ຂ່າວສານ ສະໝັກວຽກ ແບບຟອມຕ່າງໆ ກິດຈະກໍາ & ໂປຼໂມຊັນ ຂາຍດິນ ແລະ ເຮືອນ ອີເມວ EN

ຜົນສຳເລັດ


ທະນາຄານ ດີເດັ່ນ ປີ 2014

ທະນາຄານການຄ້າຕ່າງປະເທດລາວ ໄດ້ ຮັບລາງວັນ ...

   ຕະຫລອດໄລຍະ 25 ປີຜ່ານມາ ທະນາຄານການຄ້າຕ່າງປະເທດລາວ ໄດ້ຕັ້ງໜ້າ ປະກອບສ່ວນສ້າງສາພັດທະນາປະເທດຊາດຫລາຍຢ່າງໄດ້ປະຕິບັດຕາມທິດຊີ້ນຳຈາກຂັ້ນເທິງ ໃນການຮ່ວມທຶນກັບທະນາຄານລົງທືນແລະພັດທະນາຫວຽດນາມເຮັດໜ້າທີ່ດຳເນີນວຽກງານບໍ ລິການດ້ານທະນາຄານ ດ້ວຍຮູບການຂອງການຮ່ວມມືແບບພິເສດຂອງສອງຊາດ ຜ່ານການ ດຳເນີນງານຜ່ານມາດັ່ງກ່າວເຫັນວ່າທະນາຄານການຄ້າຕ່າງປະເທດລາວມີຜົນງານດີ ເດັ່ນໃນ ການປະກອບສ່ວນຮ່ວມມືທາງດ້ານເສດຖະກິດການຄ້າແລະການລົງທຶນລະຫວ່າງ 2 ປະເທດ ລາວ - ຫວຽດນາມຈຶ່ງໄດ້ຮັບຫລຽນໄຊແຮງງານຊັ້ນIII ຕາມລັດຖະດໍາລັດ ສະບັບເລກທີ 27/ສປປ ລົງວັນທີ 26 ພຶດສະພາ 2004 ໄດ້ຮັບຫລຽນໄຊແຮງງານຊັ້ນ II ຕາມດຳລັດເລກທີ 335/ສປປລົງວັນທີ 28/ 12/2007 ໃນການປະກອບສ່ວນປົກປັກຮັກສາແລະພັດທະນາປະ ເທດຊາດ ຄົບຮອບ 30 ປີ 1975-2005ໄດ້ຮັບຫລຽນໄຊ ແຮງງານຊັ້ນ II ໃນການຮ່ວມ ມືພິເສດ ລາວ - ຫວຽດນາມ ໃນວັນຄົບຮອບສ້າງຕັ້ງທະນາຄານຮ່ວມທຸລະກິດ ລາວ - ຫວຽດນາມຄົບຮອບ 10 ປີ22/06/1999 - 22/06/2009 ໃນວັນຄົບຮອບ 20ປີ ແຫ່ງການຫັນເປັນທຸ ລະກິດ ທຄຕລ ໄດ້ຮັບຫລຽນໄຊອິດສະຫລະຊັ້ນ III ໜື່ງໜ່ວຍ.

ປະຕິທິນ ທຄຕລ 2024