃຊ້ຂອງທ່ານ.


ຫຼັງຈາກປ້ອນເລກບັນຊີທີ່ຖືກຕ້ອງໃສ່ແລ້ວ, ພາກສ່ວນ "ລະຫັດ OTP" ຈະສະແດງຂຶ້ນມາ ເພື່ອໃຫ້ທ່ານປ້ອນເລກລະຫັດ One-Time Password (OTP) ເພື່ອກວດສອບ. ລະຫັດ OTP ໄດ້ມາຈາກ ເຄື່ອງກົດ OTP Token ຫຼື OTP SMS ທີ່ຈະສົ່ງເຂົ້າໂທລະສັບຂອງທ່ານ. ກົດ "ດຳເນີນການຕໍ່" ຫຼັງຈາກປ້ອນລະຫັດ OTP ສຳເລັດ.
** ໃນກໍລະນີທີ່ທ່ານບໍ່ສາມາດຮັບລະຫັດ OTP ໄດ້, ກະລຸນາຕິດຕໍ່ທະນາຄານເພື່ອແກ້ໄຂບັນຫາດັ່ງກ່າວ.


ຂັ້ນຕອນ 3: ຢືນຢັນລະຫັດ OTP ຄັ້ງທີສອງ

ຖ້າຫາກບໍ່ມີບັນຫາໃນຂັ້ນຕອນທີ 2 ແລ້ວ, ທ່ານຈະເຫັນໜ້າໃຫ້ຢືນຢັນລະຫັດ OTP ອີກຄັ້ງໜຶື່ງ ໂດຍທີ່ທ່ານຈະຕ້ອງໄດ້ປ້ອນລະຫັດ OTP ຊຸດໃໝ່ເຂົ້າລະບົບອີກຄັ້ງ. ກົດ "ດຳເນີນການຕໍ່" ຫຼັງຈາກປ້ອນລະຫັດ OTP ຄັ້ງທີສອງ ສຳເລັດ.


ຂັ້ນຕອນ 4: ປ່ຽນລະຫັດຜ່ານ

ຖ້າຫາກທຸກຢ່າງຖືກຕ້ອງໝົດແລ້ວ, ລະບົບຈະໃຫ້ທ່ານປ່ຽນລະຫັດຜ່ານໃໝ່ ດັ່ງຮູບຂ້າງລຸ່ມນີ້. ລະຫັດທີ່ທ່ານປ່ຽນໃນຂັ້ນຕອນນີ້ ຈະກາຍເປັນລະຫັດຜ່ານທີ່ທ່ານຈະນຳໃຊ້ໃນການເຂົ້າສຸ່ລະບົບໃໝ່.


ຂັ້ນຕອນສຸດທ້າຍ: ສຳເລັດ!

ໜ້າຕ່າງສຳເລັດຈະປະກົດໃຫ້ທ່ານເຫັນຫຼັງຈາກທີ່ທ່ານໄດ້ປ່ຽນລະຫັດຜ່ານສຳເລັດ. ທ່ານສາມາດເຂົ້າສູ່ລະບົບ BCEL i-Bank Version 3 ໄດ້ທັນທີ ໂດຍກົດປຸ່ມ "ກັບໄປໜ້າຫຼັກ" ເພື່ອໄປໜ້າຫຼັກຂອງລະບົບໃໝ່.
ໝາຍເຫດ: ຫຼັງຈາກຂັ້ນຕອນນີ້ສິ້ນສຸດ ທ່ານຈະບໍ່ສາມາດເຂົ້າສຸ່ລະບົບ BCEL i-Bank Version 2 (ລະບົບເກົ່າ) ໄດ້ອີກ.



^ ກັບຄືນ