ໜັງສືແຈ້ງເຊີນ
ເຖິງ: ບັນດາບໍລິສັດ ຫ້າງຮ້ານຕົວແທນຈໍາຫນ່າຍອຸປະກອນໄອທີ ຢູ່ໃນນະຄອນຫລວງວຽງຈັນ.
ເລື່ອງ: ແຈ້ງເຊີນເຂົ້າຮ່ວມຍື່ນຊອງປະມູນລາຄາ SAN Switch ຈຳນວນ 02 ຊຸດ
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຂໍແຈ້ງເຊີນມາຍັງບໍລິສັດ, ຫ້າງຮ້ານ ຕົວແທນຈຳໜ່າຍອຸປະກອນໄອທີຊາບວ່າ ທຄຕລ ມີຄວາມຕ້ອງການຈັດຊື້ອຸປະກອນໄອທີ SAN Switch ຈຳນວນ 02 ຊຸດ ເພື່ອມາຮັບໃຊ້ເຂົ້າໃນລະບົບວຽກງານໄອທີ ດັ່ງມີລາຍການຂ້າງລຸ່ມນີ້:
ລຳດັບ |
ອຸປະກອນ |
ເງື່ອນໄຂກ່ຽວກັບສະເປັກເຄື່ອງ |
ຈຳນວນ |
1 |
SAN Switch |
Brocade 6520 SAN Switch
|
02 ຊຸດ |
ງວດທີ 1: ຊຳລະ 90% ຂອງມູນຄ່າ ພາຍຫລັງໄດ້ຮັບເຄື່ອງ ແລະ ຕິດຕັ້ງເຄື່ອງສຳເລັດ.
ງວດທີ 2: ຊຳລະ 10% ຂອງມູນຄ່າທັງໝົດພາຍຫຼັງຄົບກໍານົດຄໍ້າປະກັນ (ໄລຍະ 06 ເດືອນ) ນັບຕັ້ງແຕ່ວັນທີມອບຮັບເຄື່ອງ.
ດັ່ງນັ້ນ, ຈຶ່ງອອກແຈ້ງເຊີນມາຍັງທ່ານທີ່ມີຄວາມສົນໃຈເຂົ້າຮ່ວມຍືນຊອງປະມູນໃນຄັ້ງນີ້.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ