ຄຸນລັກສະນະ:

            ທຸກໆ ​ທ່ານ​ທີ່​ມີ​ບັນ​ຊີ ຫຼື​ບໍ່​ມີ​ບັນຊີ​ກັບທະນາຄາ​ນການ​ຄ້າ​ຕ່າງປະ​ເທດ​ລາວ ກໍ່​ສາ ມາດຮັບ​ເງິນ​ໂອນ​ຈາກທຸກໆ​ທະນາຄານ​ຢູ່​ຕ່າງປະ​ເທດ​ມາລາ​ວ ກັບ​ລະບົບ​ໂອນ​ເງິນ​ທີ່​ທັນ​ ສະ​ໄໝ​ ຜ່ານ​ລະບົບ SWIFT ​ແລະ ​ເຊິ່ງ​ເປັນ​ລະບົບ​ມາດຕາ​ຖານ​ສາກົນ​ທີ່​ຍອມຮັບ​ກັນ​ທົ່ວ​​ໂລກ. ດັ່ງ​ນັ້ນ, ທ່ານ​ຈະ​ໄດ້​ຮັບ​ຄວາມ​ສະດວກ​ວອ່ງ​ໄວ. ການ​ສົ່ງ​ຄຳ​ສັ່ງ​ໂອນ​ເງິນ​ພຽງ​​ແຕ່ໃຫ້​ຜູ້​ສົ່ງ​ເງິນ ​ແຈ້ງ​ທະນາຄານ​ຜູ້​ສົ່ງ​ເງິ​ນ ສົ່ງ​ຄຳ​ສັ່ງ​ໂອນ​ເງິນຜ່ານ SWIFT ມາ​ທີ່ BCEL ພ້ອມ​ທັງ​ລະບຸ SWIFT : COEBLALA ຊື່​ບັນຊີ ​ແລະ​ເລກ​ບັນຊີ​ຂອງ​ຜູ້​ຮັບ​ເງິນ​ໂອນ​ມາ​ຢ່າງ​ຖືກຕ້ອງ ​ແລະ​ຊັດ​ເຈນ.

ຜົນປະໂຫຍດທີ່ໄດ້ຮັບ:

  • ທ່ານ​​ໄດ້​ຮັບ​ເງິນໂອນຈາກ​​ທະນາຄານ​ຢູ່​ຕ່າງປະ​ເທດ​ໄດ້​ຢ່າງວອ່ງ​ໄວ ​ແລະ​ປອດ​ໄພ.
  • ສາມາດຮັບ​ເງິນ​ສົດ ຫຼືໂອນ​ເຂົ້າບັນຊີ​ຂອງ​ທ່ານ​ກໍ່​ໄດ້.
  • ທ່ານ​ຈະ​ໄດ້​ຮັບ​ຄວາມ​ສະດວກ ​ແລະຮັບປະກັນ​ຄວາມ​ປອດ​ໄພ​ສູງ.
  • ທຄຕລ ຍິນ​ດີ​ຊ່ວຍທ່ານ​ໃນ​ການ​ແລກປ່ຽນ​ເງິນ​ຕາ​ຕ່າງປະ​ເທດ​ທີ່​ໂອນ​ເຂົ້າ​ໄດ້​ຕາມ​ຄວາມ​ຕ້ອງການ.

ປະເພດສະກຸນເງິນ: 

         ທ່ານ ​ສາມາດ​ໂອນ​ເປັນສະກຸ​ນ​ເງິນ​ບາດ​ໄທ, ​ໂດ​ລາສະຫະລັດ, ຢູ​ໂຣ, ​ໂດ​ລາ​ສິງກະ​ໂປ, ​ໂດ​ລາ​ຮົງ​ກົງ, ​ໂດ​ລາ​ໂ​ອສ໌ຕາ​ລີ, ​ໂດ​ລາ​ກາ​ນາ​ດາ, ​​ເຢັນ​ຢີ່ປຸ່ນ, ​ປອນ​....

ເງື່ອນໄຂການໃຊ້ບໍລິການ:

  • ສຳລັບ ​ບຸກຄົນ​ທີ່​ເປັນ​ຄົນຕ່າງປະ​ເທດ: ຕ້ອງ​ມີ​ໜັງສື​ເດີນທາງ ພອ້ມກັບ​ວີ​ຊາ​ເຂົ້າ ປະ​ເທດ​ລາວ​ທີ່​ຍັງ​ບໍ່​ໝົດ​ກຳໜົດ ພ້ອມ​ທັງ​ເອກະສານ​ຢັ້ງຢືນ​ການ​ຮັບ​ເງິນ.
  • ສຳລັບ ​ບຸກຄົນ​ທີ່​ເປັນ​ຄົນລາວ: ຕ້ອງ​ມີບັດປະ​ຈຳ​ຕົວ ຫຼື​ປຶ້ມ​ສຳມະ​ໂນ​ຄົວ ​ທີ່​ຍັງ​ບໍ່​ໝົດ​ກຳໜົດ ພ້ອມ​ທັງ​ເອກະສານ​ຢັ້ງຢືນ​ການ​ຮັບ​ເງິນ.
  • ທ່ານ ​ທີ່​ຕ້ອງການ​ໃຊ້​ບໍລິການ​ສາມາດ​ເລືອກ​ທະນາຄານ​ຕົວ​ແທນ​ຂອງ​ພວກ​​ເຮົາ​ຢູ່​ ຕ່າງ ປະເທດ​ໄດ້​ຢ່າງ​ຖືກຕ້ອງຕາມ​ຈຸ​ດປະສົງ​ຂອງ​ທ່ານ​​​ດັ່ງ​ລຸ່ມ​ນີ້:
  • ທ່ານ​ທີ່​ສົນ​ໃຈຂໍ້​ມູນ​ເພີ່ມ​ເຕີມ, ກະລຸນາ​ພົວພັນ​ກັບ​ພະ​ແນ​ກບໍລິຫານ​ທຶນ ​ແລະ​ບໍລິການ​ລະ ຫວ່າງ​ປະ​ເທດ.

-       Tel: +856 21 241327.

-       Fax: +856 21 218976.