ໜັງສືແຈ້ງເຊີນ
ເຖິງ: ບັນດາບໍລິສັດ, ຫ້າງຮ້ານຕົວແທນຈໍາໜ່າຍ ສິນຄ້າເຄື່ອງທີ່ລະນຶກ ຢູ່ໃນນະຄອນຫຼວງວຽງຈັນ.
ເລື່ອງ: ເຊີນເຂົ້າຮ່ວມການປະມູນລາຄາ ເຄື່ອງທີ່ລະນຶກ ຂອງ ທຄຕລ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ຂໍແຈ້ງເຊີນມາຍັງບັນດາບໍລິສັດ, ຫ້າງຮ້ານຕົວແທນຈໍາໜ່າຍ ທີ່ມີຄວາມສົນໃຈເຂົ້າຮ່ວມປະມູນລາຄາ ເຄື່ອງທີ່ລະນຶກ ຂອງ ທຄຕລ ຕາມລາຍລະອຽດລຸ່ມນີ້:
ລ/ດ |
ລາຍການ |
ລາຍລະອຽດສິນຄ້າ |
ຈໍານວນ |
1 |
ຖົງເກັບອຸນຫະພູມ - ຂະໜາດ 26*16*19 cm - ສະກຼີນໂລໂກ້ 4 ສີ 1 ຈຸດ (4,5*2,4 cm)
|
1.000 ອັນ |
|
2 |
ຊຸດຂອງຂວັນ: Power bank + USB + ບິກ (ink) + ສະກຼີນໂລໂກ້ 1 ສີ 1 ຈຸດ - ພາວເວີແບັງ 10.000 mAh - USB 8 GB - ກ໋ອງເຈ້ຍ ຂະໜາດ 168*202*38 mm, ສີແດງ-ຂາວ, ພິມໂລໂກ້ 4 ສີ 1 ຈຸດ |
|
250 ກັບ |
3 |
ຖົງຜ້າ - ຂະໜາດ 36*39*12 cm 28*34*12 cm (ຕອນພັບ) - ເນື້ອກະເປົາແບບແຄນວາດ (Cavan) - ສະກຼີນໂລໂກ້ 4 ສີ 1 ຈຸດ (8,96*4,62 cm) |
|
2.000 ຖົງ |
ໝາຍເຫດ: ທຄຕລ ຂໍສະຫງວນສິດ ປະຕິເສດຜູ້ສະໜອງທີ່ປະກອບເອກະສານ ບໍ່ຄົບຖ້ວນ ຫຼື ບໍ່ຖືກຕ້ອງຕາມການກຳນົດຂ້າງເທິງ.
ຜູ້ອໍານວຍການ
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ