ກອງປະຊຸມສາມັນຜູ້ຖືຮຸ້ນ ທຄຕລ ປະຈຳປີ 2019, ຄັ້ງວັນທີ 29/05/2020
ໃນວັນທີ 29/05/2020, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ໄດ້ຈັດກອງປະຊຸມສາມັນຜູ້ຖືຮຸ້ນປະຈຳປີ 2019 ຂອງຕົນຂຶ້ນ ທີ່ໂຮງແຮມແລນມາກແມ່ຂອງຣິເວີໄຊ; ກອງປະຊຸມໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ປອ. ບຸນເຫຼືອ ສິນໄຊວໍຣະວົງ, ຮອງລັດຖະມົນຕີກະຊວງການເງິນ, ປະທານສະພາບໍລິຫານ ທຄຕລ, ໂດຍມີການເຂົ້າຮ່ວມຂອງຜູ້ຖືຮຸ້ນລາຍໃຫຍ່ເຊັ່ນ: ຜູ້ຕາງໜ້າຈາກກະຊວງການເງິນຖືຮຸ້ນຂອງ ທຄຕລ 60%, ຕາງໜ້າທະນາຄານຄູ່ຮ່ວມຍຸດທະສາດ COFIBRED ຖືຮຸ້ນ ທຄຕລ 10%. ນອກນັ້ນ, ຍັງມີແຂກຖືກເຊີນຈາກທະນາຄານແຫ່ງ ສປປ ລາວ, ກະຊວງການເງິນ, ຕະຫຼາດຫຼັກຊັບລາວ, ສໍານັກງານຄຸ້ມຄອງຫຼັກຊັບ. ກອງປະຊຸມມີຜູ້ຖືຮຸ້ນເຂົ້າຮ່ວມດ້ວຍຕົນເອງຈຳນວນ 62 ທ່ານ ຜູ້ມອບສິດຈຳນວນ 234 ທ່ານ, ເຊິ່ງມີຮຸ້ນລວມກັນທັງໝົດຈຳນວນ 171.437.346 ຮຸ້ນ ເທົ່າກັບ 82,532% ຂອງຮຸ້ນ ທຄຕລ ທັງໝົດ, ສາມາດບັນລຸອົງປະຊຸມໂດຍສອດຄ່ອງກັບລະບຽບການດຳເນີນກອງປະຊຸມທີ່ ສຄຄຊ ກຳນົດໄວ້ ແລະ ບັນດານິຕິກຳກ່ຽວຂ້ອງ.
ໃນກອງປະຊຸມ ທ່ານປະທານກອງປະຊຸມ ໄດ້ນຳພາແຕ່ລະວາລະຢ່າງຄົບຖ້ວນຕາມໜັງສືແຈ້ງເຊີນ ພ້ອມທັງໄດ້ເປີດໂອກາດໃຫ້ແກ່ຜູ້ຖືຮຸ້ນສອບຖາມບັນດາຂໍ້ສົນໃຈຕ່າງໆ ແລະ ໄດ້ມີການອະທິບາຍຊີ້ແຈງຈາກຄະນະປະທານກອງປະຊຸມ ໃນແຕ່ລະບັນຫາ.ຜູ້ຖືຮຸ້ນ ທຄຕລ ຍັງໄດ້ຮັບຊາບເຖິງການເຄື່ອນໄຫວທີ່ພົ້ນເດັ່ນຂອງ ທຄຕລ ໃນປີ 2019, ໄດ້ພິຈາລະນາຮັບຮອງເອົາບັນຫາສຳຄັນຕ່າງໆທີ່ນອນຢູ່ໃນວາລະຂອງກອງປະຊຸມ, ເປັນຕົ້ນແມ່ນຮັບຮອງເອົາຜົນການດໍາເນີນທຸລະກິດ ແລະ ເງິນປັນຜົນປະຈໍາປີ 2019, ຮັບຮອງເອົາແຜນການປີ 2020, ຮັບຮອງເອົາຜູ້ກວດສອບອິດສະຫຼະ ປະຈໍາປີ 2020 ແລະ ຮັບຮອງການແຕ່ງຕັ້ງສະພາບໍລິຫານຂອງ ທຄຕລ ເຊິ່ງມີບາງລາຍລະອຽດສໍາຄັນດັ່ງນີ້:
#ຜົນການດຳເນີນທຸລະກິດໃນປີ 2019 ອີງຕາມມາດຖານສາກົນດ້ານການລາຍງານການເງິນແບບສະເພາະກິດຈະການ ທີ່ໄດ້ຮັບການກວດສອບ ເຫັນວ່າ ທຄຕລ ມີຍອດຊັບສິນ/ໜີ້ສິນ: 46.547.208 ລ້ານກີບ ລື່ນແຜນການປີ 8,9%, ເງິນຝາກທັງໝົດ 40.004.656 ລ້ານກີບ ປະຕິບັດໄດ້ລື່ນແຜນ 12% ແລະ ສິນເຊື່ອທັງໝົດ 26.987.990 ລ້ານກີບ ເທົ່າກັບ 104,5% ຂອງແຜນການປີ ແລະ ທຄຕລ ມີກໍາໄລຫຼັງອາກອນໄດ້ຈຳນວນ 329.482 ລ້ານກີບ, ທຽບໃສ່ແຜນການປີປະຕິບັດໄດ້ 75,5%
#ເງິນປັນຜົນໃຫ້ແກ່ຜູ້ຖືຮຸ້ນ ທຄຕລ ປະຈຳປີ 2019 ແມ່ນຮຸ້ນລະ 813 ກີບ. ສ່ວນການຈ່າຍເງິນປັນຜົນຕົວຈິງ ແມ່ນຈະ ໃຫ້ສໍາເລັດພາຍໃນ 10 ວັນລັດຖະການ ຫຼັງຈາກກອງປະຊຸມຄັ້ງນີ້;
#ສຳລັບແຜນການປະຈໍາປີ 2020 ກອງປະຊຸມໄດ້ຮັບຮອງເອົາບັນດາຕົວເລກຍອດຊັບສິນ, ຍອດເງິນຝາກ, ຍອດເງິນກູ້, ແລະ ກຳໄລກ່ອນອາກອນຕາມທີ່ ທຄຕລ ໄດ້ສະເໜີ ສະເພາະແຜນກໍາໄລກ່ອນອາກອນ ໄດ້ວາງແຜນໄວ້ຈຳນວນ 357 ຕື້ກີບ;
#ຮັບຮອງເອົາບໍລິສັດ PWC ເປັນຜູ້ກວດສອບຖານະການເງິນ ທຄຕລ ປະຈຳປີ 2020;
#ຮັບຮອງເອົາການຕໍ່ອາຍຸການຂອງສະພາບໍລິຫານ ທຄຕລ ຊຸດປະຈຸບັນ ໄປອີກ 1 ປີ ດັ່ງມີລາຍຊື່ລຸ່ມນີ້:
1. ຮອງລັດຖະມົນຕີກະຊວງການເງິນ
2. ທ່ານ ຄຳສຸກ ສູນດາລາ ບຸກຄົນອິດສະຫຼະ
3. ທ່ານ ພູຂົງ ຈັນທະຈັກ ຜູ້ອຳນວຍການໃຫຍ່ ທຄຕລ
4. ທ່ານ ພຸດທະຂັນ ຂັນຕີ, ຮອງຫົວໜ້າຄັງເງິນແຫ່ງຊາດ
5. ທ່ານ ຮສ.ປອ ພູເພັດ ກ້ຽວພິລາວົງ ຮອງຄະນະບໍດີຄະນະເສດຖະສາດແລະບໍລິຫານທຸລະກິດ, ມຊ
6. ທ່ານ ວຽງສຸກ ຈຸນທະວົງ, ຮອງຜູ້ອຳນວຍການໃຫຍ່ ທຄຕລ
7. ທ່ານ Stephane Mangiavacca ຕາງໜ້າຄູ່ຮ່ວມຍຸດທະສາດ (COFIBRED)
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ທັນສະໄໝ ວ່ອງໄວ ໝັ້ນໃຈ
Facebook: BCEL Bank, Website: www.bcel.com.la