ຂໍ້ກຳນົດ ແລະ ເງື່ອນໄຂ: BCEL Mastercard Swipe to the Stadium
1. ໄລຍະເວລາຂອງໂຄງການ
ແມ່ນເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 1 ພະຈິກ 2025 – 28 ກຸມພາ 2026
2. ຜູ້ມີສິດເຂົ້າຮ່ວມ
- ຜູ້ທີ່ມີສິດ : ຜູ້ຖືບັດ BCEL Mastercard (Mastercard Prepaid ແລະ World Mastercard) ທີ່ເປັນບັດຫຼັກ ລວມທັງລູກຄ້າຜູ້ທີ່ມີບັດໃນໄລຍະຜ່ານມາ ແລະ ລູກຄ້າທີ່ເປີດນໍາໃຊ້ບັດໃໝ່ໃນຫວ່າງໄລຍະທີ່ຈັດໂຄງການ
- ຜູ້ທີ່ບໍ່ມີສິດ : ສະເພາະພະນັກງານ BCEL ແມ່ນຈະບໍ່ມີສິດໄດ້ຮັບລາງວັນ ໃນເງື່ອນໄຂການນໍາໃຊ້ບັດ Mastercard ແລະ ລູກຄ້າທົ່ວໄປຜູ້ທີ່ຖືບັດສຳຮອງ (ບັດເສີມ), ລາຍການນໍາໃຊ້ບັດ BCEL Mastercard (Mastercard Prepaid ແລະ World Mastercard) ເພື່ອເຕີມເງິນໃສ່ Wallet ແລະ ລາຍການຖອນເງິນສົດ.
3. ການໄດ້ຮັບສິດລຸ້ນລາງວັນ
ລູກຄ້າຜູ້ທີ່ຈະໄດ້ຮັບສິດລຸ້ນລາງວັນຕາມເງື່ອນໄຂດັ່ງນີ້:
- ເມື່ອມີການນໍາໃຊ້ບັດຢູ່ຕ່າງປະເທດມູນຄ່າ USD 300/ເດືອນ/ບັດ = 1 ສິດ,
- ເມື່ອມີການນໍາໃຊ້ບັດຢູ່ຕ່າງປະເທດມູນຄ່າ USD 500/ເດືອນ/ບັດ = 2 ສິດ,
- ເປີດບັດ Mastercard Prepaid ໃໝ່ = 1 ສິດ,
- ເປີດບັດ World Mastercard ໃໝ່ = 3 ສິດ
4. ໂຄງສ້າງລາງວັນ
ລຸ້ນຮັບລາງວັນ English Premier League VIP Experience ຈຳນວນ 2 ລາງວັນ:
4.1 ລູກຄ້າຜູ້ໃຊ້ບັດ Mastercard ທີ່ມີຍອດຈໍານວນເງິນ ສະສົມສູງສຸດ ສະເພາະລາຍການທີ່ໃຊ້ຢູ່ຕ່າງປະເທດໃນໄລຍະໂຄງການ ນັບແຕ່ວັນທີ 01/11/2025-28/02/2026 ຈະໄດ້ຮັບຈໍານວນ 1 ລາງວັນ,
4.2 ສຸ່ມເລືອກລູກຄ້າຜູ້ໃຊ້ບັດ Mastercard ຈໍານວນ: 1 ລາງວັນ ຕາມຈຳນວນສິດທີ່ ທຄຕລ ກໍານົດໄວ້ໃນຂໍ້ 3
5. ລາຍລະອຽດລາງວັນ
ປະສົບການ VIP ທີ່ເມືອງ Manchester ລວມມີ: ຄ່າເດີນທາງ, ຄ່າວີຊ້າ, ອາຫານ 4ຄອສ, ການຕ້ອນຮັບທີ່ອົບອຸ່ນ, ການພົບອະດີດນັກເຕະຂອງສະໂມສອນ, ການເດີນທາງດ້ວຍລົດລິມູຊີນ ແລະ ທີ່ພັກ 5 ດາວ ລວມ 4 ຄືນ.
6. ລາຍລະອຽດກິດຈະກຳແຈກເຄື່ອງທີ່ລະນຶກ
- ມອບເຄື່ອງທີ່ລະນຶກ ຮູບໃສ່ຂອບພ້ອມລາຍເຊັນຂອງນັກເຕະ ໃຫ້ແກ່ຜູ້ທີ່ນໍາໃຊ້ບັດ Mastercard ສູງສຸດປະຈຳເດືອນ ຈຳນວນ 1 ລາງວັນ/ເດືອນ.
- ແຈກເຄື່ອງທີ່ລະນຶກຜ່ານ Facebook Live ຂອງເດືອນ 12/2025-03/2026 ແຈກເສື້ອ Man U&Liverpool, ກະເປົ່າ Man U&Liverpool, ໝວກ Man U&Liverpool ແລະ ຜ້າພັນຄໍ Man U&Liverpool ຈຳນວນ 8 ລາຍການ/ເດືອນ ລວມທັງໝົດ 32 ລາຍການ.
- ແຈກເຄື່ອງທີ່ລະນຶກຜ່ານໜ້າ Facebook Page BCEL Bank ຂອງເດືອນ 12/2025-03/2026 ແຈກເສື້ອ Man U&Liverpool, ກະເປົ່າ Man U&Liverpool, ໝວກ Man U&Liverpool ແລະ ຜ້າພັນຄໍ Man U&Liverpool ຈຳນວນ 8 ລາຍການ/ເດືອນ ລວມທັງໝົດ 32 ລາຍການ.
7. ການນັບລາຍການທຸລະກຳ
ຈະນັບສະເພາະທຸລະກຳທີ່ເກີດຂື້ນຢູ່ຕ່າງປະເທດ (ອອນລາຍ ແລະ ເຄື່ອງຮັບບັດ) ທີ່ໃຊ້ບັດ BCEL Mastercard ແລະ ຖືກລົງບັນຊີໃນໄລຍະໂຄງການ
8. ການຈັບສຸ່ມ ແລະ ແຈ້ງຜົນ
ຈະມີການສູ່ມລາງວັນຜ່ານ Facebook lives ໃນທ້າຍເດືອນ ກຸມພາ 2026 ແລະ ແຈ້ງຜົນຜ່ານຊ່ອງທາງ ທາງການຂອງ BCEL : Facebook Page BCEL Bank
9. ການຮັບລາງວັນ
ຜູ້ໂຊກດີທີ່ໄດ້ຮັບລາງວັນຕ້ອງຢືນຢັນຕົວຕົນພາຍໃນ 14 ວັນ ຫຼັງຈາກແຈ້ງຜົນ ແລະ ຈັດການເອກະສານເດີນທາງໃຫ້ມີຄວາມພ້ອມ. ຜູ້ໂຊກດີທີ່ໄດ້ລາງວັນຕ້ອງມີເງື່ອນໄຂໃນການປະກອບເອກະສານ ແລະ ສາມາດສະໜອງເອກະສານຕ່າງໆທີ່ຕິດພັນກັບການຂໍວີຊ້າເດີນທາງ ພາຍໃນ 5 ວັນລັດຖະການ.
10. ອາກອນ ແລະ ກົດໝາຍ
ຜູ້ໄດ້ຮັບລາງວັນອາດຈະຕ້ອງໄດ້ຮັບຜິດຊອບອາກອນລາຍໄດ້ສ່ວນບຸກຄົນ ຕາມກົດໝາຍພາສີອາກອນລາວ.
11. ຂໍ້ມູນສ່ວນຕົວ ແລະ ການໂປຣໂມດ
ຜູ້ເຂົ້າຮ່ວມຍິນຍອມໃຫ້ BCEL ໃຊ້ຊື່ ແລະ ຮູບພາບໃນການໂປຣໂໝດໂຄສະນາຜ່ານຊ່ອງທາງຕ່າງໆ.
12. ການປ່ຽນແປງ ຫຼື ຍົກເລີກ
BCEL ຂໍສະຫງວນສິດໃນການປ່ຽນແປງ ຫຼື ຍົກເລີກໂຄງການ ກໍລະນີເກີດເຫດສຸກເສີນ.
13. ການຕັດສິນຜູ້ຖືບັດທີ່ບໍ່ມີສິດ
BCEL ຂໍສິດໃນການກວດສອບທຸລະກຳ ແລະ ຕັດສິດຜູ້ທີ່ມີການກະທຳທີ່ຜິດປົກກະຕິ ຫຼື ສໍ້ໂກງ
14. ຂໍ້ມູນຕິດຕໍ່
BCEL Customer Service
Tel: 1555
Email: bcelhqv@bcel.com.la

BCEL I-Bank
BCEL One