ພິທີເຊັນສັນຍາວ່າດ້ວຍການຊຳລະສະສາງຄ່າສິນຄ້າ ແລະ ບໍລິການຜ່ານ QR Code
ລະຫວ່າງ
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ແລະ ບໍລິສັດເອັມພອຍມາກການຄ້າ ຈຳກັດ (mini BigC)
ທີ່ ນະຄອນຫຼວງວຽງຈັນ, ວັນທີ 28 ມັງກອນ 2021
ວັນທີ 28 ມັງກອນ 2021, ຢູ່ທີ່ ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໄດ້ຈັດພິທີເຊັນສັນຍາ ວ່າດ້ວຍການຊຳລະສະສາງຄ່າສິນຄ້າ ແລະ ບໍລິການຜ່ານ QR Code ລະຫວ່າງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ແລະ ບໍລິສັດເອັມພອຍມາກການຄ້າ ຈຳກັດ (mini BigC). ຕາງໜ້າລົງນາມໃນຄັ້ງນີ້ໂດຍ ທ່ານ ທ່ານ ພູຂົງ ຈັນທະຈັກ ຜູ້ອຳນວຍການໃຫຍ່ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ແລະ ທ່ານ ນາງ ປະພາວະດີ ກຸວະສານ ປະທານກຳມະການຜູ້ບໍລິຫານບໍລິສັດເອັມພອຍມາກການຄ້າ ຈຳກັດ (ມິນິບິກຊີລາວ) ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໂດຍ ຄະນະອຳນວຍການ, ຄະນະພະແນກ, ສູນ ແລະ 3 ສາຂາ ຂອງ ທຄຕລ ພາຍໃນນະຄອນຫຼວງວຽງຈັນ ຕະຫຼອດຮອດພະນັກງານຂອງທັງສອງຝ່າຍ ແລະ ສື່ມວນຊົນຈາກຫຼາຍພາກສ່ວນກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ມີເຄື່ອຄ່າຍການບໍລິການທັງໝົດ 20 ສາຂາ, 94 ໜ່ວຍບໍລິການ, 15 ໜ່ວຍແລກປ່ຽນ ແລະ ຖານລູກຄ້າຜູ້ຊົມໃຊ້ mobile banking ກວມປະມານ 70% ຂອງ ທຸລະກຳທັງໝົດໃນ ສປປ ລາວ. ທຄຕລ ເປັນທະນາຄານ ທີ່ມີຫລາກຫລາຍການບໍລິການ ເພື່ອອຳນວຍຄວາມສະດວກສະບາຍດ້ານການບໍລິການທະນາຄານ ໃຫ້ແກ່ສັງຄົມ ແລະ ບັນດາຫົວໜ່ວຍທຸລະກິດ. ໃນນັ້ນ, ການບໍລິການຊຳລະສະສາງຄ່າສິນຄ້າ ແລະ ບໍລິການຜ່ານ QR Code ກໍ່ເປັນອີກໜຶ່ງການບໍລິການຂອງ ທຄຕລ ທີ່ຜ່ານມາກໍ່ໄດ້ ໃຫ້ບໍລິການແກ່ຫລາຍພາກສ່ວນ. ການຮ່ວມມືໃນຄັ້ງນີ້, ທຄຕລ ໄດ້ອຳນວຍຄວາມສະດວກໃຫ້ແກ່ລູກຄ້າຂອງທັງສອງຝ່າຍ ໃນການຊຳລະສະສາງຄ່າສິນຄ້າ ແລະ ບໍລິການ ຜ່ານ QR Code ຢູ່ຮ້ານ mini BigC ທຸກສາຂາ ທົ່ວປະເທດ ລວມທັງໝົດ 51 ສາຂາ ໂດຍຈະສາມາດຮອງຮັບການຊຳລະໄດ້ ຫຼາຍກວ່າ 100 ເຄົາເຕີ້.
ນະໂອກາດນີ້ຂໍສະແດງຄວາມຂອບໃຈມາຍັງລູກຄ້າທຸກທ່ານທີ່ນໍາໃຊ້ຜະລິດຕະພັນ ຂອງ ທຄຕລ ຕະຫຼອດມາ. ທຄຕລ ຈະສືບຕໍ່ພັດທະນາລະບົບການບໍລິການໃຫ້ມີຄວາມທັນສະໄໝ ແລະ ສືບຕໍ່ຮ່ວມມືກັບພາກສ່ວນອື່ນໆເພື່ອອໍານວຍຄວາມສະດວກໃນການຊຳລະສະສາງຕ່າງໆຂອງລູກຄ້າ ຜ່ານ ທຄຕລ ດ້ວຍເຄື່ອງມືທີ່ທັນສະໄໝ ຫຼື ໃນຍຸກແຫ່ງການບໍລິການທະນາຄານແບບດີຈີຕໍ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ທັນສະໄໝ ວ່ອງໄວ ໝັ້ນໃຈ
Facebook: BCEL Bank, Website: www.bcel.com.la