ໜັງສືແຈ້ງເຊີນ
ເຖິງ: ທ່ານ ຜູ້ອຳນວຍການໂຮງພິມ ພາກລັດ ແລະ ເອກະຊົນ.
ເລື່ອງ: ແຈ້ງເຊີນເຂົ້າຮ່ວມປະມູນລາຄາ ແບບຟອມ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຂໍແຈ້ງມາຍັງບັນດາທ່ານຊາບວ່າ ທຄຕລ ຈະໄດ້ປະເມີນຄັດເລືອກຜູ້ສະໜອງ ແບບຟອມ, ສິ່ງພິມ ຈຳນວນ 56 ລາຍການ, ລາຍລະອຽດຂອງລາຍການແບບຟອມຕ່າງໆ ແມ່ນຄັດຕິດມາດ້ານຫຼັງ, ຖ້າທ່ານໃດທີ່ມີຄວາມສົນໃຈເຂົ້າຮ່ວມ ສະໜອງ-ຜະລິດແບບຟອມໃຫ້ ທຄຕລ ແມ່ນສາມາດຍື່ນຊອງເຂົ້າຮ່ວມໄດ້ ແລະ ໃຫ້ປະກອບເອກະສານ ດັ່ງລຸ່ມນີ້:
Ø ຊອງທີ 1 (ບໍ່ປິດຊອງ)
Ø ຊອງທີ 2 (ປິດຊອງ): ໃຫ້ສະເໜີລາຄາເປັນສະກຸນເງິນກີບ ແລະ ລວມອາກອນມູນຄ່າເພີ່ມ 10%.
ໝາຍເຫດ:
1) ກະລຸນາສົ່ງຊອງເອກະສານ ທີ 1 ແລະ ທີ 2 ກ່ອນເວລາ 15.00 ໂມງ ຂອງວັນທີ 23/06/2021 ທີ່ພະແນກຫ້ອງການບໍລິຫານ-ການເງິນ ທຄຕລ ສໍານັກງານໃຫຍ່ ທີ່ປ່ອງບໍລິການຂາເຂົ້າ-ຂາອອກ ຊັ້ນ 4 ຕຶກ C.
2) ໂຮງພິມທີ່ຊະນະການປະມູນ ແມ່ນຈະໄດ້ເຊັນສັນຍາກັບ ທຄຕລ ແລະ ຄ່າໃຊ້ຈ່າຍຈົດທະບຽນສັນຍາ ແມ່ນມອບໃຫ້ເປັນຄວາມຮັບຜິດຊອບຂອງໂຮງພິມ.
ດັ່ງນັ້ນ, ຈຶ່ງໄດ້ແຈ້ງມາຍັງທ່ານຜູ້ທີ່ມີຄວາມສົນໃຈ ຍື່ນຊອງເຂົ້າຮ່ວມການປະມູນລາຄາໃນຄັ້ງນີ້ດ້ວຍ.
ຕິດຕໍ່ສອບຖາມ: bidcommittee@bcel.com.la
ພະແນກຫ້ອງການບໍລິຫານ-ການເງິນ