ຊົມເຊີຍຜົນສໍາເລັດ
ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ທຄຕລ ປະຈໍາໄຕມາດ 02/2023 ແລະ
ທິດທາງແຜນການ ປະຈໍາໄຕມາດ 03/2023
ໃນວັນທີ 13 ກໍລະກົດ 2023 ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈໍາໄຕມາດ 02/2023 ແລະ ກໍານົດທິດທາງແຜນການ ປະຈໍາໄຕມາດ 03/2023 ທີ່ ໂຮງແຮມຫຼວງພະບາງວິວ, ນະຄອນຫຼວງພະບາງ, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສາຍສະໝອນ ຈັນທະຈັກ ຜູ້ອໍານວຍການ ທຄຕລ, ໂດຍມີບັນດາທ່ານຄະນະອໍານວຍການ, ຄະນະພະແນກ, ສູນ ແລະ ສາຂາ ທົ່ວລະບົບ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມດັ່ງກ່າວໄດ້ລາຍງານການປະຕິບັດວຽກງານທີ່ພົ້ນເດັ່ນ ແລະ ຜົນການດໍາເນີນທຸລະກິດຂອງ ທຄຕລ ໃນໄຕມາດ 02/2023 ພ້ອມທັງຍົກໃຫ້ເຫັນສະພາບການເຄື່ອນໄຫວຮອບດ້ານ, ຜົນງານທີ່ ທຄຕລ ຍາດມາໄດ້ ແລະຂໍ້ຄົງຄ້າງ ໃນໄລຍະຜ່ານມາ, ເຊິ່ງຜົນການດຳເນີນງານ ໃນໄຕມາດ 02/2023 ໂດຍລວມແມ່ນເຫັນວ່າປະຕິບັດໄດ້ດີພໍສົມຄວນໃນຫຼາຍໆດ້ານ.
ນອກຈາກນັ້ນ, ກອງປະຊຸມຍັງໄດ້ຮັບຟັງການນໍາສະເໜີພາບລວມການເຄື່ອນໄຫວບາງວຽກງານຈຸດສຸມຂອງ ທຄຕລ ເປັນຕົ້ນແມ່ນວຽກງານ KPI, ວຽກງານການຄຸ້ມຄອງ ແລະ ຂະຫຍາຍສິນເຊື່ອ, ວຽກງານແກ້ໄຂໜີ້, ພາບລວມການເຄື່ອນໄຫວວຽກງານການຕະຫຼາດ ຂອງ ທຄຕລ ໃນໄລຍະຜ່ານມາ ແລະ ທິດທາງແຜນຍຸດທະສາດການຕະຫຼາດແບບບຸກທະລຸໃນສະພາບການແຂ່ງຂັນສູງ ເພື່ອສືບຕໍ່ພັດທະນາຜະລິດຕະພັນຕ່າງໆ ໃຫ້ມີຄວາມທັນສະໄໝ ແລະ ສາມາດຕອບໂຈດຄວາມຕ້ອງການຂອງທຸກກຸ່ມລູກຄ້າ.
ໃນຕອນທ້າຍກອງປະຊຸມ ທ່ານ ນາງ ສາຍສະໝອນ ຈັນທະຈັກ ຜູ້ອໍານວຍການ ທຄຕລ ໄດ້ໃຫ້ກຽດ ໂອ້ລົມ ພ້ອມທັງ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະ ໄຕມາດ 02/2023 ເຊິ່ງລ້ວນແລ້ວແຕ່ເປັນໝາກຜົນຮ່ວມກັນຂອງ ພະນັກງານ ທຄຕລ ທັງໝົດທຸກພາກສ່ວນທີ່ຍາດແຍ່ງມາໄດ້ ແລະ ຍັງໄດ້ໃຫ້ທິດຊີ້ນໍາ ໂດຍເນັ້ນໜັກບາງວຽກງານ ໃນຕໍ່ໜ້າ ເພື່ອນໍາໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ບັນລຸຕາມເປົ້າໝາຍ ແລະ ແຜນການທີ່ວາງໄວ້ຕາມແນວທາງນະໂຍບາຍຂອງພັກລັດ ແລະ ຍັງເນັ້ນໃສ່ໃຫ້ທຸກພາກສ່ວນຮ່ວມແຮງກັນພັດທະນາ ທຄຕລ ໃຫ້ເປັນທະນາຄານ ທີ່ມີຄວາມເຂັ້ມແຂງ ທັນສະໄໝ ແລະ ໄດ້ມາດຕະຖານສາກົນ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ທັນສະໄໝ ວ່ອງໄວ ໝັ້ນໃຈ
ຂໍ້ມູນ: ອີງຕາມວາລະຂອງກອງປະຊຸມ - ບົດສະຫຼຸບການເຄື່ອນໄຫວວຽກງານ ທຄຕລ ປະຈໍາໄຕມາດ 02/2023 ແລະ ທິດທາງແຜນການ ໄຕມາດ 03/2023
ຂຽນຂ່າວໂດຍ: ນາງ ສຸກພາວັນ ສີວົງໄຊ
ຂະແໜງການຕະຫູາດ, ພະແນກການຕະຫຼາດ ແລະ ບໍລິການລູກຄ້າລາຍໃຫຍ່