ແຈ້ງເຊີນປະມຸນ
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ຂໍຖືເປັນກຽດແຈ້ງເຊີນມາຍັງບັນດາຫ້ອງບໍລິການໂຍທາ-ທົ່ງປົ່ງ ໂດຍມີເນືອໃນດັ່ງນີ້:
ກ. ໃບປະເມີນລາຄາ 1 ຊຸດ
ຂ. ແບບການສ້ອມແປງ 1 ຊຸດ
2. ເງື່ອນໄຂການປະກອບເອກະສານການສົມທຽບລາຄາດັ່ງນີ້:
ກ. ໃບທະບຽນວິສາຫະກິດ
ຂ. ໃບອະນຸຍາດດຳເນີນທຸລະກິດປີ 2019 ຫຼື ປີ 2020
ຄ. ໃບຢັ້ງຢືນການເສຍອາກອບຍ້ອນຫຼັງ ປີ 2020
ຊ. ໃບຢັ້ງຢືນຜົນງານ ແລະ ປະສົບການທີມງານທີ່ມີສີມືທາງດ້ານການຕົບແຕ່ງສຳນັກງານ
ກ. ໃບປະເມີນລາຄາລວມອາກອນ ຕ້ອງເປັນສະກຸນເງິນກີບ 1 ຊຸດ
3. ການຍື່ນຊອງ: ຍື່ນເອກະສານດ້ານຄຸນວຸດທິ ແລະ ລາຄາຂອງບໍລິສັດມາຍັງ ທຄຕລ ພະແນກຫ້ອງການ
ບໍລິຫານ-ການເງິນ ພາຍໃນວັນທີ 29/01/2021 ແລະ ຈະປິດຮັບຊອງເວລາ 16:00 ໂມງ ຂອງວັນດຽວກັນ
4. ສາມາດສອບຖາມລາຍສະອຽດເພີ່ມເຕີມ ກ່ຽວກັບເຕັກນິກການສ້ອມແປງ ແລະ ຕົບແຕ່ງ ຈາກວັນທີ 18/01/2021-29/01/2021, ໃນຊ່ວງເວລາ 08:30-11:30 ໂມງ ແລະ 13:30-16:00 ໂມງ ທີ່ໝາຍເລກໂທລະສັບ 021 213200-414 ນອກຈາກເວລາດັ່ງກ່າວແລ້ວ ທຄຕລ ຈະຂໍສະຫງວນສິດໃນ ການຕອບຄຳຖາມໃດໆທັງໝົດ.
- ຜູ້ຮັບເໝົາຕ້ອງວາງເງິນຄໍ້າປະກັນການປະມູນຕໍ່າສຸດ 2% ຂອງມູນຄ່າທັງໝົດທີ່ສະເໜີລາຄາ ດ້ວຍໜັງສື ຄໍ້າປະກັນທີ່ອອກໂດຍທະນາຄານພາຍໃນ (ວັນໝົດອາຍຸໜັງສືຄໍ້າປະກັນຕ້ອງເຖິງວັນທີ 30/02/2021) ຫຼື ແຊັກທີ່ວີຊ້າແລ້ວ (ທຄຕລ ບໍ່ຮັບເງິນສົດ), ພາຍຫຼັງປະກາດຜົນ ທຄຕລ ຈະສົ່ງໜັງສືຄໍ້າປະກັນ ຫຼື ແຊັກດັ່ງກ່າວຄືນ.
- ຜູ້ທີ່ຊະນະການສົມທຽບລາຄາຈະໄດ້ເຊັນສັນຍາກັບ ທຄຕລ ແລະ ຄ່າທໍານຽມຈົດທະບຽນສານຂອງ ສັນຍາແມ່ນມອບໃຫ້ເປັນຄວາມຮັບຜິດຊອບຂອງຜູ້ຮັບເໝົາ.
- ການຊໍາລະແບ່ງອອກເປັນ 2 ງວດ:
ງວດທີ 1 ຊໍາລະ 90% ຂອງມູນຄ່າ ພາຍຫຼັງຕົບແຕ່ງ ແລະ ໄດ້ຮັບ ການກວດວຽກສໍາເລັດ 100% ຈາກຄະນະກຳມະການກວດກາ ທຄຕລ.
ງວດທີ 2 ຊຳລະ 10% ຂອງມູນຄ່າ ພາຍຫຼັງຄົບກຳນົດຄໍ້າປະກັນ 01 ປີ
ດັ່ງນັ້ນ, ຈຶ່ງແຈ້ງເຊີນມາຍັງບັນດາບໍລິສັດເພື່ອຢື່ນຊອງສະເໜີລາຄາຕາມທີ່ກ່າວມາຂ້າງເທິງນັ້ນດ້ວຍ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ