ໜັງສືແຈ້ງເຊີນ
ເຖິງ: ບັນດາທ່ານຫົວໜ້າບໍລິສັດ, ຜູ້ສະໜອງ ທີ່ເປັນຕົວແທນຈຳໜ່າຍປະເພດເຄື່ອງຈັກນັບເງິນ.
ເລື່ອງ: ເຊີນເຂົ້າຮ່ວມຍື່ນຊອງລາຄາ, ເຄື່ອງຈັກນັບ-ຄັດໄຈ້-ກວດເງິນປອມ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ຂໍແຈ້ງເຊີນມາຍັງທ່ານ ຜູ້ສະໜອງເຄື່ອງຈັກ ຍື່ນຊອງປະມູນ ເຄື່ອງຈັກທີ່ສາມາດ: ນັບເງິນ-ຄັດໄຈ້ເງິນ-ກວດເງິນປອມໄດ້ຫຼາຍສະກຸນ ເພື່ອປະກອບເປັນ ເຄື່ອງມືຮັບໃຊ້ເຂົ້າໃນວຽກງານວິຊາສະເພາະຂອງທະນາຄານ ຄື: ເຄື່ອງຈັກນັບກວດເງິນປອມ-ໄຈ້ປົນ-ລຽງ ໜ້າໃບເງິນ ລຸ້ນ 2 (1+1) ຊ່ອງ ຈໍານວນ 15 ໜ່ວຍ, ເຄື່ອງຈັກນັບ-ຄັດໄຈ້ເງິນລຸ້ນ (4+1) ຊ່ອງ ຈໍານວນ 04 ໜ່ວຍ, ເຄື່ອງຈັກນັບ-ຄັດ ໄຈ້ເງິນລຸ້ນ 8 ຊ່ອງ ຈໍານວນ 01 ໜ່ວຍ ຕາມເງື່ອນໄຂດັ່ງລຸ່ມນີ້:
Ø ເອກະສານ ຊອງທີ 1 (ບໍ່ປິດຊອງ):
- ປະກອບເອກະສານໃນນາມນິຕິບຸກຄົນ ທີ່ດຳເນີນທຸລະກິດຈໍາໜ່າຍເຄື່ອງຈັກນັບເງິນ, ຕ້ອງມີວິຊາການ ກ່ຽວກັບເຄື່ອງຈັກດັ່ງກ່າວໂດຍສະເພາະ ແລະ ມີປະສົບການ ຢ່າງໜ້ອຍ 3 ປີຂຶ້ນໄປ (ສໍາເນົາໃບທະ ບຽນວິສາຫະກິດ, ໃບຢັ້ງຢືນການເສຍອາກອນປະຈຳປີ 3 ປີ ຍ້ອນຫຼັງ (2019, 2020, 2021) ແລະ ໃບ ຢັ້ງຢືນການເປັນຕົວແທນຈໍາໜ່າຍ).
- ເອກະສານລາຍລະອຽດສະເປັກສິນຄ້າ, ການຮັບປະກັນ, ໄລຍະຈັດສົ່ງ, ການອັບເດດ Software,
ການຝຶກອົບຮົມການໃຊ້ງານໃຫ້ພະນັກງານ ທຄຕລ, ລະບຸປີຜະລິດ-ປະເທດຜະລິດສິນຄ້າ, ການບຳລຸງ
ຮັກສາ-ການບໍລິການຫຼັງການຂາຍ, ການຮັບປະກັນການເຄຼມຄືນ ໃນກໍລະນີທີ່ເງິນປອມສາມາດຜ່ານ ໄດ້
ແລະ ເງື່ອນໄຂອື່ນໆຢ່າງລະອຽດຕາມ Format ຄັດຕິດມາພ້ອມນີ້:
- ຄວາມສາມາດຂອງຈັກ 2 ຊ່ອງ ຢ່າງໜ້ອຍ:
- ສາມາດກວດເງິນປອມ-ປົນ ແລະ ລຽງໜ້າເງິນໄດ້ (ຖ້າຄັດແຍກໄດ້ກໍ່ຈະເປັນເງື່ອນໄຂທີ່ດີ)
- ສາມາດຮອງຮັບໄດ້ຫຼາຍສະກຸນ ຢ່າງໜ້ອຍ 7 ສະກຸນເງິນຂຶ້ນໄປເຊັ່ນ: (LAK, USD, CNY, THB, EUR, GBP ,AUD).
- ສາມາດອັບເດດຊ໊ອບແວ ເງິນທີ່ອອກໃໝ່ ບໍ່ໃຫ້ເກີນ 90 ວັນ.
- ອ່ານຈໍານວນເງິນໄດ້ໂດຍບໍ່ຕ້ອງເລືອກສະກຸນ Auto Currency.
- ບ່ອນວາງເງິນຮອງຮັບໄດ້ 500 ໃບ.
- ມີຊ່ອງເງິນ ຮັບໄດ້ 100 ໃບ.
- ມີ່ອງຮັບເງິນທີ່ນັບແລ້ວສາມາດຮັບໄດ້ເຖິງ 200 ໃບ.
- ສາມາດຕັ້ງຈໍານວນນັບເງິນໄດ້ 5, 10, 20, 50 ແລະ 100 ໃບ ຫຼື ຕາມຄວາມຕ້ອງການ.
- ຄວາມໄວໃນການນັບມີຫຼາຍລະດັບ.
- ສາມາດໃຊ້ງານກັບໄຟ້ຟ້າ 200v ທົ່ວໄປ.
- ສາມາດຮັບເງິນລຸ້ນເກົ່າ-ໃໝ່ໄດ້ທີ່ອອກສູ່ຂອດຈາລະຈອນ ທັງເງິນກີບ ແລະ ເງິນຕາຕ່າງປະເທດ ແລະ ສາມາດອັບເດດປະເພດໃບເງິນທີ່ອອກໃໝ່ ໂດຍບໍ່ມີຂໍ້ຈໍາກັດ ໃນກອບ 05 ປີຕໍ່ໜ້າ.
- ອາໄຫຼ່ສາມາດສະໜອງໃຫ້ໄດ້ໃນກອບ 10 ປີຕໍ່ໜ້າ, ມີຈໍນອກເສີມ.
- ຄວາມສາມາດຂອງຈັກ (4+1) ຊ່ອງ ແລະ 8 ຊ່ອງ ຢ່າງໜ້ອຍ:
- ເປັນເຄື່ອງຈັກກວດນັບເງິນປອມ, ຄັດໄຈ້ເງິນເກົ່າ, ເງິນເພື່ອສະນອງໃຫ້ລູກຄ້າ ແລະ ເງິນໃໝ່ ໃນລະ
ດັບດີ ແລະ ໃຫ້ແຍກຄຸນນະພາບ ໃຫ້ໄດ້ຢ່າງຂາດຕົວຫຼາຍທີ່ສຸດ ເພື່ອຫຼີກລ້ຽງການມາຄັດໄຈ້ດ້ວຍມື
ເພີ່ມຕື່ມ.
- ມີຊ່ອງຮອງຮັບເງິນທີ່ຄັດໄດ້ຈໍານວນ 4 ຊ່ອງ ແລະ ສາມາດເພີ້ມຊ່ອງຮັບໄດ້ເພີ່ມອີກ.
- ໃນຕົວເຄື່ອງແມ່ນສາມາດຮອງຮັບໄດ້ຫລາຍສະກຸນ ຢ່າງໜ້ອຍ 7 ສະກຸນຂື້ນໄປ.
- ສາມາດກວດນັບ ແລະ ຄັດແຍກຄຸນນະພາບເງິນ ສະກຸນເງິນກີບ ແລະ ເງີນຕາຕ່າງປະເທດໄດ້ທຸກປະ ເພດໃບເງິນ ທີ່ນໍາໃຊ້ໃນປະຈຸບັນ.
- ຊ່ອງຮັບເງິນ ສາມາດຮອງຮັບເງິນໄດ້ເຖິງ 2000 ໃບ.
- ຊ່ອງຮອງຮັບເງິນທີ່ນັບ / ຄັດແລ້ວ ສາມາດຮອງຮັບເງິນໄດ້ເຖີງ 500ໃບ.
- ມີຄວາມໄວໃນການນັບໄດ້ຫລາຍລະດັບ.
- ສາມາດຄັດແຍກເງິນໄດ້ຕາມສະພາບທີ່ທະນາຄານຕ້ອງການ ເກົ່າ, ກາງ ,ໃຫມ່.
- ສາມາດຄັດໄຈ້ເງິນປົນ, ແຍກປະເພດໃບ, ແຍກສະກຸນເງິນ.
- ມີລະບົບກວດຈັບທະນະບັດ ທີ່ທັນສະໄໝ ແລະ ສາມາດລົງລາຍລະອຽດ ເຖິງຈຸດທີ່ເຊື່ອມຄຸນນະພາບ ແລະ ຈຸດທີ່ຕ້ອງການໃຫ້ເຄື່ອງຈັກປະຕິເສດ.
- ສາມາດອັບເດດຊ໊ອບແວ ທຸກສະກຸນເງິນທີ່ອອກໃໝ່ ບໍ່ໃຫ້ເກີນ 90 ວັນ.
- ກໍລະນີເຄື່ອງມີບັນຫາ ຕົວເຄື່ອງຈະແຈ້ງຕໍາແໜ່ງທີ່ມີບັນຫາໄດ້.
- ມີຈໍ ຄວບຄຸມລະບົບສໍາພັດ (ນິ້ວ).
- ສາມາດໃຊ້ງານກັບໄຟຟ້າ 200v-240v ທົ່ວໄປ.
- ສາມາດຮັບເງິນລຸ້ນເກົ່າ-ໃຫ່ມໄດ້ທີ່ອອກສູ່ຂອດຈາລະຈອນ ທັງເງິນກີບ ແລະ ເງິນຕາຕ່າງປະເທດ ແລະ ສາມາດອັບເດດປະເພດໃບເງິນທີ່ອອກໃໝ່ ໂດຍບໍ່ມີຂໍ້ຈໍາກັດ ໃນກອບ 5 ປີຕໍ່ໜ້າ.
- ອາໄຫຼສາມາດສະຫນອງໃຫ້ໄດ້ໄລຍະ 10 ປີຕໍ່ຫນ້າ.
- ບໍລິສັດໃດທີ່ມີເງື່ອນໄຂໃຫ້ຈ່າຍຜ່ອນ ຫຼື ເຊົ່າ ແມ່ນໃຫ້ລະບຸມາພ້ອມ.
- ເອກະສານຂ້າງເທິງແມ່ນໃຫ້ຍື່ນກ່ອນ ວັນຄານ ທີ 17/10/2023 ເວລາ 11:00 ໂມງ ໂດຍການສົ່ງຟາຍ
ເຂົ້າ E-mail: procurement@bcel.com.la.
⮚ ເອກະສານ ຊອງທີ 2 (ປິດຊອງ):
- ໃບສະເໜີລາຄາໃຫ້ລວມອາກອນມູນຄ່າເພີ່ມ ພ້ອມທັງລະບຸເປັນສະກຸນເງິນກີບ.
- ຜູ້ສະໜອງຕ້ອງວາງເງິນຄໍ້າປະກັນການປະມູນຢ່າງໜ້ອຍ 2% ຂອງມູນຄ່າທັງໝົດ ໂດຍໜັງສືຄໍ້າປະກັນ ທີ່ອອກໂດຍທະນາຄານພາຍໃນ (ວັນໝົດອາຍຸໜັງສືຄໍ້າປະກັນຕ້ອງເຖິງ ວັນທີ 24/11/2023) ຫຼື ແຊັກ ທີ່ວີຊ້າແລ້ວ (ທຄຕລ ບໍ່ຮັບເງິນສົດ), ພາຍຫຼັງປະກາດຜົນ ທຄຕລ ຈະສົ່ງໜັງສືຄໍ້າປະກັນດັ່ງ ກ່າວຄືນ.
- ໃນ ວັນຄານ ວັນທີ 24/10/2023 ເວລາ 09:00 ໂມງ ແມ່ນມື້ເປີດຊອງປະມູນ ສະນັ້ນ ໃຫ້ຜູ້ສະ ໜອງທີ່ຜ່ານການຄັດເລືອກຈາກເອກະສານຊອງທີ 1 ມາຍື່ນຊອງລາຄາມາດ້ວຍຕົນເອງ ຫຼື ສົ່ງຜູ້ຕາງ ໜ້າເຂົ້າຮ່ວມທີ່ຫ້ອງປະຊຸມຊັ້ນ 5 ອາຄານ C.
- ໝາຍເຫດ: ທຄຕລ ຂໍສະຫງວນສິດ ປະຕິເສດຜູ້ສະໜອງທີ່ປະກອບເອກະສານບໍ່ຄົບຖ້ວນ ຫຼື ບໍ່ຖືກ
ຕ້ອງຕາມການກຳນົດຂ້າງເທິງ. ການຄັດເລືອກຜູ້ສະໜອງ ແມ່ນຈະໄດ້ຄັດເລືອກຈາກຫຼາຍເງື່ອນໄຂ (ບໍ່ໄດ້
ຄັດ ເລືອກຈາກລາຄາພຽງຢ່າງດຽວ).
- ເງື່ອນໄຂຂອງສັນຍາລະຫວ່າງ ທຄຕລ ແລະ ຜູ້ສະໜອງທີ່ຊະນະການປະມູນ:
- ຜູ້ທີ່ຊະນະການປະມູນຈະໄດ້ເຊັນສັນຍາກັບ ທຄຕລ ແລະ ຮັບຜິດຊອບຄ່າທຳນຽມໃນການຈົດທະ ບຽນສັນຍາ.
- ຖ້າຜູ້ຊະນະການປະມູນ ປະຕິເສດການເຊັນສັນຍາ ແມ່ນຕ້ອງໄດ້ຈ່າຍຄ່າເສຍຫາຍໃຫ້ແກ່ ທຄຕລ ໃນອັດ ຕາ 2% ຂອງມູນຄ່າລວມທີ່ສະເໜີປະມູນ.
- ການຊໍາລະແບ່ງຈ່າຍເປັນ 02 ງວດ ລຸ່ມນີ້:
* ງວດທີ 1: ຊໍາລະ 90% ພາຍຫຼັງໄດ້ຮັບສິນຄ້າຖືກຕ້ອງຄົບຖ້ວນ ແລະ ຜ່ານການກວດກາຈາກທັງ 02
ຝ່າຍ ພາຍໃນ 30 ວັນລັດຖະການ.
* ງວດທີ 2: ຊໍາລະ 10% ຂອງມູນຄ່າສັນຍາ ພາຍຫຼັງຮັບສິນຄ້າ 06 ເດືອນ.
ດັ່ງນັ້ນ, ຈຶ່ງແຈ້ງເຊີນມາຍັງທ່ານ ທີ່ມີຄວາມສົນໃຈເຂົ້າຮ່ວມຍືນຊອງປະມູນລາຄາໃນຄັ້ງນີ້ດ້ວຍ.
ຜູ້ອຳນວຍການ
ຕິດຕໍ່ພົວພັນ:
ຂະແໜງສະໜອງວັດຖຸເຕັກນິກ: 213200 ຕໍ່ 414