ພິທີລົງນາມການຮ່ວມມືລະຫວ່າງ
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ແລະ ສະຖາບັນການເງິນຈຸລະພາກ ທີີ່ບໍ່ຮັບເງິນຝາກ ວັນດາລາ ວ່າດ້ວຍ ການບໍລິການຊຳລະສະສາງ ຄ່າບໍລິການຕ່າງໆຜ່ານ ທຄຕລ (BILL PAYMENT)
ນະຄອນຫຼວງວຽງຈັນ, ວັນທີ: 25/09/2020
ວັນທີ 25 ກັນຍາ 2019, ຢູ່ທີ່ ຮ້ານອາຫານອິນທາວ ໄດ້ຈັດພິທີລົງນາມການຮ່ວມມືລະຫວ່າງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ແລະ ສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ວັນດາລາ ວ່າດ້ວຍການບໍລິການຊຳລະສະສາງຄ່າບໍລິການຕ່າງໆຜ່ານ ທຄຕລ (BILL PAYMENT). ຕາງໜ້າລົງນາມໃນຄັ້ງນີ້ໂດຍ ທ່ານ ວຽງສຸກ ຈຸນທະວົງ, ຮອງຜູ້ອໍານວຍການໃຫຍ່ ທຄຕລ ແລະ ທ່ານ ພອນໄຊ ວັນດາລາ ຜູ້ອໍານວຍການສະຖາບັນການເງິນ ຈຸລະພາກ ທີ່ບໍ່ຮັບເງິນຝາກ ວັນດາລາ. ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໂດຍ ຄະນະຜູ້ບໍລິຫານທັງສອງຝ່າຍ, ຄະນະພະແນກ, ຄະນະສູນ ແລະ ສາຂາ ຂອງ ທຄຕລ ພາຍໃນນະຄອນຫຼວງວຽງຈັນ ຕະຫຼອດຮອດພະນັກງານຂອງທັງສອງຝ່າຍ ແລະ ສື່ມວນຊົນຈາກຫຼາຍພາກສ່ວນກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ການບໍລິການຊໍາລະຄ່າສາທາລະນຸປະໂພກຜ່ານລະບົບທະນາຄານ (ຫຼື Bill Payment) ຂອງ ທຄຕລ ໄດ້ເລີ່ມໃຫ້ບໍລິການທໍາອິດໃນປີ 2012 ແລະ ເປັນບໍລິການທີ່ໄດ້ມີການຊົມໃຊ້ຫຼາຍ. ມາຮອດປະຈຸບັນ, ທຄຕລ ໄດ້ໃຫ້ບໍລິການ Bill Payment ຮ່ວມກັບຫຼາຍພາກສ່ວນ ໃນນັ້ນປະກອບມີການໃຫ້ບໍລິການຊຳລະຄ່າສາທາລະນຸປະໂພກພື້ນຖານ ເຊັ່ນ: ຊຳລະຄ່າໄຟຟ້າ, ນໍ້າປະປາ, ແລະ ຄ່າໂທລະສັບ, ຄ່າພາສີອາກອນ, ຄ່າສາຍເຊົ່າ, ບັດນໍ້າມັນ, ຄ່າບັດຂ້າມຂົວມິດຕະພາບລາວ-ໄທແຫ່ງທີ່ 1 ແລະ ຊຳລະຄ່າງວດເຊົ່າສິນເຊື່ອ, ເຊິ່ງການບໍລິການ Bill Payment ທຄຕລ ໄດ້ພັດທະນາ ໃຫ້ສາມາດຊຳລະຜ່ານຫຼາຍຊ່ອງທາງຄື: ຜ່ານ ATM, BCEL One, i-Bank ແລະ ຜ່ານປ່ອງບໍລິການ ທຄຕລ. ຮອດທ້າຍເດືອນ 6/2020, ທຄຕລ ມີ ATM 400 ກວ່າຕູ້, ຜຸ້ລົງທະບຽນນໍາໃຊ້ BCEL One 400.000 ກວ່າ Users, i-Bank 16.000 ກວ່າ Users, ກວມເອົາຕົວເລກຜູ້ນຳໃຊ້ລະບົບຊຳລະແບບອີເລັກໂທຣນິກຫຼາຍທີ່ສຸດໃນລະບົບທະນາຄານພາຍໃນປະເທດ ເຊິ່ງ ທຄຕລ ພວກເຮົາເຊື່ອໝັ້ນວ່າ ຖ້າຂະຫຍາຍການຊຳລະແບບອີເລັກໂທຣນິກນີ້ອອກໄປໃຫ້ກວ້າງຂວາງເທົ່າໃດ ກໍ່ຈະເປັນການສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ລູກຄ້າຂອງທະນາຄານໃນການຊົມໃຊ້ການບໍລິການຫຼາກຫຼາຍປະເພດເທົ່ານັ້ນ.
ສັນຍາວ່າດ້ວຍການບໍລິການຊໍາລະຄ່າບໍລິການຜ່ານ ທຄຕລ (Bill Payment) ລະຫວ່າງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ແລະ ສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ວັນດາລາ ໃນຄັ້ງນີ້ ແມ່ນເພື່ອອໍານວຍຄວາມສະດວກຍິ່ງຂຶ້ນ ໃນການຊຳລະຄ່າບໍລິການຕ່າງໆ ຜ່ານ ທຄຕລ. ເພື່ອເພີ່່ມຊ່ອງທາງການໃຫ້ບໍລິການລູກຄ້າຂອງ ສະຖາບັນການເງິນ ວັນດາລາ ຜ່ານຫລາຍຊ່ອງທາງຂື້ນຕື່ມ ໂດຍ ທຄຕລ ຈະໃຫ້ການບໍລິການຮັບຊໍາລະຄ່າບໍລິການ ຜ່ານເຄົາເຕີບໍລິການທົ່ວລະບົບ ທຄຕລ, ຜ່ານມືຖື Smartphone (BCEL One) ແລະ ຜ່ານ BCEL I-Bank.
ນະໂອກາດນີ້ຂໍສະແດງຄວາມຂອບໃຈມາຍັງລູກຄ້າທຸກທ່ານທີ່ນໍາໃຊ້ຜະລິດຕະພັນ ຂອງ ທຄຕລ ຕະຫຼອດມາ. ທຄຕລ ຈະສືບຕໍ່ພັດທະນາລະບົບການບໍລິການໃຫ້ມີຄວາມທັນສະໄໝ ແລະ ສືບຕໍ່ຮ່ວມມືກັບພາກສ່ວນອື່ນໆເພື່ອອໍານວຍຄວາມສະດວກໃນການຊຳລະສະສາງຕ່າງໆຂອງລູກຄ້າ ຜ່ານ ທຄຕລ ດ້ວຍເຄື່ອງມືທີ່ທັນສະໄໝ ຫຼື ໃນຍຸກແຫ່ງການບໍລິການທະນາຄານແບບດີຈີຕໍ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ທັນສະໄໝ ວ່ອງໄວ ໝັ້ນໃຈ
Facebook: BCEL Bank, Website: www.bcel.com.la