ໜັງສືແຈ້ງເຊີນ
ເຖິງ: ບັນດາບໍລິສັດ ຫ້າງຮ້ານຕົວແທນຈໍາໜ່າຍ ໃນນະຄອນຫຼວງວຽງຈັນ.
ເລື່ອງ: ແຈ້ງເຊີນເຂົ້າຮ່ວມຍືນຊອງປະມູນລາຄາຜະລິດ ຕູ້ນີລະໄພ ໃສ່ລົດຕູ້ ຈໍານວນ 01 ຊຸດ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຂໍແຈ້ງມາຍັງທ່ານຊາບບັນດາບໍລິສັດ ແລະ ຫ້າງຮ້ານຕົວແທນຈຳໜ່າຍ ເພື່ອມານຳໃຊ້ເຂົ້າໃນວຽກງານວິຊາສະເພາະຂອງ ທະນາຄານ ຈຶ່ງໄດ້ແຈ້ງເຊີນມາຍັງທ່ານເພື່ອຍືນຊອງເຂົ້າຮ່ວມປະມູນ ດັ່ງມີລາຍລະອຽດຂ້າງລຸ່ມນີ້:
ລ.ດ
|
ລາຍການ ແລະ ສະເປັກ
|
ຈຳນວນ
|
1.
|
ຕູ້ນີລະໄພ ໃສ່ລົດຕູ້
- ຜະລິດຈາກແຜ່ນເຫລັກດຳຣິດຮ້ອນ (SPCC) ໜາ 2ມມ 2 ຊັ້ນ.
- ຝາແຕ່ລະດ້ານໜາ 5 ມມ.
- ກັນກະສຸນໄດ້ ຂະໜາດ 9,10,11 ມມ.
- ປ້ອງກັນໄຟ 1.000 ອົງສາ ແລະ ທົນຄວາມຮ້ອນ ໄດ້ 1-2 ຊົ່ວໂມງ
- ມີປະຕູທັງດ້ານໜ້າ ແລະ ດ້ານຫລັງ ພ້ອມລະບົບລ໊ອກ 3 ຊັ້ນ.
- ຫູບານພັບ 3 ຈຸດ ເຮັດຈາກບູດເຫຼັກໜາ 1.2 ນິ້ວ.
- ສີທີ່ໃຊ້ເປັນສີພົ່ນອຸດສາຫະກຳເຄືອບແຂງແບບໃຊ້ງານພາຍນອກ.
- ຂະໜາດສິນຄ້າພາຍນອກ (ກ້ວາງxຍາວxສູງ) = 170x120x155 ຊມ/ຕູ້
- ນຳ້ໜັກ 400 kg
|
01 ຊຸດ
|
- ຫ້າງຮ້ານ ມີຄວາມຕ້ອງການຍື່ນຊອງປະມູນຕ້ອງປະກອບດັ່ງນີ້:
- ເອກະສານຊອງທີ 1 (ບໍ່ປິດຊອງ).
- ປະກອບເອກະສານໃນນາມນິຕິບຸກຄົນ ທີ່ດຳເນີນທຸລະກິດ, ຕ້ອງມີວິຊາການສະເພາະ ແລະ ມີປະສົບການ ຢ່າງໜ້ອຍ 05 ປີຂຶ້ນໄປ (ສໍາເນົາໃບທະບຽນວິສາຫະກິດ, ໃບຢັ້ງຢືນການເສຍອາກອນປີ 2019).
- ເອກະສານກ່ຽວກັບມາດຕະຖານເຕັກນິກແມ່ນໃຫ້ລະບຸຄົບຖ້ວນກ່ຽວກັບວັດສະດຸທີ່ຈະຜະລິດ, ສະຖານທີ່ຜະລິດສິນຄ້າ, ກຳນົດເວລາສົ່ງເຄື່ອງ, ການຮັບປະກັນສິນຄ້າ.
- ກຳນົດຍື່ນຊອງມາດຕະຖານເຕັກນິກຈະປິດຮັບວັນທີ 13/08/2020 ເວລາ 09:00 ໂມງ ທີ່ພະແນກຫ້ອງການບໍລິຫານ-ການເງິນ ສຳນັກງານໃຫຍ່ ທີ່ປ່ອງບໍລິການຂາເຂົ້າ-ຂາອອກ ຊັ້ນ 4 ອາຄານ C.
- ເອກະສານຊອງທີ 2 (ປິດຊອງ).
- ໃບສະເໜີລາຄາໃຫ້ລະບຸລາຄາ ແລະ ລວມອາກອນມູນຄ່າເພີ່ມທັງໝົດເປັນສະກຸນເງິນກີບໃຫ້ຄົບຖ້ວນ.
- ໃນວັນທີ 20/08/2020 ເວລາ 09:30 ໂມງ ແມ່ນມື້ເປີດຊອງປະມູນແຈ້ງໃຫ້ ບໍລິສັດ, ຮ້ານຕົວແທນຈຳໜ່າຍຈະຕ້ອງຖືຊອງລາຄາມາດ້ວຍຕົນເອງ ຫຼື ສົ່ງຜູ້ຕາງໜ້າເຂົ້າຮ່ວມທີ່ຫ້ອງປະຊຸມຊັ້ນ 3 ອາຄານ C.
- ຜູ້ສະໜອງຕ້ອງວາງເງິນຄໍ້າປະກັນການປະມູນຕໍ່າສຸດ 2% ຂອງມູນຄ່າທັງໝົດ ໂດຍໜັງສືຄໍ້າປະກັນທີ່ອອກໂດຍທະນາຄານພາຍໃນ (ວັນໝົດອາຍຸໜັງສືຄໍ້າປະກັນຕ້ອງເຖິງ ວັນທີ 20/09/2020) ຫຼື ແຊັກທີ່ວີຊ້າແລ້ວ (ທຄຕລ ບໍ່ຮັບເງິນສົດ), ພາຍຫຼັງປະກາດຜົນ ທຄຕລ ຈະສົ່ງໜັງສືຄໍ້າປະກັນດັ່ງກ່າວຄືນ.
- ໝາຍເຫດ: ເງື່ອນໄຂຂອງສັນຍາລະຫວ່າງ ທຄຕລ ແລະ ຜູ້ສະໜອງທີ່ຊະນະການປະມູນ:
- ຖ້າຜູ້ຊະນະການປະມູນປະຕິເສດການເຊັນສັນຍາ ຫຼື ບໍ່ຍື່ນເງິນຄໍ້າປະກັນການປະຕິບັດສັນຍາ ຜູ້ຊະນະການປະມູນຕ້ອງໄດ້ຈ່າຍຄ່າເສຍຫາຍໃຫ້ແກ່ ທຄຕລ ໃນອັດຕາ 2% ຂອງມູນຄ່າລວມທີ່ສະເໜີປະມູນ.
- ຜູ້ທີ່ຊະນະການປະມູນຈະໄດ້ເຊັນສັນຍາກັບ ທຄຕລ ແລະ ຄ່າທຳນຽມໃນການຈົດທະບຽນສັນຍາ ແມ່ນມອບໃຫ້ເປັນຄວາມຮັບຜິດຊອບຂອງຜູ້ສະໜອງ.
- ການຊໍາລະແບ່ງຈ່າຍເປັນ 02 ງວດ ລຸ່ມນີ້:
* ງວດທີ 1: ຊໍາລະ 90% ຂອງມູນຄ່າ ພາຍຫຼັງໄດ້ຮັບເຄື່ອງ ແລະ ຕິດຕັ້ງສໍາເລັດ.
* ງວດທີ 2: ຊໍາລະ 10% ຂອງມູນຄ່າ ພາຍຫຼັງຄົບກໍານົດການຄໍ້າປະກັນຄຸນະພາບສິນຄ້າ 06 ເດືອນ, ແຕ່ການຮັບປະກັນຄຸນນະພາບສິນຄ້າ ຕ້ອງແມ່ນຕາມໄລຍະເວລາຂອງສິນຄ້າດັ່ງກ່າວ ທີ່ຜູ້ສະໜອງແຈ້ງເບື້ອງຕົ້້ນ, ຖ້າຫາກຜູ້ສະໜອງເມີນເສີຍບໍ່ເຂົ້າມາສ້ອມແປງບຳລຸງຮັກສາ ແມ່ນ ທຄຕລ ຈະປັບໄໝ 20% ຂອງມູນຄ່າ.
ດັ່ງນັ້ນ, ຈຶ່ງອອກແຈ້ງເຊີນມາຍັງທ່ານທີ່ມີຄວາມສົນໃຈເຂົ້າຮ່ວມຍືນຊອງປະມູນໃນຄັ້ງນີ້.
ຜູ້ອໍານວຍການ
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ສອບຖາມລາຍລະອຽດເພີ່ມເຕີ່ມ
ທ່ານ ທິບພະຈັນ ໂທ 020 2222 1216
ທ່ານ ທອງພູນ ໂທ 020 2222 1239