ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ສໍານັກງານໃຫຍ່ ເລກທີ ............../ທຄຕລ.2025
ນະຄອນຫຼວງວຽງຈັນ, ວັນທີ .......................
ໜັງສືແຈ້ງເຊີນ
ເຖິງ: ບັນດາບໍລິສັດ/ຫ້າງຮ້ານຕົວແທນຈໍາໜ່າຍ ເຄື່ອງໃຊ້ຫ້ອງການ, ເຄື່ອງທີ່ລະນຶກ ຢູ່ໃນນະຄອນ ຫຼວງວຽງຈັນ.
ເລື່ອງ: ເຊີນເຂົ້າຮ່ວມການປະມູນລາຄາສິນຄ້າ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຂໍແຈ້ງມາຍັງທ່ານຊາບວ່າ ທຄຕລ ຕ້ອງການຈັດຊື້ເຄື່ອງທີ່ລະນຶກ ເພື່ອຮັບໃຊ້ວຽກງານວິຊາສະເພາະຂອງທະນາຄານ, ດັ່ງນັ້ນ ຈຶ່ງແຈ້ງເຊີນມາຍັງທ່ານ ເພື່ອຍືນຊອງປະມູນລາຄາ ດັ່ງລາຍການລຸ່ມນີ້:
ລ/ດ
|
ລາຍການ
|
ຈຳນວນ / ຮູບພາບ
|
1
|
ບິກຂຽນ
- ນໍ້າມຶກສີຟ້າ, ຫົວປາກກາ 0,7 mm.
- ພິມສີຕາມ Artwork 2 ດ້ານ
- ການຫຸ້ມຫໍ່: 50 ກ້ານ/ກັບ, 20 ກັບ/ແກັດ.
|
20,000 ກ້ານ
|
2
|
ກະເປົາເປ້
- ວັດສະດຸ: ຜ້າໄນລອນ
- ສີ: ດຳ
- ພິມສີຕາມ Artwork.
- ການຫຸ້ມຫໍ່: 50 ໜ່ວຍ/ແກັດ.
|
380 ໜ່ວຍ
|
ໝາຍເຫດ:
- ຜູ້ສະໜອງສາມາດເຂົ້າຮ່ວມປະມູນທຸກລາຍການ ຫຼື ລາຍການໃດໜຶ່ງ ກໍ່ໄດ້, ສ່ວນການພິຈາລະນາແມ່ນ ທຄຕລ ຈະຄັດເລືອກ ແຍກເປັນແຕ່ລະລາຍການ.
- ການຄັດເລືອກຜູ້ສະໜອງແມ່ນຈະຄັດເລືອກຈາກຫຼາຍເງື່ອນໄຂ (ບໍ່ໄດ້ຄັດເລືອກຈາກລາຄາພຽງຢ່າງດຽວ).
|
- ເງື່ອນໄຂຂອງຜູ້ສະໜອງທີ່ຕ້ອງການຮ່ວມຍື່ນຊອງປະມູນຕ້ອງປະກອບເອກະສານ ດັ່ງນີ້:
- ປະກອບເອກະສານໃນນາມນິຕິບຸກຄົນ ສຳເນົາໃບທະບຽນວິສາຫະກິດ, ໃບຢັ້ງຢືນການເສຍອາກອນປະຈຳປີ, 2022, 2023,2024.
- ຜູ້ສະໜອງຕ້ອງລະບຸລາຍລະອຽດສິນຄ້າ ພ້ອມທັງລະບຸເງື່ອນໄຂຕ່າງໆໃຫ້ຄົບຖ້ວນ ແລະ ກົງກັບຄວາມຕ້ອງ ການໃນຕາຕະລາງຂ້າງເທິງນີ້, ແຫຼ່ງຜະລິດສິນຄ້າ, ລະບຸໄລຍະເວລາໃນການຮັບປະກັນ, ລະບຸໄລຍະການຜະລິດ, ຜົນງານຜ່ານມາທີ່ເຄີຍສະໜອງສິນຄ້າປະເພດດັ່ງກ່າວໃຫ້ພາກສ່ວນອື່ນ (ຕາມແບບຟອມຄັດຕິດແຈ້ງເຊີນ).
- ເອກະສານເງື່ອນໄຂ ຂໍ້ 1 ແລະ 2 ແມ່ນ ສົ່ງຟາຍ pdf ເຂົ້າມາທີ່ Email: procurement@bcel.com.la,
ສິນຄ້າຕົວຢ່າງທີ່ຈະເຂົ້າຮ່ວມປະມູນ ແມ່ນໃຫ້ມາສົ່ງກ່ອນ ວັນພຸດ, ທີ 17/09/2025 ເວລາ 11:00 ໂມງ ທີ່ພະແນກຫ້ອງການບໍລິຫານ-ການເງິນ ຊັ້ນ 4 ຕຶກ C.ເອກະສານຊອງທີ 2 (ປິດຊອງ):
- ທຄຕລ ຈະແຈ້ງສະເພາະຜູ້ທີ່ຜ່ານເງື່ອນໄຂ ຮອບທີ 01 ເທົ່ານັ້ນ ເພື່ອເຂົ້າມາຍື່ນຊອງລາຄາ ໃນວັນສຸກ, ທີ 17/09/2025 ເວລາ 09:00 ໂມງ. ສະນັ້ນ, ຜູ້ສະໜອງຈະຕ້ອງຖືຊອງລາຄາມາດ້ວຍຕົວເອງ ຫຼື ສົ່ງຜູ້ຕາງໜ້າເຂົ້າຮ່ວມທີ່ຫ້ອງປະຊຸມຊັ້ນ 05 ຕຶກ C.
- ໃບສະເໜີລາຄາໃຫ້ລະບຸ ລາຄາ/ໜ່ວຍ ແລະ ລວມມູນຄ່າອາກອນທັງໝົດເປັນສະກຸນເງິນກີບ, ພ້ອມທັງລະບຸມື້ໝົດກຳນົດເວລາໃນໃບສະເໜີລາຄາດັ່ງກ່າວ (Expire date) ຢ່າງໜ້ອຍ 20 ວັນລັດຖະການ.
- ຜູ້ສະໜອງຕ້ອງວາງເງິນຄໍ້າປະກັນການປະມູນຕໍ່າສຸດ 10% ຂອງມູນຄ່າທັງໝົດ ໂດຍໜັງສືຄໍ້າປະກັນທີ່ອອກ ໂດຍທະນາຄານພາຍໃນປະເທດ (ວັນໝົດອາຍຸໜັງສືຄໍ້າປະກັນຕ້ອງເຖິງ ວັນທີ 30/11/2025) ຫຼື ແຊັກທີ່ວີຊ້າແລ້ວ (ບໍ່ຮັບເງິນສົດ), ພາຍຫຼັງປະກາດຜົນ ທຄຕລ ຈະສົ່ງໜັງສືຄໍ້າປະກັນດັ່ງກ່າວຄືນພາຍໃນ 15 ວັນ.
ໝາຍເຫດ: ທຄຕລ ຂໍສະຫງວນສິດ ປະຕິເສດຜູ້ສະໜອງທີ່ປະກອບເອກະສານ ບໍ່ຄົບຖ້ວນ ຫຼື ບໍ່ຖືກຕ້ອງຕາມການກຳນົດຂ້າງເທິງ.
Ø ເງື່ອນໄຂຂອງສັນຍາລະຫວ່າງ ທຄຕລ ແລະ ຜູ້ສະໜອງທີ່ຊະນະການປະມູນ:
- ຜູ້ຊະນະການປະມູນຕ້ອງໄດ້ຜະລິດສິນຄ້າຕົວຈິງ 01 ອັນ ທີ່ຖືກຕ້ອງຕາມ Spec ທີ່ ທຄຕລ ລະບຸ ມາຜ່ານຕາມ Artwork ທີ່ ທຄຕລ ກໍານົດ ພາຍໃນ 14 ວັນ ແລະ ຕ້ອງມີຄວາມສາມາດຈັດສົ່ງສິນຄ້າ ຈໍານວນທັງໝົດສໍາເລັດພາຍໃນ 40 ວັນ ນັບຈາກມື້ຮອງຮັບແບບ.
- ຖ້າຜູ້ຊະນະການປະມູນປະຕິເສດການເຊັນສັນຍາ, ຜູ້ຊະນະການປະມູນຕ້ອງໄດ້ຈ່າຍຄ່າເສຍຫາຍໃຫ້ແກ່ ທຄຕລ ໃນອັດຕາ 10% ຂອງມູນຄ່າລວມທີ່ສະເໜີປະມູນ.
- ຜູ້ທີ່ຊະນະການປະມູນຈະໄດ້ເຊັນສັນຍາກັບ ທຄຕລ ແລະ ຄ່າທຳນຽມໃນການຈົດທະບຽນສັນຍາ ແມ່ນມອບໃຫ້ເປັນຄວາມຮັບຜິດຊອບຂອງຜູ້ສະໜອງ.
- ການຊໍາລະແມ່ນຈ່າຍເງິນງວດດຽວ 100% ຕາມມູນຄ່າສັ່ງຊື້ ພາຍຫຼັງໄດ້ຮັບເຄື່ອງຄົບຖ້ວນ, ພ້ອມທັງໄດ້ຮັບການຢັ້ງຢືນຈາກພາກສ່ວນກ່ຽວຂ້ອງ ແລະ ກວດກາຄວາມຖືກຕ້ອງຈາກທັງສອງຝ່າຍ ພາຍໃນ 30 ວັນລັດຖະການ.
ດັ່ງນັ້ນ, ຈຶ່ງອອກແຈ້ງເຊີນມາຍັງທ່ານທີ່ມີຄວາມສົນໃຈເຂົ້າຮ່ວມຍືນຊອງປະມູນໃນຄັ້ງນີ້.
ຜູ້ອໍານວຍການ
ຕິດຕໍ່ສອບຖາມຂໍ້ມູນເພີ່ມຕື່ມ:
021 213200 ຕໍ່ 414