ໜັງສືແຈ້ງເຊີນ
ເຖິງ: ບັນດາບໍລິສັດ ຕົວແທນຈໍາໜ່າຍພາຫະນະ ພາຍໃນ ນະຄອນຫຼວງວຽງຈັນ ທີ່ນັບຖື.
ເລື່ອງ: ແຈ້ງເຊີນເຂົ້າຮ່ວມຍືນຊອງປະມູນ ພາຫະນະ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຂໍແຈ້ງເຊີນມາຍັງທ່ານຜູ້ສະໜອງ ທີ່ມີຄວາມສົນໃຈເຂົ້າຮ່ວມປະມູນລາຄາ ພາຫະນະ ເພື່ອນໍາໃຊ້ເຂົ້າໃນວຽກງານຂອງ ທຄຕລ. ດັ່ງນັ້ນ, ຈຶ່ງໄດ້ແຈ້ງເຊີນມາຍັງທ່ານເພື່ອຍື່ນຊອງເຂົ້າຮ່ວມປະມູນ ດັ່ງມີລາຍລະອຽດລຸ່ມນີ້:
ລ/ດ
|
ລາຍລະອຽດ
|
ຈໍານວນ
|
1
|
ລົດຕູ້
ລົດຕູ້, ຍີ່ຫໍ້ Toyota, 14 ບ່ອນນັ່ງຂຶ້ນໄປ, ຂັບເຄື່ອນ 2 ລໍ້, ຫຼັງຄາສູງ, ພວງມະໄລຊ້າຍເດີມ, ເຄື່ອງຈັກ 4 ສູບ, ຄວາມແຮງ 2.500-2800 ຊີຊີ, ເກຍໂອໂຕ, ສີຂາວມຸກ
|
06 ຄັນ
|
2
|
ລົດຕູ້ ALPHARD
ລົດຕູ້ ຍີ່ຫໍ້ Toyota ALPHARD, ພວງມະໄລຊ້າຍເດີມ, 7 ບ່ອນນັ່ງ, 5 ປະຕູ
(ປະຕູເລື່ອນ2 ຂ້າງ) ຄວາມແຮງ 3.500 ຊີຊີ, 6 ສູບ, 24 ວາວ. ເກຍໂອໂຕ, ສີຂາວມຸກ
|
01 ຄັນ
|
3
|
ລົດກະບະ
ລົດກະບະ ຍີ່ຫໍ້ Toyota, 4 ປະຕູ, ລຸ້ນສູງ, ຂັບເຄື່ອນ 4 ລໍ້, ພວງມະໄລຊ້າຍເດີມ, ຄວາມແຮງ 2.000 ຊີຊີ ຂຶ້ນໄປ, ສີຂາວມຸກ
|
ເກຍກະປຸກ
|
01 ຄັນ
|
ເກຍໂອໂຕ
|
04 ຄັນ
|
ຫ້າງຮ້ານຕົວແທນຈຳໜ່າຍພາຫະນະ ທີ່ມີຄວາມຕ້ອງການຍື່ນຊອງປະມູນຕ້ອງປະກອບດັ່ງນີ້:
- ເອກະສານ ຊອງທີ1:
- ປະກອບເອກະສານໃນນາມນິຕິບຸກຄົນ ທີ່ດຳເນີນທຸລະກິດກ່ຽວກັບຈໍາໜ່າຍພາຫະນະ, ດຳເນີນທຸລະກິດ ຢ່າງໜ້ອຍ 03 ປີຂຶ້ນໄປ, ພ້ອມທັງສໍາເນົາໃບທະບຽນວິສາຫະກິດ, ໃບຢັ້ງຢືນການເສຍອາກອນ 3 ປີ (ປີ 2021, 2022, 2023) ແລະ ໃບຢັ້ງຢືນການເປັນຕົວແທນຈໍາໜ່າຍ (ຖ້າມີ).
- ກຳນົດຍື່ນຊອງລາຍລະອຽດສະເປັກລົດ, ການຮັບປະກັນສິນຄ້າ, ປີຜະລິດລົດ, ໄລຍະເວລາໃນການຈັດສົ່ງ ແລະ ຂໍ້ມູນຕ່າງໆ ຕາມ format ທີ່ຕິດຄັດມາພ້ອມນີ້ ແລະ ຍືນກ່ອນ ວັນທີ 05/05/2025 ເວລາ 11:00 ໂມງ ໂດຍການສົ່ງຟາຍເຂົ້າ E-mail: procurement@bcel.com.la
- ເອກະສານ ຊອງທີ2: (ປິດຊອງ)
- ໃບສະເໜີລາຄາໃຫ້ລະບຸລາຄາຫົວໜ່ວຍແຕ່ລະລາຍການ ແລະ ລວມມູນຄ່າອາກອນມູນຄ່າເພີ່ມ ໂດຍລະບຸເປັນ 02 ສະກຸນ: ກີບ ແລະ ໂດລາ.
- ຜູ້ສະໜອງຕ້ອງວາງເງິນຄໍ້າປະກັນການປະມູນຕໍ່າສຸດ 10% ຂອງມູນຄ່າທັງໝົດ ໂດຍໜັງສືຄໍ້າປະກັນທີ່ອອກໂດຍທະນາຄານທຸລະກິດພາຍໃນ ສປປ ລາວ (ວັນໝົດອາຍຸໜັງສືຄໍ້າປະກັນຕ້ອງເຖິງ ວັນທີ 20/06/2025) ຫຼື ແຊັກທີ່ວີຊ້າແລ້ວ (ທຄຕລ ບໍ່ຮັບເງິນສົດ), ພາຍຫຼັງປະກາດຜົນ ທຄຕລ ຈະສົ່ງໜັງສືຄໍ້າປະກັນດັ່ງກ່າວຄືນ.
- ໃນວັນອັງຄານ ວັນທີ 20/05/2025 ເວລາ 9:00 ໂມງ ແມ່ນມື້ເປີດຊອງປະມູນ ສະນັ້ນຜູ້ສະໜອງທີ່ຜ່ານການຄັດເລືອກຈາກເອກະສານຊອງທີ 1 ຕ້ອງມາຍືນຊອງລາຄາດ້ວຍຕົນເອງ ຫຼື ສົ່ງຜູ້ຕາງໜ້າເຂົ້າຮ່ວມທີ່ ຫ້ອງປະຊຸມ ຊັ້ນ 5 ອາຄານ C.
- ໝາຍເຫດ: ທຄຕລ ຂໍສະຫງວນສິດ ປະຕິເສດຜູ້ສະໜອງທີ່ປະກອບເອກະສານ ບໍ່ຄົບຖ້ວນ ຫຼື ບໍ່ຖືກຕ້ອງຕາມການກຳນົດຂ້າງເທິງ. ການຄັດເລືອກຜູ້ສະໜອງ ແມ່ນຈະໄດ້ຄັດເລືອກຈາກຫຼາຍເງື່ອນໄຂ (ບໍ່ໄດ້ຄັດເລືອກຈາກລາຄາພຽງຢ່າງດຽວ).
- ເງື່ອນໄຂຂອງສັນຍາລະຫວ່າງ ທຄຕລ ແລະ ຜູ້ສະໜອງທີ່ຊະນະການປະມູນ:
- ຜູ້ທີ່ຊະນະການປະມູນຈະໄດ້ເຊັນສັນຍາກັບ ທຄຕລ ແລະ ຮັບຜິດຊອບຄ່າທຳນຽມໃນການຈົດທະບຽນສັນຍາ.
- ຖ້າຜູ້ຊະນະການປະມູນປະຕິເສດການເຊັນສັນຍາ ແມ່ນຕ້ອງໄດ້ຈ່າຍຄ່າເສຍຫາຍໃຫ້ແກ່ ທຄຕລ ໃນອັດຕາ 10% ຂອງມູນຄ່າທີ່ຊະນະການປະມູນ.
- ພາຍຫຼັງທີ່ເຊັນສັນຍາແລ້ວ ກໍລະນີຜູ້ສະໜອງບໍ່ສາມາດສະໜອງສິນຄ້າໄດ້ຕາມສະເປັກ ຫຼື ເວລາທີ່ກໍານົດ ທຄຕລ ຈະປັບໄໝ 0,5%ຕໍ່ວັນ ສູງສຸດ 20% ຂອງມູນຄ່າສັນຍາທັງໝົດ.
ການຊໍາລະຈະຈ່າຍເປັນງວດດຽວ % ຂອງມູນຄ່າ ພາຍໃນ 20 ວັນລັດຖະການ ພາຍຫຼັງໄດ້
ຮັບເຄື່ອງຄົບຖ້ວນ ແລະ ໄດ້ຮັບການຢັ້ງຢືນຈາກພາກສ່ວນກ່ຽວຂ້ອງ.
ດັ່ງນັ້ນ, ຈຶ່ງອອກແຈ້ງເຊີນມາຍັງທ່ານທີ່ມີຄວາມສົນໃຈເຂົ້າຮ່ວມຍືນຊອງປະມູນໃນຄັ້ງນີ້.
ຜູ້ອຳນວຍການ
ຕິດຕໍ່: 021 213 200 ຕໍ່ 621