ທຄຕລ ສາຂາວັງວຽງມອບອຸປະກອນດ້ານການສຶກສາ
ໃຫ້ 04 ໂຮງຮຽນຂອງເມືອງກາສີ.
ໃນວັນທີ 15 ຕຸລາ 2020 ນີ້. ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາວັງວຽງ. ໄດ້ນຳເອົາອຸປະກອນດ້ານການສຶກສາມາມອບໃຫ້ນ້ອງນັກຮຽນ 04 ໂຮງຮຽນ ຂອງເມືອງກາສີ ຄື: ໂຮງຮຽນປະຖົມບ້ານຫີນໂງ່ນ, ໂຮງຮຽນປະຖົມບ້ານນ້ຳແປັກ, ໂຮງຮຽນປະຖົມບ້ານແກ່ວກວ້າງ ແລະ ໂຮງຮຽນປະຖົມບ້ານນ້ຳແກ່ນ. ພິທີດັ່ງກ່າວໄດ້ຈັດຂື້ນຢູ່ທີ່ໂຮງຮຽນປະຖົມບ້ານຫີນໂງ່ນ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສີທົນ ແສງພະຈັນ ເລຂາພັກເມືອງ ເຈົ້າເມືອງໆກາສີ, ມີທ່ານ ສັນຕິພາບ ວົງໄຊ ຮອງຫົວໜ້າ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາວັງວຽງ ພ້ອມດ້ວຍທິມງານ, ມີທ່ານ ສາຍຄຳ ດວງພະຈັນ ຮອງຫົວໜ້າ ຫ້ອງການສຶກສາທິການ ແລະ ກິລາເມືອງກາສີ, ມີພະນັກງານຈາກ ທຄຕລ ສາຂາວັງວຽງ-ໜ່ວຍບໍລິການເມືອງກາສີ, ມີຄະນະອຳນວຍການ 04 ໂຮງຮຽນ ພ້ອມດ້ວຍອຳນາດການປົກຄອງ 04 ບ້ານ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມ ທັງໝົດ 100 ກວ່າຄົນ.
ໃນໂອກາດດັ່ງກ່າວ ທ່ານ ຫົງສະຫວັນ ວົງສຳພັນ ຫົວໜ້າຂະແໜງຫ້ອງການບັນຊີ-ໄອທີ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາວັງວຽງ ໄດ້ຂື້ນຜ່ານບົດລາຍງານຄວາມເປັນມາ ຂອງ ໂຄງ ການຊ່ວຍເຫຼືອດ້ານການສຶກສາ ໃຫ້ ເມືອງກາສີ ແຂວງວຽງຈັນ ແລະ ຜ່ານຮ່າງບົດບັນທຶກມອບ-ຮັບໂຄງການຊ່ວຍເຫຼືອດ້ານການສຶກສາ ໃຫ້ເມືອງກາສີ ເຊີ່ງມີເນື້ອໃນລະອຽດຄື: ໃນວັນທີ 04 ຕຸລາ 2020 ທຄຕລ ສາຂາວັງວຽງ ໄດ້ຮັບແຈ້ງການຈາກ ທຄຕລ ສຳນັກງານໃຫຍ່ ໃຫ້ຄົ້ນຄວ້າເປົ້າໝາຍເພື່ອສະໜັບສະໜູນຊ່ວຍເຫຼືອສັງຄົມ.
ໂດຍສະເພາະສະພາບໍລິຫານ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໄດ້ອະນຸມັດແຫຼ່ງທຶນຈຳນວນ 1 ຕື້ກວ່າກີບ ເພື່ອນຳໃຊ້ເຂົ້າໃນວຽກງານຊ່ວຍເຫຼືອສັງຄົມ ເຊີ່ງໄດ້ແມ່ນເນັ້ນໜັກດ້ານການສຶກສາ ແລະ ດ້ານສຸຂະພາບ ຂອງປະຊາຊົນຢູ່ຫ່າງໄກສອກຫຼີກ ໃນທົ່ວປະເທດ ຕາມແຈ້ງການສະບັບເລກທີ 064/ກບ.ທຄຕລ ລົງວັນມີ 04 ຕຸລາ 2019. ໃນວັນທີ 17 ພຶດສະພາ 2020 ທຄຕລ ສາຂາວັງວຽງ ໄດ້ຮັບແຈ້ງການຈາກສໍານັກງານໃຫຍ່ ໃຫ້ຈັດຕັ້ງປະຕິ ບັດການຊ່ວຍເຫຼືອສັງຄົມ ພ້ອມທັງໄດ້ຮັບແຫຼ່ງທຶນ ຈຳນວນ 84 ລ້ານກວ່າກີບ ໃນນັ້ນນຳໃຊ້ເຂົ້າໃນດ້ານການສຶກສາ 45 ລ້ານກີບ ແລະ ນຳໃຊ້ເຂົ້າໃນດ້ານສຸຂະພາບ 39 ລ້ານກວ່າກີບ, ເຊີ່ງໄດ້ແບ່ງແຫຼ່ງທຶນໃຫ້ສາມເມືອງຄື: ເມືອງວັງວຽງ ປະມານ 53 ລ້ານກີບ(ນຳໃຊ້ເຂົ້າໃນດ້ານສຸຂະພາບ 39 ລ້ານກວ່າກີບ ແລະ ດ້ານການສຶກສາ 14 ລ້ານກີບ), ເມືອງເຟືອງປະມານ 24 ລ້ານກີບ(ນຳໃຊ້ປັບປຸງຫ້ອງຮຽນ 10 ລ້ານກີບ ແລະ ດ້ານການສຶກສາ 14 ລ້ານກີບ) ແລະ ເມືອງກາສີແມ່ນໄດ້ທຶນຊ່ວຍ ເຫຼືອດ້ານການສຶກສາ ຈຳນວນ 7 ລ້ານກີບ.
ສຳລັບທຶນດ້ານການສຶກສາແມ່ນແບ່ງປັນຕາມຈຳນວນນ້ອງນ້ອຍນັກຮຽນ ທີ່ຫ້ອງການສຶກສາທິການ ແລະ ກິລາແຕ່ລະເມືອງ ສົ່ງຕົວເລກໃຫ້ ທຄຕລ ສາຂາວັງວຽງ ໃນເບື້ອງຕົ້ນຈຳນວນນ້ອງນັກຮຽນທີ່ໄດ້ຮັບການຊ່ວຍເຫຼືອດ້ານ ການສຶກສາທັງ 03 ເມືອງມີທັງໝົດ 1.581 ຄົນ, ໃນນັ້ນເມືອງວັງວຽງ 653 ຄົນ, ເມືອງເຟືອງ 675 ຄົນ ແລະ ເມືອງກາສີ 253 ຄົນ. ສຳລັບເຄື່ອງຊ່ວຍເຫຼືອດ້ານການສຶກສາທີ່ນຳມາມອບໃນຄັ້ງນີ້ປະກອບມີ ເຄື່ອງຫຼິ້ນ, ປື້ມນິທານ, ສື່ການຮຽນສຳລັບນ້ອງນ້ອຍອະນຸບານ, ອຸປະກອນການຮຽນສຳລັບນ້ອງນ້ອຍປໍ1 ຫາ ປໍ5 ແລະ ໝາກບານເຕະໃຫ້ແກ່ 04ໂຮງຮຽນ ລວມມູນຄ່າທັງໝົດ 7.000.000 ກີບ (ເຈັດລ້ານກີບ). ຫຼັງຈາກນັ້ນ ກໍ່ໄດ້ມີການລົງນາມເຊັນບົດ ບັນທຶກມອບ-ຮັບ ໂຄງການຊ່ວຍເຫຼືອດ້ານການສຶກສາໃຫ້ເມືອງກາສີ ລະຫວ່າງ ຕາງໜ້າຈາກ ທຄຕລ ສາຂາວັງວຽງ ແລະ ຕາງໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຕາງໜ້າຈາກ04ໂຮງຮຽນ, ຕາງໜ້າຈາກກຸ່ມບ້ານຜາເຈົ້າ ແລະ ຕາງໜ້າຄະນະປະຈຳພັກເມືອງກາສີ. ຕໍ່ຈາກນັ້ນ ທ່ານ ສັນຕິພາບ ວົງໄຊ ຮອງຫົວໜ້າ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາວັງວຽງ ກໍໄດ້ໃຫ້ກຽດຂື້ນມອບ ເຄື່ອງຫຼີ້ນ ແລະ ອຸປະກອນການຮຽນ ເຊີ່ງຂື້ນຮັບໂດຍແມ່ນ ອຳນວຍການທັງ04ໂຮງຮຽນ, ພ້ອມດຽວກັນນັ້ນ ທິມງານພະນັກງານ ທຄຕລ ສາຂາວັງວຽງ ແລະ ໜ່ວຍບໍລິການເມືອງກາສີ ກໍ່ໄດ້ແຈກຢາຍອຸປະກອນການຮຽນ ໃຫ້ແກ່ນ້ອງນ້ອຍນັກຮຽນ ທີ່ເຂົ້າຮ່ວມອີກດ້ວຍ.
ໃນໂອກາດນີ້ ທ່ານ ສາຍຄຳ ດວງພະຈັນ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງກາສີ ກໍໄດ້ຂື້ນມອບ ໃບຈາລຶກບຸນຄຸນ ໃຫ້ແກ່ ທຄຕລ ສາຂາວັງວຽງ ເຊີ່ງໃຫ້ກຽດຂື້ນຮັບໂດຍແມ່ນ ທ່ານ ສັນຕິພາບ ວົງໄຊ ຮອງຫົວໜ້າ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາວັງວຽງ.
ໃນໂອກາດທ້າຍພິທີ ຍັງໄດ້ຮັບຟັງການໂອ້ລົມ ຂອງ ທ່ານ ສີທົນ ແສງພະຈັນ ເຈົ້າເມືອງໆກາສີ ເຊີ່ງກ່ອນອື່ນທ່ານໄດ້ກ່າວສະແດງຄວາມຂອບອົກຂອບໃຈຕໍ່ ທ່ານ ສັນຕິພາບ ວົງໄຊ ພ້ອມດ້ວຍທີມງານ ທຄຕລ ສາຂາວັງວຽງ ທີ່ມີນ້ຳຈິດ ນ້ຳໃຈໃຫ້ການສະໜັບສະໜູນຊ່ວຍເຫຼືອເມືອງກາສີ. ໂດຍສະເພາະກໍ່ແມ່ນການຊ່ວຍເຫຼືອສະໜັບສະໜູນ ດ້ານການສຶກສາ ໃຫ້ນ້ອງນ້ອຍ ນັກຮຽນຢູ່ 04 ໂຮງຮຽນໃນຄັ້ງນີ້ ສຸດທີ່ມີຄວາມໝາຍ ຄວາມສໍາຄັນຫຼາຍ ເພາະເປັນການປະ ກອບສ່ວນໃນການພັດທະນາຊັບພະຍາກອນມະນຸດ ແລະ ເປັນແຜນຍຸດທະສາດໜຶ່ງທີ່ນອນຢຸູໃນແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ່ VII ຂອງເມືອງກາສີ, ພ້ອມນີ້ທ່ານ ກໍ່ໄດ້ຮຽກຮ້ອງມາຍັງຄູ-ອາຈານ ຈົ່ງໄດ້ເປັນເຈົ້າການແຂ່ງ ຂັນການສອນດີ-ຮຽນເກັ່ງ. ສໍາລັບລູກຫຼານນ້ອງນ້ອຍນັກຮຽນກໍ່ຂໍໃຫ້ຕັ້ງໃຈຮ່ຳຮຽນ ເປັນເດັກທີ່ດີຂອງພໍ່ແມ່ ເປັນນັກຮຽນເກັ່ງຂອງຄູ-ອາຈານ. ທ່ານເຈົ້າເມືອງຍັງກ່າວຕື່ມອີກວ່າ ການຊ່ວຍເຫຼືອໃນຄັ້ງນີ້ຄົງຈະບໍ່ເປັນຄັ້ງສຸດທ້າຍ ແລະ ໃນໂອກາດໜ້າກໍຂໍໃຫ້ທາງ ທຄຕລ ມະຫາຊົນ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ ເພື່ອພັດທະນາຂົງເຂດການສຶກສາ ຢູ່ເມືອງກາສີຂອງພວກເຮົາໂດຍສະເພາະແມ່ນເຂດຫ່າງໄກຊອກໃຫ້ຈະເລີນກ້າວໜ້າຕໍ່ໄປ.