ໜັງສືແຈ້ງເຊີນ
ເຖິງ: ບັນດາບໍລິສັດ, ຫ້າງຮ້ານຕົວແທນຈຳໜ່າຍຮ້ານຂາຍສີ້ນ ແລະ ແພເສື້ອ ຢູ່ໃນນະຄອນຫລວງວຽງຈັນ.
ເລື່ອງ: ແຈ້ງເຊີນເຂົ້າຮ່ວມການປະເມີນລາຄາສີ້ນ ແລະ ແພເສື້ອ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຂໍແຈ້ງມາຍັງທ່ານຊາບບັນດາບໍລິສັດ ແລະ ຫ້າງຮ້ານຕົວແທນຈຳໜ່າຍຮ້ານຂາຍສີ້ນ ແລະ ແພເສື້ອ ເພື່ອປະກອບເຄື່ອງແບບໃຫ້ແກ່ພະນັກງານ ທຄຕລ ຕາມລາຍລະອຽດລຸ່ມນີ້ :
ລ/ດ |
ລາຍການ |
ເງື່ອນໃຂກ່ຽວກັບສີ້ນ |
ຈຳນວນ |
1
|
ສີ້ນຈຸດດຳ |
|
800 ຜືນ |
2 |
ສີ້ນຂັ້ນ |
|
800 ຜືນ |
3 |
ແພເສື້ອ |
ໜາຍເຫດ : ສາມາດເອົາຕົວຢ່າງແພ ນຳ ທຄຕລ ໄດ້. - ຖ້າບໍລິສັດສາມາດອອກແບບເປັນເອກະລັກສະເພາະຂອງ ທຄຕລ ແມ່ນໃຫ້ສະເໜີເງື່ອນມາໄດ້. |
2.700 ແມັດ |
ດັ່ງນັ້ນ, ຈຶ່ງອອກແຈ້ງເຊີນມາຍັງທ່ານທີ່ມີຄວາມສົນໃຈເຂົ້າຮ່ວມຍືນຊອງປະມູນໃນຄັ້ງນີ້.
ຜູ້ອຳນວຍການທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ