ບໍລິການໂອນເງິນຢວນໄປ ສປ ຈີນ ຜ່ານລະບົບ Border Trade E-Bank

ບໍລິການໂອນເງິນອອກ - Outward Remittance ຜ່ານລະບົບ Border Trade E-bank

ຊື່ຜະລິດຕະພັນ

ບໍລິການໂອນເງິນອອກ - Outward Remittance ຜ່ານລະບົບ Border Trade E-bank

ຄຸນລັກສະນະ

  • ທຄຕລ ສາມາດຕອບສະໜອງທ່ານທີ່ຕ້ອງການໂອນເງິນ ສະກຸນເງິນຢວນ ໄປ ສ.ປ ຈີນ ເພື່ືອຊໍາລະຄ່າສິນຄ້າ, ຄ່າບໍລິການ, ຄ່າຮຽນ ແລະ ອື່ນໆ ດ້ວຍຄວາມປອດໄພ, ວ່ອງໄວ ໂດຍຜ່ານລະບົບ Border Trade E-bank ເຊິ່ງເປັນລະບົບສະເພາະ ການໂອນສະກຸນເງິນຢວນໄປ ສປ ຈີນ.

ຈຸດປະສົງ​ ​ການ​​ໂອນ​ເງິນ​ໄປ​ຕ່າງປະ​ເທດ:

  • ສາມາດຊໍາລະຄ່າສິນຄ້າ ແລະ ບໍລິການຕ່າງໆ
  • ສໍາລັບລູກ​ຄ້າ​ສ່ວນ​ບຸກຄົນ​ທ່ານ​ສາມາດ​ໂອນ​ເງິນ​ໄປ​ຕ່າງປະ​ເທດ​ເພື່ອ​ຊໍາລະ​ ຄ່າປິ່ນປົວ,  ການສຶກສາ, ຢ້ຽມຢາມ​ຕ່າງປະ​ເທດ ຕາມລະບຽບ​ການ​ທີ່ທະ​ຄານ​ແຫ່ງ ສປປລາວ ວາງ​ອອກແຕ່ລະໄລຍະ.

ຜົນປະໂຫຍດ

ທີ່ໄດ້ຮັບ

  • ​ສາມາດໂອນ​ເງິນ​ໄປ​ທຸກ​ທະນາຄານ​ທີ່ຢູ່​ໃນ ສ.ປ ຈີນ ດ້ວຍຄວາມວອ່ງ​ໄວ ​ແລະ ​ປອດ​ໄພ.
  • ສາມາດ​ໂອນ​ອອກໄດ້ສະເພາະ​ສະກຸນ​ເງິນຢວນ (CNY)

ເງື່ອນໄຂການໃຊ້ບໍລິການ:

 

  • ກະກຽມເອກະສານ ຫຼັກຖານ ປະກອບການໂອນເງິນ ໂດຍອີງຕາມຈຸດປະສົງຂອງການໂອນ ຫຼື ອີງຕາມລະບຽບການທີ່ ທຄຕລ ແຈ້ງອອກໃນແຕ່ລະໄລຍະ
  • ທະນາຄານຈະບໍ່ໃຫ້ບໍລິການໂອນເງິນລະຫວ່າງປະເທດ ໃນກໍລະນີທີ່ຂໍ້ມູນຜູ້ຮັບເງິນຢູ່ໃນລາຍຊື່ຕ້ອງຫ້າມ
  • ຊ່ວງເວລາຮັບເງິນໂອນ ຈະຂຶ້ນຢູ່ກັບເວລາການໃຫ້ບໍລິການຂອງທະນາຄານຜູ້ຮັບເງິນ