ໜັງສືແຈ້ງເຊີນ
ເຖິງ: ບັນດາທ່ານຫົວໜ້າບໍລິສັດ, ຜູ້ສະໜອງ ທີ່ເປັນຕົວແທນຈຳໜ່າຍປະເພດເຄື່ອງຈັກນັບເງິນ.
ເລື່ອງ: ເຊີນເຂົ້າຮ່ວມຍື່ນຊອງລາຄາ ເຄື່ອງຈັກນັບເງິນ, ເຄື່ອງຈັກນັບ-ຄັດໄຈ້-ກວດເງິນປອມ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ຂໍແຈ້ງເຊີນມາຍັງທ່ານ ຜູ້ສະໜອງເຄື່ອງຈັກ ຍື່ນຊອງປະມູນ ເຄື່ອງຈັກທີ່ສາມາດ: ນັບເງິນ-ຄັດໄຈ້ເງິນ-ກວດເງິນປອມໄດ້ຫຼາຍສະກຸນ ເພື່ອປະກອບເປັນ ເຄື່ອງມືຮັບໃຊ້ເຂົ້າໃນວຽກງານວິຊາສະເພາະຂອງທະນາຄານ ຄື: ເຄື່ອງຈັກນັບເງິນ ຕັ້ງພື້ນ ຈໍານວນ 02 ໜ່ວຍ, ເຄື່ອງຈັກນັບກວດເງິນປອມ-ໄຈ້ປົນ-ລຽງ ໜ້າໃບເງິນ ລຸ້ນ 2 (1+1) ຊ່ອງ ຈໍານວນ 08 ໜ່ວຍ, ເຄື່ອງຈັກນັບ-ຄັດໄຈ້ເງິນລຸ້ນ 5 (4+1) ຊ່ອງ ຈໍານວນ 04 ໜ່ວຍ, ເຄື່ອງຈັກນັບ-ຄັດ ໄຈ້ເງິນລຸ້ນ 8 ຊ່ອງ ຈໍານວນ 01 ໜ່ວຍ ຕາມເງື່ອນໄຂດັ່ງລຸ່ມນີ້:
Ø ເອກະສານ ຊອງທີ 1 (ບໍ່ປິດຊອງ):
- ປະກອບເອກະສານໃນນາມນິຕິບຸກຄົນ ທີ່ດຳເນີນທຸລະກິດຈໍາໜ່າຍເຄື່ອງຈັກນັບເງິນ, ຕ້ອງມີວິຊາການ ກ່ຽວກັບເຄື່ອງຈັກດັ່ງກ່າວໂດຍສະເພາະ ແລະ ມີປະສົບການ ຢ່າງໜ້ອຍ 3 ປີຂຶ້ນໄປ (ສໍາເນົາໃບທະ ບຽນວິສາຫະກິດ, ໃບຢັ້ງຢືນການເສຍອາກອນປະຈຳປີ 3 ປີ ຍ້ອນຫຼັງ (2019, 2020, 2021) ແລະ ໃບ ຢັ້ງຢືນການເປັນຕົວແທນຈໍາໜ່າຍ).
- ເອກະສານລາຍລະອຽດສະເປັກສິນຄ້າ, ການຮັບປະກັນ, ໄລຍະຈັດສົ່ງ, ການອັບເດດ Software,
ການຝຶກອົບຮົມການໃຊ້ງານໃຫ້ພະນັກງານ ທຄຕລ, ລະບຸປີຜະລິດ-ປະເທດຜະລິດສິນຄ້າ, ການບຳລຸງ
ຮັກສາ-ການບໍລິການຫຼັງການຂາຍ, ການຮັບປະກັນການເຄຼມຄືນ ໃນກໍລະນີທີ່ເງິນປອມສາມາດຜ່ານ ໄດ້
ແລະ ເງື່ອນໄຂອື່ນໆຢ່າງລະອຽດຕາມ Format ຄັດຕິດມາພ້ອມນີ້:
- ຄວາມສາມາດຂອງເຄື່ອງຈັກນັບເງິນ (ຢ່າງໜ້ອຍ):
- ລະບົບການນັບເງິນເປັນລະບົບລົມດູດ (Vacuum Feed system).
- ຄວາມໄວໃນການນັບເງິນແມ່ນ ຢ່າງໜ້ອຍ 1.500 ໃບ/ນາທີ.
- ຊ່ອງໃສ່ເງິນສາມາດໃສ່ເງິນໄດ້ຢ່າງໜ້ອຍ 200 ໃບ.
- ຕົວເລກສະແດງຜົນຂະໜາດໃຫຍ່ ດ້ວຍລະບົບດິຈິຕອນ ແບບ LED ເຫັນໄດ້ຢ່າງຊັດເຈນງ່າຍໃນການເບິ່ງ, ສະແດງຜົນລວມສູງເຖິງ 05 ຫຼັກ ແລະ ສະແດງຜົນຈໍານວນໄດ້ 03 ຫຼັກ.
- ສາມາດກໍານົດການເຮັດວຽກຂອງເຄື່ອງໄດ້ທັງລະບົບ Auto ແລະ ລະບົບ Manual
- ມີສັນຍານເຕືອນເມື່ອມີການນັບຈໍານວນເງິນບໍ່ຖືກຕ້ອງຕາມທີ່ກໍານົດ ແລະ ແຈ້ງຈໍານວນທີ່ບໍ່ຖືກຕ້ອງ.
- ສາມາດນັບເງິນໃໝ່,ເກົ່າ ລວມກັນໄດ້ຢ່າງມີປະສິດທິພາບ.
- ມີສິນຄ້າໃຫ້ ທຄຕລ ທົດລອງຢ່າງໜ້ອຍ 01 ອາທິດ.
- ຄວາມສາມາດຂອງຈັກ 2 ຊ່ອງ ຢ່າງໜ້ອຍ: ນັບເງິນ ກວດເງິນປອມ ໄຈ້ເງິນ ແລະ ລຽງໜ້າເງິນ;
ກວດເງິນປອມໄດ້ ຢ່າງໜ້ອຍ 7 ສະກຸນເງິນເຊັ່ນ: (LAK, USD, CNY, THB, EUR, GBP,AUD); ຄວາມໄວໃນການນັບຢ່າງໜ້ອຍ 650 ໃບ/ນາທີ; ຊ່ອງຮັບເງິນທີ່ນັບແລ້ວ 200 ໃບສາມາດອ່ານຈໍານວນເງິນໄດ້ໂດຍບໍ່ຕ້ອງເລືອກສະກຸນ, ຄວາມໄວໃນການນັບເງິນສາມາດປັບໄດ້ຫຼາຍ ລະດັບ, ສາມາດຮັບເງິນລຸ້ນເກົ່າ - ໃໝ່ (ເງິນປີ 2020 ສໍາລັບກີບ) ທັງເງິນກີບ ແລະ ເງິນຕາຕ່າງ ປະເທດ, ອາໄຫຼ່ສາມາດສະໜອງໃຫ້ໄດ້ໄລຍະ 5-10 ປີຕໍ່ໜ້າ, ມີຈໍນອກເສີມ.
- ຄວາມສາມາດຂອງຈັກ 5 ຊ່ອງ + 8 ຊ່ອງ ຢ່າງໜ້ອຍ: ນັບເງິນ ກວດເງິນປອມ ລຽງໜ້າເງິນ ແລະ ຄັດແຍກເງິນເກົ່າ-ໃໝ່ ໄດ້; ສາມາດຄັດແຍກຕ່າງສະກຸນເງິນພ້ອມກັນໄດ້; ກວດເງິນປອມໄດ້ ຢ່າງໜ້ອຍ 7 ສະກຸນເງິນ: (LAK, USD, CNY, THB, EUR, GBP,AUD); ສາມາດຄັດນັບ ແລະ ຄັດແຍກເງິນສະກຸນເງິນກີບ ແລະ ເງິນຕາຕ່າງປະເທດໄດ້ທຸກປະເພດໃບເງິນ ທີ່ນໍາໃຊ້ໃນປະຈຸບັນ, ຄວາມໄວໃນການນັບຢ່າງໜ້ອຍ 700 ໃບ/ນາທີ; ຊ່ອງຮັບເງິນທີ່ນັບແລ້ວ 2,000 ໃບ, ຊ່ອງຮອງຮັບເງິນທີ່ນັບ-ຄັດແລ້ວ ສາມາດຮອງຮັບເງິນໄດ້ເຖິງ 500ໃບ, ສາມາດຄັດແຍກເງິນໄດ້ຕາມສະພາບທີ່ທະ ນາຄານຕ້ອງການ ເກົ່າ, ກາງ, ໃໝ່, ສາມາດໄຈ້ປົນ ປະເພດໃບເງິນ ສາມາດລຽງໜ້າໄດ້, ສາ ມາດກວດຈັບເງິນປອມໄດ້, ສາມາດອັບເດດຊ໋ອບແວເຄື່ອງ ເພື່ອຮອງຮັບເງິນລຸ້ນໃໝ່, ມີຈໍຄວບຄຸມ ລະບົບສໍາພັດ (ນິ້ວ), ສາມາດຮັບເງິນລຸ້ນເກົ່າ - ໃໝ່ (ເງິນປີ 2020 ສໍາລັບກີບ) ທັງເງິນກີບ ແລະ ເງິນ ຕາຕ່າງປະເທດ ອາໄຫຼ່ສາມາດສະໜອງໃຫ້ໄດ້ໄລຍະ 5-10 ປີຕໍ່ໜ້າ.
- ບໍລິສັດໃດທີ່ມີເງື່ອນໄຂໃຫ້ຈ່າຍຜ່ອນ ຫຼື ເຊົ່າ ແມ່ນໃຫ້ລະບຸມາພ້ອມ.
- ເອກະສານຂ້າງເທິງແມ່ນໃຫ້ຍື່ນກ່ອນ ວັນພະຫັດ ທີ 13/07/2023 ເວລາ 11:00 ໂມງ ໂດຍການສົ່ງ ຟາຍເຂົ້າ E-mail: procurement@bcel.com.la.
⮚ ເອກະສານ ຊອງທີ 2 (ປິດຊອງ):
- ໃບສະເໜີລາຄາໃຫ້ລວມອາກອນມູນຄ່າເພີ່ມ ພ້ອມທັງລະບຸເປັນສະກຸນເງິນກີບ.
- ຜູ້ສະໜອງຕ້ອງວາງເງິນຄໍ້າປະກັນການປະມູນຢ່າງໜ້ອຍ 2% ຂອງມູນຄ່າທັງໝົດ ໂດຍໜັງສືຄໍ້າປະກັນ ທີ່ອອກໂດຍທະນາຄານພາຍໃນ (ວັນໝົດອາຍຸໜັງສືຄໍ້າປະກັນຕ້ອງເຖິງ ວັນທີ 28/08/2023) ຫຼື ແຊັກ ທີ່ວີຊ້າແລ້ວ (ທຄຕລ ບໍ່ຮັບເງິນສົດ), ພາຍຫຼັງປະກາດຜົນ ທຄຕລ ຈະສົ່ງໜັງສືຄໍ້າປະກັນດັ່ງ ກ່າວຄືນ.
- ໃນ ວັນສຸກ ວັນທີ 28/07/2023 ເວລາ 09:00 ໂມງ ແມ່ນມື້ເປີດຊອງປະມູນ ສະນັ້ນ ໃຫ້ຜູ້ ສະໜອງທີ່ຜ່ານການຄັດເລືອກຈາກເອກະສານຊອງທີ 1 ມາຍື່ນຊອງລາຄາມາດ້ວຍຕົນເອງ ຫຼື ສົ່ງຜູ້ຕາງ ໜ້າເຂົ້າຮ່ວມທີ່ຫ້ອງປະຊຸມຊັ້ນ 5 ອາຄານ C.
- ໝາຍເຫດ: ທຄຕລ ຂໍສະຫງວນສິດ ປະຕິເສດຜູ້ສະໜອງທີ່ປະກອບເອກະສານບໍ່ຄົບຖ້ວນ ຫຼື ບໍ່ຖືກ ຕ້ອງຕາມການກຳນົດຂ້າງເທິງ. ການຄັດເລືອກຜູ້ສະໜອງ ແມ່ນຈະໄດ້ຄັດເລືອກຈາກຫຼາຍເງື່ອນໄຂ (ບໍ່ໄດ້ຄັດ ເລືອກຈາກລາຄາພຽງຢ່າງດຽວ).
- ເງື່ອນໄຂຂອງສັນຍາລະຫວ່າງ ທຄຕລ ແລະ ຜູ້ສະໜອງທີ່ຊະນະການປະມູນ:
- ຜູ້ທີ່ຊະນະການປະມູນຈະໄດ້ເຊັນສັນຍາກັບ ທຄຕລ ແລະ ຮັບຜິດຊອບຄ່າທຳນຽມໃນການຈົດທະ ບຽນສັນຍາ.
- ຖ້າຜູ້ຊະນະການປະມູນ ປະຕິເສດການເຊັນສັນຍາ ແມ່ນຕ້ອງໄດ້ຈ່າຍຄ່າເສຍຫາຍໃຫ້ແກ່ ທຄຕລ ໃນອັດ ຕາ 2% ຂອງມູນຄ່າລວມທີ່ສະເໜີປະມູນ.
- ການຊໍາລະແບ່ງຈ່າຍເປັນ 02 ງວດ ລຸ່ມນີ້:
* ງວດທີ 1: ຊໍາລະ 90% ພາຍຫຼັງໄດ້ຮັບສິນຄ້າຖືກຕ້ອງຄົບຖ້ວນ ແລະ ຜ່ານການກວດກາຈາກທັງ 02
ຝ່າຍ ພາຍໃນ 20 ວັນລັດຖະການ.
* ງວດທີ 2: ຊໍາລະ 10% ຂອງມູນຄ່າສັນຍາ ພາຍຫຼັງຮັບສິນຄ້າ 06 ເດືອນ.
ດັ່ງນັ້ນ, ຈຶ່ງແຈ້ງເຊີນມາຍັງທ່ານ ທີ່ມີຄວາມສົນໃຈເຂົ້າຮ່ວມຍືນຊອງປະມູນລາຄາໃນຄັ້ງນີ້ດ້ວຍ.
ຜູ້ອຳນວຍການ
ຕິດຕໍ່ພົວພັນ:
ຂະແໜງສະໜອງວັດຖຸເຕັກນິກ: 213200 ຕໍ່ 414