ໜັງສືແຈ້ງເຊີນປະມູນ
ເຖີງ : ບັນດາບໍລິສັດ ແລະ ວິສາຫະກິດ ທໍາຄວາມສະອາດ ທີ່ນັບຖື.
ເລື່ອງ : ແຈ້ງເຊີນເຂົ້າຮ່ວມຍື່ນຊອງປະມູນລາຄາທໍາຄວາມສະອາດສະຖານທີ່ເຮັດວຽກ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ຂໍຖືເປັນກຽດແຈ້ງເຊີນມາຍັງບັນດາບໍລິສັດ ແລະ ວິສາຫະກິດ ທໍາຄວາມສະອາດ ກ່ຽວກັບການສະເໜີເງື່ອນໄຂ ແລະ ຂັ້ນຕອນໃນການປະກອບເອກະສານຍື່ນຊອງປະມູນລາຄາທໍາຄວາມສະອາດສະຖານທີ່ເຮັດວຽກຂອງ ທຄຕລ ຢູ່ພາຍໃນນະຄອນຫຼວງວຽງຈັນ ດັ່ງລາຍລະອຽດລຸ່ມນີ້:
ລ/ດ |
ລາຍການໜ້າວຽກ |
ໄລຍະເວລາໃນການຈັດຕັ້ງປະຕິບັດ |
ໝາຍເຫດ |
||
ປະຈໍາວັນ |
ປະຈໍາອາທິດ |
ປະຈໍາເດືອນ |
|||
|
ປັດກວາດ, ຖູປຽກ-ແຫ້ງ ພື້ນຫ້ອງເຮັດວຽກ ດ້ວຍນໍ້າຢາສະເພາະ ແລະ ດູດຝຸ່ນດ້ວຍເຄື່ອງຈັກ |
ü |
|
|
|
|
ເຊັດຝຸ່ນຕາມແວ່ນ, ໂຕະ, ຕັ່ງ, ຕູ້, ຄອມພິວເຕີ, ເຄົາເຕີ, ບານປະຕູແກ້ວ ແລະ ເຄື່ອງເຟີນິເຈີ້ ດ້ວຍນໍ້າຢາສະເພາະ |
ü |
|
|
|
|
ເກັບຂີ້ເຫຍື້ອທຸກໆຫ້ອງເອົາໄປຖີ້ມຕາມຈຸດທີ່ກໍານົດ ພ້ອມທັງລ້າງກະຕ່າ ແລະ ຖັງໃສ່ຂີ້ເຫຍື້ອ |
ü |
|
|
|
|
ສຽບ-ຖອດ ສາຍໄຟໝໍ້ຕົ້ມນໍ້າ ແລະ ເຕີມນໍ້າ |
ü |
|
|
|
|
ຂັດລ້າງຊັກໂຄກ ແລະ ໂຖປັດຊະວະດ້ວຍນໍ້າຢາຂ້າເຊື້ອ |
ü |
|
|
|
|
ລ້າງອ່າງລ້າງມື, ເຄົາເຕີ້ ແລະ ກ໊ອກນໍ້າໃນຫ້ອງນໍ້າ ດ້ວຍນໍ້າຢາຂ້າເຊື້ອ |
ü |
|
|
|
|
ຂັດລ້າງ ແລະ ຖູພື້ນຫ້ອງນໍ້າ ດ້ວຍນໍ້າຢາຂ້າເຊື້ອ |
ü |
|
|
|
|
ເຊັດແວ່ນພາຍໃນຫ້ອງນໍ້າ ແລະ ເຊັດ-ຂັດລ້າງ ຕາມຝາຫ້ອງນໍ້າດ້ວຍນໍ້າຢາຂ້າເຊື້ອ |
ü |
|
|
|
|
ກວດກາ ແລະ ເຕີມເຄື່ອງໃຊ້ພາຍໃນຫ້ອງນໍ້າເຊັ້ນ: ເຈ້ຍທິດຊູ, ນໍ້າຢາລ້າງມື, ນໍ້າຫອມດັບກິ່ນ/ກ້ອນດັບກິ່ນ, ຖົງຮອງກະຕ່າຂີ້ເຫຍື້ອ |
ü |
|
|
|
|
ລ້າງກະຕ່າ ແລະ ຖັງຂີ້ເຫຍື້ອ ພາຍໃນຫ້ອງນໍ້າ |
ü |
|
|
|
|
ເກັບຂີ້ເຫຍື້ອຢູ່ຫ້ອງນໍ້າໄປຖິ້ມຕາມຈຸດທີ່ກໍານົດ |
ü |
|
|
|
|
ປັດກວາດ, ເຊັດຖູຕາມຂັ້ນໄດ ພາຍໃນ-ພາຍນອກ, ລະບຽງດ້ານໜ້າ ແລະ ດ້ານຫຼັງ |
ü |
|
|
|
|
ລ້າງຈອກ, ຈານ, ຖ້ວຍ ແລະ ບ່ວງ ສໍາລັບຮັບແຂກ ແລະ ພະນັກງານ |
ü |
|
|
|
|
ຫົດນໍ້າດອກໄມ້ພາຍໃນອາຄານຂອງຫ້ອງຮັບແຂກ ແລະ ພະນັກງານ |
ü |
|
|
|
|
ປັດຝຸ່ນ, ແລະ ອະນາໄມໄຍແມງມູມ ແລະ ເພດານ |
|
ü |
|
|
|
ປັດຝຸ່ນຕາມປະຕູ, ປ່ອງຢ້ຽມ, ເຫຼັກກັນຂະໂມຍ, ສະວິດໄຟ, ປັກໄຟ, ຖັງດັບເພີງ, ເຄື່ອງດູດອາກາດພາຍໃນຫ້ອງເຮັດວຽກ ແລະ ຫ້ອງນໍ້າ |
|
ü |
|
|
|
ລ້າງພື້ນດ້ວຍເຄື່ອງຈັກ ກໍລະນີມີຄາບດໍາ ແລະ ຄາບເປື້ອນຝັງແໜ້ນ |
|
|
ü |
|
ດັ່ງນັ້ນ, ຈຶ່ງອອກແຈ້ງເຊີນມາຍັງທ່ານທີ່ມີຄວາມສົນໃຈເຂົ້າຮ່ວມຍື່ນຊອງປະມູນໃນຄັ້ງນີ້ດ້ວຍ.
ຜູ້ອໍານວຍການ
ຜູ້ປະສານງານ:
ທ່ານ ພູວອນ ສໍອິນໄຊ 020 5955 9889
ນາງ ຫຼ້າໄພວັນ ປັນນະວົງ 020 2223 3419