ພິທີເຊັນບົດບັນທຶກຄວາມເຂົ້າໃຈ
ວ່າດ້ວຍການຮ່ວມມືເຊື່ອມຕໍ່ ແລະ ພັດທະນາລະບົບຖານຂໍ້ມູນທີ່ດິນເພື່ອຫັນເປັນທັນສະໄໝ ລະຫວ່າງ ກົມທີ່ດິນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ທີ່ ນະຄອນຫຼວງວຽງຈັນ, ວັນທີ 12 ພະຈິກ 2020
ວັນທີ 12 ພະຈິກ 2020, ຢູ່ທີ່ ກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ, ກະຊວງຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ໄດ້ຈັດພິທີເຊັນ MOU ລະຫວ່າງ ກົມທີ່ດິນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ວ່າດ້ວຍການຮ່ວມມືເພື່ອການເຊື່ອມຕໍ່ ແລະ ພັດທະນາລະບົບຖານຂໍ້ມູນທີ່ດິນ ເພື່ອຫັນເປັນທັນສະໄໝ. ຕາງໜ້າລົງນາມໃນຄັ້ງນີ້ໂດຍ ທ່ານ ປອ ອານົງສອນ ພົມມະຈັນ ຫົວໜ້າກົມທີ່ດິນ ກະຊວງຊັບພະ ຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ທ່ານ ພູຂົງ ຈັນທະຈັກ ຜູ້ອໍານວຍການໃຫຍ່ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໂດຍ ທ່ານ ທ່ານ ສົມມາດ ພົລເສນາ ລັດຖະມົນຕີກະຊວງຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍຄະນະນໍາກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຄະນະກົມຈາກກະຊວງການເງິນ, ຄະນະກົມຈາກກະຊວງຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ, ຄະນະອຳນວຍການ, ຄະນະພະແນກ, ສູນ ແລະ ສາຂາ ຂອງ ທຄຕລ ພາຍໃນນະຄອນຫຼວງວຽງຈັນ ຕະຫຼອດຮອດພະນັກງານຂອງທັງສອງຝ່າຍ ແລະ ສື່ມວນຊົນຈາກຫຼາຍພາກສ່ວນກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ລະບົບຮັບຊຳລະພາສີທີ່ດິນ ແມ່ນການຫັນການຈັດເກັບລາຍຮັບຈາກການຮັບຊຳລະຄ່າພາສີທີ່ດິນເຂົ້າງົບປະມານຂອງລັດ ໄປສູ່ລະບົບທີ່ທັນສະໄໝ ແລະ ອຳນວຍຄວາມສະດວກໃນການຊຳລະພາສີທີ່ດິນໃຫ້ມີຄວາມປອດໄພ, ວ່ອງໄວ ທັງຮັບປະກັນໃຫ້ແກ່ ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດໃຫ້ມີລັກສະນະລວມສູນ, ມີຄວາມຮັດກຸມ, ຖືກຕ້ອງ, ໂປ່ງໃສ ແລະ ສາມາດກວດສອບໄດ້. ລະບົບການຮັບຊຳລະພາສີທີ່ດິນດັ່ງກ່າວ ແມ່ນໄດ້ເລີ່ມໃຫ້ບໍລິການ ແຕ່ປີ 2018 ເປັນຕົ້ນມາ ເປັນການຮ່ວມມື ລະ ຫວ່າງກົມສ່ວຍສາອາກອນ, ກະຊວງການເງິນ ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ. ປະຈຸບັນ ມີທະນາຄານຕົວແທນຮັບຊຳລະພາສີທີ່ດິນ ຮ່ວມກັບ ທຄຕລ ແລ້ວ 9 ທະນາຄານ ປະກອບມີ: ທະນາຄານສົ່ງເສີມກະສິກຳ, ທະນາຄານຮ່ວມທຸ ລະກິດລາວ-ຫວຽດ, ທະນາຄານພັດທະນາລາວ, ທະນາຄານລາວຈີນ, ທະນາຄານຮ່ວມພັດທະນາ, ທະນາຄານອິນໂດຈີນ, ທະນາຄານບີໄອຊີ, ທະນາຄານເອັສທີ ແລະ ທະນາຄານລາວ-ຝລັ່ງ.
ການບໍລິການຮັບຊຳລະພາສີທີ່ດິນຜ່ານລະບົບທະນາຄານ ສາມາດຊຳລະໄດ້ຕາມຊ່ອງທາງບໍລິການດັ່ງນີ້:
ການຮ່ວມມືລະຫວ່າງ ກົມທີ່ດິນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໃນຄັ້ງນີ້ ແມ່ນການເຊື່ອມຕໍ່ຂໍ້ມູນຕອນດິນຈາກລະບົບທີ່ດິນແຫ່ງຊາດ ເຂົ້າສູ່ລະບົບຮັບຊຳລະພາສີທີ່ດິນຜ່ານ ລະບົບທະນາຄານ ເຮັດໃຫ້ປະຊາຊົນ ສາມາດຊຳລະພາສີທີ່ດິນຜ່ານລະບົບທະນາຄານໄດ້ກວ້າງຂວາງ ແລະ ສະດວກຍິ່ງຂຶ້ນ, ພ້ອມກັນນັ້ນ ກໍ່ຍັງເປັນການອັບເດດຂໍ້ມູນຕອນດິນຈາກລະບົບຮັບຊຳລະພາສີທີ່ດິນ ກັບຄືນສູ່ລະບົບທີ່ດິນແຫ່ງຊາດ ອີກດ້ວຍ.
ພາຍຫຼັງທີ່ເຊື່ອມຕໍ່ຂໍ້ມູນຕອນດິນເຂົ້າສູ່ລະບົບຮັບຊຳລະພາສີທີ່ດິນຜ່ານລະບົບທະນາຄານ ສຳເລັດແລ້ວ, ກົມທີ່ດິນ ແລະ ທຄຕລ ຕົກລົງເຫັນດີສືບຕໍ່ຮ່ວມມືກັນໃນການພັດທະນາລະບົບຮັບຊຳລະຄ່າທຳນຽມ ແລະ ຄ່າບໍລິການ ອື່ນໆ ກ່ຽວກັບວຽກງານທີ່ ດິນຂອງກົມທີ່ດິນ ໂດຍຜ່ານລະບົບທະນາຄານ ເພື່ອເພີ່ມຄວາມສະດວກໃຫ້ກັບປະຊາຊົນ, ຮັບປະກັນຄວາມຖືກຕ້ອງ, ສົ່ງມອບລາຍຮັບໃຫ້ທັນກັບສະພາບການ, ທັນສະໄໝໂປ່ງໃສ່ ແລະ ສາມາດກວດສອບໄດ້.
ນະໂອກາດນີ້ຂໍສະແດງຄວາມຂອບໃຈມາຍັງລູກຄ້າທຸກທ່ານທີ່ນໍາໃຊ້ຜະລິດຕະພັນ ຂອງ ທຄຕລ ຕະຫຼອດມາ. ທຄຕລ ຈະສືບຕໍ່ພັດທະນາລະບົບການບໍລິການໃຫ້ມີຄວາມທັນສະໄໝ ແລະ ສືບຕໍ່ຮ່ວມມືກັບພາກສ່ວນອື່ນໆ ເພື່ອອໍານວຍຄວາມສະດວກ ໃນການຊຳລະສະສາງຕ່າງໆຂອງລູກຄ້າ ຜ່ານ ທຄຕລ ດ້ວຍເຄື່ອງມືທີ່ທັນສະໄໝ ຫຼື ໃນຍຸກແຫ່ງການບໍລິການທະນາຄານແບບດີຈີຕໍ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ທັນສະໄໝ ວ່ອງໄວ ໝັ້ນໃຈ
Facebook: BCEL Bank, Website: www.bcel.com.la