ເຖິງ : ບັນດາບໍລິສັດຮັບເໝົາກໍ່ສ້າງ, ສ້ອມແປງ ແລະ ຕົບແຕ່ງ.
ເລື່ອງ: ເລື່ອນໄລຍະເວລາການສົ່ງເອກກະສານສະເໜີຄຸນວຸດທິ ໂຄງການກໍ່ສ້າງ Data Certer.
- ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຂໍຖືເປັນກຽດແຈ້ງມາຍັງບັນດາບໍລິສັດຮັບເໝົາກໍ່ສ້າງ, ສ້ອມແປງ ແລະ ຕົບແຕ່ງທີ່ໄດ້ມາເອົາ ແລະ ຍັງບໍ່ທັນໄດ້ມາເອົາເອກະສານສະເໜີຄຸນວຸດທິຂອງບໍລິສັດ ໂຄງການກໍ່ສ້າງ Data Center ທຄຕລ ຊາບວ່າ ອີງໃສ່ການລະບາດພະຍາດ Covid 19 ທຄຕລ ຈະໄດ້ເລື່ອນມື້ປິດຮັບເອກກະສານອອກໄປອີກ 2 ເດືອນ (ປິດຮັບວັນທີ 01/12/2020 ເວລາ 16:00 ໂມງ).
ເພື່ອຄວາມເຂົ້າໃຈ ບໍລິສັດຮັບເໝົາກໍ່ສ້າງຕ້ອງແມ່ນບໍລິສັດທີ່ຂຶ້ນທະບຽນ ແລະ ມີໃບອະນຸຍາດດຳເນີນທຸລະກິດຖືກຕ້ອງຕາມກົດໝາຍ ໃນ ສປປ ລາວ ເປັນຫຼັກ ບໍລິສັດດັ່ງກ່າວສາມາດຮ່ວມມືກັບບໍລິສັດຕ່າງປະເທດທີ່ມີວິຊາການໄດ້ຮັບການຢັ້ງຢືນດ້ານວິຊາສະເພາະ ແລະ ມີປະສົບການ ດ້ານການກໍ່ສ້າງ Data Center ມາກ່ອນ.
ດັ່ງນັ້ນ ຈຶ່ງແຈ້ງມາຍັງບັນດາ ບໍລິສັດ ເພື່ອຮັບຊາບດ້ວຍ.
ຜູ້ອຳນວຍການໃຫຍ່
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ