ພິທີເຊັນບົດບັນທຶກຄວາມເຂົ້າໃຈ
ວ່າດ້ວຍການຮ່ວມມືໃນການແລກປ່ຽນ ແລະ ເຜີຍແຜ່ຂໍ້ມູນ ລະຫວ່າງ
ສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ທີ່ ນະຄອນຫຼວງວຽງຈັນ, ວັນທີ 25 ທັນວາ 2020
ວັນທີ 25 ທັນວາ 2020, ຢູ່ທີ່ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືໃນການແລກປ່ຽນ ແລະ ເຜີຍແຜ່ຂໍ້ມູນ ລະຫວ່າງ ສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ. ຕາງໜ້າລົງນາມໃນຄັ້ງນີ້ໂດຍ ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ທ່ານ ສຸພັກ ຖິ່ນໄຊພອນ ຮອງຜູ້ອໍານວຍການໃຫ່ຍ ທຄຕລ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໂດຍ ທ່ານ ພຸດທະສອນ ພົມວິໃສ ຫົວໜ້າສູນບໍລິການ ວິສາຫະກິດ ຂະໜາດນ້ອຍ ແລະ ກາງ, ພ້ອມດ້ວຍຄະນະອໍານວຍການ, ຄະນະພະແນກ, ສູນ ແລະ ສາຂາ ຂອງ ທຄຕລ ພາຍໃນນະຄອນຫຼວງວຽງຈັນ ຕະຫຼອດຮອດພະນັກງານຂອງທັງສອງຝ່າຍ.
ທຄຕລ ເປັນໜຶ່ງໃນບັນດາທະນາຄານ ທຸລະກິດລັດ ພາຍໃນປະເທດທີ່ໄດ້ເອົາໃຈໃສ່ຍົກລະດັບການບໍລິການທາງດ້ານການບໍລິການສິນເຊື່ອໃຫ້ມີຄຸນນະພາບສູງຂຶ້ນຢ່າງຕໍ່ເນື່ອງ ເພື່ອຕອບສະໜອງຄວາມຕ້ອງການຂອງບັນດາຫົວໜ່ວຍທຸລະກິດ ໃນ ສປປ ລາວ ເຊິ່ງໄລຍະຜ່ານມາ ທຄຕລ ກໍ່ໄດ້ມີນະໂຍບາຍ, ຜະລິດຕະພັນສິນເຊື່ອ ທີ່ເຫມາະສົມ ເພື່ອຊຸກຍູ້ ແລະ ສົ່ງເສີມບັນດາຫົວໜ່ວຍທຸລະກິດພາຍໃນປະເທດ. ໜຶ່ງໃນບັນດານະໂຍບາຍສົ່ງເສີມນັ້ນ ແມ່ນ ທຄຕລ ໄດ້ມີແຫຼ່ງທຶນສະໜອງສິນເຊື່ອໃຫ້ກັບຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (SME) ໂດຍມີອັດຕາດອກເບ້ຍທີ່ພິເສດ ແລະ ເງື່ອນໄຂການອະນຸມັດທີ່ບໍ່ຫຍຸ້ງຍາກເພື່ອໃຫ້ ທຸລະກິດ SME ມີແຫຼ່ງທຶນໃນການພັດທະນາທຸລະກິດຂອງເຂົາເຈົ້າ, ນອກຈາກນັ້ນ ທຄຕລ ຍັງໄດ້ເຂົ້າຮ່ວມໂຄງການໃນການປ່ອຍສິນເຊື່ອໃຫ້ແກ່ SMEs ນໍາຫຼາຍພາກສ່ວນເຊັ່ນ: ສິນເຊື່ອເພື່ອຊຸກຍູ້ການຜະລິດ ແລະ ແກ້ໄຂຜົນກະທົບຈາກພະຍາດ covid-19 ແຫຼ່ງທຶນທະນາຄານແຫ່ງ ສປປ ລາວ, ສິນເຊື່ອ SME ແຫຼ່ງທຶນ CDB.
ສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ (ສບວ) ກໍ່ເປັນສູນໜື່ງ ທີ່ໃຫ້ຄໍາປຶກສາ, ຈັດເຝິກອົບຮົມ ແລະ ຈັດກິດຈະກໍາຕ່າງໆໃຫ້ແກ່ SME. ສະນັ້ນ ການທີ່ ທຄຕລ ແລະ ສບວ ມີການຮ່ວມມືໃນຄັ້ງນີ້ໂດຍທີ່ ສບວ ເປັນສູນກາງໃນການເຜີຍແຜ່ ຜະລິດຕະພັນ, ການບໍລິການຂອງ ທຄຕລ ໂດຍສະເພາະແມ່ນເຜີຍແຜ່ບັນດາຂໍ້ມູນ, ເງື່ອນໄຂກ່ຽວກັບສິນເຊື່ອ SME ຂອງ ທຄຕລ ໃນເວັບໃຊ້ຂອງທາງ ສບວ ເຊິ່ງຈະເປັນຊ່ອງທາງໜື່ງ ເພື່ອຊ່ວຍໃຫ້ ຫົວໜ່ວຍ SME ໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຜະລິດຕະພັນສິນເຊື່ອຂອງ ທຄຕລ ແລະ ການຮ່ວມມືຄັ້ງນີ້ກໍ່ແມ່ນຈຸດເລີ່ມຕົ້ນໃໝ່, ບາດກ້າວໃໝ່ໃນການເຮັດວຽກຮ່ວມກັນຂອງ ທັງສອງຝ່າຍ ເພື່ອພັດທະນາ, ສົ່ງເສີມ, ຊຸກຍູ້ SME ໃນ ສ.ປ.ປ ລາວ ໃຫ້ມີການພັດທະນາ ແລະ ຂະຫຍາຍຕົວຢ່າງເຂັ້ມແຂງຫຼາຍຂື້ນ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ທັນສະໄໝ ວ່ອງໄວ ໝັ້ນໃຈ
Facebook: BCEL Bank, Website: www.bcel.com.la