ເຖິງ : ບັນດາ ບໍລິສັດ , ວິສາຫະກິດ ຢູ່ນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ
ເລື່ອງ : ຂໍເຊຶ້ອເຊີນ ຢື່ນເອກະສານປະມູນຕິດຕັ້ງລະບົບລະບາຍອາກາດ ແລະ ເຄື່ອງຝອກອາກາດ ໃສ່ຫ້ອງ
ຄັງສາງ ສາຂາໄຊຍະບູລີ, ໜ່ວຍບໍລິການປາກລາຍ, ໜ່ວຍບໍລິການແກ່ນທ້າວ, ໜ່ວຍບໍລິການຫົງສາ,
ໜ່ວຍບໍລິການເມືອງພຽງ, ສາຂາ ວັງວຽງ, ໜ່ວຍບໍລິການກາສີ, ສາຂາ ຊຽງຂວາງ, ໜ່ວຍບໍລິການ
ຕະຫຼາດນໍ້າຫງໍາ
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ຂໍແຈ້ງເຊີນມາຍັງບັນດາ ບໍລິສັດ ແລະ ວິສາຫະກິດ ທີ່ປະກອບການຕິດຕັ້ງເຄື່ອງລະບົບລະບາຍອາກາດ ແລະ ເຄື່ອງຝອກອາກາດ ທີ່ມີຄວາມສົນໃຈຢື່ນຊອງປະມູນລາຄາເຊຶ່ງເງື່ອນໄຂປະກອບເອກະສານດັ່ງນີ້ :
ຊອງທີ 1 ເອກະສານດ້ານຄຸນວຸດທິຂອງ ບໍລິສັດ
ຊອງທີ 2 ເອກະສານສະເໜີລາຄາ ສະກຸນເງິນກີບ
ສ່ວນລາຍລະອຽດຂະໜາດຂອງຫ້ອງຄັງສາງ ແລະ ໜ່ວຍບໍລິການມີເອກະສານຄັດຕິດພ້ອມ
ໝາຍເຫດ : ກະລຸນາສົ່ງໃບສະເໜີລາຄາ (ປິດຊອງ) ໃຫ້ພະແນກຫ້ອງການບໍລິຫານ-ການເງິນ ທຄຕລ ສໍານັກງານໃຫຍ່ ກ່ອນວັນທີ 28/02/2020 .
ຜູ້ອຳນວຍການໃຫຍ່
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ຕິດຕໍ່ພົວພັນ: ທ່ານ ພູວອນ ສໍອິນໄຊ ເບີໂທ 59559889