
ທຄຕລ ກ່ຽວກັບ ທຄຕລ
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
(ທັນສະໄໝ ວ່ອງໄວ ໝັ້ນໃຈ)
ທຄຕລ ດຳເນີນທຸລະກິດນັບແຕ່ປີ 1975 ເປັນຕົ້ນມາ ເຊິ່ງເປັນທະນາຄານທຸລະກິດລັດທີ່ໃຫຍ່ ໃນ ສປປ ລາວ ທີ່ມີຄວາມໝັ້ນຄົງ ແລະ ໂປ່ງໃສທາງດ້ານການບໍລິການ, ມີສາຂາ ແລະໜ່ວຍບໍລິການໃນຂອບເຂດທົ່ວປະເທດ, ເປັນຜູ້ນຳໃນການໃຫ້ບໍລິການທີ່ທັນສະໄໝທາງດ້ານຕູ້ເອທີເອັມ ແລະ ຕູ້ຝາກເງິນ, ການບໍລິການທະນາຄານຜ່ານໂທລະສັບມືຖື ແລະ ອິນເຕີເນັດທີ່ໃຊ້ງ່າຍ ແລະ ສະດວກທັນໃຈທີ່ເຮັດໃຫ້ບັນດາລູກຄ້າສາມາດບໍລິຫານການເງິນຂອງຕົນໄດ້ ຕະຫຼອດ 24 ຊົ່ວໂມງ. ພວກເຮົາພ້ອມແລ້ວທີ່ຈະຮັບໃຊ້ ແລະເປັນສ່ວນໜຶ່ງຄຽງຄູ່ກັບການເຕີບໃຫຍ່ຂອງທ່ານ. ທຄຕລ ຍິນດີໃຫ້ບໍລິການທຸກທ່ານດ້ວຍຄວາມຈິງໃຈ ແລະ ຂໍຂອບໃຈທຸກທ່ານທີ່ໃຊ້ບໍລິການ.