ພິທີລົງນາມການຮ່ວມມືລະຫວ່າງ
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ແລະ
ບໍລິສັດ ສະຕາຟິນເທັກ ຈຳກັດຜູ້ດຽວ ວ່າດ້ວຍ ການບໍລິການ E-Commerce
ນະຄອນຫຼວງວຽງຈັນ, ວັນທີ: 27/02/2020
ໃນຕອນບ່າຍ ວັນທີ 27 ກຸມພາ 2020, ຢູ່ທີ່ ສໍານັກງານໃຫຍ່ ບໍລິສັດ ສະຕາຣໂທລະຄົມ ໄດ້ມີການຈັດພິທີລົງນາມການຮ່ວມມືລະຫວ່າງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ແລະ ບໍລິສັດ ສະຕາຟິນເທັກ ຈຳກັດຜູ້ດຽວ ວ່າດ້ວຍ ການບໍລິການ E-Commerce. ຕາງໜ້າລົງນາມໃນຄັ້ງນີ້ໂດຍ ທ່ານ ນັນທະລາດ ແກ້ວປະເສີດ ຮອງຜູ້ອໍານວຍການໃຫຍ່ ທຄຕລ, ແລະ ທ່ານ ລິວ ມິງ ຮ່າ ຜູ້ອໍານວຍການບໍລິສັດ ສະຕາຟິນເທັກ ຈໍາກັດຜູ້ດຽວ. ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໃນພິທີຄັ້ງນີ້ໂດຍ ທ່ານ ສຸລິສັກ ທຳນຸວົງ ຫົວໜ້າກົມຄຸ້ມຄອງລະບົບຊໍາລະສະສາງ ທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ບໍລິຫານທັງສອງຝ່າຍ, ຄະນະພະແນກ, ຄະນະສູນ ແລະ ສາຂາ ຂອງ ທຄຕລ ພາຍໃນນະຄອນຫຼວງວຽງຈັນ ຕະຫຼອດຮອດພະນັກງານຂອງທັງສອງຝ່າຍ ແລະ ສື່ມວນຊົນຈາກຫຼາຍພາກສ່ວນກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຂອງການຮ່ວມມືໃນຄັ້ງນີ້ແມ່ນເພື່ອສະໜອງການບໍລິການດ້ານ “BCEL E-Commerce” ກໍ່ຄືການຊຳລະສະສາງຄ່າສິນຄ້າ ແລະ ບໍລິການທີ່ສັ່ງຊື້ຜ່ານເວັບໄຊທ໌ ຂອງບໍລິສັດ ສະຕາຟິນເທັກ ຈຳກັດຜູ້ດຽວ. ເຊິ່ງຈະຊ່ວຍສ້າງຄວາມສະດວກສະບາຍໃຫ້ແກ່ລູກຄ້າຂອງ ບໍລິສັດ ສະຕາຟິນເທັກ ຈຳກັດຜູ້ດຽວ ໃນການຊໍາລະຜ່ານອອນລາຍ ບໍ່ວ່າຈະເປັນການຈ່າຍຄ່າໂທລະສັບ, ຈ່າຍຄ່າ Internet ແລະ ສາມາດຊື້ໂທລະສັບ ຫຼື ສິນຄ້າ Electronic ທີ່ຂາຍໜ້າ Website ຂອງບໍລິສັດສະຕາຟິນເທັກ ຈຳກັດຜູ້ດຽວ ເຊິ່ງຈະເພີ່ມຄວາມສະດວກໃຫ້ແກ່ລູກຄ້າຂອງ ບໍລິສັດ ສະຕາຟິນເທັກ ຈຳກັດຜູ້ດຽວ ແລະ ທຄຕລ ໃນການຊຳລະສະສາງ ບໍ່ວ່າຈະຢູ່ແຫ່ງຫົນໃດຂອງໂລກທັງພາຍໃນ ແລະ ຕ່າງປະເທດກໍ່ສາມາດສັ່ງຊື້ສິນຄ້າ ແລະ ບໍລິການແບບອອນລາຍ ຂອງ ບໍລິສັດ ສະຕາຟິນເທັກ ຈຳກັດຜູ້ດຽວ ໄດ້ຕະຫຼອດ 24 ຊົວໂມງ ໂດຍສາມາດຊຳລະຜ່ານບັດ VISA, MasterCard, JCB, UnionPay, AliPay, WeChatPay ແລະ UPI QR. ການບໍລິການດ້ານ “E-Commerce” ບໍ່ພຽງແຕ່ອຳນວຍຄວາມສະດວກໃຫ້ແກ່ລູກຄ້າໃນການຊຳລະຄ່າສິນຄ້າ ແລະ ບໍລິການທີ່ສາມາດກະຕຸ້ນການຕັດສິນໃຈຊື້ຂອງລູກຄ້າໄດ້ງ່າຍຂຶ້ນ ແລະ ສາມາດສ້າງຍອດຂາຍໄດ້ສູງໃນເວລາອັນສັ້ນໄດ້ເທົ່ານັ້ນ, ແຕ່ຍັງປະກອບສ່ວນໃຫ້ການຊື້-ຂາຍສິນຄ້າ ແລະ ບໍລິການຕ່າງໆເພີ່ມຂຶ້ນ. ມີສ່ວນຊ່ວຍໃຫ້ເສດຖະກິດມີການຂະຫຍາຍຕົວຂຶ້ນເລື້ອຍໆ ຄ່ຽງຄູ່ກັບການພັດທະນາທີ່ຫັນປ່ຽນສູ່ຍຸກດີຈິຕໍ້ຕາມທິດທາງແຜນການຂອງລັດຖະບານ ທີ່ວາງອອກ.
ທຄຕລ ເປັນທະນາຄານທຳອິດ ໃນ ສປປ ລາວ ທີ່ ໃຫ້ບໍລິການ E-Commerce ເຊິ່ງໄດ້ເລີ່ມໃຫ້ບໍລິການມາຕັ້ງແຕ່ປີ 2013, ຮອດປະຈຸບັນມີ 24 ບໍລິສັດ ທີ່ໄດ້ເຊັນສັນຍານຳໃຊ້ລະບົບການຊໍາລະຜ່ານ BCEL E-Commerce. ບໍລິສັດສະຕາຟິນເທັກ ກໍເປັນອີກໜື່ງບໍລິສັດ ທີ່ເຫັນໄດ້ເຖິງປະໂຫຍດຈາກການໃຊ້ລະບົບການຊຳລະອອນລາຍນີ້ ແລະ ເຊື່ອໝັ້ນວ່າ BCEL E-Commerce ຈະສາມາດສົ່ງເສີມທຸລະກິດ, ຊ່ວຍຂະຫຍາຍຕະຫຼາດ ຂອງບໍລິສັດສະຕາຟິນເທັກໄດ້ກວ້າງຂວາງຂື້ນຕື່ມ.
ການຮ່ວມມືຄັ້ງນີ້ ຖືເປັນການຮ່ວມມືທີ່ດີ ລະຫວ່າງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ແລະ ບໍລິສັດ ສະຕາຟີນເທັກ ຈໍາກັດຜູ້ດຽວ ເພື່ອເຮັດໃຫ້ການບໍລິການດ້ານ E-Commerce ໃນລາວເຮົານັບມື້ນັບຂະຫຍາຍຕົວຍິ່ງຂຶ້ນທຽບເທົ່າກັບລະດັບສາກົນ. ໃນຕໍ່ໜ້າ ທັງສອງຝ່າຍຍັງຈະສືບຕໍ່ຮ່ວມມືກັນເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ ແລະ ມອບປະສົບການບໍລິການທາງດ້ານການເງິນແບບດິຈິຕໍທີ່ມີຄວາມສະດວກ, ວ່ອງໄວ ແລະ ໄດ້ມາດຕະຖານສາກົນ.
ທຄຕລ ຂໍສະແດງຄວາມຂອບໃຈມາຍັງ ບໍລິສັດ ສະຕາຟິນເທັກ ຈຳກັດຜູ້ດຽວ ແລະ ລູກຄ້າທຸກທ່ານທີ່ນໍາໃຊ້ຜະລິດຕະພັນ ແລະ ບໍລິການຂອງ ທຄຕລ ຕະຫຼອດມາ. ທຄຕລ ຈະສືບຕໍ່ພັດທະນາລະບົບການບໍລິການໃຫ້ມີຄວາມທັນສະໄໝ ແລະ ສືບຕໍ່ຮ່ວມມືກັບພາກສ່ວນອື່ນໆເພື່ອອໍານວຍຄວາມສະດວກໃນການຊຳລະສະສາງຕ່າງໆຂອງລູກຄ້າ ໃນຍຸກແຫ່ງການບໍລິການທະນາ ຄານແບບດີຈີຕໍ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ທັນສະໄໝ ວ່ອງໄວ ໝັ້ນໃຈ
Facebook: BCEL Bank, Website: www.bcel.com.la