ທຄຕລ ແລະ ຟຟລ ເຊັນສັນຍາຍົກລະດັບການຊຳລະຄ່າໄຟຟ້າ ສູ່ລະບົບທັນສະໄໝ Auto Payment ຜ່ານຊ່ອງທາງ BCEL one.
ໃນວັນທີ 21 ເມສາ 2026 ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ແລະ ລັດວິສາຫະກິດ ໄຟຟ້າລາວ (ຟຟລ) ໄດ້ຮ່ວມກັນຈັດພິທີລົງນາມເຊັນສັນຍາວ່າດ້ວຍການບໍລິການຮັບຊຳລະຄ່າຊົມໃຊ້ກະແສໄຟຟ້າ ຜ່ານລະບົບໃບບິນທັນສະໄໝ (E-Bill) ແລະ ການຊຳລະແບບອັດຕະໂນມັດ (Auto Payment) ເພື່ອຍົກລະດັບການບໍລິການໃຫ້ມີຄວາມທັນສະໄໝ ແລະ ສະດວກສະບາຍຍິ່ງຂຶ້ນ.
ໃຫ້ກຽດລົງນາມໃນສັນຍາຄັ້ງນີ້ໂດຍ ທ່ານ ນາງ ສາຍສະໝອນ ຈັນທະຈັກ ຜູ້ອຳນວຍການ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ແລະ ທ່ານ ປອ. ອາຄົມເດດ ວົງໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລັດວິສາຫະກິດ ໄຟຟ້າລາວ.
ການຮ່ວມມືໃນຄັ້ງນີ້ ເນັ້ນໃສ່ການຫັນປ່ຽນຈາກການນຳໃຊ້ໃບບິນແບບເຈ້ຍ ໄປສູ່ໃບບິນແບບທັນສະໄຫມ (digital) ເພື່ອອໍານວຍຄວາມສະດວກໃນການກວດສອບຍອດຄ່າບໍລິການຊົມໃຊ້ກະແສໄຟຟ້າຜ່ານມືຖື, ການຫຼຸດຜ່ອນຄວາມສ່ຽງໃນການລືມຈ່າຍຄ່າໄຟຟ້າດ້ວຍລະບົບຕັດເງິນແບບອັດຕະໂນມັດ (Auto payment) ເຊິ່ງເປັນທາງເລືອກໜຶ່ງໃຫ້ກັບຜູ້ໃຊ້ບໍລິການໃນການຊໍາລະ ແບບອັດຕະໂນມັດ ຫຼື ຈະຊໍາລະດ້ວຍຕົນເອງກໍ່ໄດ້. ນອກຈາກນັ້ນ, ຍັງສ້າງຄວາມໂປ່ງໃສດ້ວຍການແຈ້ງໃບບິນຄ່າຊົມໃຊ້ກະແສໄຟຟ້າແບບເອເລັກໂຕຣນິກ (E-Receipt).
ເຊິ່ງພິທີສະແດງໃຫ້ເຫັນເຖິງການເປັນຄູ່ຮ່ວມຍຸດທະສາດທີ່ແໜ້ນແຟ້ນ ໃນການຮ່ວມມືກັນພັດທະນາຫັນເປັນທັນສະໄໝ ແລະ ສ້າງເສດຖະກິດດິຈິຕອນ ຕາມວິໄສທັດ "Lifestyle Bank" ຂອງ ທຄຕລ ເພື່ອຮັບໃຊ້ສັງຄົມລາວຢ່າງຍືນຍົງ.