ໜັງສືແຈ້ງເຊີນ
ເຖິງ: ບັນດາບໍລິສັດ ຫ້າງຮ້ານຕົວແທນຈໍາຫນ່າຍອຸປະກອນໄອທີ ຢູ່ໃນນະຄອນຫລວງວຽງຈັນ.
ເລື່ອງ: ແຈ້ງເຊີນເຂົ້າຮ່ວມການປະເມີນລາຄາ ເຮືອນຄິວທັນສະໄໝ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຂໍແຈ້ງເຊີນມາຍັງບໍລິສັດ, ຫ້າງຮ້ານ ຕົວແທນຈຳໜ່າຍອຸປະກອນໄອທີຊາບວ່າ ທຄຕລ ມີຄວາມຕ້ອງການຈັດຊື້ອຸປະກອນ ເຮືອນຄິວທັນສະໄໝ. ເພື່ອມາຮັບໃຊ້ເຂົ້າໃນລະບົບວຽກງານວິຊາສະເພາະຂອງ ທຄຕລ ດັ່ງມີລາຍການຂ້າງລຸ່ມນີ້:
ລ/ດ
|
ລາຍການ
|
ລາຍລະອຽດສະເປັກ
|
ຈຳນວນ
|
1
|
ເຮືອນຄິວທັນສະໄໝ
|
- 22" Touch Screen Monitor OEM
- PC - Core i3, Ram 8GB, SSD 256GB , inc HDMI Port
- HP Laserjet M15A
- Epson Thermal Printer TM88VI
- Barcode and Qr Code Scan
- Cabinet Body (Webcam + Speaker) Red + White Color
- UPS APC1000VA
- ລາຍລະອຽດຕາມເອກະສານຕິດຄັດ.
|
15 ຊຸດ
|
- ເງື່ອນໄຂຂອງບໍລິສັດ ຫ້າງຮ້ານຕົວແທນຈຳໜ່າຍອຸປະກອນໄອທີ ມີຄວາມຕ້ອງການຍື່ນຊອງປະມູນຕ້ອງປະກອບດັ່ງນີ້.
- ຊອງເອກະສານປະກອບມີ:
- ໃບທະບຽນວິສາຫະກິດ, ໃບຢັ້ງຢືນການເສຍອາກອນ 03 ປີຍ້ອນຫຼັງ 2017, 2018, 2019 ໃບຢັ້ງຢືນເປັນຕົວແທນຈຳໜ່າຍອຸປະກອນໄອທີ ຫຼື ມີໃບຢັ້ງຢືນເຄື່ອງໄອທີລະບຸປີຜະລິດ ຫຼື ມີເອກະສານທີ່ກ່ຽວຂ້ອງ, ລະບຸໄລຍະເວລາໃນການຮັບປະກັນ, ຜົນງານຜ່ານມາທີ່ເຄີຍສະໜອງອຸປະກອນໄອທີດັ່ງກ່າວໃຫ້ພາກສ່ວນອື່ນ, ມີປະສົບການຜົນງານ 03 ປີ ຂຶ້ນໄປ ແລະ ມີວິຊາການບໍລິການຫຼັງການຂາຍ.
- ໜັງສືຄໍ້າປະກັນການປະມູນ 2% ແລະ ຕ້ອງມີອາຍຸຮອດວັນທີ 05/06/2020, ພາຍຫລັງປະກາດຜົນ ທຄຕລ ຈະສົ່ງເອກະສານຄືນ.
- ຊອງໃບສະເໜີລາຄາ (ຕ້ອງເປັນສະກຸນເງິນກີບລວມອາກອນມູນຄ່າເພີ່ມ 10%).
- ໃບສະເໜີລາຄາໃຫ້ລະບຸລາຄາຫົວໜ່ວຍແຕ່ລະລາຍການ ແລະ ລວມມູນຄ່າທັງໝົດໃຫ້ຄົບຖ້ວນ.
- ເງື່ອນໄຂຂອງສັນຍາລະຫວ່າງ ທຄຕລ ແລະ ຜູ້ທີ່ຊະນະການປະມູນ, ການຊຳລະແບ່ງຈ່າຍເປັນ 02 ງວດ ລຸ່ມນີ້:
ງວດທີ 1: ຊຳລະ 90% ຂອງມູນຄ່າ ພາຍຫລັງໄດ້ຮັບເຄື່ອງ ແລະ ຕິດຕັ້ງເຄື່ອງສຳເລັດ.
ງວດທີ 2: ຊຳລະ 10% ຂອງມູນຄ່າທັງໝົດພາຍຫຼັງຄົບກໍານົດຄໍ້າປະກັນສິນຄ້າຕະຫຼອດອາຍຸຂອງສັນຍາ ຫຼື ສະມາດປະກອບໜັງສືຄໍ້າປະກັນຈາກທະນາຄານ ຫຼື ສະຖາບັນການເງິນໃຫ້ ທຄຕລ ຈົນກວ່າຈະໝົດໄລຍະເວລາຄໍ້າປະກັນ.
- ໝາຍເຫດ:
- ຍື່ນເອກະສານສະເໜີລາຄາ ພ້ອມທັງເອກະສານດ້ານເຕັກນິກຂອງບໍລີສັດ ແລະ ຫຼັກຖານອື່ນໆ ມາຍັງພະແນກຫ້ອງການບໍລິຫານ-ການເງິນ ທຄຕລ ສຳນັກງານໃຫຍ່ ທີ່ປ່ອງບໍລິການຂາເຂົ້າ-ຂາອອກ ຊັ້ນ 4 ອາຄານ C. ໃນວັນທີ 20/05/2020 ແລະ ຈະປິດການຮັບຊອງເວລາ 09:00 ໂມງ ຂອງວັນດຽວກັນ.
- ຖ້າຜູ້ຊະນະການປະມູນປະຕິເສດການເຊັນສັນຍາ ຫຼື ບໍ່ຍື່ນເງີນຄໍ້າປະກັນການປະຕິບັດສັນຍາຕາມກຳນົດ, ຜູ້ຊະນະການປະມູນຕ້ອງໄດ້ຈ່າຍຄ່າເສຍຫາຍໃຫ້ແກ່ ທຄຕລ (ເຈົ້າຂອງໂຄງການ) ໃນມູນຄ່າທີ່ໄດ້ຄໍ້າປະກັນການປະມູນ.
ດັ່ງນັ້ນ, ຈຶ່ງອອກແຈ້ງເຊີນມາຍັງທ່ານທີ່ມີຄວາມສົນໃຈເຂົ້າຮ່ວມຍືນຊອງປະມູນໃນຄັ້ງນີ້.
ຜູ້ອໍານວຍການທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ນາງ ຈັມມາລີ ພິມວົງສາ02055888876
ນາງ ເພັດສົມພອນ ຍອຍບົວກ່ອງ 02056800008