3 ອົງການຈັດຕັ້ງມະຫາຊົນ ທຄຕລ ຊ່ວຍເຫຼືອ 6 ພາກສ່ວນ
ເພື່ອຕ້ານການລະບາດຂອງພະຍາດ COVID-19 ມູນຄ່າ 145 ລ້ານກວ່າກີບ
|
3 ອົງການຈັດຕັ້ງມະຫາຊົນ ຂອງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ ຫຼື BCEL) ປະກອບສ່ວນໃນຂະບວນການຕ້ານການລະບາດຂອງພະຍາດ COVID-19 ໂດຍການລະດົມທຶນຈາກສະມາຊິກ ແລະ ພະນັກງານ ທຄຕລ ທົ່ວລະບົບເພື່ອຊື້ວັດຖຸອຸປະກອນທີ່ຈໍາເປັນໃນການຮັບໃຊ້ວຽກງານຕ້ານການລະບາດພະຍາດໂຄວິດ-19 ຈໍານວນຫນຶ່ງມອບໃຫ້ແກ່ 6 ພາກສ່ວນ ໂດຍສະເພາະແມ່ນ ບັນດາໂຮງໝໍ, ມະຫາວິທະຍາໄລ ມູນຄ່າ 145 ລ້ານກວ່າກີບ. ໂດຍໄດ້ຈັດພິທີມອບ-ຮັບສໍາເລັດທຸກພາກສ່ວນ ໃນລະຫວ່າງວັນທີ 10-27 ເມສາ 2020 ນີ້ ນໍາພາໂດຍ ຄະນະອໍານວຍການ, ຄະນະບໍລິຫານງານຂອງສາມອົງການຈັດຕັ້ງມະຫາຊົນ ທຄຕລ ໃນການມອບວັດຖຸອຸປະກອນທີ່ຈໍາເປັນ ເພື່ອເປັນການສະແດງຄວາມຫ່ວງໃຍ ແລະ ນໍ້າໃຈຂອງ ຄະນະຜູ້ບໍລິຫານງານ ແລະ ສະມາຊິກຂອງ 3 ອົງການຈັດຕັ້ງມະຫາຊົນ ທຄຕລ ຕໍ່ພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະແມ່ນແພດໝໍ ໂດຍລາຍລະອຽດມີດັ່ງນີ້:
- ວັນທີ 10/4/2020, ໃນນາມຄະນະກຳມະບານຮາກຖານ ທຄຕລ ໄດ້ມອບຈັກຊັກເຄື່ອງອັດຕະໂນມັດທີ່ມີລະບົບນໍ້າຮ້ອນຂ້າເຊື້ຶອ, ເຕົາລີດ, ຕຽງພັບ ແລະ ເຄື່ອງໃຊ້ອື່ນໆອີກຈໍານວນຫນຶ່ງ ລວມມູນຄ່າ 10 ລ້ານກີບ ມອບໃຫ້ແກ່ ໂຮງຫມໍເສດຖາທິລາດ ທີ່ ນະຄອນຫຼວງວຽງຈັນ, ໃຫ້ກຽດມອບໂດຍ ທ່ານ ສົມສຸກ ດວງດາລາ ແລະ ທ່ານ ຄໍາສະຫວັນ ອຸດທະຈັກ ຕາງຫນ້າຄະນະກຳມະ ບານຮາກຖານ ທຄຕລ, ໃຫ້ກຽດຮັບໂດຍ ທ່ານ ດຣ ໄພວັນ ແກ້ວປະເສີດ ຜູ້ອຳນວຍການໂຮງໝໍເສດຖາທິລາດພ້ອມດ້ວຍຄະນະ.
- ວັນທີ 22/4/2020, ໃນນາມ 3 ອົງການຈັດຕັ້ງມະຫາຊົນ ທຄຕລ ໄດ້ມອບ ເງິນ ແລະ ນໍ້າດື່ມ ລວມມູນຄ່າ 20 ລ້ານກີບ ໃຫ້ແກ່ ມະຫາວິທະຍາໄລແຫ່ງຊາດ ເພື່ອຊຸກຍູ້ນັກສຶກສາຕ່າງປະເທດທີ່ຍັງຢູ່ຫໍພັກຫລາຍກວ່າ 500 ຄົນ, ໃຫ້ກຽດມອບໂດຍທ່ານ ບົວວັນ ສີມະລີວົງ ຮອງຜູ່ອໍານວຍການ ທຄຕລ ພ້ອມດ້ວຍຕາງຫນ້າ 3 ອົງການຈັດຕັ້ງມະຫາຊົນ. ໃຫ້ກຽດຮັບໂດຍ ທ່ານ ສຈ ດຣ ສົມສີ ຍໍພັນໄຊ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍຄະນະ.
- ວັນທີ 22/4/2020 ໃນນາມ 3 ອົງການຈັດຕັ້ງມະຫາຊົນ ທຄຕລ ໄດ້ມອບເຄື່ອງມືການແພດທີ່ໃຊ້ໃນການຕ້ານພະຍາດໂຄວິດ-19 ເຊັ່ນ: ຊຸດກັນເຊື້ອ PPE, ເຈວລ້າງມືຂ້າເຊື້ອ, ເຫລົ້າ 90, ຫນ້າກາກອານາໄມ, ນໍ້າດື່ມ ລວມມູນຄ່າ 40.8 ລ້ານກີບ ໃຫ້ແກ່ໂຮງໝໍມິດຕະພາບ ໃຫ້ກຽດຮັບໂດຍ ທ່ານ ບົວວັນ ສີມະລີວົງ ຮອງຜູ່ອໍານວຍການ ພ້ອມດ້ວຍຕາງຫນ້າ 3 ອົງການຈັດຕັ້ງມະຫາຊົນ, ໃຫ້ກຽດຮັບໂດຍ ທ່ານ ດຣ. ສະໜອງ ທອງຊະນະ ຜູ້ອໍານວຍການໂຮງໝໍມິດຕະພາບ ພ້ອມດ້ວຍຄະນະ.
- ວັນທີ 23/4/2020 ໃນນາມ 3 ອົງການຈັດຕັ້ງມະຫາຊົນ ທຄຕລ ໄດ້ມອບເຄື່ອງມືການແພດທີ່ໃຊ້ໃນການຕ້ານພະຍາດໂຄວິດ-19 ແລະ ນໍ້າດື່ມ ລວມມູນຄ່າ 26.44 ລ້ານກີບ ໃຫ້ແກ່ໂຮງຫມໍມະໂຫສົດ ໃຫ້ກຽດມອບໂດຍ ທ່ານ ວຽງສຸກ ຈຸນທະວົງ, ຮອງຜູ່ອໍານວຍການ ທຄຕລ ພ້ອມດ້ວຍຕາງຫນ້າ 3 ອົງການຈັດຕັ້ງມະຫາຊົນ, ໃຫ້ກຽດຮັບໂດຍ ດຣ ພິສິດ ພູດສະຫວັດ ຜູ່ອໍານວຍການໂຮງຫມໍມະໂຫສົດ ແລະ ທ່ານ ອາຈານ ນາງ ອາພອນ ວີຊາເທບ ຮອງຜູ່ອຳນວຍການໂຮງຫມໍມະໂຫສົດ.
- ວັນທີ 23/4/2020 ໃນນາມ 3 ອົງການຈັດຕັ້ງມະຫາຊົນ ທຄຕລ ໄດ້ມອບເຄື່ອງມືການແພດທີ່ໃຊ້ໃນການຕ້ານພະຍາດໂຄວິດ-19 ແລະ ນໍ້າດື່ມ ລວມມູນຄ່າ 27.14 ລ້ານກີບ ໃຫ້ແກ່ໂຮງຫມໍ 103, ໃຫ້ກຽດມອບໂດຍ ທ່ານ ວຽງສຸກ ຈຸນທະວົງ, ຮອງຜູ່ອໍານວຍການ ທຄຕລ ພ້ອມດ້ວຍຕາງຫນ້າ 3 ອົງການຈັດຕັ້ງມະຫາຊົນ, ໃຫ້ກຽດຮັບໂດຍ ທ່ານ ພັທ ດຣ ສະແຫວງໄຊ ດາລາສາດ ຮອງຜູ່ອຳນວຍການຫົວໜ້າຫ້ອງບໍລິຫານການແພດ, ທ່ານ ດຣ ບຸນຈັນ ວໍລະບຸດ ຮອງຜູ່ອໍານວຍການສາຍພາຍນອກ, ທ່ານ ດຣ ອໍາພອນ ພົມມະທາ ຮອງຫ້ອງບໍລິຫານການແພດ.
- ວັນທີ 27/4/2020 ໃນນາມ 3 ອົງການຈັດຕັ້ງມະຫາຊົນ ທຄຕລ ໄດ້ມອບເຄື່ອງມືການແພດທີ່ໃຊ້ໃນການຕ້ານພະຍາດໂຄວິດ-19 ເຊັ່ນ: ຊຸດກັນເຊື້ອ, ຫນ້າກາກອານາໄມ, ເຈລລ້າງມືຂ້າເຊື້ອ ລວມມູນຄ່າ 21.1 ລ້ານກີບ ໃຫ້ແກ່ໂຮງຫມໍແຂວງຫລວງພະບາງ, ຕາງໜ້າສາມອົງການຈັດຕັ້ງມະຫາຊົນມອບໂດຍ ທ່ານ ບຸນທັນ ແກ້ວບຸບຜາ ຫົວໜ້າ ທຄຕລ ສາຂາຫຼວງພະບາງ ພ້ອມດ້ວຍຕາງຫນ້າ 3 ອົງການຈັດຕັ້ງມະຫາຊົນຂອງສາຂາ. ໃຫ້ກຽດຮັບໂດຍ ທ່ານ ດຣ ທອງພຸດ ສຸກກະເສີມ ອໍານວຍການໂຮງຫມໍແຂວງຫຼວງພະບາງພ້ອມດ້ວຍຄະນະ.
ລວມມູນຄ່າການຊ່ວຍເຫຼືອທັງໝົດໃນຄັ້ງນີ້ແມ່ນ 145,480,000.00 ກີບ (ໜຶ່ງຮ້ອຍສີ່ສິບຫ້າລ້ານສີ່ແສນແປດສິບພັນກີບຖ້ວນ). ໂດຍພິທີມອບ-ຮັບໄດ້ດໍາເນີນໄປຢ່າງອົບອຸ່ນ ເຊິ່ງໃນພິທີມອບ-ຮັບນັ້ນ; ຕາງໜ້າທັງ 6 ພາກສ່ວນ ກໍ່ໄດ້ກ່າວສະແດງຂອບໃຈຢ່າງສູງຕໍ່ຄະນະບໍລິຫານງານ ແລະ ສະມາຊິກ ຂອງ 3 ອົງການຈັດຕັ້ງມະຫາຊົນ ທຄຕລ ເນື່ອງຈາກວັດຖຸອຸປະກອນທີ່ຈັດມອບໃຫ້ນັ້ນແມ່ນຈໍາເປັນຫຼາຍໃນການຮັບມືຕ້ານການແຜ່ລະບາດພະຍາດດັ່ງກ່າວ ແລະ ຈະນໍາເອົາເຄື່ອງຊ່ວຍເຫຼືອນີ້ ນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ.
ນອກຈາກການຊ່ວຍເຫຼືອດັ່ງກ່າວແລ້ວ ປະຈຸບັນ ທຄຕລ ກໍ່ຍັງສືບຕໍ່ລະດົມທຶນຈາກພະນັກງານ ທຄຕລ ທົ່ວລະບົບເພື່ອຊ່ວຍເຫຼືອຕື່ມອີກ. ພ້ອມດຽວກັນນັ້ນ, ທຄຕລ ກໍ່ຍັງໄດ້ເປີດໂຄງການ BCEL OneHeart “ລະດົມທຶນໃຫ້ການຊ່ວຍເຫຼືອເພື່ອຕ້ານໂລກລະບາດ COVID-19” ເຊິ່ງລູກຄ້າ ທຄຕລ ທີ່ນໍາໃຊ້ BCEL One ສາມາດຮ່ວມບໍລິຈາກໄດ້ ລາຍລະອຽດສາມາດເຂົ້າເບິ່ງໄດ້ຜ່ານລິ້ງນີ້: https://oneheart.la/projects/oneheartcovid19 ເຊິ່ງຈະຈັດພິທີການມອບ-ຮັບເປັນແຕ່ລະໄລຍະໃນມໍ່ໆນີ້.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ທັນສະໄໝ ວ່ອງໄວ ໝັ້ນໃຈ
Call center: 1555, Facebook & Instagram: BCEL Bank, Website: www.bcel.com.la
ຂຽນຂ່າວໂດຍ: ນາງ ສຸກສາຄອນ ບຸນສະຫວັດທິພັນ (MKT)