ຊົມເຊີຍ
ທຄຕລ ໄດ້ຮັບລາງວັນທຸລະກິດຊັ້ນນຳດີເດັ່ນ ປີ 2019ຈາກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ
ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ວັນທີ 14/02/2020
ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໄດ້ມອບ ລາງວັນທຸລະກິດຊັ້ນນຳດີເດັ່ນ ປີ 2019 ໃຫ້ກັບ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ແລະ ອີກ 52 ບໍລິສັດພາຍໃນ ສປປ ລາວ ໃນງານ “ມອບລາງວັນນັກທຸລະກິດຊັ້ນນຳດີເດັ່ນ ປີ 2019 (Business Leader Award 2019)” ທີ່ໄດ້ຈັດຂຶ້ນຢູ່ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໃນວັນທີ 14 ກຸມພາ 2020 ທີ່ຜ່ານມານີ້, ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ມີປະທານ ສຄອຊ ພ້ອມດ້ວຍສະມາຊິກ ສຄອຊ ແລະ ພາກທຸລະກິດທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ ລວມທັງໝົດ 300 ກວ່າຄົນ.
ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ໄດ້ຄັດເລືອກບໍລິສັດຊັ້ນນໍາດີເດັ່ນປະຈໍາປີ 2019 ທັງໝົດ 53 ບໍລິສັດ ທີ່ມີເງື່ອນໄຂດ້ານການປະກອບສ່ວນໃນການຂະຫຍາຍຕົວເສດຖະກິດ, ການມີສ່ວນຮ່ວມຂອງຊຸມຊົນ ແລະ ການສ້າງວຽກເຮັດງານທຳ, ທັງນີ້ ກໍເພື່ອຍົກໃຫ້ເຫັນບົດບາດ ແລະ ຄວາມສໍາຄັນຂອງບັນດາບໍລິສັດທີ່ໄດ້ຮັບລາງວັນເພື່ອໃຫ້ເຂົາເຈົ້າສາມາດຕໍ່ຍອດທຸລະກິດ ແລະ ເປັນການສ້າງແຮງບັນດານໃຈໃຫ້ຫົວໜ່ວຍທຸລະກິດອື່ນໆ.
ທຄຕລ ກໍ່ເປັນອີກໜຶ່ງຫົວໜ່ວຍທຸລະກິດທີ່ໄດ້ດຳເນີນໃນຂົງເຂດວຽກງານການທະນາຄານ ມາເປັນໄລຍະເວລາ 30 ປີ ໂດຍໄດ້ສຸມໃສ່ການພັດທະນາບັນດາຜະລິດຕະພັນຕ່າງໆ ໃຫ້ມີຄວາມທັນສະໄໝ ໄດ້ຄຸນນະພາບ ແລະ ມີຄວາມຫຼາກຫຼາຍ ເພື່ອຕອບໂຈດຄວາມຕ້ອງການຂອງລູກຄ້າ ແລະ ຜູ້ຊົມໃຊ້ບໍລິການໃນແຕ່ລະໄລຍະ. ມາຮອດຍຸກປະຈຸບັນ ທຄຕລ ໄດ້ກາຍເປັນທະນາຄານແຖວໜ້າໃນ ສປປ ລາວ ທີ່ນຳເອົາເທັກໂນໂລຊີທີ່ທັນສະໄໝ ແລະ ກ້າວໜ້າ ເຂົ້າມາຊ່ວຍໃນການບໍລິການ ແລະ ພັດທະນາຜະລິດຕະພັນເອເລັກໂທຣນິກ ເພື່ອຫັນການບໍລິການຂອງທະນາຄານສູ່ຍຸກ Digital ເພື່ອຄວາມສະດວກ, ວ່ອງໄວ ທັງຮັບປະກັນດ້ານການຄຸ້ມຄອງຄວາມສ່ຽງໄດ້ເປັນຢ່າງດີ.
ພ້ອມດຽວກັນນີ້, ທຄຕລ ກໍ່ຍັງໄດ້ໝູນໃຊ້ເທັກໂນໂລຊີເຂົ້າໃນວຽກງານການຊ່ວຍເຫຼືອສັງຄົມຢ່າງແຂງແຮງ ແລະ ດ້ວຍຄວາມຮັບຜິດຊອບສູງ ເຊັ່ນ: ຜະລິດຕະພັນ BCEL OneHeart ສາມາດເປັນສື່ກາງໃນການລະດົມທຶນຊ່ວຍເຫຼືອຜູ້ປະສົບໄພພິບັດນ້ຳຖ້ວມຢູ່ ແຂວງອັດຕະປື ໃນປີ 2018 ແລະ ໂຄງການລະດົມທຶນຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ ໃນປີ 2019. ນອກຈາກນັ້ນ, ກໍ່ຍັງໄດ້ນຳໃຊ້ບາງຜະລິດຕະພັນ ເຂົ້າໃນວຽກງານການຈັດເກັບລາຍຮັບງົບປະມານແຫ່ງຊາດ ດ້ວຍວິທີທີ່ທັນສະໄໝ ເຊັ່ນ: ໂຄງການບັດ Smart VAT, ໂຄງການຊຳລະຄ່າທຳນຽມທາງ ແລະ ຊຳລະຄ່າພາສີທີ່ດິນ ເຫຼົ່ານີ້ເປັນຕົ້ນ.
ລາງວັນທຸລະກິດຊັ້ນນຳດີເດັ່ນ ປະຈຳປີ 2019 ນີ້ເປັນລາງວັນອັນຊົງກຽດທີ່ ທຄຕລ ໄດ້ຮັບ ເຊິ່ງເປັນສິ່ງທີ່ຢັ້ງຢືນເຖິງຜົນງານ ແລະ ການຍອມຮັບຈາກສັັງຄົມ ແລະ ພາກສ່ວນທີ່ກ່ຽວຂ້ອງທີ່ມີຕໍ່ ທຄຕລ ໄດ້ເປັນຢ່າງດີ. ທຄຕລ ຈະສືບຕໍ່ພັດທະນາຜະລິດຕະພັນຢ່າງບໍ່ຢຸດຢັ້ງ ໂດຍທຸກຜະລິດຕະພັນ ທຄຕລ ແມ່ນເນັ້ນໃສ່ຄວາມທັນສະໄໝ, ສະດວກສະບາຍ, ມີຄວາມປອດໄພ ກວດສອບໄດ້ ແລະ ໄດ້ມາດຕະຖານສາກົນ ໂດຍຄຳນຶງເຖິງຄວາມຕ້ອງການຂອງລູກຄ້າ ບົນພື້ນຖານຄວາມຮັບຜິດຊອບສູງຕໍ່ສັງຄົມ ເພື່ອໃຫ້ລູກຄ້າ ແລະ ສັງຄົມໄດ້ຮັບປະໂຫຍດສູງສຸດ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ທັນສະໄໝ ວ່ອງໄວ ໝັ້ນໃຈ
Facebook: BCEL Bank, Website: www.bcel.com.la