ໜັງສືແຈ້ງເຊີນ
ເຖິງ: ບັນດາບໍລິສັດ, ຫ້າງຮ້ານຕົວແທນຈໍາໜ່າຍ ສີ້ນ ຢູ່ໃນນະຄອນຫລວງວຽງຈັນ.
ເລື່ອງ: ແຈ້ງເຊີນເຂົ້າຮ່ວມຢື່ນຊອງໃບປະເມີນລາຄາສີ້ນ (ສິ້ນຈຸດ+ສິີ້ນຂັ້ນ) ປະຈຳປີ 2022.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຂໍແຈ້ງມາຍັງທ່ານຊາບບັນດາບໍລິສັດ ແລະ ຫ້າງຮ້ານຕົວແທນທີ່່ມີ
ຄວາມສົນໃຈຢື່ນຊອງປະເມີນລາຄາ ສີ້ນ (ສິ້ນຈຸດ+ສິີ້ນຂັ້ນ) ປະຈຳປີ 2022 ທຄຕລ ກຳນົດສົ່ງໃຫ້, ການຢື່ນຊອງປະເມີນລາຄາຕ້ອງປະກອບເອກະສານຕາມເງື່ອນໄຂດັ່ງລຸ່ມນີ້ :
|
ລ/ດ
|
ລາຍການ
|
ເງື່ອນໃຂກ່ຽວກັບສີ້ນ
|
ຈຳນວນ
|
|
1
|
ສີ້ນຈຸດດຳ
|
- ຕ້ອງເປັນສີ້ນໄໝຫຼາບເບີ 1 ທັງຜືນສີ້ນ ແລະ ຕີນສີ້ນ.
- ການຕໍ່າຜືນສີ້ນ ແມ່ນໃຊ້ໄໝຫຼາບເບີ 1 ຕ່ຳ 3 ເສັ້ນ ແລະ ຕີນສີ້ນໃຊ້ໄໝຫຼາບລ່ວງເບີ 1, ຕໍ່າ 6 ເສັ້ນ.
- ຕ້ອງໃຊ້ໃໝຄຳເບີ 1 ແລະ ໄໝຄຳສີທອງ ເບີ 1 ໃນການເກາະ ຫຼື ຊັດ
( ລວມທັງຕີນສີ້ນ ແລະ ຜືນ ).
- ຕີນສີ້ນຕ້ອງເປັນຟຶມ 10 ລົບ ຄວາມກ້ວາງ 19 ຊມ.
- ຜືນສີ້ນຕ້ອງກ້ວາງ 180 ຊມ.
|
800 ຜືນ
|
|
2
|
ສີ້ນຂັ້ນ
|
- ຕ້ອງເປັນສີ້ນໄໜຫຼາບເບີ 1 ທັງຜືນ ແລະ ຕີນສີ້ນ.
- ການຕຳຜືນສີ້ນ ແມ່ນໃຊ້ໄໝຫຼາບເບີ 1 ຕ່ຳ 3 ເສັ້ນ.
- ຕີນສີ້ນໃຊ້ໄໝຫຼາບເບີ 1, ລ່ວງ 6 ເສັ້ນ.
- ໃຊ້ໄໜຄຳເບີ 12 ແລະ ໄໝຄຳທອງເບີ 3 ໃນການເກາະ ແລະ ຊັດ
( ລວມທັງຜືນສີ້ນ ແລະ ຕີນເສັ້ນ ).
- ຕີນສີ້ນຕ້ອງເປັນຟືມ 10 ລົບ ຄວາມກ້ວາງ 19 ຊມ.
- ຜືນສີ້ນຕ້ອງກ້ວາງ 180 ຊມ.
|
800 ຜືນ
|
- ເງື່ອນໄຂຂອງບໍລິສັດ, ຫ້າງຮ້ານຜູ້ສະໜອງທີ່ຈະຢືນຊອງປະມູນຕ້ອງປະກອບມີລາຍການດັ່ງນີ້:
- ຊອງທີ່1 (ບໍ່ປິດຊອງ): ໃບທະບຽນວິສາຫະກິດ, ໃບຢັ້ງຢືນການມອບພັນທະອາກອນ ປີ 2019, ໃບຢັ້ງຢືນເປັນຕົວແທນຈຳໜ່າຍ (ຖ້າມີ). ກຳນົດການຢື່ນຊອງກ່ອນ 14:00 ໂມງ ຂອງ ວັນທີ 22/04/2021 ໃນໂມງລັດຖະການທີ່ ພະແນກຫ້ອງການບໍລິຫານ-ການເງິນ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສຳນັກງານໃຫຍ່ ທີ່ປ່ອງບໍລິການຂາເຂົ້າ-ຂາອອກ ຊັ້ນ 4 ອາຄານ C ແລະ ຄັດຕິດສິ້ນຕົວຢ່າງທີ່ຈະເຂົ້າຮ່ວມປະມູນມາພ້ອມ.
- ຊອງທີ່2 (ປິດຊອງ):
- ສະເໜີລາຄາເປັນສະກຸນເງິນກີບ ແລະ ລວມອາກອນມູນຄ່າເພີ່ມ10% .
- ໃນວັນທີ 29/04/2021 ເວລາ 09:30 ໂມງ ແມ່ນມື້ເປີດຊອງປະມູນແຈ້ງໃຫ້ຫ້າງຮ້ານຜູ້ສະໜອງ ແລະ ຜູ້ທີ່ມີຄວາມສົນໃຈຈະຕ້ອງຖືຊອງລາຄາມາດ້ວຍຕົນເອງ ຫຼື ສົ່ງຜູ້ຕາງໜ້າເຂົ້າຮ່ວມທີ່ຫ້ອງປະຊຸມຊັ້ນ 3 ອາຄານ C.
- ຜູ້ສະໜອງຕ້ອງວາງເງິນຄໍ້າປະກັນການປະມູນຕໍ່າສຸດ 2% ຂອງມູນຄ່າທັງໝົດ ໂດຍໜັງສືຄໍ້າປະກັນທີ່ອອກໂດຍທະນາຄານພາຍໃນ (ວັນໝົດອາຍຸໜັງສືຄໍ້າປະກັນຕ້ອງເຖິງ ວັນທີ 29/05/2021) ຫຼື ແຊັກທີ່ວີຊ້າແລ້ວ (ທຄຕລ ບໍ່ຮັບເງິນສົດ), ພາຍຫຼັງປະກາດຜົນ ທຄຕລ ຈະສົ່ງໜັງສືຄໍ້າປະກັນດັ່ງກ່າວຄືນ.
- ທຄຕລ ຂໍສະຫງວນສິດ ປະຕິເສດຜູ້ສະໜອງທີ່ປະກອບເອກະສານ ບໍ່ຄົບຖ້ວນ ຫຼື ບໍ່ຖືກຕ້ອງຕາມການກຳນົດຂ້າງເທິງ.
- ເງື່ອນໄຂຂອງສັນຍາລະຫວ່າງ ທຄຕລ ແລະ ຜູ້ສະໜອງທີ່ຊະນະການປະມູນ:
- ຖ້າຜູ້ຊະນະການປະມູນປະຕິເສດການເຊັນສັນຍາ ທຄຕລ ຈະບໍ່ສົ່ງເງິນຄໍ້າປະກັນການປະມູນ (ຕາມຂໍ້ 4).
- ຜູ້ທີ່ຊະນະການປະມູນຈະໄດ້ເຊັນສັນຍາກັບ ທຄຕລ ແລະ ຄ່າທຳນຽມໃນການຈົດທະບຽນສັນຍາ ແມ່ນມອບໃຫ້ເປັນຄວາມຮັບຜິດຊອບຂອງຜູ້ສະໜອງ.
- ການຊຳລະແບ່ງຈ່າຍເປັນ 02 ງວດ ລຸ່ມນີ້:
- ງວດທີ 1: ຊຳລະ 15% ຂອງມູນຄ່າ ພາຍຫລັງເຊັນສັນຍາ ແລະ ຈົດທະບຽນສານ ສຳເລັດ.
- ງວດທີ 2: ຊຳລະ 85% ຂອງມູນຄ່າ ພາຍຫລັງໄດ້ຮັບສິນຄ້າຄົບຖ້ວນຖືກຕ້ອງຕາມຈໍານວນ ແລະ ໄດ້ຮັບການຢັ້ງຢືນຈາກ ຄະນະກຳມະການ ຂອງ ທຄຕລ ຢ່າງເປັນລາຍລັກອັກສອນ.
ດັ່ງນັ້ນ, ຈຶ່ງອອກແຈ້ງເຊີນມາຍັງທ່ານທີ່ມີຄວາມສົນໃຈເຂົ້າຮ່ວມຢື່ນຊອງປະມູນໃນຄັ້ງນີ້.
ປະທານຄະນະກໍາມະການປະມູນ
ຕິດຕໍ່ພົວພັນ: ຂະແໜງສະໜອງວັດຖຸເຕັກນິກ 021 213200 ຕໍ່ 414
ຫຼື ນາງ ຈັນມາລີ ພິມວົງສາ ໂທ 020 55888 8876 , ນາງ ວັນມີນາ ລໍຄຳຈັນ ໂທ 020 5933 3349.